ສະນັ້ນ, ວຽກງານຈັດຕັ້ງຕ້ອງຕອບສະໜອງ ແລະ ຮັບໃຊ້ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ຕອບສະໜອງໃຫ້ໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະ ແມ່ນຕ້ອງສາມາດສ້າງກໍາລັງແຮງຊຸກດັນໃຫ້ແກ່ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການບັນລຸບັນດາຄາດໝາຍທີ່ໂຄງການການເມືອງຂອງພັກ, ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກວາງອອກນັ້ນ ໃຫ້ກາຍເປັນຮູບປະທໍາ ທີ່ຈັບຕ້ອງໄດ້ ໂດຍໄດ້ແລກປ່ຽນດັ່ງນີ້:
ໜຶ່ງ, ໜ້າທີ່ຍຸດທະສາດ ຂອງພວກເຮົາໃນຊຸມປີຕໍ່ໜ້າແມ່ນຕ້ອງສືບຕໍ່ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຮັບປະກັນການກໍາອໍານາດຂອງພັກໄວ້ຢ່າງໝັ້ນຄົງ.
ພັກເຮົາ ຍັງສືບຕໍ່ຢຶດໝັ້ນການປັບປຸງ, ກໍ່ສ້າງພັກທັງ 4 ດ້ານ ຢ່າງເຂັ້ມງວດ (ການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ). ຢາກຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ກ່ອນອື່ນຕ້ອງຍົກສູງຄວາມຮັບຜິດຊອບການເມືອງຂອງຜູ້ເປັນເລຂາ ແລະ ເປັນຫົວໜ້າຢູ່ແຕ່ລະຂັ້ນຕ້ອງເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ຕ້ອງມີຈິດໃຈກວ້າງຂວາງ, ຮັບຟັງຄວາມຄິດເຫັນທີ່ແຕກຕ່າງ, ເຕົ້າໂຮມສະຕິປັນຍາ ແລະ ການປະກອບສ່ວນຂອງມະຫາຊົນເຂົ້າໃນວຽກງານການສ້າງ ແລະ ປັບປຸງພັກ ຢ່າງຕັ້ງໜ້າ ເພື່ອເສີມຂະຫຍາຍດ້ານດີ, ຜົນສໍາເລັດຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ; ຕ້ອງເພີ່ມທະວີຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກຢ່າງແທ້ຈິງ, ສຳຄັນ ແມ່ນຕ້ອງເດັດດ່ຽວຊີ້ນໍາ ຕ້ານກັບ4 ລັດທິ(1.ລັດທິສ່ວນຕົວເອກະຊົນ;2.ລັດທິພັກພວກ - ທ້ອງຖິ່ນ; 3.ລັດທິຄໍາພີ, ຕາຍຕົວ, ແຂງກະດ້າງ;4.ລັດທິສະເຫວີຍສຸກ) ແລະ ກໍາຈັດປັດເປົ່າ 5ພະຍາດ (1.ພະຍາດອາຍາສິດ; 2.ພະຍາດສໍ້ລາດບັງຫຼວງ;3.ພະຍາດສະແຫວງຫາຍົດຖາບັນດາສັກ ແລະ ຕໍາແໜ່ງເທົ່ານັ້ນ ຕິດພັນກັບການເປັນອາຍາ-ເຈົ້ານາຍ, ເລືອກວຽກເລືອກງານ, ເຮັດວຽກແປະໆ ບາງໆ ຢ້ານໆ ກົວໆ ບໍ່ກ້າແຕະຕ້ອງໃຜ, ປ້ອງກັນຕົວເອງ ແລະ ພວກພ້ອງເປັນຫຼັກ; 4.ພະຍາດເສື່ອມຖອຍດ້ານທາດແທ້ການເມືອງ, ບໍ່ໜັກແໜ້ນດ້ານແນວຄິດ ເອນອຽງໄປຕາມກະແສ, ນີ້ລະເຂົາວ່າຖືກພະຍາດ ຫັນປ່ຽນດ້ວຍຕົນເອງ; 5.ພະຍາດເອື່ອຍອີງ, ຂາດຄວາມເປັນເຈົ້າ, ຂາດການປະດິດສ້າງ ແລະ ບໍ່ເປັນຕົວຂອງຕົວເອງ, ມັກຫຼົງລືມວ່າຕົນເອງຢືນຢູ່ໃສ,ມີໜ້າທີ່ຮັບຜິດຊອບຫຍັງ)ທີ່ມັກຈະເກີດຂຶ້ນພາຍໃນກົງຈັກຂອງພັກ, ພາຍໃນຖັນແຖວພະນັກງານສະມາຊິກພັກ ຂອງພວກເຮົາ, ທັງນີ້ ກໍເພື່ອສ້າງຄວາມສັດທາ ແລະ ເຊື່ອໝັ້ນຂອງປະຊາຊົນ ແລະ ມະຫາຊົນ ຕໍ່ການນໍາພາຂອງພັກ.ຖ້າພວກເຮົາ, ພະນັກງານເຮົາ, ສະມາຊິກພັກເຮົາ ຍັງຕິດຢູ່ໃນກັບດັກ ຂອງບັນດາລັດທິ ແລະ ບັນດາພະຍາດທີ່ກ່າວມານີ້, ພັກເຮົາຈະບໍ່ສາມາດຮັບຜິດຊອບ ຕໍ່ຊາຕາກໍາຂອງປະເທດຊາດ ຂອງພວກເຮົາຕໍ່ໄປໄດ້. ດັ່ງນັ້ນ, ພວກເຮົາເດັດຂາດບໍ່ຍອມຈໍານົນ ຕໍ່ການຈຳກັດ ປັດເປົ່າ ບັນດາພະຍາດ ແລະ ລັດທິ ທີ່ເປັນອັນຕະລາຍນີ້ໄດ້.
