ໂຄງການດັ່ງກ່າວເປັນອາຄານ 2 ຊັ້ນມີ 20 ຫ້ອງນອນ, ຮູບຊົງເນັ້ນຄວາມເປັນເອກະລັກແບບລາວ ສະແດງໃຫ້ເຫັນວັດທະນະທໍາ ແລະ ຮູບຊົງສວຍງາມແບບດັ້ງເດີມ, ໂຄງສ້າງເບຕົງເສີມເຫຼັກ ນໍາໃຊ້ວັດສະດຸທີ່ມີຄຸນນະພາບດີ, ຫຼັງຄາມຸງດ້ວຍຊີແພັກ, ຝາກໍ່ດ້ວຍດິນຈີ່, ພື້ນປູກະໂລ້, ເພດານຢິບຊໍາ, ເລີ່ມຈັດຕັ້ງປະຕິບັດໃນເດືອນ 12 ປີ 2025 ເຖິງເດືອນ 12 ປີ 2028 (ໄລຍະເວລາ 3 ປີ). ຮັບເໝົາກໍ່ສ້າງໂດຍບໍລິສັດ ຊານົນໄຊສໍາຫຼວດ-ອອກແບບ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ.
ໃນພິທີ, ທ່ານ ວິລະພັນ ຊາພູວົງ ຜູ້ອໍານວຍການ ວສຊ ໄດ້ກ່າວວ່າ: ວສຊ ເມື່ອກ່ອນມີຊື່ເອີ້ນວ່າໂຮງຮຽນສິລະປະດົນຕີແຫ່ງຊາດ ມີແຫຼ່ງກໍາເນີດມາຈາກການໂຮມເອົາ 2 ໂຮງຮຽນມາເຂົ້າກັນຄື: ໂຮງຮຽນນາດຕະສິນ ແລະ ດຸລິຍາງ ກັບໂຮງຮຽນສິລະປະດົນຕີ ສູນກາງແນວລາວຮັກຊາດ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໂຮງຮຽນໄດ້ມີການສືບຕໍ່ພັດທະນາ ແລະ ສ້າງຕັ້ງໂຮງຮຽນຂຶ້ນເມື່ອວັນທີ 2 ກຸມພາ 1976 ມີຊື່ວ່າ: ໂຮງຮຽນສິລະປະດົນຕີແຫ່ງຊາດ, ພາຍໃຕ້ການນໍາພາ-ຊີ້ນໍາຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໃນເມື່ອກ່ອນ ກໍຄືກະຊວງ ວທ ໃນປັດຈຸບັນ. ຕໍ່ມາປີ 2011 ຈຶ່ງໄດ້ປ່ຽນຊື່ມາເປັນ ໂຮງຮຽນສິລະປະແຫ່ງຊາດ ມີຫຼັກສູດການຮຽນ-ການສອນດ້ານສິລະປະການສະແດງຊັ້ນກາງ ປະກອບມີອາຄານຮຽນ 3 ຕຶກ (ຕຶກຮຽນ 3 ຊັ້ນ, ຕຶກຝຶກແອບ 2 ຕຶກ ເປັນອາຄານຊັ້ນດຽວ) ອາຄານຮຽນ ແລະ ຝຶກແອບກໍ່ສ້າງສໍາເລັດໃນປີ 2011 ໂດຍການຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມ. ມາຮອດປີ 2023 ທາງໂຮງຮຽນໄດ້ປັບປຸງຫຼັກສູດໃຫ້ມີລະບົບອະນຸປະລິນຍາ (ຊັ້ນສູງ) ແລະ ປ່ຽນຊື່ໂຮງຮຽນມາເປັນວິທະຍາໄລສິລະປະແຫ່ງຊາດໃນວັນທີ 16 ມິຖຸນາ 2023.
ພາຍຫຼັງຍົກລະດັບເປັນວິທະຍາໄລ ເຮັດໃຫ້ຜູ້ທີ່ມີຄວາມສົນໃຈມັກ-ຮັກວິຊາຊີບດ້ານສິລະປະວັດທະນະທໍາເຂົ້າມາຮຽນເປັນຈໍານວນຫຼາຍຂຶ້ນທັງສູນກາງ ແລະ ທ້ອງຖິ່ນ. ປັດຈຸບັນມີນັກຮຽນທັງໝົດ 300 ກວ່າຄົນ, ນັກຮຽນທີ່ນອນຢູ່ຫໍພັກມີ 28 ຄົນ ຍິງ 11 ຄົນ, ໃນນັ້ນບັນດານັກຮຽນຜູ້ທີ່ມາຈາກຕ່າງແຂວງ ແລະ ຈາກຄອບຄົວທຸກຍາກຢູ່ເຂດຫ່າງໄກບໍ່ມີທີ່ພັກອາໃສ ແມ່ນໄດ້ເຂົ້າມາພັກຢູ່ຫໍພັກໂຮງຮຽນ. ແຕ່ເນື່ອງຈາກວ່າຫໍພັກມີ ບໍ່ພຽງພໍ ບວກກັບສະພາບເກົ່າ ແລະ ຊຸດໂຊມຫຼາຍ, ສ້າງຂຶ້ນໃນປີ 1976 ແລະ ຖືກນໍາໃຊ້ມາຮອດປັດຈຸບັນ. ສ່ວນອາຄານຕຶກໃຫຍ່ 3 ຊັ້ນ ເນື່ອງຈາກນໍາໃຊ້ຫຼາຍປີແລ້ວຈຶ່ງເຮັດໃຫ້ເປ່ເພບາງສ່ວນ. ເມື່ອເຫັນໄດ້ຄວາມຈໍາເປັນດັ່ງກ່າວ, ພັກ ແລະ ລັດຖະບານ ກໍຄືຄະນະພັກ-ຄະນະນໍາກະຊວງ ວທ ເຫັນດີອະນຸມັດໃຫ້ມີໂຄງການສ້ອມແປງ ແລະ ຕໍ່ເຕີມອາຄານໂຮງສະແດງ ແລະ ຫໍພັກນັກຮຽນຂອງ ວສຊ ຂຶ້ນ.
ຂ່າວ-ພາບ: ຍຸພິນທອງ+ບຸນອູ້ມ
ຄໍາເຫັນ