ທູດ​ຫວຽດນາມ ເຂົ້າ​ຊົມເຊີຍສະຫາຍ ທອງ​ສະຫວັນ ພົມວິຫານ

ທູດ​ຫວຽດນາມ ເຂົ້າ​ຊົມເຊີຍສະຫາຍ ທອງ​ສະຫວັນ ພົມວິຫານ

ທູດ​ຫວຽດນາມ ເຂົ້າ​ຊົມເຊີຍສະຫາຍ ທອງ​ສະຫວັນ ພົມວິຫານ
ໃນວັນທີ 23 ມີນານີ້ ທີ່ກະຊວງ​ການ​ຕ່າງປະເທດ, ສະຫາຍ ທອງ​ສະຫວັນ ພົມວິຫານ ຮອງ​ນາ​ຍົກ​ລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ ໄດ້​ຕ້ອນຮັບສະຫາຍ ຫ​ງວຽນມິງເຕິມ ທູດ​ຫວຽດນາມ​ປະຈຳ​ລາວ​ເຂົ້າ​ອວຍພອນ​ ແລະ ຊົມເຊີຍ ເນື່ອງ​ໃນ​ໂອກາດ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຮອງ​ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ.
ທດ​ຫວຽດນາມ ເຂາ​ຊມເຊຍສະຫາຍ ທອງ​ສະຫວນ ພມວຫານ - image 1
 

ໃນໂອກາດນີ້, ສະຫາຍ ຫງວຽນມິງເຕິມ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈທີ່ການສະເໜີແຕ່ງຕັ້ງສະຫາຍ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຖືກຮັບຮອງເອົາໂດຍກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ X ໃນຕອນເຊົ້າຂອງວັນທີ 23 ນີ້. ພ້ອມດຽວກັນນີ້, ສະຫາຍເອກອັກຄະລັດຖະທູດກໍໄດ້ນໍາເອົາໂທລະເລກຊົມເຊີຍຂອງບັນດາສະຫາຍການນໍາຂັ້ນສູງຂອງ ສສ ຫວຽດນາມເຖິງບັນດາສະຫາຍການນໍາຂັ້ນສູງຂອງ ສປປ ລາວ ມາມອບໃຫ້ສະຫາຍ ທອງສະຫວັນ ພົມວິຫານ ອີກດ້ວຍ.

ໃນໂອກາດດຽວກັນນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະຫາຍ ຫງວຽນມິງເຕິມ ພ້ອມດ້ວຍບັນດາພະນັກງານສະຖານທູດທີ່ມາສະແດງຄວາມຊົມເຊີຍ ແລະ ອວຍພອນດ້ວຍຕົນເອງກໍຄືການນໍາເອົາໂທລະເລກອວຍພອນຂອງບັນດາສະຫາຍການນໍາພັກ-ລັດຫວຽດນາມ ເຖິງບັນດາສະຫາຍການນໍາພັກ-ລັດລາວ, ສິ່ງເຫຼົ່ານີ້ເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບພິເສດອັນສະໜິດສະໜົມລະຫວ່າງສອງຊາດເວົ້າລວມ, ເວົ້າສະເພາະແມ່ນຄວາມສາມັກຄີລະຫວ່າງສອງກະຊວງການຕ່າງປະເທດລາວ-ຫວຽດນາມ ກໍຄືສະຖານທູດຫວຽດນາມປະຈຳ ສປປ ລາວ. ພ້ອມດຽວກັນນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫາຍ ຫງວຽນມິງເຕິມ ແລະ ພະນັກງານສະຖານທູດທຸກສະຫາຍລວມເຖິງການຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດ ແລະ ມີປະສິດທິພາບສູງລະຫວ່າງກະຊວງການຕ່າງປະເທດລາວກັບສະຖານທູດຫວຽດນາມໃນໄລຍະຜ່ານມາ ຊຶ່ງສາມາດຊຸກຍູ້ສົ່ງເສີມການພົວພັນຮ່ວມມືອັນເປັນມູນເຊື້ອທີ່ດີລະຫວ່າງສອງປະເທດໃຫ້ນັບມື້ນັບມີການພັດທະນາເຂົ້າສູ່ລວງເລິກ ໂດຍສະເພາະແມ່ນການເປັນເສນາທິການໃຫ້ແກ່ການນໍາຂັ້ນສູງຂອງສອງປະເທດ. ພິເສດ, ສະຫາຍ ທອງສະຫວັນພົມວິຫານ ຍັງໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອອັນລໍ້າຄ່າ, ທັນການທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມມີໃຫ້ພັກ, ລັດ ແລະ ປະຊາຊົນລາວ ຕະຫຼອດມາ.