ສອງ, ວຽກງານພະນັກງານ ຍາມໃດກໍເປັນກົກເຄົ້າ ຂອງທຸກວຽກງານ ທີ່ສໍາຄັນໃນທຸກການເຄື່ອນໄຫວ ຂອງພັກຂອງລັດ, ເປັນປັດໄຈຕັດສິນຜົນສໍາເລັດ ຫຼື ປະລາໄຊຂອງການປະຕິວັດ.
ແນວທາງດ້ານພະນັກງານຂອງພັກ ຖືເປັນວຽກໃຈກາງທີ່ຕ້ອງໄດ້ນໍາພາຊີ້ນໍາຢ່າງເປັນລະບົບຕໍ່ເນື່ອງ, ຕອບສະ ໜອງໃຫ້ໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນແຕ່ລະໄລຍະ. ສະນັ້ນ, ຄະນະພັກທຸກຂັ້ນ ຕ້ອງເອົາໃຈ ໃສ່ຢ່າງຈົດຈໍ່ທີ່ສຸດ, ຮອບຄອບທີ່ສຸດ ຕໍ່ວຽກງານພະນັກງານ-ລັດຖະກອນ, ການສ້າງແຜນກໍານົດພະນັກງານນໍາພາ ຄຸ້ມຄອງຂັ້ນຍຸດທະສາດຂອງພັກ ກໍຄື ຢູ່ແຕ່ລະຂັ້ນ ເພື່ອເລືອກໃຫ້ໄດ້ຜູ້ທີ່ພຽບພ້ອມ ໄປດ້ວຍຄຸນທາດການເມືອງ ແລະ ຄວາມຮູ້ຄວາມສາມາດ, ເປັນຜູ້ມີມານະຈິດປະຕິວັດ ອັນໜັກແໜ້ນ, ນໍ້າໃຈຮັກຊາດ, ເອກະລາດ ເປັນເຈົ້າຕົນເອງ, ໝັ້ນໜຽວໃນການຮັບໃຊ້ປະຊາຊົນ ແລະ ປະເທດຊາດ, ມີສາຍຕາເບິ່ງກວ້າງມອງໄກ,ສາມາດນໍາພາແລະແບກຫາບ ພາລະກໍາປະຫວັດສາດຂອງພັກໃນເງື່ອນໄຂໃໝ່.
ໃຫ້ຄະນະຈັດຕັ້ງສູນກາງພັກ ປະສານສົມທົບກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອປັບປຸງຫຼັກສູດກໍ່ສ້າງບໍາລຸງພະນັກງານສືບທອດ, ພະນັກງານຂັ້ນຍຸດທະສາດໃຫ້ເໝາະສົມ;ສຳລັບການຝຶກອົບຮົມ, ແລກປ່ຽນຫົວຂໍ້ສະເພາະໃຫ້ພະນັກງານຂັ້ນກຳມະການສູນກາງນັ້ນ, ແມ່ນໃຫ້ຈັດຢູ່ພາຍໃນປະເທດເປັນຫຼັກ, ຫົວຂໍ້ໃດ ມີຄວາມຈຳເປັນ ແມ່ນເຊີນອາຈານ, ຊ່ຽວຊານ ຈາກຫວຽດນາມ, ຈີນ ມາຂຶ້ນຫ້ອງໃຫ້ ແລະ ການຈັດແຕ່ລະຄັ້ງກໍບໍ່ໃຫ້ ແກ່ຍາວ ເພື່ອໃຫ້ບັນດາສະຫາຍເຫຼົ່ານັ້ນໄດ້ສຸມໃສ່ວຽກງານຫຼາຍຂຶ້ນ.
ຕ້ອງສົ່ງເສີມຢ່າງແຂງແຮງລະບົບຄຸນນະທໍາ ແລະ ຈຳກັດລະບົບອຸປະຖຳໃນວຽກງານພະນັກງານ ເພື່ອເພີ່ມປະສິດທິພາບ ແລະ ຄຸນະພາບຂອງວຽກງານ, ສ້າງໂອກາດ ທີ່ເທົ່າທຽມ ແລະ ສ້າງແຮງຈູງໃຈໃຫ້ຄົນດີ ຄົນເກັ່ງ ໄດ້ຮັບໜ້າທີ່ວຽກງານທີ່ເໝາະສົມ, ຫຼຸດຜ່ອນປະກົດການຫຍໍ້ທໍ້, ສ້າງຄວາມເຊື່ອໝັ້ນ ແລະ ພາບພົດທີ່ດີຂອງພັກ. ການຄັດເລືອກ, ບັນຈຸ ແລະ ແຕ່ງຕັ້ງພະນັກງານ ຕ້ອງອີງໃສ່ຄວາມຮູ້, ຄວາມສາມາດ, ຄຸນສົມບັດ ແລະ ຜົນງານຕົວຈິງ, ຕ້ອງຊຸກຍູ້ສົ່ງເສີມຜູ້ທີ່ມີຫົວຄິດປະດິດສ້າງ ແລະ ເຮັດແທ້ທໍາຈິງ ກ້າເຮັດ ກ້າຮັບຜິດຊອບ, ຜູ້ທີ່ບໍ່ເຮັດ ຫຼື ຜູ້ເຮັດບໍ່ໄດ້ ຕ້ອງຫຼີກທາງໃຫ້ຜູ້ອື່ນທີ່ມີຄວາມສາມາດກວ່າປ່ຽນແທນ ຕາມທິດນໍາ:“ມີເຂົ້າ, ມີອອກ, ມີຂຶ້ນ, ມີລົງ”, ຫຼີກລ່ຽງ ບໍ່ໃຫ້ສັງຄົມເຍາະເຍີ້ຍສຽດສີວ່າ “ຕົກຕັ່ງ, ນັ່ງສະໂລ່ງ”ແລະອື່ນໆ.
