ວິດີໂອຄຸນ​ຄ່າ​ຂອງ​ຄູ ສ້າງແຮງບັນດານໃຈໃຫ້ນັກຮຽນໃນອະນາຄົດ

ວິດີໂອຄຸນ​ຄ່າ​ຂອງ​ຄູ ສ້າງແຮງບັນດານໃຈໃຫ້ນັກຮຽນໃນອະນາຄົດ

ວິດີໂອຄຸນ​ຄ່າ​ຂອງ​ຄູ ສ້າງແຮງບັນດານໃຈໃຫ້ນັກຮຽນໃນອະນາຄົດ
ອາທິດຜ່ານມາ, ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົສຕຣາລີ ໂດຍຜ່ານໂຄງການແຜນງານບີຄວາໄດ້ຖ່າຍວິດີໂອທີ 2 ຂອງແຜນໂຄສະນາແຫ່ງຊາດເພື່ອ ສົ່ງເສີມການສຶກສາໃນທົ່ວປະເທດລາວທີ່ມີຊື່​ວ່າ: “ຄຸນ​ຄ່າ​ຂອງ​ຄູ” ນຳພາໂດຍສະຖາບັນຄົ້ນຄວ້າວິທະຍາສາດການ ສຶກສາ (ສວສ) ພາຍໃຕ້ກະຊວງ ສສກ ເພື່ອປຸກລະດົມຜູ້ຊົມ ແລະ ຫັນປ່ຽນທັດສະນະຄະຕິຕໍ່ການສຶກສາໃນທົ່ວປະເທດລາວ.

 

 
ວດໂອຄນ​ຄາ​ຂອງ​ຄ ສາງແຮງບນດານໃຈໃຫນກຮຽນໃນອະນາຄດ - image 1
 

ທ່ານ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການ ສວສ ໄດ້ຊົມເຊີຍການຮ່ວມມືດັ່ງກ່າວ ຊຶ່ງວິດີໂອນີ້ຍົກໃຫ້ເຫັນ ການອຸທິດຕົນຂອງຄູ, ເລີ່ມແຕ່ການສຶກສາຂັ້ນພື້ນຖານໄປເຖິງການສຶກສາຂັ້ນສູງ, ຄູແມ່ນກະດູກສັນຫຼັງຂອງລະບົບ ການສຶກສາ.” ລັດຖະບານອົສຕຣາລີກຳລັງໃຫ້ການສະໜັບສະໜູນດ້ານທຶນ ແລະ ເຕັກນິກສຳລັບການຜະລິດວິດີໂອ ທີ່ໜ້າສົນໃຈ 4 ບົດເລື່ອງທີ່ອອກແບບມາ ເພື່ອປ່ຽນແນວຄິດກ່ຽວກັບການສຶກສາ.

ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກສະຖານທູດອົສຕຣາລີ ໄດ້ອະທິບາຍເຖິງແຜນໂຄສະນາວ່າ: “ຜ່ານເລື່ອງຈິງ ແລະ ການມີສ່ວນຮ່ວມຂອງຊຸມຊົນທີ່ມີຄວາມໝາຍ, ພວກເຮົາແນໃສ່ຊຸກຍູ້ໃຫ້ນັກຮຽນເຂົ້າໂຮງຮຽນ, ຮັບປະກັນໃຫ້ຜູ້ປົກຄອງໄດ້ຮັບຜົນປະໂຫຍດດ້ານການສຶກສາຕະຫຼອດຊີວິດ ແລະ ສະເຫຼີມສະຫຼອງບົດບາດທີ່ຂາດບໍ່ ໄດ້ຂອງຄູໃນການສອນໃຫ້ເດັກທີ່ຈະເປັນຜູ້ນຳຂອງລາວໃນອະນາຄົດ. ລັດຖະບານອົສຕຣາລີ ຮູ້ສຶກເປັນກຽດທີ່ໄດ້ເຮັດ ວຽກຮ່ວມກັບກະຊວງ ສສກ ໃນແຜນໂຄສະນາການສຶກສາທີ່ສຳຄັນນີ້.”

ວດໂອຄນ​ຄາ​ຂອງ​ຄ ສາງແຮງບນດານໃຈໃຫນກຮຽນໃນອະນາຄດ - image 2
 

ວິດີໂອທຳອິດແມ່ນບົດເລື່ອງ “ສອງເສັ້ນທາງ” ໄດ້ຮັບການຕອບຮັບເປັນຢ່າງດີ ຊຶ່ງອອກອາກາດຕອນເປີດສົກ ຮຽນໃໝ່. ເລື່ອງນີ້ສະແດງໃຫ້ເຫັນເຖິງອະນາຄົດຂອງໄວໜຸ່ມທີ່ເລືອກການສຶກສາ ແລະ ຜູ້ທີ່ບໍ່ໄດ້ສຶກສາຮຽນຕໍ່, ເນັ້ນ ໃຫ້ເຫັນເຖິງວິທີການສຶກສາ ເຮັດໃຫ້ຄົນມີທັກສະການຄົ້ນຄິດແບບວິເຄາະ, ຄວາມຮູ້ກ່ຽວກັບຕົນເອງ ແລະ ໂລກ ແລະ ຄວາມສາມາດໃນການສ້າງໂອກາດໃຫ້ກັບຕົນເອງ. ສຳລັບບົດເລື່ອງທີສອງມີຊື່ວ່າ: “ຄຸນຄ່າຂອງຄູ”. ໃນບົດເລື່ອງນີ້ມີ ບົດບາດເດັ່ນ ສ່ອງແສງເຖິງການອຸທິດຕົນຂອງຜູ້ເຮັດວຽກໃນຂະແໜງການສຶກສາ ສະທ້ອນໃຫ້ເຫັນສິ່ງທ້າທາຍທີ່ຄູ ພົບພໍ້ຜ່ານມາ.

