ກ່າວຄຳເຫັນສະຫຼຸບ ແລະ ປິດເວທີປາໄສ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕີລາຄາວ່າ: ບັນດາເນື້ອໃນທີ່ໄດ້ນຳມາປຶກສາຫາລືໃນຂອບເຂດເວທີປາໄສປີນີ້ ລ້ວນແຕ່ແມ່ນບັນດາບັນຫາທີ່ມີຄວາມໝາຍແທດຈິງສຳລັບ ອາຊຽນ ແລະ ບັນດາຄູ່ຮ່ວມມື, ຈາກບັນດາສິ່ງທ້າທາຍໄລຍະຍາວ ຕະຫຼອດຮອດບັນດາບັນຫາຫາກໍ່ພົ້ນເດັ່ນ. ມີຫຼາຍແນວຄິດຄວາມໃໝ່ ໄດ້ຍົກອອກມາ, ໃນນັ້ນ ມີຂໍ້ສະເໜີ ຫັນຈາກຈິນຕະນາການ “Made in ASEAN” (ຜະລິດຢູ່ ອາຊຽນ) ມາເປັນ “Made by ASEAN” (ຜະລິດໂດຍ ອາຊຽນ).
ໜຶ່ງໃນບັນດາຈຸດເດັ່ນຂອງເວທີປາໄສອະນາຄົດ ອາຊຽນ 2026 ແມ່ນ ເປັນຄັ້ງທຳອິດທີ່ຈັດເວທີປາໄສການນຳບັນດານະຄອນອາຊີຕາເວັນອອກສ່ຽງໃຕ້, ການສົນທະນາໂຕະມົນລະຫວ່າງບັນດາພັກການເມືອງອາຊຽນ, ພ້ອມດ້ວຍບັນດາວາລະປຶກສາຫາລືສຳລັບຊາວໜຸ່ມ ແລະ ອະນຸພາກພື້ນແມ່ນ້ຳຂອງ ແລະ ບັນດາຂໍ້ລິເລີ່ມນີ້ ໄດ້ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ໃນໝູ່ປະຊາຊົນ, ເພີ່ມທະວີລັກສະນະກວມລວມ ແລະ ຫັນເປົ້າໝາຍສ້າງປະຊາຄົມ ອາຊຽນ ຖືປະຊາຊົນເປັນໃຈກາງໃຫ້ປະກົດຜົນເປັນຈິງ.
ຄໍາເຫັນ