ໃນໄລຍະຜ່ານມາ, ພວກເຮົາສ້າງພະນັກງານຍັງບໍ່ທັນເປັນລະບົບ ແລະບໍ່ທັນຮັບປະກັນຄຸນະພາບທີ່ໜັກແໜ້ນ, ມັກຈະຕົກເຂົ້າໃນກໍລະນີຟ້າວຟັ່ງ, ກໍາພະນັກງານບໍ່ເລິກ, ບໍ່ແໜ້ນ, ຮູບນອກ,ເມື່ອມອບໜ້າທີ່, ຄວາມຮັບຜິດຊອບທີ່ສູງຂຶ້ນໄປ ກໍມັກເກີດມີບັນຫາຕາມມາ; ບັນຫານີ້, ຕັ້ງເປັນໂຈດໃຫ້ຜູ້ເຮັດວຽກງານຈັດຕັ້ງ-ພະນັກງານ ຕ້ອງໄດ້ທົບທວນຄືນຕື່ມ. ການສ້າງພະນັກງານ ຕ້ອງຕິດພັນກັບການຕິດຕາມ, ກວດກາ, ມອບໝາຍໜ້າທີ່, ຄວາມຮັບຜິດຊອບ; ມອບແລ້ວ ຕ້ອງຕິດຕາມປະເມີນຜົນຢ່າງເປັນປົກກະຕິແລະ ແກ້ໄຂໃຫ້ທັນການເມື່ອພົບບັນຫາ. (ພະນັກງານຄົນໃດທີ່ເຕີບໃຫຍ່ຂຶ້ນຈາກຂະບວນການ, ຜ່ານຜ່າໄດ້ຄວາມຫຍຸ້ງຍາກ, ສະຫາຍນັ້ນ ມັກຈະກາຍເປັນພະນັກງານ ທີ່ເຂັ້ມແຂງ ສະເໝີຕົ້ນສະເໝີປາຍ).
ສາມ, ຄຽງຄູ່ກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນທີ່ສະພາແຫ່ງຊາດຈະຮັບຮອງເອົາໃນໄວໆນີ້,ໃຫ້ຄະນະຈັດຕັ້ງສູນກາງພັກ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ຮີບຮ້ອນຄົ້ນຄວ້າປັບປຸງລະບົບສະຫວັດດີການ ແລະ ປະຕິຮູບລະບອບເງິນເດືອນ ຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ໃຫ້ສົມຄູ່ກັບລະດັບຄ່າຄອງຊີບໃນແຕ່ລະໄລຍະ.
ເພື່ອຮັບປະກັນຊີວິດການເປັນຢູ່ຂອງເຂົາເຈົ້າ,ເຮັດໃຫ້ພະນັກງານມີຄວາມອຸ່ນອຽນທຸ່ນທ່ຽງສາມາດທຸ່ມເທເຫື່ອແຮງ,ສະຕິປັນຍາ ໃຫ້ການປະຕິບັດໜ້າທີ່ວຽກງານຢ່າງເຕັມສ່ວນເພື່ອເປັນການປະກອບສ່ວນແກ້ໄຂການສໍ້ລາດບັງຫຼວງ,ຈຳກັດ “ປະກົດການສະໝອງໄຫຼ”ໃນຖັນແຖວພະນັກງານ;ພວກເຮົາກໍຕ້ອງເດັດດ່ຽວແກ້ໄຂບັນຫາຊີວິດການເປັນຢູ່ຂອງພະນັກງານ, ລັດຖະກອນ, ພະລາກອນ, ທະຫານ, ຕໍາຫຼວດ ໂດຍຕ້ອງຕັດສິນໃຈປະຕິຮູບລະບອບເງິນເດືອນ, ຄ່າແຮງງານໃຫ້ແທດເໝາະ ກັບສະພາບການດຳລົງຊີວິດຂອງເຂົາເຈົ້າ,ຖ້າເຮັດອັນນີ້ໄດ້ຈຶ່ງສາມາດສົ່ງເສີມຄົນດີ, ຄົນເກັ່ງ ແລະ ຈຳກັດສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງໄດ້.
