![]() |
ທ່ານ ຈັນທະວີ ອິນທະດວງຈິດ ໄດ້ກ່າວໃຫ້ຮູ້ວ່າ: ງານກິດຈະກໍາຖາມ-ຕອບຄວາມຮູ້ວິທະຍາສາດ ຄັ້ງນີ້ ແມ່ນປະຕິບັດຕາມແຜນການດໍາເນີນໂຄງການຫຼັກສູດ ການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນ ປະຈຳສົກຮຽນ 2025-2026 ຂອງໂຮງຮຽນ, ຕາມ 3 ລັກສະນະ, 5 ຫຼັກມູນການສຶກສາ ແລະ ເປັນການປະເມີນໝາກຜົນ, ທົບທວນຄືນບົດຮຽນ ທີ່ຄູ-ອາຈານໄດ້ສິດສອນ ແລະ ນັກຮຽນ ໄດ້ຄົ້ນຄວ້າຮໍ່າຮຽນໃນໄລຍະຜ່ານມາ, ທັງເປັນການປະເມີນຄວາມຮູ້ດ້ານຕ່າງໆຂອງນັກຮຽນ ເພື່ອກຽມເຂົ້າສູ່ບັ້ນສອບເສັງພາກຮຽນ ທີໜຶ່ງ ທີ່ຈະຈັດຂຶ້ນມໍ່ໆນີ້ ແລະ ຄັດເລືອກເອົານັກຮຽນທີ່ເກັ່ງ, ທີ່ມີຄວາມຮູ້-ຄວາມສາມາດ, ຄວາມສະຫຼາດ, ແນວຄິດວ່ອງໄວ ແລະ ມີໄຫວພິບໃນການຕອບຄວາມຮູ້ວິທະຍາສາດ ເພື່ອສືບຕໍ່ເຂົ້າແຂ່ງຂັນໃນຂັ້ນຕໍ່ໄປ.
ການແຂ່ງຂັນຄັ້ງນີ້, ແມ່ນໄດ້ນຳເອົາບົດຮຽນພາກຄວາມຮູ້ທົ່ວໄປ, ພາກພາສາລາວ-ວັນນະຄະດີ, ຄະນິດສາດ, ເຄມີ, ຊີວະ ແລະ ວິທະຍາສາດ-ສັງຄົມ ຊຶ່ງມີນັກຮຽນເຂົ້າຮ່ວມຈາກ 4 ໂຮງຮຽນ ຊັ້ນ ມ.ຕົ້ນ ແລະ ມ.ປາຍ ທັງໝົດ 40 ທີມ ຈໍານວນ 120 ຄົນ ຄື: ໂຮງຮຽນ ມ.ສ ສາລະວັນ 34 ທີມ, ໂຮງຮຽນ ມ.ສ ຊົນເຜົ່າ 2 ທີມ, ໂຮງຮຽນ ມ.ສ ສາທິດ 2 ທີມ ແລະ ໂຮງຮຽນ ມ.ສ ສົງ 2 ທີມ (ທີມ 1 ມີຈໍານວນ 3 ຄົນ/ອົງ).
![]() |
ຜ່ານການແຂ່ງຂັນ, ຊັ້ນ ມ.ຕົ້ນ ຊະນະເລີດໄດ້ແກ່ໂຮງຮຽນ ມ.ສ ສາລະວັນ ຫ້ອງ 4/4, ທີ 2 ໂຮງຮຽນ ມ.ສ ສາລະວັນ ຫ້ອງ 4/1, ທີ 3 ໄດ້ແກ່ໂຮງຮຽນ ມ.ສ ສາທິດ ແລະ ທີ 4 ມ.ສ ສາລະວັນ ຫ້ອງ1/1. ສໍາລັບ ຊັ້ນ ມ.ປາຍ ຊະນະເລີດໄດ້ແກ່ ໂຮງຮຽນ ມ.ສ ສາລະວັນ ຫ້ອງ 7/1, ທີ 2 ຫ້ອງ 5/1, ທີ 3 ຫ້ອງ 6/2 ແລະ ທີ 4 ໄດ້ແກ່ໂຮງຮຽນ ມ.ສ ສາທິດ.
(ຂ່າວ-ພາບ: ທິດລານີ ໂຄດໂຍທາ)


ຄໍາເຫັນ