ວີໄອພີ ລາວ ຊະນະ ເອັດພີບີ ໄທແລນ 4-2 ໄດ້ແຊັມເຕະບານ ອາວຸໂສອາຊຽນ 2025

ວີໄອພີ ລາວ ຊະນະ ເອັດພີບີ ໄທແລນ 4-2 ໄດ້ແຊັມເຕະບານ ອາວຸໂສອາຊຽນ 2025

ວີໄອພີ ລາວ ຊະນະ ເອັດພີບີ ໄທແລນ 4-2 ໄດ້ແຊັມເຕະບານ ອາວຸໂສອາຊຽນ 2025
ທີມວີໄອພີ ສປປ ລາວ ຊຶ່ງມີນັກກິລາຂອງສະໂມສອນ ປະສານໃຈ ເອັບຊີ ກວມເອົາ 70 ເປີເຊັນ ນຳໂດຍທ່ານ ບຸນລັບ ເຄນກິຕິສັກ ອະດີດທີມຊາດລາວ ໂຊຟອມເກັ່ງໄລ່ເອົາຊະນະ ເອັດພີບີ ໄທແລນ ຫຼື SPB Thailand ຈາກນະຄອນຫຼວງບາງກອກ 4-2 ປະຕູ ຍາດໄດ້ແຊັມການແຂ່ງຂັນເຕະບານ ອາວຸໂສ ອາຊຽນ ປະຈຳປິ 2025 ຫຼື ລາຍການ Asean Senior Football Championship 2025 ASFC Cup ຮຸ່ນອາຍຸ 50-55 ປີ ທີ່ແຂວງສຸພັນບູລີ ປະເທດໄທ.

 

ການແຂ່ງຂັນຄັ້ງນີ້ ໄດ້ຈັດຂຶ້ນ ລະຫວ່າງວັນທີ 10-11 ພຶດສະພາ 2025 ຊຶ່ງມີ 8 ພາກສ່ວນ ທີ່ມາຈາກ 5 ປະເທດ ເຂົ້າຮ່ວມຊີງໄຊປະກອບມີ ໄທ ເຈົ້າພາບ 4 ທີມ ຄື: ສະໝຸດສາຄອນ, ນະຄອນພະນົມ, ສຸພັນບູລີ ແລະ ເອັດພີບີ ໄທແລນ ສ່ວນອີກ 4 ທີມ ທີ່ມາຈາກ 4 ຊາດ ຄື: ວີໄອພີ ສປປ ລາວ, ສີລັງກາ, ອິນໂດເນເຊຍ ແລະ ປະເທດ ມາເລເຊຍ.

ການແຂ່ງຂັນລາຍການດັ່ງກ່າວ ສຳລັບ 8 ທີມທີ່ເຂົ້າຮ່ວມ ຖືກຈັດແບ່ງອອກເປັນ 4 ສາຍ ສາຍລະສອງທີມ ຄັດເລືອກເອົາທີມຊະນະນັດທຳອິດ ຂຶ້ນໄປແຂ່ງຂັນລາຍການ ດີວີຊັ່ນ 1 ສ່ວນທີມເສຍລົງໄປແຂ່ງຂັນລາຍການ ດີວິຊັ່ນ 2 ຜ່ານການແຂ່ງຂັນຕະຫຼອດໄລຍະ 2 ວັນ ຜົນປະກົດວ່າ: ໃນນັດຊີງຊະນະເລີດ ທີມວີໄອພີ ສປປ ລາວ ສາມາດເອົາຊະນະ ທີມເອັດພີບີ ໄທແລນ ຈາກນະຄອນຫຼວງ ບາງກອກ 4-2 ປະຕູ ໄດ້ແຊັມລາຍກາຍນີ້ ມາຄອງຢ່າງຍິ່ງໃຫຍ່ ຂະນະທີ່ ແຊັມດີວິຊັນ 2 ເປັນຂອງທີມຈາກ ອິນໂດເນເຊຍ.

(ຂ່າວ: ສົງການ )

ຄໍາເຫັນ

ຂ່າວສືກສາ-ກິລາ

ນວ ຍາດໄດ້ 6 ຫຼຽນຈາກກິລາລອຍນໍ້າ

ນວ ຍາດໄດ້ 6 ຫຼຽນຈາກກິລາລອຍນໍ້າ

ການແຂ່ງຂັນ ລອຍນໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 16 ພະຈິກ 2025 ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍມີຄະນະປະທານສະຫະພັນກິລາລອຍນໍ້ານະຄອນຫຼວງວຽງຈັນ (ນວ) ຄູຝຶກ ແລະ ຕົວແທນນັກກິລາແຕ່ລະແຂວງເຂົ້າຮ່ວມ.
ນາງ ພູທະລັດ ອິນນຸດ ນັກກິລາແລ່ນ-ລານ ຍາດໄດ້ 3 ຫຼຽນຄຳ

