ໃນການເຮັດວຽກ, ທ່ານເລຂາທິການໃຫຍ່ ປະທານປະເທດ ໄດ້ເຈາະຈີ້ມເຖິງເນື້ອໃນຈຳນວນໜຶ່ງເພື່ອໃຫ້ໜ່ວຍງານບັນນາທິການສືບຕໍ່ປັບປຸງບົດລາຍງານການສະຫຼຸບໃຫ້ສຳເລັດໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ ປະທານປະເທດ ເນັ້ນໜັກວ່າ: ວິໄສທັດ 100 ປີຕໍ່ໜ້າ ຕ້ອງສືບຕໍ່ສະແດງໄດ້ເຖິງຄວາມຄາດຫວັງການພັດທະນາຂອງຊາດຫວຽດນາມ ແລະ ຕ້ອງຕອບໄດ້ບັນດາຄຳຖາມໃຫຍ່ ຄື: ຫວຽດນາມ ຢາກກາຍເປັນປະເທດພັດທະນາຄືແນວໃດໃນສະຕະວັດຈະມາເຖິງ; ມີພື້ນຖານໃດແດ່ຕ້ອງຮັກສາໄວ້; ບັນດາກຳລັງໜູນພັດທະນາ ໃໝ່ແມ່ນຫຍັງ?.... ວິໄສທັດຕ້ອງມີຄວາມຄາດຫວັງພັດທະນາຂອງຊາດ, ລົງເລິກທາງດ້ານທິດສະດີ ແລະ ໃກ້ຊິດຕິດແທດກັບສະພາບການຕົວຈິງຂອງປະເທດຊາດ ແລະ ທ່າອ່ຽງຂອງຍຸກສະໄໝ, ຍົກສູງກຳລັງຄວາມສາມາດໃນການຈັດຕັ້ງປະຕິບັດ.
ຄໍາເຫັນ