ທດ​ຫວຽດນາມ ເຂາ​ຊມເຊຍສະຫາຍ ທອງ​ສະຫວນ ພມວຫານ - image 2
 

ໃນຕອນທ້າຍ, ສະຫາຍ ຫງວຽນມິງເຕິມ ໄດ້ຢືນຢັນຄືນວ່າ: ຈະເຮັດສຸດຄວາມສາມາດຂອງຕົນເພື່ອເປັນຂົວຕໍ່ໃນການຜັນຂະຫຍາຍການຕົກລົງຂອງການນໍາຂັ້ນສູງຂອງສອງຝ່າຍກໍຄືການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ພິທີລົງນາມການຮ່ວມມືລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບກວາງຊີ ໃນລາຍການ ໂຮງລະຄອນຈີນ ແລະ ກະຕູນຈີນ ປີ2026ໄດ້ມີຂຶ້ນໃນວັນທີ 24 ກັນຍານີ້ ທີ່ໂທລະພາບແຫ່ງຊາດ. ເປັນກຽດຮ່ວມລົງນາມໃນສັນຍາ ໂດຍ ສະຫາຍວັນລາຕີ ຄໍາວານວົງສາຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ, ສະຫາຍ Zheng Kui ຮອງເລຂາຄະນະພັກສະຖານີໂທລະພາບ ແລະ ວິທະຍຸຂອງແຂວງກວາງຊີ ສປຈີນ, ໂດຍຊ້ອງໜ້າ ສະຫາຍ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ເສີນ ຢີ້ ຈຸ່ນຄະນະປະຈຳພັກແຂວງ, ຫົວໜ້າໂຄສະນາ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກຝ່າຍຈີນ ແລະ ຝ່າຍລາວ.
ເຈັດປີແຫ່ງຄວາມພາກພຽນ ເກີດໝາກຜົນຈາກ "ການເຊື່ອມຕໍ່ສີ່ເຂດ" — ເຂດການຄ້າເສລີພາກພື້ນຄຸນໝິງ ສ້າງມາດຕະຖານໃໝ່ໃນການພັດທະນາແບບເປີດກວ້າງ

ເຈັດປີແຫ່ງຄວາມພາກພຽນ ເກີດໝາກຜົນຈາກ "ການເຊື່ອມຕໍ່ສີ່ເຂດ" — ເຂດການຄ້າເສລີພາກພື້ນຄຸນໝິງ ສ້າງມາດຕະຖານໃໝ່ໃນການພັດທະນາແບບເປີດກວ້າງ