ນາງ ພູທະລັດ ອິນນຸດ ນັກກິລາແລ່ນ-ລານ ຍາດໄດ້ 3 ຫຼຽນຄຳ

ການແຂ່ງຂັນກິລາແລ່ນ-ລານ ມີການຊີງໄຊ 7 ຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງເປັນເຈົ້າພາບ, ຊຶ່ງໃນຕອນເຊົ້າວັນທີ 17 ພະຈິກນີ້ ທີ່ສະໜາມກິລາຫຼັກ 16, ນາງ ພູທະລັດ ອິນນຸດ ນັກກິລາຈາກກະຊວງປ້ອງກັນປະເທດໄດ້ໃຫ້ສຳພາດວ່າ: ນ້ອງເອງແມ່ນລົງແຂ່ງລາຍການແລ່ນ-ລານ 10,000 ແມັດ ສາມາດຍາດໄດ້ຫຼຽນຄຳ ໃນເວລາ 42:43:38 ນາທີ, ກາຍເປັນຫຼຽນຄຳທີ 3 ຕໍ່ຈາກ ແລ່ນ 5,000 ແມັດ ແລະ ແລ່ນ 4x400 ແມັດປະສົມຍິງ-ຊາຍ, ຊຶ່ງນ້ອງເອງແມ່ນຮູ້ສຶກດີໃນຫຼາຍຊຶ່ງຍາດໄດ້ 3 ຫຼຽນຄໍາ ແລະ ກໍເປັນເປົ້າໝາຍທີ່ນ້ອງຄາດຫວັງໄວ້.
ກິລາກະຕໍ້ຊຸດຄູ່ຊາຍ ຈໍາປາສັກ ໄດ້ຫຼຽນຄໍາ

ກິລາກະຕໍ້ຊຸດຄູ່ຊາຍ ຈໍາປາສັກ ໄດ້ຫຼຽນຄໍາ

ວັນທີ 16 ພະຈິກ 2025 ນັກກິລາກະຕໍ້ທີມຊຸດຄູ່ຊາຍກະຊວງປ້ອງກັນຄວາມສະຫງົບລົງແຂ່ງຂັນໃນຮອບຮອງຊະນະເລີດ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ 12 ພົບກັບ ແຂວງ ຈໍາປາສັກ ຜົນການແຂ່ງຂັນ ນັກກິລາກະຕໍ້ທີມຊຸດຄູ່ຊາຍກະຊວງປ້ອງກັນຄວາມສະຫງົບເສຍໃຫ້ກັບ ແຂວງ ຈໍາປາສັກ ໄປ 2-1 ຄູ່ ສົ່ງຜົນໃຫ້ຕົກຮອບ ເຮັດໃຫ້ໄດ້ພຽງແຕ່ຫຼຽນທອງຮ່ວມກັບກະຊວງປ້ອງກັນປະເທດ ທີ່ເສຍໃຫ້ກັບທີມກະຕໍ້ແຂວງສະຫວັນນະເຂດ ໄປ 2-1 ຄູ່ ໃນຮອບຮອງຊະນະເລີດເຊັນດຽວກັນ.
ການແຂ່ງຂັນກິລາ ຢູໂດມີການຊີງໄຊກັນ 25 ຫຼຽນຄໍາ

ການແຂ່ງຂັນກິລາ ຢູໂດມີການຊີງໄຊກັນ 25 ຫຼຽນຄໍາ

ການແຂ່ງຂັນກິລາຢູໂດ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ເປີດຂຶ້ນໃນວັນທີ 16 ພະຈິກ 2025 ທີ່ສູນບູໂດ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ , ໂດຍມີທ່ານ ບໍ່ ສີປະເສີດຮອງປະທານ-ເລຂາທິການສະຫະພັນກິລາຢູໂດແຫ່ງຊາດລາວ, ພ້ອມດ້ວຍຮອງປະທານສະຫະພັນ, ຄະນະສະຫະພັນຈາກທຸກພາກສ່ວນ, ຄະນະກໍາມະການ, ຄູຝຶກ, ນັກກິລາ ແລະ ກອງຊົມກອງເຊຍເຂົ້າຮ່ວມ.
ຜູ້ແທນຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຢ້ຽມຊົມຫໍພິພິທະພັນສິລະປະລາວ

ຜູ້ແທນຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຢ້ຽມຊົມຫໍພິພິທະພັນສິລະປະລາວ

ໃນວັນທີ17ພະຈິກນີ້,ສະຫາຍລາວປາວຊົ່ງນະວົງໄຊຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ນໍາພາສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ກິລາມວຍປໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIIມີຊີງໄຊ 11 ຫຼຽນຄໍາ

ກິລາມວຍປໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIIມີຊີງໄຊ 11 ຫຼຽນຄໍາ