ທ່ານ ວົງເພັດ ອຸດົມລິດ ກ່າວຕື່ມອີກວ່າ: ພວກເຮົາວາງແຜນທີ່ຈະອອກອາກາດວິດີໂອນີ້ ໃນວັນຄູແຫ່ງຊາດ ເພື່ອເປັນກຽດໃຫ້ຜູ້ເຮັດວຽກໃນຂະແໜງການສຶກສາ ແລະ ຍໍ້າຕໍ່ສັງຄົມວ່າການສິດສອນຂອງຄູສາມາດປ່ຽນອະນາຄົດ ຂອງນັກຮຽນໄດ້.”

ຂ່າວ: ບີຄວາ

ຄໍາເຫັນ

ຂ່າວສືກສາ-ກິລາ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 6 ຕຸລາ 2026 ໂຮງຮຽນ ມສ ສຸກສຳພັນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026)ພ້ອມປະດັບຫຼຽນກາລະນືກ 50ປີແລະໃບຍ້ອງຍໍ ຂຶ້ນທີ່ໂຮງຮຽນດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸກທະວີ ແສງໄຊຍະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງໜອງໃສ; ທ່ານ ຟອງສະໝຸດ ໄໝແສງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ; ທ່ານ ຄຳສະເຫວີຍ ສີສົງຄາມ ອຳນວຍການ ມສ ສຸກສຳພັນ; ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ; ທ່ານ ຄູນວີໄລ ປະທານບ້ານໜອງກອກ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ ພ້ອມທັງບັນຫາການຂາດເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນບາງແຫ່ງຍັງຊຸດໂຊມ.
ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ທ່ານ ໜູໄຊ ວົງຄຳ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ຕຸລານີ້ວ່າ: ປັດຈຸບັນ, ໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ ແຂວງ ສາລະວັນ ສຸມໃສ່ຊຸກຍູ້ບັນດາກິດຈະກຳ ແລະ ສ້າງຂະບວນການຮອບດ້ານ ພາຍໃນໂຮງຮຽນ ໂດຍສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງໄດ້ກຳນົດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 9 ຕຸລານີ້
ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ໃນວັນທີ 5 ຕຸລາ 2026 ນີ້, ໂຮງຮຽນມັດທະຍົມສົມບູນແກ່ນທ້າວ (ມສ ແກ່ນທ້າວ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ຂຶ້ນ ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ. ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ທິນ ສີປະມວນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນ ມສ ແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານພາຍໃນເທດສະບານ, ສະມາຄົມພໍ່ແມ່ນັກຮຽນ, ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໃນວັນທີ 2 ຕຸລາ 2026, ອົງການກາແດງ ແຂວງອັດຕະປື, ນຳໂດຍ ທ່ານ ນາງ ຫົງຄຳ ສີສະຫວາດ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍທີມງານປຸກລະດົມບໍລິຈາກເລືອດຂອງແຂວງ ໄດ້ລົງເຄື່ອນໄຫວຮັບບໍລິຈາກເລືອດ ຢູ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື, ໂດຍການຕ້ອນຮັບຂອງທ່ານ ພັນໂທ ຄຳກ້ຽງ ໄຊຍະເສນາ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມ.
ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ໜ່ວຍຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊາຍ (7 ຮັບ 1) ແບບມິດຕະພາບ 4 ພາກສ່ວນຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ທີ່ເດີ່ນບານເຕະຫຍ້າທຽມສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ວັນແສງ ຈຸນລະມະນີ ຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ສອນໄຊ ຊົງວິໄລ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ເພັງໄຊ ດີວັນໄຊ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຕາງໜ້າຄະນະບໍລິຫານງານຊາວໝຸ່ມ ມຊ, ບໍລິສັດ Sonsacksith Exploration and Mining ຈຳກັດ ແລະ ບໍລິສັດ GeoX ຈຳກັດ ພ້ອມດ້ວຍຄູ-ອາຈານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ, ໃນວັນທີ 2 ຕຸລານີ້, ມີການແຂ່ງຂັນຊີງຫຼຽນຄຳທັງໝົດ 51 ຫຼຽນ ປະກອບມີ: ມວຍສາກົນ 11 ຫຼຽນ, ຢູໂດ 5 ຫຼຽນ, ມວຍປໍ້າ 5 ຫຼຽນ, ເຮືອໃບ 5 ຫຼຽນ, ເທຄວັນໂດ 5 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 4 ຫຼຽນ, ຍູຍິດສູ 23 ຫຼຽນ, ເຮືອແຄນູ 2 ຫຼຽນ, ສະຄວັດ 2 ຫຼຽນ, ເທັນນິສ 2 ຫຼຽນ, ອີສະປອດ 1 ຫຼຽນ, ຮອັກກີ່ 1 ຫຼຽນ, ເຕະບານ 1 ຫຼຽນ, ບານສົ່ງ 1 ຫຼຽນ.
ເພີ່ມເຕີມ