ໃນແຜນດຳເນີນງານຂອງສູນກາງພັກສະໄໝທີ XII ຈຶ່ງໄດ້ກໍານົດຫົວຂໍ້ຄົ້ນຄວ້າບຸລິມະສິດ ທີ່ຈະອອກເປັນມະຕິຂອງສູນກາງພັກ, ໜຶ່ງໃນນັ້ນ ແມ່ນກ່ຽວກັບການປະຕິຮູບລະບອບເງິນເດືອນ, ເງິນບໍາເນັດ ເງິນອຸດໜູນຄ່າຄອງຊີບ ຕໍ່ພະນັກງານ ແລະ ນະໂຍບາຍສົ່ງເສີມ, ບໍາລຸງ, ຄຸ້ມຄອງ, ນຳໃຊ້ຖັນແຖວປັນຍາຊົນ ທີ່ມີຄຸນະພາບ ໃນເງື່ອນໄຂໃໝ່. ຂໍໃຫ້ຄະນະທີ່ຮັບຜິດຊອບ ເກັບກໍາຄໍາເຫັນຂອງຜູ້ແທນ ເພື່ອສືບຕໍ່ປັບປຸງຮ່າງມະຕິດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ກະກຽມລາຍງານຕໍ່ກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ ພິຈາລະນາກ່ອນນໍາເຂົ້າລາຍງານ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ວິສາມັນ ໃນເດືອນສິງຫາ 2026 ນີ້.
ສີ່, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມທິດ “ກະທັດຮັດ, ຫັນເປັນທັນສະໄໝ ແລະ ມີປະສິດທິຜົນ”.
ຜ່ານມາ, ເຖິງວ່າຈະມີການປັບປຸງ ແຕ່ກົງຈັກການຈັດຕັ້ງໃນບາງພາກສ່ວນຍັງມີລັກສະນະ "ໃຫຍ່ໂຕ ແລະ ຊໍ້າຊ້ອນ";ການຫັນເປັນທັນສະໄໝໃນການຄຸ້ມຄອງບໍລິຫານຂອງກົງຈັກລັດຍັງຊັກຊ້າ. ອັນຕົ້ນຕໍທີ່ພວກເຮົາຢາກແກ້ໄຂ ໃນຂອດການຄຸ້ມຄອງ-ບໍລິຫານລັດແມ່ນບັນຫາອາຍາສິດ, ອືດອາດຊັກຊ້າ, ຫຼາຍຂອດຂັ້ນ; ການແບ່ງຄວາມຮັບຜິດຊອບ ລະຫວ່າງ ຂະແໜງການຂັ້ນສູນກາງດ້ວຍກັນ, ການແບ່ງສິດ, ແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ກັບທ້ອງຖິ່ນ ແລະ ລະຫວ່າງ ຂັ້ນທ້ອງຖິ່ນດ້ວຍກັນ ທີ່ບໍ່ຈະແຈ້ງ, ບໍ່ຂາດຕົວ, ພາໃຫ້ມີການຊໍ້າຊ້ອນ, ກ້າວກ່າຍພາລະບົດບາດ, ສິດ ແລະ ໜ້າທີ່ຂອງກັນ ແລະ ກັນ.
ໃນຕໍ່ໜ້ານີ້, ຕ້ອງສືບຕໍ່ປັບປຸງ, ກໍ່ສ້າງກົງຈັກລັດ ດ້ວຍການສັບຊ້ອນ, ບູລະນະການຈັດຕັ້ງ ໃຫ້ເຂັ້ມແຂງ, ສາມາດຍົກສູງປະສິດທິຜົນໃນການຄຸ້ມຄອງເສດຖະກິດ, ຄຸ້ມຄອງສັງຄົມ ແລະ ບໍລິການສັງຄົມໃຫ້ເຂັ້ມແຂງ, ມີຄວາມສາມາດໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັບປະກັນໃຫ້ແນວທາງ, ນະໂຍບາຍຂອງພັກ ໄດ້ຮັບການປະຕິບັດ ຢ່າງຖືກຕ້ອງ, ທັງຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ ໄດ້ຢ່າງແທ້ຈິງ. ຂະແໜງການຂັ້ນສູນກາງ ຄວນສຸມໃສ່ເຮັດບົດບາດຄຸ້ມຄອງມະຫາພາກ ແລະ ມອບໃຫ້ທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງໃຫ້ຫຼາຍຂຶ້ນ ໄປຄຽງຄູ່ກັບການເພີ່ມທະວີວຽກງານຕິດຕາມ, ກວດກາ, ກວດສອບ ແລະ ປະເມີນຜົນ ຂອງຂັ້ນເທິງຕໍ່ຂັ້ນລຸ່ມ ແລະ ການຮັບເອົາຄໍາຄິດຄໍາເຫັນຂອງຂັ້ນລຸ່ມ ຕໍ່ການນໍາພາຂອງພັກ ແລະ ລັດເຮົາ ລວມທັງການຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ຂອງທຸກຫົວໜ່ວຍການປົກຄອງ ໃນການຄຸ້ມຄອງ - ບໍລິຫານລັດ ກໍຄື ການບໍລິການຮັບໃຊ້ປະຊາຊົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ.
