ປະກາດພະຍາດໝາກສຸກລີງ ເປັນກໍລະນີສຸກເສີນດ້ານສາທາລະນະສຸກລະດັບໂລກ

WHO ອະນຸມັດວັກຊິນພະຍາດໝາກສຸກລີງ ຈາກບໍລິສັດ KM Biologics

WHO ອະນຸມັດວັກຊິນພະຍາດໝາກສຸກລີງ ຈາກບໍລິສັດ KM Biologics
ຂ່າວຕ່າງປະເທດລາຍງານວ່າ: ອົງການອະນາໄມໂລກ (WHO) ອະນຸມັດວັກຊິນພະຍາດໝາກສຸກລີງ (Mpox) ທີ່ຜະລິດໂດຍບໍລິສັດ KM Biologics ຂອງຍີ່ປຸ່ນ

 ສຳລັບໃຊ້ໃນກໍລະນີສຸກເສີນແລ້ວ ໃນວັນທີ 19 ພະຈິກ ຜ່ານມາ ຊຶ່ງຖືເປັນວັກຊິນ ທີ 2 ທີ່ໄດ້ຮັບການອະນຸມັດຈາກWHO.

ຂ່າວລະບຸວ່າ: ໃນເດືອນສິງຫາ ຜ່ານມາ ອົງການ WHO ໄດ້ປະກາດພະຍາດໝາກສຸກລີງ ເປັນກໍລະນີສຸກເສີນດ້ານສາທາລະນະສຸກລະດັບໂລກ ຄັ້ງທີ 2 ໃນຮອບ 2 ປີ ຫຼັງຈາກໄວຣັດສາຍພັນໃໝ່ທີ່ເອີ້ນວ່າ: CladeIbແຜ່ກະຈາຍຈາກ ສາທາລະນະລັດ ປະຊາທິປະໄຕ ກົງໂກ ໄປຍັງບັນດາປະເທດໃກ້ຄຽງ.

ໃນເດືອນກັນຍາຜ່ານມາ, ຫຼັງຈາກWHOຖືກຕຳນິວ່າການດຳເນີນການດ້ານວັກຊິນຊັກຊ້າເກີນໄປ, ຈຶ່ງໄດ້ອະນຸມັດວັກຊິນພະຍາດໝາກສຸກລີງຂອງ ບໍລິສັດ Bavarian Nordic ແລະ ເປີດເຜີຍວ່າ: ກຳລັງພິຈາລະນາວັກຊິນ LC16 ທີ່ຜະລິດໂດຍ ບໍລິສັດKM Biologics ຂອງຍີ່ປຸ່ນ ເພື່ອເປັນວັກຊິນທາງເລືອກດ້ວຍ.

WHO ເປີດເຜີຍວ່າ: ລັດຖະບານຍີ່ປຸ່ນຈະບໍລິຈາກວັກຊິນດັ່ງກ່າວ ຈຳນວນ 3.05 ລ້ານໂດສ ພ້ອມກັບເຂັມສັກຢາພິເສດໃຫ້ກັບປະເທດກົງໂກ, ໂດຍວັນຊິນນີ້ເຄີຍຖືກນຳໃຊ້ໃນປະເທດຍີ່ປຸ່ນມາແລ້ວໃນໄລຍະທີ່ມີການລະບາດຂອງພະຍາດໝາກສຸກລີງໃນອະດີດ ແລະ ໄດ້ຮັບການພິສູດແລ້ວວ່າມີຄວາມປອດໄພ ແລະ ມີປະສິດທິພາບ.

ບໍລິສັດ KM Biologics ຜະລິດວັກຊິນສຳລັບມະນຸດ ແລະ ສັດເປັນຫຼັກ, ໂດຍເປັນບໍລິສັດໃນກຸ່ມຂອງ Meiji Holdings ຊຶ່ງເປັນບໍລິສັດຜະລິດຂະໜົມຂອງຍີ່ປຸ່ນ.

ຈາກຂໍ້ມູນລ້າສຸດຂອງ WHO ພົບວ່າ: ມີຜູ້ຕິດເຊື້ອພະຍາດໝາກສຸກລີງທີ່ໄດ້ຮັບການຢືນຢັນ ຫຼື ຕ້ອງສົງໄສຕິດເຊື້ອຈຳນວນຫຼາຍກວ່າ 50,500 ຄົນ ຢູ່ອາຟຣິກກາໃນປີນີ້ ແລະ ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 1,100 ຄົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກວິທະຍາສາດຣັດເຊຍ ພັດທະນາສານເຄືອບເຮືອບິນລຸ້ນໃໝ່

