![]() |
ທ່ານ ລໍາໄຍ ເພັດໂສພາ ຫົວໜ້າໜ່ວຍງານການສຶກສາກ່ອນໄວຮຽນ, ສາມັນສຶກສາ ແລະ ວິທະຍາສາດ ຫ້ອງການສຶກສາທິການ-ກິລາເມືອງ ກ່າວວ່າ: ທົ່ວເມືອງອຸທຸມພອນ ມີສູນສອບເສັງຈົບຊັ້ນປະຖົມ ປ5 ປະຈໍາສົກຮຽນ 2025-2026 ມີ 7 ສູນສອບເສັງ, ມີນັກສອບເສັງ 1,465 ຄົນ ຍິງ 744 ຄົນ, ມີ 4 ວິຊາສອບເສັງຄື: ວິຊາພາສາລາວ (ຫັດແຕ່ງ, ຂຽນທວາຍ), ວິຊາຄະນິດສາດ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ.
![]() |
ຕອນທ້າຍ, ທ່ານ ໂພໄຊ ອິນທະວົງສາ ໄດ້ມີຄຳເຫັນເນັ້ນໃຫ້ຄະນະກໍາມະການຍາມຫ້ອງສອບເສັງ ກໍຄືນັກສອບເສັງທຸກຄົນຕ້ອງຮັກສາລະບຽບຂອງການສອບເສັງທີ່ວາງອອກ ແລະ ມີວິໃນ, ຕ້ອງນໍາໃຊ້ຄວາມຮູ້-ຄວາມສາມາດທີ່ຕົນເອງໄດ້ຮຽນມານຳຄູ-ອາຈານເຂົ້າໃນການສອບເສັງໃຫ້ໄດ້ຮັບຜົນດີ, ການສອບເສັງໄດ້ຕີລາຄາຄືນຜົນການຮຽນ-ການສອນຂອງນັກຮຽນໃນໄລຍະຜ່ານມາ, ເພາະວ່າການສອບເສັງແມ່ນເນັ້ນເອົາແຕ່ຄຸນນະພາບເປັນຫຼັກບໍ່ແມ່ນປະລິມານ. ຂ່າວ: ບຸນຊູ ພົມມະເທບ


ຄໍາເຫັນ