ຂ່າວລະບຸວ່າ: ດ້ວຍການເສຍພາສີລາຍໄດ້ລະດັບຕໍ່າ, ວິຖີຊີວິດທີ່ຫຼູຫຼາ ແລະ ໂຄງການວີຊາຄຳ, UAE ຄາດວ່າຈະດຶງດູດມະຫາເສດຖີໃໝ່ 6.700 ຄົນ ໃນປີນີ້. ໃນຂະນະທີ່ຈໍານວນຊາວຣັດເຊຍທີ່ຍ້າຍອອກ UAE ໄດ້ຫຼຸດລົງ, ແຕ່ໄດ້ຖືກຊົດເຊີຍໂດຍການຫຼັ່ງໄຫຼເຂົ້າປະເທດຂອງຊາວ ເອີຣົບ ແລະ ອັງກິດ ທີ່ເພີ່ມຂຶ້ນ. ບົດລາຍງານຂອງ Henley ເປີດເຜີຍວ່າຈໍານວນມະຫາເສດຖີທີ່ອາໄສຢູ່ໃນ ດູໄບ ເມືອງທີ່ໃຫຍ່ທີ່ສຸດຂອງ UAE ເພີ່ມຂຶ້ນ 78% ໃນທົດສະວັດທີ່ຜ່ານມາ.
ບົດລາຍງານຂອງ Henley ຈັດອັນດັບ ອາເມຣິກາ ແລະ ສິງກະໂປ ເປັນອັນດັບທີ 2 ແລະ ທີ 3, ເຖິງແມ່ນວ່າຈະຕ່ຳກວ່າຫຼາຍເມື່ອທຽບໃສ່ກັບ UAE, ແຕ່ຄາດວ່າຈະສາມາດດຶງດູດເງິນຕາຂອງມະຫາເສດຖີເຖິງ 3.800 ລ້ານໂດລາ (ອາເມຣິກາ) ແລະ 3.500 ລ້ານໂດລາ (ສິງກະໂປ) ໃນປີນີ້.
ຄໍາເຫັນ