ວັດທະນະທໍາເຄື່ອງປັ້ນດິນເຜົາ ທີ່ສືບທອດມາເປັນເວລາພັນປີ ໄດ້ເຜີຍແຜ່ໄປທົ່ວໂລກ

ວັດທະນະທໍາເຄື່ອງປັ້ນດິນເຜົາ ທີ່ສືບທອດມາເປັນເວລາພັນປີ ໄດ້ເຜີຍແຜ່ໄປທົ່ວໂລກ
ເຄື່ອງປັ້ນດິນເຜົາຈີນ ເຄີຍເຜີຍແຜ່ໄປເຖິງບັນດາປະເທດອາຊີ, ອາຟຣິກາ, ເອີຣົບ ແລະ ອາເມຣິກາ. ເມື່ອໄປເຖິງບ່ອນໃດ, ພໍ່ຄ້າທີ່ຂາຍເຄື່ອງປັ້ນດິນເຜົາ ກໍໄດ້ນຳເອົາອາລິຍະທຳຈີນໄປເຖິງບ່ອນນັ້ນ ແລະ ນຳເອົາອະລິຍະທຳປະເທດຕ່າງໆກັບຄືນຈີນ.
ເຄື່ອງປັ້ນດິນເຜົາຈີນ ເຄີຍເຜີຍແຜ່ໄປເຖິງບັນດາປະເທດອາຊີ, ອາຟຣິກາ, ເອີຣົບ ແລະ ອາເມຣິກາ. ເມື່ອໄປເຖິງບ່ອນໃດ, ພໍ່ຄ້າທີ່ຂາຍເຄື່ອງປັ້ນດິນເຜົາ ກໍໄດ້ນຳເອົາອາລິຍະທຳຈີນໄປເຖິງບ່ອນນັ້ນ ແລະ ນຳເອົາອະລິຍະທຳປະເທດຕ່າງໆກັບຄືນຈີນ.
“ເມືອງຈິງເຕີເຈິ້ນ (Jingdezhen) ໄດ້ກວມເຄິ່ງໜຶ່ງຂອງປະຫວັດສາດເຄື່ອງປັ້ນດິນເຜົາຈີນ”. ເມືອງຈິງເຕີເຈິ້ນ ທີ່ມີປະຫວັດສາດຜະລິດເຄື່ອງປັ້ນດິນເຜົາມາເປັນເວລາ 2.000 ກວ່າປີ ຈົນໄດ້ຂະໜານນາມວ່າເປັນ “ເມືອງເຄື່ອງປັ້ນດິນເຜົາພັນປີ” ຂອງຈີນ. ເຄື່ອງປັ້ນດິນເຜົາ 300 ລ້ານກວ່າເຄື່ອງ ທີ່ຜະລິດຈາກແຫ່ງນີ້ ເຄີຍຖືກສົ່ງໄປຂາຍຢູ່ 120 ກວ່າປະເທດໃນທົ່ວໂລກ. ມື້ນີ້, ພວກເຮົາຈະນຳພາທ່ານໄປເມືອງຈິງເຕີເຈິ້ນ ແຂວງຈ່ຽງຊີ (Jiangxi) ເພື່ອສຳຜັດກັບມົນສະເໜ່ຂອງເມືອງເຄື່ອງປັ້ນດິນເຜົາຂອງຈີນ.