ນັກວິທະຍາສາດຣັດເຊຍ ພັດທະນາສານເຄືອບເຮືອບິນລຸ້ນໃໝ່

ຂ່າວຕ່າງປະເທດລາຍງານວ່າ: ໃນທ້າຍອາທິດຜ່ານມາ, ສະຖາບັນ Kurchatov ຂອງຣັດເຊຍ ໄດ້ເປີດເຜີຍວ່າໄດ້ພັດທະນາສານເຄືອບເຮືອບິນທີ່ມີນໍ້າໜັກເບົາ ສາມາດຫຼຸດຜ່ອນຄວາມຖີ່ຂອງການບໍາລຸງຮັກສາໄດ້ຢ່າງຫຼວງຫຼາຍ.
ນັກຄົ້ນຄວ້າອົສຕຣາລີ ພັດທະນາ AI ຮັບຮູ້-ເຂົ້າໃຈຄວາມຮູ້ສຶກຂອງມະນຸດ

ນັກຄົ້ນຄວ້າອົສຕຣາລີ ພັດທະນາ AI ຮັບຮູ້-ເຂົ້າໃຈຄວາມຮູ້ສຶກຂອງມະນຸດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທີມນັກຄົ້ນຄວ້າຂອງອົສຕຣາລີໄດ້ເປີດເຜີຍວິທີການເຮັດໃຫ້ລະບົບປັນຍາປະດິດ (AI) ສາມາດຮັບຮູ້ຄວາມຮູ້ສຶກໄດ້ຫຼາຍຂຶ້ນ ຊຶ່ງເປັນການວາງພື້ນຖານສໍາລັບການໂຕ້ຕອບລະຫວ່າງມະນຸດກັບເຄື່ອງຈັກທີ່ມີຄວາມເຫັນອົກເຫັນໃຈ ແລະ ມີປະສິດທິພາບຫຼາຍຂຶ້ນ.
ECB ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ECB ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນທ້າຍອາທິດຜ່ານມາ, ທະນາຄານສູນກາງເອີຣົບ (ECB) ໄດ້ຫຼຸດອັດຕາດອກເບ້ຍລົງ 0.25 ຍ້ອນຄວາມວິຕົກກັງວົນ ກ່ຽວກັບພື້ນຖານເສດຖະກິດພາກພື້ນນຳໃຊ້ສະກຸນເງິນເອີໂຣ (Eurozone) ພວມປະສົບກັບຄວາມຫຍຸ້ງຍາກ ແລະ ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ. ດັ່ງນັ້ນ, ນັບແຕ່ເດືອນມິຖຸນາ 2024, ECB ໄດ້ຫຼຸດຜ່ອນອັດຕາດອກເບ້ຍລົງ 8 ເທື່ອ, ເທົ່າກັບ 2 ຄະແນນສ່ວນຮ້ອຍ, ເພື່ອແນໃສ່ໜູນຊ່ວຍພື້ນຖານເສດຖະກິດ Eurozone. ອັດຕາດອກເບ້ຍເງິນຝາກຫຼຸດລົງແຕ່ 2.25% ເປັນ 2%, ອັດຕາດອກເບ້ຍກູ້ຢຶມຫຼຸດແຕ່ 2.65% ເປັນ 2.4%.
ດັດສະນີລາຄາອາຫານໂລກເດືອນພຶດສະພາ ຫຼຸດລົງ 0.8%

ດັດສະນີລາຄາອາຫານໂລກເດືອນພຶດສະພາ ຫຼຸດລົງ 0.8%

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມິຖຸນາ ຜ່ານມາວ່າ: ດັດຊະນີລາຄາອາຫານໂລກ ຂອງອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ຫຼຸດລົງ 0.8% ໃນເດືອນພຶດສະພາ ຜ່ານມາ, ໂດຍມີສາເຫດຕົ້ນຕໍຍ້ອນການຫຼຸດລົງຂອງລາຄານ້ຳມັນພືດ ແລະ ນ້ຳຕານ.
ອິນໂດເນເຊຍ ປ່ຽນທະນະບັດທີ່ບໍ່ໃຊ້ແລ້ວ ເປັນພະລັງງານໄຟຟ້າ

ອິນໂດເນເຊຍ ປ່ຽນທະນະບັດທີ່ບໍ່ໃຊ້ແລ້ວ ເປັນພະລັງງານໄຟຟ້າ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ບໍລິສັດ PT PLN Indonesia Power ຊຶ່ງເປັນລັດວິສາຫະກິດດ້ານໄຟຟ້າຂອງອິນໂດເນເຊຍ ໄດ້ເລີ່ມແປຮູບທະນະບັດທີ່ເສຍຫາຍ ຫຼື ບໍ່ສາມາດໃຊ້ໄດ້ໃຫ້ກາຍເປັນພະລັງງານໄຟຟ້າ ຊຶ່ງຖືເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອສະໜອງແຫຼ່ງພະລັງ ງານທີ່ມີປະສິດທິພາບ ແລະ ເປັນມິດກັບສິ່ງແວດລ້ອມ.
4 ເດືອນຕົ້ນປີນີ້ ມູນຄ່າການຄ້າຂາເຂົ້າ - ຂາອອກການບໍລິການຂອງຈີນເພີ່ມຂຶ້ນ 8.2%