ບັນດາສະຫາຍທີ່ຮັບຜິດຊອບວຽກງານຈັດຕັ້ງຕ້ອງໄດ້ຕັດສິນໃຈບຸກທະລຸທາງດ້ານຈິນຕະນາການ, ປັບປຸງແບບແຜນວິທີເຮັດວຽກ ແລະ ສ້າງຄວາມເອກະພາບສູງ, ເພາະປັດຈຸບັນໜ້າທີ່ການເມືອງຂອງພະນັກງານຈັດຕັ້ງບໍ່ພຽງແຕ່ແມ່ນວຽກພັກ-ພະນັກງານ ແຕ່ພວກສະຫາຍ ຍັງແມ່ນຜູ້ຄົ້ນຄວ້າວຽກງານການປົກຄອງ, ການບໍລິຫານລັດ ແລະ ການບໍລິການຮັບໃຊ້ປະຊາຊົນ. ສະນັ້ນ, ຈຶ່ງມີຄວາມຈໍາເປັນໃຫ້ພວກສະຫາຍ ສ້າງຄວາມເຂົ້າໃຈ ແລະ ຕີຈັງຫວະການປະຕິບັດ 2 ບົດບາດດັ່ງກ່າວໃຫ້ມີຄວາມກົມກຽວ.
ຫ້າ, ສືບຕໍ່ສຸມໃສ່ການສ້າງຕັ້ງ 621ຕາແສງໃນທົ່ວປະເທດ ໃຫ້ສໍາເລັດຕາມແຜນການ ພາຍໃນປີ 2027
ສ້າງຕັ້ງຕາແສງໃນທົ່ວປະເທດໃຫ້ສຳເລັດຕາມແຜນການ ແລະ ສາມາດເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງຕັ້ງໜ້າ, ກາຍເປັນບ່ອນອີງຂອງຮາກຖານ, ເປັນບ່ອນບໍລິການຮັບໃຊ້ ແກ້ໄຂບັນຫາຕົວຈິງຂອງປະຊາຊົນ ແລະ ເປັນບ່ອນຜັນຂະຫຍາຍແນວທາງຂອງພັກລົງສູ່ຮາກຖານ, ສ້າງທ່ວງທ່າໃໝ່ ໃຫ້ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ - ແກ້ໄຂຄວາມທຸກຍາກ ແລະ ວຽກງານ3 ສ້າງ ຢ່າງມີປະສິດທິຜົນ, ໃຫ້ຕາແສງເປັນບ່ອນເສີມຂະຫຍາຍປະຊາທິປະໄຕ ແລະ ຍົກສູງສິດເປັນເຈົ້າ ຂອງປະຊາຊົນ, ເປັນປ້ອມດ່ານໜ້າຂອງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດ ຢູ່ຂັ້ນຮາກຖານ. ພິເສດ, ໃຫ້ເປັນບ່ອນກໍ່ສ້າງພັກ-ພະນັກງານ ໂດຍດູດດຶງເອົາຄົນໜຸ່ມ ຜູ້ທີ່ດີມີຄວາມຮູ້ຄວາມສາມາດມາຊ່ວຍວຽກ ແລະ ຝຶກຝົນຫຼໍ່ຫຼອມຢູ່ຕາແສງ, ຜ່ານຂະບວນການນັ້ນ ຈຶ່ງຄັດເລືອກເຂົ້າພັກ, ເຂົ້າລັດຖະກອນ ສ້າງເປັນພະນັກງານສືບທອດປ່ຽນແທນ ໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງໜັກແໜ້ນແຕ່ຮາກຖານຂຶ້ນມາ. ອັນສຳຄັນ, ຕ້ອງຮັບປະກັນໃຫ້ພະນັກງານປະຈຳຕາແສງ ກໍາແໜ້ນ "4 ຮູ້" ຕາມຄໍາສອນຂອງ ປະທານ ໄກສອນ ພົມວິຫານ: “1.ຮູ້ນຳພາດ້ານການເມືອງ-ແນວຄິດ, 2.ຮູ້ຈຳແນກມິດ-ສັດຕູ, 3.ຮູ້ຊີ້ນຳການພັດທະນາເສດຖະກິດ,4.ຮູ້ຊີ້ນຳວຽກງານວັດທະນະທຳ - ສັງຄົມ”.
ໃຫ້ສືບຕໍ່ກໍານົດການແບ່ງຂັ້ນຄຸ້ມຄອງ ລະຫວ່າງເມືອງ ກັບ ຕາແສງ ແລະ ຕາແສງ ກັບ ບ້ານ ໃຫ້ຈະແຈ້ງ ໂດຍການມອບສິດອໍານາດການຕັດສິນໃຈ ແລະ ຊັບພະຍາກອນ ທີ່ສົມຄູ່ ສໍາລັບການບໍລິການຮັບໃຊ້ປະຊາຊົນ ແລະ ພັດທະນາທ້ອງຖິ່ນ-ຮາກຖານ, ອໍານວຍໃຫ້ຂັ້ນລຸ່ມໄດ້ປະຕິບັດວຽກງານຕົວຈິງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຢ່າງຖືກຕ້ອງຄົບຖ້ວນ ເພື່ອສ້າງເງື່ອນໄຂໃຫ້ຂັ້ນເທິງໄດ້ສຸມໃສ່ການຄົ້ນຄວ້າ, ການນໍາພາ-ຊີ້ນໍາ, ຄຸ້ມຄອງ, ຕິດຕາມ, ຊຸກຍູ້ ແລະ ກວດກາ ໄດ້ດີຂຶ້້ນ; ສຳຄັນ, ຕ້ອງຫັນເປັນທັນສະໄໝການຄຸ້ມຄອງບໍລິຫານລັດຂັ້ນທ້ອງຖິ່ນ ໂດຍອາດຈະທົດລອງນໍາໃຊ້ກົນໄກການບໍລິການຜ່ານປະຕູດຽວທີ່ມີຢູ່ແລ້ວ ລົງຈັດຕັ້ງປະຕິບັດຢູ່ຂັ້ນຕາແສງ ເພື່ອເຮັດໃຫ້ການບໍລິການ-ຮັບໃຊ້ປະຊາຊົນ “ມີຄວາມສະດວກ, ແທດເຖິງ, ທົ່ວເຖິງ, ທັນການ ແລະ ມີຄຸນະພາບດີກວ່າເກົ່າ”.