ຫວນຄືນປະຫວັດສາດເມືອງເຄື່ອງປັ້ນດິນເຜົາ
ເມື່ອຍ່າງໄປຕາມຄຸ້ມຖະໜົນຖາວຢາງຫຼີ ເມືອງຈິງເຕີເຈິ້ນ, ທຸກບ່ອນຈະມີສ່ວນກ່ຽວຂ້ອງກັບເຄື່ອງປັ້ນດິນເຜົາ. ຮ່ອມທາງ 108 ທີ່ມີປະຫວັດສາດມາເປັນເວລາພັນປີ ແລະ ເຕົາເຜົາ ທີ່ມີປະຫວັດສາດມາເປັນເວລາ 400 ກວ່າປີ ໄດ້ສະແດງໃຫ້ເຫັນວ່າ: ໃນປະຫວັດສາດ, ເມືອງຈິງເຕີເຈິ້ນ ມີຄວາມຈະເລີນຮຸ່ງເຮືອງຫຼາຍ, ຄຸ້ມຖະໜົນຖາວຢາງຫຼີ ທີ່ຈະເລີນຂຶ້ນຍ້ອນເຄື່ອງປັ້ນດິນເຜົາ ໄດ້ປະກອບດ້ວຍມໍລະດົກວັດທະນະທຳປະຫວັດສາດຕ່າງໆ ເຊັ່ນ: ຮ່ອງຮອຍເກົ່າໂຮງເຜົາພະບໍລົມມະວົງສານຸວົງ, ຫໍພິພິທະພັນຖ້ຳເຜົາພະບໍລົມມະວົງສານຸວົງ, ໝູ່ຖ້ຳເຜົາໃນລາຊະວົງໝິງ ແລະ ລາຊະວົງຊິງ, ເຮືອນເກົ່າຂອງປະຊາຊົນເຂດອ້ອມຂ້າງ ແລະ ປູສະນີຍະສະຖານອຸດສາຫະກຳເຄື່ອງປັ້ນດິນເຜົາ ແລະ ອື່ນໆ. ຄຽງຄູ່ກັບຮ່ອງຮອຍເກົ່າຕ່າງໆ ໄດ້ຮັບການບົວລະບັດຮັກສາໃຫ້ດີຂຶ້ນ, ຄຸ້ມຖະໜົນເກົ່າຂອງເມືອງເຄື່ອງປັ້ນດິນເຜົາ ປະກົດຄວາມມີສະເໜ່ພິເສດໃນປະຫວັດສາດຂອງຕົນ.
ຄອບຄົວ ຊຸນລີຊິນ ເປັນຜູ້ສືບທອດມໍລະດົກວັດທະນະທຳນາມມະທຳສີມືຊິງຮວາ ມາເປັນ 4 ເຊັ່ນຄົນແລ້ວ, ທ່ານ ຊຸນລີຊິນ ໄດ້ເຕີບໃຫຍ່ຂຶ້ນມາຢູ່ເມືອງແຫ່ງນີ້. ປັດຈຸບັນ, ທຸກມື້, ທ່ານ ຈະແລກປ່ຽນກັບນັກທ່ອງທ່ຽວທີ່ເດີນທາງມາທ່ຽວຖາວຢາງຫຼີ ເພື່ອເຜີຍແຜ່ຄວາມງົດງາມ ແລະ ມີສະເໜ່ຂອງເຄື່ອງປັ້ນດິນເຜົາຈີນ ໄປສູ່ທົ່ວໂລກ. ທ່ານພຽງແຕ່ຂີດແຕ້ມເປັນເວລາ 1 ຫາ 2 ນາທີ, ຮູບແຕ້ມທີ່ມີຊີວິດຊີວາກໍໄດ້ປະກົດຢູ່ຕາມເຄື່ອງປັ້ນດິນເຜົາຊິງຮວາແລ້ວ. ທ່ານ ຊຸນລີຊິນ ກ່າວວ່າ: “ພວກເຮົາສາມາດສຳຜັດກັບຄວາມມີກຽດຂອງຄົນຮຸ່ນກ່ອນທີ່ນຳມາໃຫ້ພວກເຮົາ ແລະ ກໍສົ່ງເສີມໃຫ້ພວກເຮົາຈົ່ງສືບທອດສີມືໃຫ້ໄດ້ດີກວ່າເກົ່າ.” ປັດຈຸບັນ, ຄຸ້ມຖະໜົນຖາວຢາງຫຼີ ມີຜູ້ສືບທອດສີມືເຄື່ອງປັ້ນດິນເຜົາ 40 ກວ່າທ່ານ ແລະ ລູກສິດ 300 ກວ່າຄົນ ໃນທຸກຂັ້ນຕອນການຜະລິດເຄື່ອງປັ້ນດິນເຜົາແບບດັ່ງເດີມຂອງຈີນ.
