ຫວັງ ອິນເວັສເມັນ ສະໜັບສະໜູນນັກກິລາເທັນນິສທີມຊາດລາວ 85 ລ້ານກວ່າກີບ ຮ່ວມຊີງແຊັມໂລກ ທີ່ປະເທດຈໍແດນ

ຫວັງ ອິນເວັສເມັນ ສະໜັບສະໜູນນັກກິລາເທັນນິສທີມຊາດລາວ 85 ລ້ານກວ່າກີບ ຮ່ວມຊີງແຊັມໂລກ ທີ່ປະເທດຈໍແດນ

ຫວັງ ອິນເວັສເມັນ ສະໜັບສະໜູນນັກກິລາເທັນນິສທີມຊາດລາວ 85 ລ້ານກວ່າກີບ ຮ່ວມຊີງແຊັມໂລກ ທີ່ປະເທດຈໍແດນ
ບໍລິສັດ ຫວັງ ອິນເວັສເມັນ ຈໍາກັດ (Vang Investment Sole Co.,LTD) ມອບການສະໜັບສະໜູນເປັນເງິນ 85 ລ້ານກວ່າກີບ ຫຼື 4,000 ໂດລາ ໃຫ້ແກ່ທີມນັກກິລາເທັນນິສຍິງ ທີມຊາດລາວ ກຽມເຂົ້າຮ່ວມແຂ່ງຂັນເທັນນິສປະເພດທີມຍິງ ຊີງແຊັມໂລກ ກຸ່ມ lll ຫຼື ລາຍການ ບິລີ ຈີນ ຄິງຄັບ 2025 (Billie Jean King Cup 2025 by Gainbridge ASIA/OCEANIA group 3) ຈະຈັດຂຶ້ນ ລະຫວ່າງວັນທີ 16-21 ມິຖຸນາ 2025 ທີ່ປະເທດຈໍແດນ ໃນລາຍການນີ້ ສະເພາະກຸ່ມ 3 ມີທັງໝົດ 20 ປະເທດຮ່ວມຊີງໄຊ ແຂ່ງຂັນຢູ່ 2 ປະເທດ ຄື: ປະເທດສີລັງກາ ແລະ ປະເທດຈໍແດນ.
ຫວງ ອນເວສເມນ ສະໜບສະໜນນກກລາເທນນສທມຊາດລາວ 85 ລານກວາກບ ຮວມຊງແຊມໂລກ ທປະເທດຈແດນ - image 1
 

 

ພິທີມອບ-ຮັບການສະໜັບສະໜູນຄັ້ງນີ້ ຈັດຂຶ້ນໃນວັນທີ 10 ມິຖຸນາ ຜ່ານມາ ທີ່ສະໜາມກິລາເທັນນິສ ສະໂມສອນ ວຽງຈັນ ເທັນນິສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດມອບຂອງທ່ານ ນາງ ຢ້າວຢ້າວ (YaoYao) ຮອງປະທານ ບໍລິສັດ ຫວັງ ອິນເວັສເມັນ ຈໍາກັດ ແລະ ຕາງໜ້າກ່າວຮັບໂດຍທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ ມີບັນດາຄະນະບໍລິຫານງານສະຫະພັນ, ຄູຝຶກ ແລະ ນັກກິລາສາວເທັນນິສທີມຊາດລາວເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບນັກກິລາເທັນນິສທີມຊາດລາວ ຈະເດີນທາງເຂົ້າຮ່ວມແຂ່ງຂັນລາຍການນີ້ ມີທັງໝົດ 5 ຄົນ, ໃນນັ້ນ ຄູຝຶກ 1 ຄົນ ແລະ ນັກກິລາ 4 ຄົນ ປະກອບມີ ທ່ານ ອາລັນ ວູອອງ ຄູຝຶກທີມຊາດລາວ ຊາວອົສະຕຣາລີ ສ່ວນນັກກິລາມີນາງ ມະໄລລັກ ປະທຸມມາກຸໂຣແນນ ຫຼື ດິໄລຣາ ສາວລູກສອດ ລາວ-ສະວີເດັນ, ນາງ ທິລະດາ ພົມມະຈັກ, ນາງ ຄອນສະໄໝ ຈຳປາມະນີວົງ ແລະ ນາງ ຣຸ້ງ ຄຳວົງສາ ລູກສອດ ລາວ-ເບວຢ້ຽມ.

