ທ່ອງທ່ຽວຄໍາມ່ວນມ່ວນສົມຊື່

ທ່ອງທ່ຽວຄໍາມ່ວນມ່ວນສົມຊື່
ໂດຍ:ວັນໄຊ ຕະວິນຍານ
ພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງຄໍາມ່ວນ ດິນແດນວິລະຊົນຄົນຫານກ້າ ພາຍໃຕ້ຄໍາຂວັນທີ່ວ່າ: ທ່ອງທ່ຽວລາວ-ທ່ອງທ່ຽວຄໍາມ່ວນ ປອດໄພ ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ທີ່ເມືອງທ່າແຂກ ໃນຕົ້ນເດືອນກຸມພານີ້,ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີກໍາມະການກົມການເມືອງສູນກາງພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງປະທານປະເທດແຫ່ງ ສປປ ລາວ.
ທ່ານ ວັນໄຊ ພອງສະຫວັນກໍາມະການສູນກາງພັກເຈົ້າແຂວງຄໍາມ່ວນ,ພ້ອມດ້ວຍບັນດາການນໍາພາຍໃນແຂວງ,ການນໍາຂັ້ນສູງຈາກສູນກາງ,ບັນດາການນໍາແຂວງອ້ອມຂ້າງ,ບັນດາທ່ານຕາງໜ້າຈາກອົງການຈັດຕັ້ງສາກົນ,ແຂກທີ່ມີກຽດ ແລະ ປະຊາຊົນບັນດາເຜົ່າແຂວງຄໍາມ່ວນ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
ຈຸດປະສົງຂອງການເປີດງານປີທ່ອງທ່ຽວລາວ 2024 ຂອງແຂວງຄໍາມ່ວນແມ່ນເພື່ອປະກາດໃຫ້ຊາວໂລກໄດ້ຮັບຮູ້ວ່າ:ແຂວງຄໍາມ່ວນ ໄດ້ມີຄວາມພ້ອມເປີດປະຕູຮັບເອົານັກທ່ອງທ່ຽວພາຍໃນ ແລະ ຈາກທຸກມູມໂລກເຂົ້າມາທ່ອງທ່ຽວແຂວງຄໍາມ່ວນ ເພື່ອຮັບຮູ້ເຖິງ ຄວາມອຸດົມສົມບູນ, ມະຫາມົນສະເໜ່ທາງດ້ານທໍາມະຊາດທີ່ໂດດເດັ່ນ ສວຍສົດງົດງາມ-ອາກາດເຢັນຊົດຊື່ນ, ສຶກສາຮຽນຮູ້ປະຫວັດສາດ ແລະ ຮຽນຮູ້ວັດທະນະທໍາ, ຮີດຄອງປະເພນີ, ວິຖີການດໍາລົງຊີວິດທີ່ເປັນເອກະລັກຂອງ 9 ເຜົ່າ,ໃຫ້ເຫັນຄວາມຫຼາກຫຼາຍຜະລິດຕະພັນທີ່ເປັນພູມປັນຍາຂອງປະຊາຊົນແຂວງຄໍາມ່ວນ. ເພື່ອເປັນການສ້າງລາຍໄດ້ນໍາເອົາເງິນຕາເຂົ້າປະເທດ ກໍຄືເຂົ້າແຂວງ,ສ້າງວຽກເຮັດງານທໍາ,ກະຈາຍລາຍໄດ້ໃຫ້ຜູ້ປະກອບການ ແລະ ປະຊາຊົນຜູ້ທໍາການຜະລິດ,ເຮັດໃຫ້ເສດຖະກິດແຫ່ງຊາດກໍຄືເສດຖະກິດຂອງແຂວງ,ຂອງເມືອງຂອງບ້ານ ແລະ ຄອບຄົວ ມີຄວາມເຂັ້ມແຂງ,ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາດີຂຶ້ນເລື້ອຍໆ. 