ນອກຈາກສືບທອດສີມືດັ່ງເດີມແລ້ວ, ເມືອງຈິງເຕີເຈິ້ນ ກໍຍັງໄດ້ຕັ້ງໜ້າຄົ້ນຫາ ແລະ ນຳໃຊ້ຊັບພະຍາກອນວັດທະນະທຳດັ່ງເດີມ ເພື່ອຊຸກຍູ້ໃຫ້ວັດທະນະທຳຄຸ້ມຖະໜົນ ແລະ ຂະແໜງການທ່ອງທ່ຽວພັດທະນາແບບເຊື່ອມໂຍງເຂົ້າກັນ. ປີ 2023, ມີນັກທ່ອງທ່ຽວມາທ່ຽວຖາວຢາງຫຼີ ຫຼາຍກວ່າ 3,7 ລ້ານເທື່ອຄົນ.
ທູດວັດທະນະທຳຕາມເສັ້ນທາງສາຍໄໝທາງທະເລ
ໃນໄລຍະກາງ ແລະ ທ້າຍເດືອນຕຸລາປີຜ່ານມານີ້, ການສຳຫຼວດບູຮານຄະດີຮ່ອງຮອຍເກົ່າເຮືອຫຼົ້ມຢູ່ທະເລຈີນໃຕ້ ໄດ້ເຜີຍແຜ່ໝາກຜົນຂອງຕົນເປັນໄລຍະ ໂດຍສະແດງໃຫ້ເຫັນວ່າ: ສິນຄ້າຢູ່ໃນເຮືອທີ່ຫຼົ້ມນັ້ນ, ຫຼາຍກວ່າໝູ່ແມ່ນເຄື່ອງປັ້ນດິນເຜົາ ຊຶ່ງໄດ້ເກັບກູ້ເອົາເຄື່ອງປັ້ນດິນເຜົາ 540 ກວ່າເຄື່ອງ (ຊຸດ) ຂຶ້ນມາ. ການສຳຫຼວດຄົ້ນຄວ້າບູຮານຄະດີໃນທະເລເລິກຄັ້ງນີ້ ສະແດງໃຫ້ເຫັນວ່າ: ເຄື່ອງປັ້ນດິນເຜົາເປັນສັກຂີພິຍານສຳຄັນໃຫ້ແກ່ການໄປມາຫາສູ່ ການຄ້າ ແລະ ການແລກປ່ຽນວັດທະນະທຳຕາມເສັ້ນທາງສາຍໄໝທາງທະເລ ໃນສະໄໝບູຮານຂອງຈີນ.
ປັດຈຸບັນ, ມູນເຊື້ອວັດທະນະທຳອັນເຂັ້ມຂຸ້ນຂອງຈີນ ກໍໄດ້ດຶງດູດຜູ້ທີ່ນິຍົມເຄື່ອງປັ້ນດິນເຜົາ, ນັກທຸລະກິດ ແລະ ນັກສິລະປິນຂອງຫຼາຍປະເທດໃນໂລກ ເດີນທາງມາຢ້ຽມຢາມເມືອງຈິງເຕີເຈິ້ນ. ການມາຢ້ຽມຢາມຂອງພວກເຂົາເຈົ້າ ກໍໄດ້ເຜີຍແຜ່ວັດທະນະທຳເຄື່ອງປັ້ນດິນເຜົາໄປສູ່ທົ່ວໂລກ. ໃນເວລາໜຶ່ງໂມງກາງຄືນ, ທ້າວ ຮາເຄນ ທີ່ມາຈາກ ປະເທດຕວັກກີ ໄດ້ເດີນທາງເຂົ້າສູ່ຫ້ອງໄລສົດຂອງເຂດສວນອຸດສາຫະກຳເຄື່ອງປັ້ນດິນເຜົາເມືອງຈິງເຕີເຈິ້ນ ເພື່ອໂຄສະນາເຜີຍແຜ່ຜະລິດຕະພັນໃໝ່ໃຫ້ແກ່ລູກຄ້າ. ໃນຊຸມປີຜ່ານມາ, ເຄື່ອງປັ້ນດິນເຜົາຂອງທ້າວ ຮາເຄນ ແລະ ເມຍຂອງລາວ ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຫຼາຍ ເຊິ່ງໄດ້ສົ່ງອອກໄປຫຼາຍປະເທດໃນໂລກເຊັ່ນ: ຕວັກກີ, ຝຣັ່ງ, ອັງກິດ, ເຢຍລະມັນ ແລະ ອີຕາລີ.
