![]() |
ການເຊັນບົດບັນທຶກຄັ້ງນີ້, ເພື່ອຮ່ວມມືທາງວິຊາການ ດ້ານການສຶກສາ ແລະ ການຝຶກອົບຮົບວິຊາຊີບຕ່າງໆ ເພື່ອແລກປ່ຽນບົດຮຽນ, ປະສົບການ, ຄວາມຮູ້ ແລະ ຊັບພະຍາກອນດ້ານເຕັກນິກ ສາຂາເຕັກໂນໂລຊີລົດຍົນ ລວມເຖິງການພັດທະນາບຸກຄະລາກອນ ແລະ ຊ່ວຍເຫຼືອດ້ານວັດຖຸອຸປະກອນ ໃນວຽກງານເຕັກນິກກົນຈັກ ເພື່ອຍົກສູງຄຸນນະພາບ ໃນການສ້າງກຳລັງແຮງງານສາຂາເຕັກໂນໂລຊີລົດຍົນ ເພື່ອຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ກໍຄືວຽກງານຕົວຈິງໃນແຕ່ລະໄລຍະ. ຮ່ວມລົງນາມໂດຍສະຫາຍ ພົນຈັດຕະວາ ຟອງສະໝຸດ ພົນທິລາດ ແລະ ສະຫາຍ ສຸລິຍາ ປ່າໄຊ.
ຂ່າວ: ໄຂຄຳ ພົມມະສານ

ຄໍາເຫັນ