4 ເດືອນຕົ້ນປີນີ້ ມູນຄ່າການຄ້າຂາເຂົ້າ - ຂາອອກການບໍລິການຂອງຈີນເພີ່ມຂຶ້ນ 8.2%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້; ກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນເມສາ ປີ 2025, ການຄ້າການບໍລິການຂອງຈີນໄດ້ຮັກສາຈັງຫວະເພີ່ມຂຶ້ນຢ່າງວ່ອງໄວ, ມູນຄ່າການຄ້າຂາເຂົ້າ-ຂາອອກການບໍລິການບັນລຸເຖິງ 2,632 ຕື້ 60 ລ້ານຢວນ, ເພີ່ມຂຶ້ນ 8.2% ເມື່ອທຽບກັບໄລຍະດຽວກັນຂອງປີ 2024.
ຫວຽດ​ນາມ ​​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ຈາກ ສະຫະລັດ ອາ​ເມ​ຣິ​ກາ ມູນຄ່າເກືອບ 3 ຕື້ໂດລາ

ຫວຽດ​ນາມ ​​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ຈາກ ສະຫະລັດ ອາ​ເມ​ຣິ​ກາ ມູນຄ່າເກືອບ 3 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂອບເຂດການປະຕິບັດງານຂອງຄະນະຜູ້ແທນກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ຢູ່ລັດໂລວາ, ໂອໄຮໂອ, ເມຣີແລນ ແລະ ນະຄອນຫຼວງ ວໍຊິງຕັນ (ສະຫະລັດ ອາເມຣິກາ) ໃນວັນທີ 2 – 6 ມິຖຸນາ ຜ່ານມາ. ນີ້ແມ່ນບາດກ້າວສຳຄັນໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ສະຫະລັດ ອາເມຣິກາ.
ທະ​ນາ​ຄານ​ກາງ​ເອີ​ຣົບ​ອະ​ນຸ​ມັດ​ບຸນ​ກາ​ລີ ​ເປັນ​ສະ​ມາ​ຊິກ​ເຂດທີ່​ໃຊ້​ເງິນ​ເອີ​ໂຣ

ທະ​ນາ​ຄານ​ກາງ​ເອີ​ຣົບ​ອະ​ນຸ​ມັດ​ບຸນ​ກາ​ລີ ​ເປັນ​ສະ​ມາ​ຊິກ​ເຂດທີ່​ໃຊ້​ເງິນ​ເອີ​ໂຣ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ທະ​ນາ​ຄານ​ກາງ​ເອີ​ຣົບ ​ໄດ້​ອະ​ນຸ​ມັດ​ຄຳ​ຮ້ອງ​ຂໍ​ຂອງ​ບຸນ​ກາ​ລີ​​ ໃນ​ການ​ນຳ​ໃຊ້​ເງິນ​ເອີ​ໂຣ, ບຸນ​ກາ​ລີ ​ຈຶ່ງ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ທີ 21 ໃນ​ເຂດ​ທີ່ໃຊ້​ເງິນ​ເອີ​ໂຣ.
OECD ​ໃຫ້ຄຳໝັ້ນສັນຍາເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ອື່ນໆ

OECD ​ໃຫ້ຄຳໝັ້ນສັນຍາເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ອື່ນໆ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ກອງປະຊຸມສະພາລັດຖະມົນຕີອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD - MCM) ປີ 2025 ໄດ້ປິດລົງໃນວັນທີ 4 ມິຖຸນາ ຜ່ານມາ ພາຍຫຼັງການຈັດກອງປະຊຸມກຸ່ມຢູ່ນະຄອນຫຼວງປາຣີ ຝຣັ່ງ ເປັນເວລາ 2 ວັນ.
5 ພາກ​ສ່ວນ​ຂອງ​ຈີນ​ ຮ່ວມ​ມື​ກັນດຳ​ເນີນ​ກິດ​ຈະ​ກຳ​ສົ່ງ​ເສີມ​ລົດ​ພະ​ລັງ​ງານ​ໃໝ່​

5 ພາກ​ສ່ວນ​ຂອງ​ຈີນ​ ຮ່ວມ​ມື​ກັນດຳ​ເນີນ​ກິດ​ຈະ​ກຳ​ສົ່ງ​ເສີມ​ລົດ​ພະ​ລັງ​ງານ​ໃໝ່​

ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະກຳມະການການພັດທະນາ ແລະ ປະຕິຮູບແຫ່ງລັດຈີນ, ກະຊວງກະສິກຳ ແລະ ຊົນນະບົດ, ກະຊວງການຄ້າຈີນ ແລະ ອົງການພະລັງງານແຫ່ງຊາດຈີນໄດ້ອອກແຈ້ງການ ໂດຍຈະຈັດຕັ້ງດຳເນີນກິດຈະກຳສົ່ງເສີມລົດພະລັງງານໃໝ່ລົງສູ່ຊົນນະບົດໃນປີ 2025.
ເພີ່ມເຕີມ