ການເປີດຂະບວນລົດໄຟ ຈີນ-ເອີຣົບ ກໍໄດ້ເຮັດໃຫ້ຜະລິດຕະພັນຂອງ ທ້າວ ຮາເຄນ ສົ່ງອອກໄປຫຼາຍປະເທດ ໄດ້ໄວກວ່າເກົ່າ. ສິນຄ້າສົ່ງອອກຂອງລາວ ທີ່ຜະລິດຈາກເຄື່ອງປັ້ນດິນເຜົາຕ່າງໆ ໄດ້ຜະລິດເປັນເຄື່ອງເອ້ ແລະ ເຄື່ອງສິລະປະຕ່າງໆ, ໄດ້ຈາກເຄື່ອງປັ້ນດິນເຜົາຊິງຮວາ ແບບດັ່ງເດີມກາຍມາເປັນເຄື່ອງປັ້ນດິນເຜົາທີ່ມີຫົວຄິດປະດິດສ້າງໃນຍຸກປັດຈຸບັນ. ທ່ານ ໂຈແມນ ຊ່າງປັ້ນດິນເຜົາ ຊາວແອັດສະປາຍ ໄດ້ເດີນທາງມາເຖິງເມືອງຈິງເຕີເຈິ້ນ ໃນປີ 2022 ເພື່ອຮຽນຮູ້ສີມືແຕ້ມຮູບຕາມເຄື່ອງປັ້ນດິນເຜົາ. ໃນສາຍຕາຂອງທ່ານ, ເຖິງແມ່ນວ່າເມືອງຈິງເຕີເຈິ້ນ ເປັນເມືອງນ້ອຍໃນພາກກາງຂອງຈີນ, ແຕ່ກໍມີຄວາມຫຼາກຫຼາຍ ທຽບເທົ່າກັບ ຕົວເມືອງໃຫຍ່ຕ່າງໆຂອງຈີນ. ທ່ານ ກ່າວວ່າ: “ຢູ່ເມືອງຈິງເຕີຈິ້ນ, ກໍສາມາດຊື້ຂອງຫວານແບບກາຕາໂລນຽນຂອງແອັດສະປາຍໄດ້ເຊັ່ນກັນ.”
ທ້າວ ນີເຕີມິງ ອາຍຸ 32 ປີ ທີ່ມາຈາກອາເມຣິກາ, ລາວ ໄດ້ມາດຳລົງຊີວິດຢູ່ເມືອງຈິງເຕີເຈິ້ນ ເປັນເວລາ 8 ປີແລ້ວ. ຢູ່ “ເມືອງເຄື່ອງປັ້ນດິນເຜົາຈີນ” ແຫ່ງນີ້, ທ່ານໄດ້ບັນລຸຄວາມຝັນ ກ່ຽວກັບເຄື່ອງປັ້ນດິນເຜົາຂອງຕົນ ແລະ ຍິ່ງຮັກຫອມຄວາມອົບອຸ່ນຂອງດິນ ທີ່ເອົາມາເຮັດເປັນເຄື່ອງປັ້ນດິນເຜົາ. ສະນັ້ນ, ລາວ ໄດ້ຕັ້ງຊື່ໃຫ້ຕົນເອງວ່າເປັນ “ນີເຕີມິງ”, ແປວ່າ ແສງສະຫວ່າງຂອງດິນ. ນາງ ອາຢາໂອ ຕາກາຢາກີ ນັກສິລະປິນເຄື່ອງປັ້ນດິນເຜົາຍີ່ປຸ່ນ ໄດ້ດຳລົງຊີວິດຢູ່ເມືອງຈິງເຕີເຈິ້ນ ເປັນເວລາ 10 ປີແລ້ວ, ການຜະລິດຖ້ວຍຢ່າງດຽວ, ນາງ ສາມາດຜະລິດເປັນຖ້ວຍທີ່ມີສີສັນທີ່ອຸດົມສົມບູນກວ່າຢູ່ເມືອງຈິງເຕີເຈິ້ນ ແລະ ກໍໄດ້ຮັບຄວາມນິຍົມຫຼາຍກວ່າ ເມື່ອທຽບໃສ່ຖ້ວຍທີ່ຜະລິດຢູ່ຍີ່ປຸ່ນ. ຈາກດິນ, ວັດຖຸດິບ, ເຄື່ອງມື ແລະ ເຕົາເຜົາເຄື່ອງປັ້ນດິນເຜົາ, ຢູ່ເມືອງຈິງເຕີເຈິ້ນ, ຈະສາມາດຕອບສະໜອງຕາມຄວາມຕ້ອງການຂອງນາງໄດ້ທຸກຢ່າງ.
