ທຸລະຄົມເຊື່ອມຊຶມເອກະສານກຽມດຳເນີນກອງປະຊຸມໃຫຍ່ ແລະທາບທາມບຸກຄະລາກອນ

ທຸລະຄົມເຊື່ອມຊຶມເອກະສານກຽມດຳເນີນກອງປະຊຸມໃຫຍ່ ແລະທາບທາມບຸກຄະລາກອນ
ໃນຕອນເຊົ້າວັນທີ 4 ມັງກອນ 2023 ນີ້, ຄະນະປັບປຸງກົງຈັກການຈັດຕັ້ງຂອງເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດກອງປະຊຸມຂຶ້ນຢູ່ທີ່ສະໂມສອນ ເມືອງທຸລະຄົມ ແຂວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກເມືອງ, ມີເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກຂອງ 9 ໜ່ວຍພັກອ້ອມຂ້າງເມືອງເຂົ້າຮ່ວມ.
    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອໃຫ້ບັນດາໜ່ວຍພັກຫ້າງຫາກະກຽມ ແລະ ເປີດກອງປະຊຸມໃຫຍ່ໜ່ວຍພັກຂອງຕົນ ພ້ອມກັບດໍາເນີນການທາບທາມບຸກຄະລາກອນເຂົ້າຮັບສະໝັກເປັນຄະນະໜ່ວຍພັກ, ຊຶ່ງສະຫາຍ ບຸນເລີດ ສີຫາປັນຍາໄດ້ເປັນຜູ້ນໍາສະເໜີຜ່ານເອກະສານກ່ຽວຂ້ອງ ເປັນຕົ້ນ: ຄໍາສັ່ງຂອງຄະນະປະຈໍາພັກແຂວງວຽງຈັນ ສະບັບເລກທີ 019/ຄປພ.ວຈ ລົງວັນທີ 22 ກັນຍາ 2023 ແລະ ຄໍາແນະນໍາຂອງຄະນະປະຈໍາພັກເມືອງທຸລະຄົມ ເລກທີ 436/ຄປພ.ທຄ ລົງວັນທີ 27 ພະຈິກ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. 
ສະຫາຍ ເຢ່ຍວື່ ຈົ່ງເນັ່ງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານເອກະສານມາດຖານ, ເງື່ອນໄຂຂອງຜູ້ຮັບສະໝັກເປັນຄະນະໜ່ວຍພັກ, ຈາກນັ້ນ ຄະນະຮັບຜິດຊອບໄດ້ນໍາພາການປ່ອນບັດທາບທາມ ຕາມລະບຽບກໍານົດໄວ້.
ຂ່າວ: ເມືອງທຸລະຄົມ

ຄໍາເຫັນ

ຂ່າວການເມືອງ

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ກະຊວງການເງິນ ສະເໜີກດັດແກ້ແຜນງົບປະມານແຫ່ງລັດ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ການດັດແກ້ແຜນງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູງກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ.
ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ສສກຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາມາເປັນ 6+3+3

ກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ຊີ້ແຈ້ງຫຼາຍບັນຫາກ່ຽວກັບການຈັດສັນງົບປະມານ,ເພື່ອໃຫ້ໂຮງຮຽນຮຽນລັດມີຄຸນນະພາບ ແລະ ດຶງດູດ ໃຫ້ນັກຮຽນມາຮຽນເພີ່ມຂຶ້ນ, ການປະຕິບັດລະບົບການສຶກສາ ທີ່ປ່ຽນຈາກ 5+4+3 ມາເປັນ 6+3+3 ເຂົ້າໃນຂະແໜງສຶກສາທິການ ແລະ ກິລາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII ແຂວງຫຼວງພະບາງໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ໂດຍການເປັນປະທານຂອງ ສະຫາຍ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ເຂົ້າຮ່ວມ.
ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສະກຳ ແລະ ສິ່ງແວດລ້ອມ(ກສ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາ ແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

ໃນໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ໂດຍສະເພາະດ້ານການສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ ເຮັດໃຫ້ໃນທົ່ວປະເທດສາມາດແກ້ໄຂມ້າງຄະດີໄດ້ 21,003 ເລື່ອງ.
ສສຊ ສະເໜີໃຫ້ລັດຖະບານເອົາໃຈໃສ່ໃນຄຸ້ມຄອງ​ບໍ່ແຮ່

ສສຊ ສະເໜີໃຫ້ລັດຖະບານເອົາໃຈໃສ່ໃນຄຸ້ມຄອງ​ບໍ່ແຮ່

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 12 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ທີ່ສະເໜີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕິ.
ທຫລ ຊີ້ແຈງການ​ຄວບ​ຄຸມ​ອັດ​ຕາ​ເງິນ​ເຟີ້-ຄຸ້ມ​ຄອງເງິນ​ຕາ​ຕ່າງ​ປະ​ເທດ

ທຫລ ຊີ້ແຈງການ​ຄວບ​ຄຸມ​ອັດ​ຕາ​ເງິນ​ເຟີ້-ຄຸ້ມ​ຄອງເງິນ​ຕາ​ຕ່າງ​ປະ​ເທດ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ສະໄໝທີ IX, ໃນ​ວັນ​ທີ 13 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄຳຊັກຖາມບັນຫາພົ້ນເດັ່ນ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ກັບການກໍານົດ 3 ຄາດໝາຍຕົ້ນຕໍ ໃນແຜນເງິນຕາ 5 ປີ (2026-2030) ໂດຍສະເພາະ ຄາດໝາຍອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບສະເລ່ຍ 5% (ເໜັງຕີງ ± 2%) ສະເໜີທະນາຄານ ແຫ່ງ ສປປ ລາວ ຊີ້ແຈງ ແລະ ຢັ້ງຢືນຄວາມແນ່ນອນວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ ຫຼື ບໍ່. ຖ້າເພີ່ມດັດສະນີເງິນເດືອນ ຜົນທີ່ຕາມມາຄືລາຄາສິນຄ້າເພີ່ມສູງຂຶ້ນ, ​ເງິນເຟີ້ ຈະກັບຄືນມາບໍ່; ການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອໃຫ້ກຸ້ມການນຳເຂົ້າໄດ້ 5-6 ເດືອນຂຶ້ນໄປ, ໃນທິດທາງຕໍ່ໜ້າ ທຫລ ຈະສາມາດບັນລຸໄດ້ຄືແນວໃດ ແລະ ດ້ວຍວິທີໃດແດ່.
ລັດຖະບານ ຈະນໍາໃຊ້ລະບົບວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ

ລັດຖະບານ ຈະນໍາໃຊ້ລະບົບວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ

ປັດຈຸບັນລັດຖະບານກໍຄືກະຊວງການເງິນກໍາລັງຄົ້ນຄວ້າ, ການນໍາໃຊ້ລະບົບການວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ ຊຶ່ງຈະເຮັດໃຫ້ການສັງລວມມີຄວາມຊັດເຈນຂຶ້ນໃນຕໍ່ໜ້າ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
ເພີ່ມເຕີມ