ໃນຕອນເຊົ້າ, ດ່ານຊາຍແດນບໍ່ຫານ ຫາກໍ່ໄດ້ເປີດໃຫ້ບໍລິການ. ຂະບວນລົດໄຟ "ສາຍດ່ວນລ້ານຊ້າງ-ແມ່ນ້ຳຂອງ" ທີ່ບັນທຸກໝາກທຸລຽນຈາກໄທ ຄ່ອຍໆເຂົ້າຈອດທີ່ດ່ານລົດໄຟບໍ່ຫານ, ຂະນະທີ່ຕູ້ຄອນເທນເນີລະບົບຕ່ອງໂສ້ເຢັນເລີ່ມຖ່າຍໂອນ. ຫ່າງອອກໄປບໍ່ເທົ່າໃດກິໂລແມັດ, ຢູ່ດ່ານທາງຫຼວງ ທີ່ມີຈຸດກວດກາເຂົ້າ-ອອກເມືອງຂະຫຍາຍເປັນ 12 ເລນ, ຜູ້ຂັບລົດບັນທຸກຍື່ນເອກະສານ ແລະ ພຽງ 4 ນາທີຕໍ່ມາກໍໄດ້ຮັບໃບອະນຸຍາດປ່ອຍຜ່ານ. ແນ່ໄສ່ "ເສັ້ນທາງທອງຄຳ" ຄື ທາງລົດໄຟລາວ-ຈີນ, ໝາກທຸລຽນຈາກສວນໝາກໄມ້ຂອງໄທໄປຮອດຕະຫຼາດຄຸນໝິງ ໃຊ້ເວລາພຽງ 3 ມື້.
ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ແຂວງເຊກອງ ໄດ້ສໍາເລັດການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 16-21 ກັນຍາ 2026 ພາຍໃຕ້ຄໍາຂວັນ “ສົ່ງເສີມກາລະໂອກາດ ຂອງການຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ 3.0 ເພື່ອຊີວິດທີ່ດີຂຶ້ນກວ່າເກົ່າ”.
ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ພິທີເປີດງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນາການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ປາຄານໄຊ ສີຄານໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເຊິນ ອີຈຸນ ກຳມະການຄະນະປະຈຳພັກ ເຂດປົກຄອງຕົນເອງກວາງຊີຈ່ວງຫົວໜ້າພະແນກໂຄສະນາເຜີຍແຜ່; ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນປະຈຳລາວ; ມີບັນດາຮອງຜູ້ອຳນວຍການບໍລິຫານກອງທຶນພັດທະນາສື່ມວນຊົນໄທ ແລະ ແຂກຖືກເຊີນເເຂົ້າຮ່ວມ.
ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ໃນວັນທີ 23 ກັນຍານີ້, ທີ່ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ຈໍ LED ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດໃຫ້ແກ່ອົງການກວດສອບແຫ່ງລັດຮ່ວມລົງນາມຄັ້ງນີ້ ຕາງໜ້າອົງການກວດສອບແຫ່ງລັດ ໂດຍ ທ່ານ ນາງ ຕຸລາວັນ ພິມມະສອນ ຮອງປະທານອົງການກວດສອບແຫ່ງລັດ ແລະ ຕາງໜ້າທະນາຄານ ໂດຍ ທ່ານ ຫງຽວນ ເຖ ຖັງ ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບ ສະຖານທູດຈີນປະຈຳລາວ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ (ນວ) ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ ນີ້ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ.
ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ພາຍໃຕ້ຫົວຂໍ້ຮ່ວມກັນຊົມພະຈັນດວງດຽວກັນ - ອ່ານບົດກະວີໃນບຸນໄຫວ້ພະຈັນ” ປະຈໍາປີ 2026 ຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າພາກວິຊາ ຄະນະອັກສອນສາດ, ມີຮອງພາກວິຊາພາສາຈີນ ແລະ ນັກສຶກສາຈາກ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ໃນວັນທີ 22 ກັນຍາ ຜ່ານມານີ້ ທີ່ ນະຄອນນິວຢອກ ສ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະ ປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນວັນທີ 22 ກັນຍາ ຜ່ານມາ ທີ່ ສນຊ ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານ ສນຊ ແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຄະນະຜູ້ແທນຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ, ຄະນະພັກ-ຄະນະປະຈຳ, ມີພະນັກງານ-ລັດຖະກອນ ສນຊ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ຄົບຮອບ 77 ປີ ແລະ ໃນໂອກາດສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (ປີມິດຕະພາບ ລາວ-ຈີນ), ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ໄດ້ມີການຈັດງານລ້ຽງສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ອົບອຸ່ນ ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