ການແຂ່ງຂັນເທັນນິສປະເພດທີມຍິງ ຊີງແຊັມໂລກຄັ້ງນີ້ ມີທັງໝົດ 4 ກຸ່ມ ສະເພາະ ກຸ່ມ 1 ແລະ ກຸ່ມ 2 ແມ່ນຢືນລໍຖ້າໃນການແຂ່ງຂັນລະດັບສູງສຸດ ສ່ວນ ກຸ່ມ 3 ມີ 20 ປະທດ ແລະ ມີນັກກິລາລາວ ຮ່ວມຢູ່ນຳ ຊຶ່ງກຸ່ມນີ້ ຫາກນັກກິລາຊາດໃດຊະນະຄະແນນຫຼາຍທີ່ສຸດ ເປັນອັນດັບທີ 1 ແລະ ອັນດັບທີ 2 ຂອງກຸ່ມ ຈະຖືກເລື່ອນຂຶ້ນໄປແຂ່ງຂັນໃນ ກຸ່ມ 1 ແລະ ກຸ່ມ 2, ຂະນະທີ່ ກຸ່ມ 4 ກໍຈະຕ້ອງແຂ່ງຂັນເພື່ອຍາດເອົາໂຄຕ້າ ໄປແຂ່ງຂັນໃນກຸ່ມ 3 ຕາມລຳດັບ.

ການແຂ່ງຂັນ ສະເພາະກຸ່ມ 3 ມີທັງໝົດ 20 ປະເທດ ແຂ່ງຂັນຢູ່ 2 ປະເທດກໍຄື ທີ່ປະເທດສີລັງກາ ແລະ ປະເທດຈໍແດນ ສະເພາະ ກຸ່ມຂອງ ສປປ ລາວ ຢູ່ຮ່ວມກັບ ຫວຽດນາມ, ກວມ, ມາກເກົາ, ເມົາດິບ, ບຣູໄນ, ຊາອຸດິດ ອາຣັບບີ, ພູຕານ, ບາເຣນ ແລະ ຈໍແດນ ເຈົ້າພາບ ລາຍການນີ້ ສປປ ລາວ ເຄີຍໄດ້ສົ່ງເຂົ້າຮ່ວມເລີ່ມປີ 2022 ເປັນຕົ້ນມາ.

(ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ນຳໂດຍ ທ່ານ ວັນນະສັກ ຊາດຕະກຸນ ຮອງປະທານສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ພ້ອມ​ຄະ​ນະ ໄດ້ລົງເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຈຳປາສັກ ຊຸດທີ V ຢູ່ສະໂມສອນວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ ເມືອງບາຈຽງ ຈະເລີນສຸກ ແຂວງຈຳປາສັກ ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້.
ເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ໃຫ້ຄູ-ອາຈານ ແລະ ນັກສຶກສາ ມຊ

ເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ໃຫ້ຄູ-ອາຈານ ແລະ ນັກສຶກສາ ມຊ

ຄະນະໂຄສະນາອົບຮົມ, ພະແນກໂຍທາທິການ ແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໂຄສະນາເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ຂອງໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ໃນວັນທີ 17 ມິຖຸນານີ້ ທີ່ມະຫາວິທະຍາໄລແຫ່ງຊາດ.
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2 ຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2026 ທີ່ສູນຝຶກອົບຮົມພາສາຫວຽດ ໂດຍມີທ່ານ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ຫງວຽນ ງອກຖັງ ເລຂາເອກ ສະຖານທູດຫວຽດນາມ ປະຈຳລາວ ແລະ ທ່ານ ເລືອງມິງກື ຜູ້ອຳນວຍການມະຫາວິທະຍາໄລກິວລອງ ສສ ຫວຽດນາມ ພ້ອມດ້ວຍ ພາກສວ່ນກຽວຂ້ອງເຂົ້າຮ່ວມ.
ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ ໃຫ້ແກ່ພະນັກງານວິຊາການ ແລະ ຄູສອນ ພາຍໃນເມືອງໄຊຍະບູລີ ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2026 ນີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ເປັນປະທານໂດຍ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ແລະ ສຳມະນາກອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ສ້ອມແປງໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ສ້ອມແປງໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ໄດ້ມອບເງິນຊ່ວຍເຫຼືອສ້ອມແປງ ໂຮງຮຽນມັດທະຍົມຕອນຕົ້ນ (ມ.ຕົ້ນ) ຫ້ວຍໄລ ເມືອງງາ ແຂວງອຸດົມໄຊ ເປັນມູນຄ່າທັງໝົດ 20,000,000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາຂະແໜງການສຶກສາ ກໍຄືການຟື້ນຟູສະພາບແວດລ້ອມການຮຽນ-ການສອນ ໃຫ້ກັບໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະຜ່ານມາ.
ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດພິທີເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II ປະຈໍາ ສົກຮຽນ 2026-2027 ຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ ມວສ ວິທະຍາເຂດ ເຂດເພຍວັດ ໂດຍ ການເປັນກຽດເຂົ້າ ຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ມາຍຟອງ ມາຍຊາຍ ຜູ້ອໍານວຍການ ມວສ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງ ສສກ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ ນວ