ຄວນຄົ້ນຄວ້າ ການຈັດປະເພດຕາແສງໂດຍກຳນົດແຈ້ງຖານະບົດບາດ, ສິດ ແລະ ໜ້າ ທີ່ ລະຫວ່າງຕາແສງ ໃນຕົວເມືອງ ແລະ ຊົນນະບົດ, ຕາແສງຢູ່ເຂດທົ່ງພຽງ ແລະ ພູດອຍ ເພື່ອເຮັດໃຫ້ການກຳນົດນະໂຍບາຍ ມີຄວາມສອດຄ່ອງ, ເຮັດໃຫ້ການພັດທະນາມີຈຸດສຸມ ແລະ ສອດຄ່ອງກັບສະພາບຈຸດພິເສດ, ລະດັບການພັດທະນາ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ.
ພ້ອມດຽວກັນນັ້ນ,ໃຫ້ສົ່ງເສີມບົດບາດ,ທ່າແຮງຫົວຄິດປະດິດສ້າງຂອງບ້ານ ໃນຖານະເປັນການຈັດຕັ້ງຊຸມຊົນເພື່ອເປັນກໍາລັງແຮງຊ່ວຍຕາແສງ ໂດຍໃຫ້ບັນດາສະຫາຍ ເອົາໃຈໃສ່ຮີບຮ້ອນຊຸກຍູ້ຂະແໜງການກ່ຽວຂ້ອງ ທີ່ມີວຽກງານຢູ່ຮາກຖານ ອອກນິຕິກໍາລະອຽດ, ໂຄສະນາ ເຜີຍແຜ່ໃຫ້ອົງການປົກຄອງທ້ອງຖິ່ນເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ເປັນເອກະພາບ. ສັງເກດ: ຫຼາຍແຂວງ ສ້າງຕັ້ງຕາແສງໄປແລ້ວ, ແຕ່ຍັງບໍ່ໄດ້ເປົ້າໝາຍທີ່ວ່ານີ້ເທື່ອ.
ການສ້າງຕັ້ງຕາແສງ ຕ້ອງມີລັກສະນະປະຢັດ, ປັບປຸງເອົາການທີ່ພວກເຮົາມີກຸ່ມບ້ານພັດທະນາ,ການສ້າງ, ໂຮມບ້ານນ້ອຍເປັນບ້ານໃຫຍ່,ຕ້ອງຄໍານຶງເຖິງສະຖານທີ່ທຳມາຫາກກິນຂອງປະຊາຊົນ. ຕາແສງ ຕ້ອງກະທັດຮັດ, ເນັ້ນໃສ່ຄຸນະພາບ, ປະສິດທິພາບຂອງຫົວໜ່ວຍປົກຄອງຂັ້ນຕໍ່າສຸດ ຂອງຮາກຖານ.
ຫົກ,ຂ້າພະເຈົ້າ ຂໍທົບທວນຄືນ ຄໍາເຫັນຂອງຂ້າພະເຈົ້າ ທີ່ກ່າວໄວ້ ໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ XI (ວັນທີ 26 ຕຸລາ 2021) ຄື: ຄະນະກໍາມະການແຂ່ງຂັນຮັກຊາດ ແລະ ພັດທະນາ ນຳໄປປຶກສາຫາລື ເພື່ອປັບປຸງພາລະບົດບາດແລະແບບແຜນວິທີປະຕິບັດວຽກງານແຂ່ງຂັນ, ຍ້ອງຍໍໃຫ້ມີການຫັນປ່ຽນ ໄປໃນທາງທີ່ດີຂຶ້ນ ດັ່ງນີ້:
ການແຂ່ງຂັນ, ການຍ້ອງຍໍ ມີຄວາມສໍາຄັນ, ແຕ່ການທີ່ໄດ້ຮັບການຍ້ອງຍໍ, ໄດ້ຫຼຽນໄຊ, ໄດ້ຮັບນາມມະຍົດ ຕ່າງໆນັ້ນ, ຕ້ອງໃຫ້ສົມກຽດ, ສົມສັກສີ, ຜູ້ໄດ້ຮັບ ກໍຮູ້ສຶກມີກຽດ-ມີຄວາມພາກພູມໃຈຕໍ່ຜົນງານທີ່ຕົນໄດ້ມາແທ້, ແຕ່ຖ້າໃຫ້ເພື່ອໃຫ້ຈະເສຍຄຸນຄ່າ, ມັນກາຍເປັນພຽງແຕ່ຮູບການ, ຂາດເນື້ອໃນ ແລະ ຂາດຄຸນຄ່າຂອງມັນ. ເພາະການຍ້ອງຍໍຂອງພວກເຮົາຂາດການແຂ່ງຂັນ,ຂາດການເລືອກເຟັ້ນທີ່ຊັດເຈນ,ມີແຕ່ການສະເລ່ຍສ່ວນຫຼາຍ, ສະເລ່ຍຕາມຕໍາແໜ່ງ, ສະເລ່ຍຕາມສ່ວນແບ່ງຂອງສໍານັກງານອົງການ; ນີ້ລະ, ພາໃຫ້ຫຼຽນໄຊ, ຫຼຽນກາ,ໃບຍ້ອງຍໍແລະ ນາມມະຍົດຕ່າງໆນັ້ນ ກາຍເປັນຄວາມເປົ່າແປນໄປ, ດ້ອຍຄຸນຄ່າທາງດ້ານຈິດໃຈ ແລະ ສິ່ງທີ່ຄວນໄດ້. ຜູ້ທີ່ໄດ້ນັ້ນ ຄວນພາກພູມໃຈຂອງກຽດສັກສີ ທີ່ແທ້ຈິງນັ້ນຈະຕໍ່າຄ່າລົງ. ສຸດທ້າຍກໍພຽງແຕ່ເປັນການສະເລ່ຍໃຫ້ກັນເທົ່ານັ້ນ, ບໍ່ສາມາດເປັນກໍາລັງແຮງຊຸກຍູ້ ໃຫ້ມີການໃຫ້ກຽດຄົນດີ, ຄົນເດັ່ນ, ຄົນເກັ່ງ, ຄົນທີ່ເສຍສະຫຼະ ເພື່ອສ່ວນລວມ ແຕ່ປະການໃດ.