ໃນວາລະໄດ້ເຊື້ອເຊີນ ທ່ານ ບຸນທອງ ຈິດມະນີ ຂຶ້ນລັ່ນຄ້ອງ 9 ບາດ ເປັນສັນຍາລັກຂອງການເປີດງານ ຢ່າງເປັນທາງການ ຊຶ່ງມີຄວາມໝາຍວ່າ:ບາດທີ 1: ພຽບພ້ອມພັດທະນາ,ບາດທີ 2: ນໍາພາຜັນຂະຫຍາຍ,ບາດທີ 3: ຫຼາຍສິ່ງມະຫັດສະຈັນ,ບາດທີ 4: ສາຍສໍາພັນໝັ້ນຄົງ,ບາດທີ 5: ຍືນຍົງປະເພນີ,ບາດທີ 6: ຊາວປະຊາສາມັກຄີ,ບາດທີ 7: ມີສາມສິ່ງຍອດຍິ່ງທີ່ອົງອາດ,ບາດທີ 8: ປະເທດຊາດກ້າວຈະເລີນ ແລະ ບາດທີ 9: ແຫຼ່ງເງິນຄໍາ ເຂດແຄ້ວນປາລະມີ.
ປັດຈຸບັນ,ທົ່ວແຂວງຄໍາມ່ວນໄດ້ສໍາເລັດການສໍາຫຼວດແຫຼ່ງທ່ອງທ່ຽວແລ້ວ ຈໍານວນ 210 ແຫ່ງ. ໃນນັ້ນ: ແຫຼ່ງທ່ອງທ່ຽວທໍາມະຊາດ 145 ແຫ່ງ, ວັດທະນະທໍາ 33 ແຫ່ງ ແລະ ປະຫວັດສາດ 32 ແຫ່ງ. ມີສະຖານທີ່ທ່ອງທ່ຽວທີ່ໄດ້ເປີດບໍລິການໃຫ້ແຂກເຂົ້າໄປທ່ຽວຊົມແລ້ວ ຈໍານວນ 87 ແຫ່ງ.
 ປີທ່ອງທ່ຽວ 2024 ຂອງແຂວງຄໍາມ່ວນ ໂດຍພື້ນຖານແລ້ວແມ່ນໄດ້ຮັບຮອງກິດຈະກໍາທີ່ຕິດພັນກັບ 3ສິ່ງຍອດຍິ່ງທີ່ເປັນທ່າແຮງທາງດ້ານການທ່ອງທ່ຽວຂອງແຂວງ, ປະກອບມີ: ຈໍານວນ 27 ກິດຈະກໍາ ໃນນັ້ນ: 1 ກິດຈະກໍາ ລະດັບຊາດ ເປັນສິ່ງຍອດຍິ່ງທາງດ້ານວັດທະນະທໍາ ຄື: ບຸນນະມັດສະການພະທາດສີໂຄດຕະບອງ; ມີ 2 ກິດຈະກໍາລະດັບແຂວງຄື: ບຸນລະນຶກເຫດການ 21 ມີນາ 1946 ເປັນວັນເສຍອົງຄະແຫ່ງຊາດ ທີ່ເປັນສິ່ງຍອດຍິ່ງທາງດ້ານປະຫວັດສາດ ແລະ ວົງຈອນທ່ອງທ່ຽວເດີລຸບ (The Loop) ທີ່ເປັນສິ່ງຍອດຍິ່ງ ທາງດ້ານທໍາມະຊາດ. ນອກນັ້ນກໍຍັງມີກິດຈະກໍາລະດັບເມືອງ ອີກຈໍານວນ 24 ກິດຈະກໍາ.
ແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈຢູ່ແຂວງຄໍາມ່ວນກໍມີຫຼາຍແຫ່ງ ແຕ່ເດັ່ນທີ່ສຸດ ຜູ້ໃດໄດ້ໄປຢ່າລືມໄປທ່ຽວພະທາດສີໂຄດຕະບອງເມືອງທ່າແຂກ,ຖໍ້ານໍ້າລອດ ຢູ່ເມືອງບົວລະພາ,ຖໍ້າກອງລໍເມືອງຄູນຄໍາ,ພູຜາມ່ານ ເດີ້ລ້ອກວິວພອຍ,ເມືອງຄູນຄໍາ,ຂຸນກອງແລເມືອງຫີນບູນ,ທ່າຝຣັ່ງວັງສີຄາມ ເມືອງທ່າແຂກ,ຖໍ້າໜອງປາຝາ ບ້ານນາຂ້າງຊ້າງ ເມືອງທ່າແຂກ ແລະ ຄາດວ່າ:ໃນອີກ 2-3 ເດືອນຕໍ່ໜ້ານີ້ແຂວງຈະເປີດແຫຼ່ງທ່ອງທ່ຽວໃໝ່ທີ່ໂດດເດັ່ນຕື່ມອີກ 2 ແຫ່ງຄື: ແຫຼ່ງທ່ອງທ່ຽວຂຸນກອງແລງ ເມືອງຫີນບູນ ແລະ ແຫຼ່ງທ່ອງທ່ຽວຕາດສຽງລື ເມືອງບົວລະພາ. ພິເສດໃນມໍ່ໆນີ້, ລັດຖະບານໄດ້ສະເໜີເຖິງອົງການ UNESCO ເພື່ອຮັບຮອງເອົາອຸດທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ເຂົ້າເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດຂອງ ສປປ ລາວ.
ສິ່ງສໍາຄັນໄປກວ່ານັ້ນ ທ່ານຈະໄດ້ສໍາຜັດກັບວິຖີການດໍາລົງຊີວິດຂອງປະຊາຊົນ ການຕ້ອນຮັບແຂກບ້ານແຂກເມືອງຂອງປະຊາຊົນແຂວງຄໍາມ່ວນ ດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ໂອບເອື້ອອາລີ, ມີນ້ໍາໃຈໄມຕີຈິດ ມິດຕະພາບ, ເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ສຶກອົບອຸ່ນ, ມີຄວາມປະທັບໃຈ, ມີຄວາມປອດໄພ ແລະ ມີຄວາມເບີກບານມ່ວນຊື່ນ.
 ຢ່າລືມໄປທ່ຽວຄໍາມ່ວນ ມ່ວນສົມຊື່  ທີ່ຂຶ້ນຊື່ລືຊາ ພະທາດສີໂຄດຕະບອງງາມສະຫງ່າ, ລໍາຜະຫຍາມະຫາໄຊ, ກໍາແພງໃຫຍ່ພູຄັນນາ, ຜາຫີນໜາມຫນໍ່, ບໍ່ໄຟຟ້ານໍ້າເທີນ 2, ກອງລໍ-ນາຕານນໍ້າລອດຖໍ້າ, ວິລະກໍາ 21 ມີນາ 1946 ນະແຫ່ງນີ້.
ແຂວງຄໍາມ່ວນ ເປັນແຂວງໜຶ່ງທີ່ຕັ້ງຢູ່ພາກກາງຂອງປະເທດ ປະກອບມີ: 10 ເມືອງ, ມີ 569 ບ້ານ, ມີ 85.762 ຄອບຄົວ, ມີປະຊາກອນທັງໝົດ453.765 ຄົນ, ປະກອບມີ 9 ຊົນເຜົ່າທີ່ດໍາລົງຊີວິດຢູ່ຮ່ວມກັນ, ທົ່ວແຂວງມີເນື້ອທີ່ທັງໝົດ: 16.315 ກມ2, ແບ່ງອອກເປັນສອງເຂດລະບົບນິເວດວິທະຍາຄື: ເຂດພູດອຍ ກວມ 54%, ເຂດທົ່ງພຽງ ກວມ 46% ຂອງພື້ນທີ່. ແຂວງໄດ້ກໍານົດ 3 ທ່າແຮງທີ່ເປັນປັດໃຈພື້ນຖານໃຫ້ ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງຄື:  ທ່າແຮງທາງດ້ານກະສິກໍາ-ປ່າໄມ້;  ທ່າແຮງທາງ ດ້ານອຸດສາຫະກໍາພະລັງງານ-ບໍ່ແຮ່ ແລະ  ທ່າແຮງທາງດ້ານການບໍລິການໂລຈິດຕິກ ແລະ ການທ່ອງທ່ຽວ. ສໍາລັບແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ເທື່ອທີ IX ຂອງແຂວງ ໄດ້ກໍານົດຄາດໝາຍສູ້ຊົນ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ ໃຫ້ບັນລຸຫລາຍກວ່າ 5 ແສນຄົນຕໍ່ປີ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