ຮອງລັດຖະມົນຕີກະຊວງ ສສກ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ ນວ

ໃນວັນທີ 10 ມິຖຸນາ ຜ່ານມາ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊີ້ນຳການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ບັນດາສູນສອບເສັງໃນນະຄອນຫຼວງວຽງຈັນ (ນວ) ເປັນຕົ້ນແມ່ນ ສູນສອບເສັງ ມສ ສາລະຄຳ, ມສ ເຄເອັນຊີ (KNC) ເມືອງຫາດຊາຍຟອງ ແລະ ໂຮງຮຽນມັດທະຍົມຕອນປາຍສົງ ໂສກປ່າຫຼວງ ເມືອງສີສັດຕະນາກ, ມີຮອງຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຮອງຫົວໜ້າພະແນກ ສກ ນວ, ຮອງຫົວໜ້າກົມສາມັນສຶກສາ ພ້ອມດ້ວຍຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ເມື່ອບໍ່ດົນມານີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດການແຂ່ງຂັນກິລາບານບ້ວງມິດຕະພາບ 3X3 ພາຍໃຕ້ຫົວຂໍ້ “ທາງເຊື່ອມໃຈ ບານບ້ວງເຊື່ອມມິດຕະພາບ” “China-Laos Railway Golden Road Cup 3v3” ທີ່ເດີ່ນກິລາໃນຮົ່ມໂຮງຮຽນນາໆຊາດວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງຄະນະກຳມະການສູນກາງສະຫະພັນຊາວໜຸ່ມກອມມູນິດລາວ, ສະຖານທູດຈີນປະຈຳລາວ, ກະຊວງການເງິນ, ຄະນະກຳມະການຮ່ວມມືລາວ-ຈີນ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນສາຂາລາວ, ການໄຟ ຟ້າພາກໃຕ້ຈີນ, ບໍລິສັດພະລັງງານນິວເຄຣຍຈີນທົ່ວໄປ, ທີມແພດຈີນປະຈຳລາວ, ຄະນະກໍາມະການຕັດສິນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.
ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ກຽມຄວາມພ້ອມ 100% ທີ່ຈະໃຊ້ເປັນສູນສອບເສັງຈົບຊັ້ນ ມ4 ໃນວັນທີ 10, 11, 12 ມິຖຸນາ ສົກຮຽນ 2025-2026 ຂອງເມືອງຈັນທະບູລີ ແລະ ສອບເສັງຈົບຊັ້ນ ມປາຍ ໃນວັນທີ 17, 18, 19 ມິຖຸນາທີ່ຈະມາເຖິງນີ້.
ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ກຽມຄວາມພ້ອມ 100% ທີ່ຈະໃຊ້ເປັນສູນສອບເສັງຈົບຊັ້ນ ມ4 ໃນວັນທີ 10, 11, 12 ມິຖຸນາ ສົກຮຽນ 2025-2026 ຂອງເມືອງຈັນທະບູລີ ແລະ ສອບເສັງຈົບຊັ້ນ ມປາຍ ໃນວັນທີ 17, 18, 19 ມິຖຸນາທີ່ຈະມາເຖິງນີ້.
ເພີ່ມເຕີມ