ໃຫ້ຖືສໍາຄັນວຽກງານແຂ່ງຂັນ ແລະ ຍ້ອງຍໍ ເພື່ອຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນກົງຈັກພັກ - ລັດ ກໍຄື ທົ່ວສັງຄົມໃຫ້ຟົດຟື້ນຂຶ້ນຕື່ມ ແລະ ເສີມຂະຫຍາຍຄຸນຄ່າຂອງນາມມະຍົດຕ່າງໆໃຫ້ສູງຂຶ້ນ, ຂຸດຄົ້ນທ່າແຮງແຫ່ງຫົວຄິດປະດິດສ້າງ ແລະ ການປະກອບສ່ວນຂອງມະຫາຊົນ ໃຫ້ໄດ້ດີຂຶ້ນ, ຈັດຕັ້ງດຶງດູດເອົາບຸກຄົນ-ນິຕິບຸກຄົນເຂົ້າຮ່ວມໃນຂະບວນການແຂ່ງຂັນ, ເຮັດໃຫ້ດີ, ເຮັດໃຫ້ຫຼາຍ, ປະຢັດ, ທັນເວລາ ນັບມື້ນັບຫຼາຍ. ບົດຮຽນໄລຍະ 30 ປີ ແຫ່ງການຕໍ່ສູ້ກູ້ຊາດ ໄດ້ມີວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ຫຼາຍຮ້ອຍສະຫາຍ ອັນເປັນປັດໄຈໜຶ່ງ ເຮັດໃຫ້ສາມາດປົດປ່ອຍປະເທດຊາດໄດ້; ມາຮອດໄລຍະ 50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ມີວິລະຊົນແຮງງານ ພຽງ 1 ສະຫາຍ ແລະ ນັກພັດທະນາດີເດັ່ນແຫ່ງຊາດ ບໍ່ຮອດ 10 ສະຫາຍ; ໃນຕໍ່ໜ້າຕ້ອງສູ້ຊົນເຮັດໃຫ້ຫົວໜ່ວຍ ແລະ ບຸກຄົນດີເດັ່ນ ທີ່ໄດ້ຮັບນາມມະຍົດຕ່າງໆຫຼາຍຂຶ້ນ ເຊັ່ນ: ວິລະຊົນແຫ່ງຊາດ, ວິລະຊົນແຮງງານ, ນັກຮົບແຂ່ງຂັນ, ນັກພັດທະນາດີເດັ່ນແຫ່ງຊາດ, ສິລະປິນແຫ່ງຊາດ, ຄູແຫ່ງຊາດ, ແພດແຫ່ງຊາດ, ຄູປະຊາຊົນ, ແພດປະຊາຊົນ.
ໝາຍຄວາມວ່າ (1) ຍ້ອງໃຫ້ຖືກເປົ້າໝາຍ ແລະ ຜູ້ມີຜົນງານຕົວຈິງ; (2) ບໍ່ປ່ອຍປະໃຫ້ຄຸນງາມ ຄວາມດີຜ່ານໄປໂດຍບໍ່ໄດ້ຮັບການຍ້ອງຍໍຫຍັງ; (3) ການຍ້ອງຍໍແຕ່ລະຄັ້ງ,ແຕ່ລະບັ້ນ ໃຫ້ເປັນການປຸກລະດົມຜູ້ທີ່ໄດ້ ຮັບການຍ້ອງຍໍແລ້ວໃຫ້ເພີ່ມທະວີການອຸທິດຕົນເພື່ອສ່ວນລວມຫຼາຍຂຶ້້ນ,ຜູ້ທີ່ບໍ່ທັນໄດ້ ກໍມີຄວາມກະຕືລືລົ້ນບຸກບືນ ເອົາເປັນແບບຢ່າງ; ເຮັດຄືແນວນີ້, ຈຶ່ງເປັນການຈູງໃຈໃຫ້ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຂົ້າຮ່ວມ ຢ່າງກວ້າງຂວາງ ແລະ ຟົດຟື້ນແທ້ (ການໃຫ້ນາມມະຍົດ ຕ້ອງຍົກເລີກການມອບ ຫຼື ການປະດັບແບບສະເລ່ຍ...). (ບັນດາສະ ຫາຍສະເໜີ ຈັດຕັ້ງສະຫຼຸບບັ້ນແຂ່ງຂັນຍ້ອງຍໍໃສ່ຕົ້ນປີນີ້,ແຕ່ກົມການເມືອງໃຫ້ເລື່ອນໄປທ້າຍປີ 2026).
ມະຕິຕະລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນຍ້ອງຍໍ ໃນໄລຍະໃໝ່ ຫາກໍເຊັນອອກໄປແລ້ວ, ຂໍໃຫ້ບັນດາສະຫາຍ ເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງນິຕິກໍາ, ລະບຽບການທີ່ກ່ຽວຂ້ອງ ແລະ ຈັດຕັ້ງປະຕິບັດວຽກງານນີ້ ໃຫ້ມີການຫັນປ່ຽນ ໄປໃນທາງທີ່ດີຂຶ້ນ.
ເຈັດ, ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ກ້າວໄປສູ່ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ແຕ່ຫົວທີ.
ໃຫ້ຄະນະຈັດຕັ້ງສູນກາງພັກເປັນເສນາທິການໃຫ້ກົມການເມືອງສູນກາງພັກ ຮີບຮ້ອນກວດກາຄືນບັນດານິຕິກຳ, ມະຕິ, ຄຳສັ່ງ, ຄຳແນະນຳ ຕ່າງໆ ອັນໃດຈະສ້າງຂຶ້ນໃໝ່, ອັນໃດຈະປັບປຸງໃຫ້ຄົບຖ້ວນ ແລະ ຖືກຕົວຈິງກວ່າເກົ່າ ໃນເງື່ອນໄຂ ທີ່ໄດ້ມີການປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ລວມທັງກົນໄກ, ແບບແຜນນໍາພາ ແລະ ວິທີເຮັດວຽກອັນໃໝ່, ໃຫ້ມີການແຕ່ງຕັ້ງຄະນະຊີ້ນໍາ ແລະ ອະນຸກໍາມະການຕ່າງໆເພື່ອກະກຽມຢ່າງເປັນເຈົ້າການ, ບໍ່ໃຫ້ວຽກໄປຂ້ອນໄລຍະທ້າຍ ຄືຜ່ານມາ.
ໃຫ້ຖືສຳຄັນການກະກຽມທັງ 3 ດ້ານໄປພ້ອມກັນ ຄື: ຂະບວນການ, ເນື້ອໃນ ແລະ ບຸກຄະລາກອນ. ທັງ 3ວຽກນີ້, ແມ່ນມີສາຍພົວພັນອັນສະໜິດແໜ້ນ ແລະ ບໍ່ອາດຖືເບົາດ້ານໃດດ້ານໜຶ່ງໄດ້. ຕ້ອງຮັບປະກັນຫຼັກການ ແລະ ຂັ້ນຕອນທີ່ວາງອອກ ຢ່າງເຂັ້ມງວດ, ໂປ່ງໃສ ແລະ ຍຸຕິທຳ; ບຸກຄະລາກອນ ຕ້ອງຜ່ານຂະບວນການວຽກງານຕົວຈິງ, ຕ້ອງແມ່ນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີ, ມີຄວາມຮູ້ຄວາມສາມາດແທ້ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ; ສະກັດກັ້ນ ແລະ ຕ້ານທຸກແນວຄິດລັດທິພັກພວກ, ທ້ອງຖິ່ນ ຫຼື ການແລ່ນ, ເຕັ້ນນຳຍົດ ນຳຕຳແໜ່ງ; ບໍ່ອະນຸຍາດໃຫ້ເອົາຄົນທີ່ເສຍທາດຂາດຄຸນ ແລະ ປະຫວັດເຄື່ອນໄຫວບໍ່ຈະແຈ້ງ ເຂົ້າໃນຄະນະພັກຊຸດໃໝ່ແຕ່ລະຂັ້ນ ຢ່າງເດັດຂາດ.
ທັງໝົດນັ້ນ, ແມ່ນຄໍາເຫັນແລກປ່ຽນຂອງ ສະຫາຍ ທອງລຸນ ສີສຸລິດ ເພື່ອແນໃສ່ໃຫ້ວຽກງານຈັດຕັ້ງ ມີການຫັນຫັນປ່ຽນຈາກ “ປະລິມານສູ່ຄຸນະພາບ” ຢ່າງແທ້ຈິງ ຊຶ່ງຕ້ອງເດັດຂາດແກ້ໄຂສິ່ງຫຼ້າຫຼັງ, ສິ່ງຫຍໍ້ທໍ້ ແລະ ຂໍ້ຄົງຄ້າງຕ່າງໆ ເພື່ອສ້າງກົງຈັກການຈັດຕັ້ງ-ພະນັກງານ ທີ່ເຂັ້ມແຂງ, ສາມາດເປັນຫົວຈັກຂັບເຄື່ອນແນວທາງ, ນະໂຍບາຍ ກໍຄືພາລະກິດປະຕິວັດ ຂອງພັກໃນໄລຍະໃໝ່ ຢ່າງແຂງແຮງ.
ຄໍາເຫັນ