ຕາມສະຖິຕິ, ຊາວຕ່າງປະເທດທີ່ມັກຮັກເຄື່ອງປັ້ນດິນເຜົາ ທີ່ມາດຳລົງຊີວິດ ຫຼື ເຮັດວຽກຢູ່ຈິງເຕີເຈິ້ນ ມີຫຼາຍກວ່າ 5.000 ຄົນ. ເມືອງຈິງເຕີຈິ້ນ ໄດ້ດຶງດູດຊາວຕ່າງປະເທດເປັນຈຳນວນຫຼວງຫຼາຍ ຍ້ອນວັດທະນະທຳເຄື່ອງປັ້ນດິນເຜົາທີ່ມີເອກະລັກພິເສດຂອງຕົນ, ເຮັດໃຫ້ຊາວຕ່າງປະເທດທີ່ມັກຮັກເຄື່ອງປັ້ນດິນເຜົາເຫຼົ່ານີ້ ກາຍເປັນທູດວັດທະນະທຳຕາມເສັ້ນທາງສາຍໄໝທາງທະເລ.
ທັງນີ້ ເສັ້ນທາງສົ່ງອອກເຄື່ອງປັ້ນດິນເຜົາໃນສະໄໝບູຮານຂອງຈີນ ສາຍໜຶ່ງແມ່ນ “ເສັ້ນທາງສາຍໄໝທາງບົກ” ໂດຍຜ່ານເຂດຊິນຈ່ຽງ ສປ ຈີນ ໄປສູ່ອາຊີກາງ, ອາຊີຕາເວັນຕົກ ແລະ ເຂດອ່າວເປີເຊຍ; ອີກສາຍໜຶ່ງແມ່ນເສັ້ນທາງສາຍໄໝທາງທະເລ ເຊິ່ງອອກເດີນທາງຈາກນະຄອນກວາງໂຈ່ວແຂວງກວາງຕຸ້ງ ອ້ອມແຫຼມມາເລ ໂດຍຜ່ານມະຫາສະມຸດອິນເດຍແລ້ວ ເດີນທາງໄປເຖິງອ່າວເປີເຊຍ, ສຸດທ້າຍໄປເຖິງບັນດາປະເທດໃນເຂດທະເລເມດີເຕີຣານຽນ, ນັ້ນກໍຄື “ເສັ້ນທາງສາຍໄໝທາງທະເລ” ມີຊ່ຽວຊານບາງຄົນເອີ້ນວ່າ: “ເສັ້ນທາງເຄື່ອງປັ້ນດິນເຜົາ”.
ແຫຼ່ງຂ່າວ: Jiangnan City Daily ບັນນາທິການ: Yang Chunmei

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ຕຸລາ ຜ່ານມາວ່າ: ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ຢືນ​ຢັນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ໝອກຄວັນ​ຂ້າມ​ຊາຍ​ແດນ​ໃນ​ກອງ​ປະ​ຊຸມ​ກະ​ກຽມ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.
ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນ ໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ຫົວໂປ່ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊ ສິນາຣິດ ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.
ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ເພີ່ມເຕີມ