ພິທີເປີດການແຂ່ງຂັນກິລາມວຍປໍ້າ ໃນງານມະຫະກຳກິລາແຫ່ງ ຊາດຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 16 ພະຈິກ 2025 ນີ້, ທີ່ສະໜາມແຂ່ງຂັນ ເດີ່ນຮົ່ມສະຖາບັນກິລາ-ກາຍຍະກຳ ໂດຍມີ ທ່ານ ວົງເພັດ ອຸດົມລິດ ປະທານ ສະຫະພັນມວຍປໍ້າແຫ່ງຊາດລາວ ຫົວໜ້າຄະນະຮັບຜິດ ຊອບລວມ, ທ່ານ ມະໂນລົດ ພິນິດ ເລຂາທິການສະຫະພັນມວຍປໍ້າແຫ່ງ ຊາດ, ມີຄະນະກໍາມະການຈັດການເເຂ່ງຂັນ ແລະ ນັກກິລາ ເຂົ້າຮ່ວມ.
ປັນຈັກສີລັດ ຄໍາມ່ວນໄດ້ທັງໝົດ 4 ຫຼຽນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ປັນຈັກສີລັດ ຄໍາມ່ວນໄດ້ທັງໝົດ 4 ຫຼຽນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ກິລາປັນຈັກສີລັດ ແມ່ນສີລະປະການຕໍ່ສູ້ຂອງປະເທດອິນໂດເນຍເຊຍ ທີ່ສືບທອດກັນມາແຕ່ສະໄໜບູຮານ, ເປັນກິລາທີ່ມີຄວາມນິຍົມຫຼາຍໃນພາກພື້ນອາຊີໂດຍມີຈຸດເລີ່ມປະເທດອິນໂດເນເຊຍ ແລະ ເລີ່ມຈັດເຂົ້າມາເປັນປະເພດກິລາໃນລາວ ແຕ່ປີ 1980 ໄດ້ເຂົ້າແຂ່ງຂັນກິລາຊີເກມຄັ້ງທີ່ 24 ໃນປີ 2007 ທີ່ປະເທດໄທ ແລະ ໄດ້ສືບຕໍ່ມາຮອດປັດຈຸບັນ.ສຳລັບແຂວງຄໍາມ່ວນ
ຄໍາມ່ວນ ຕັ້ງເປົ້າ 2 ຫຼຽນຄໍາ ໃນກິລາມວຍປໍ້າ ທີ່ນະຄອນຫຼວງວຽງຈັນເກມ

ຄໍາມ່ວນ ຕັ້ງເປົ້າ 2 ຫຼຽນຄໍາ ໃນກິລາມວຍປໍ້າ ທີ່ນະຄອນຫຼວງວຽງຈັນເກມ

ການແຂ່ງຂັນກິລາມວຍປໍ້າ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ແມ່ນໄດ້ເປີດແຂ່ງຂັນໃນວັນທີ 16 ພະຈິກ ແລະ ຈະດຳເນີນການແຂ່ງຂັນຮອດວັນທີ 18 ພະຈິກ 2025 ຢູ່ທີ່ເດີ່ມ ສະຖາບັນກິລາ-ກາຍະກຳ ສີເກີດ, ຊຶ່ງມີນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 46 ຄົນ ຍິງ 17 ຄົນ ເພື່ອຍາດເອົາຫຼຽນຄໍາ ທັງໝົດ ຈໍານວນ 11 ຫຼຽນຄໍາ.
ພິທີຂໍໄຟສັກສິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີຂໍໄຟສັກສິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີຂໍໄຟສັກສິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIIທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບໄດ້ຈັດຂຶ້ນໃນວັນທີ 14 ພະຈິກນີ້ ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ- ປະທານສະພາ ປະຊາຊົນ ນະຄອນຫຼວງວຽງຈັນ,ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນປະທານ ຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ XII, ມີບັນດາທ່ານ ການນໍາ-ພັກ-ລັດ ຂັ້ນສູນກາງທ້ອງຖິ່ນ ພະນັກງານທະຫານຫຼວດ ປະຊາຊົນຊາວເມືອງໄຊເສດຖາ ເຂົ້າຮ່ວມ.
ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ມອບເງິນ ສະໜັບສະໜູນ ທີມກິລາເຕະບານ ແລະ ບານສົ່ງ ນວ 300 ລ້ານກີບ

ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ມອບເງິນ ສະໜັບສະໜູນ ທີມກິລາເຕະບານ ແລະ ບານສົ່ງ ນວ 300 ລ້ານກີບ

ໃນວັນທີ 13 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16), ທ່ານ ນິກສັນ ພົມມະຈິດ ປະທານກຸ່ມບໍລິສັດນິກສັນ ພັດທະນາບໍ່ແຮ່ ຈໍາກັດ ໄດ້ມອບເງິນ ສະໜັບສະໜູນທີມນັກກິລາ ນະຄອນຫຼວງວຽງຈັນ2 ປະເພດ ເຂົ້າຮ່ວມແຂ່ງຂັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ,ໃຫ້ກຽດຮັບເອົາການສະໜັບສະໜູນໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນປະທານ ຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ XII.
ເພີ່ມເຕີມ