![]() |
ໂຄງການກໍ່ສ້າງ ແລະ ສ້ອມແປງໂຮງໝໍເມືອງແກ່ນທ້າວ ປະກອບມີໜ້າວຽກທຸບມ້າງອາຄານເກົ່າທີ່ຊຸດໂຊມອອກ, ກໍ່ສ້າງອາຄານສຸກເສີນ 2 ຊັ້ນ (ຂະໜາດ 7,2 x 12 ແມັດ), ທາງຍ່າງຫ້ອງສຸກເສີນຫາອາຄານເກົ່າ (ຂະໜາດ 2,5 x 7 ແມັດ), ຕຶກນອນປິ່ນປົວຄົນເຈັບ ແລະ ສາງຢາ 2 ຊັ້ນ (ຂະໜາດ 16 x 31 ແມັດ) ແລະ ອາຄານໂຮງເຢັນ (ຂະໜາດ 7 x 7,5 ແມັດ) ມູນຄ່າການກໍ່ສ້າງທັງໝົດ 12,115,010,000 ກີບ ໂດຍແມ່ນພະແນກສາທາລະນະສຸກແຂວງ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ດວງຈັນຮຸ່ງເຮືອງ ຈຳກັດຜູ້ດຽວ ເປັນຜູ້ຮັບເໜົາກໍ່ສ້າງ ຊຶ່ງມີໄລຍະເວລາໃນການກໍ່ສ້າງໃຫ້ສຳເລັດໃນ 3 ປີ.
![]() |
ຂ່າວ: ແກ່ນທ້າວ


ຄໍາເຫັນ