ໄຊຍະບູລີ ຈະຈັດງານມະຫະກຳບຸນຊ້າງ ໄປພ້ອມກັບການເປີດປີທ່ອງທ່ຽວລາວ 2024

ໄຊຍະບູລີ ຈະຈັດງານມະຫະກຳບຸນຊ້າງ ໄປພ້ອມກັບການເປີດປີທ່ອງທ່ຽວລາວ 2024
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2024 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ແຂວງໄຊຍະບູລີ ໃນວັນທີ 13 ທັນວາ ນີ້ວ່າ: ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ຕັ້ງຢູ່ພາກເໜືອຂອງ ສປປ ລາວ, ມີເສັ້ນທາງຄົມມະນາຄົມທີ່ເຊື່ອມຕໍ່ກັບບັນດາແຂວງຕ່າງໆ ແລະ ປະເທດໃກ້ຄຽງ, ຢູ່ໃນອະນຸພາກພື້ນທີ່ສໍາຄັນ; ມີປ່າສະຫງວນແຫ່ງຊາດທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນ ແລະ ເປັນແຂວງດຽວທີ່ມີປະຊາກອນຊ້າງຫຼາຍກວ່າໝູ່ ຖ້າທຽບໃສ່ແຂວງອື່ນໆໃນ ສປປ ລາວ. ດ້ວຍເຫດນັ້ນ ເພື່ອເປັນການອະນຸລັກ, ຮັກສາຊ້າງບໍ່ໃຫ້ສູນພັນ ແລະ ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ທີ່ຕິດພັນກັບຊ້າງມາແຕ່ອະດີດຕະການ ໃຫ້ຍືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວບັນດາເຜົ່າ, ໂດຍສະເພາະປະຊາຊົນຊາວແຂວງໄຊຍະບູລີ ທັງເປັນການໂຄສະນາດຶງດູດນັກທ່ອງທ່ຽວພາຍໃນແລະຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄືແຂວງໄຊຍະບູລີໃຫ້ຫຼາຍຂຶ້ນຈຶ່ງໄດ້ຈັດງານມະຫະກຳບຸນຊ້າງ ແລະ ໄປພ້ອມກັບການເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີຊຶ່ງການຈັດງານມະຫະກໍາບຸນຊ້າງໃນປີນີ້ ຈະມີກິດຈະກຳທີ່ຕິດພັນກັບປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊຍະບູລີ ທັງໝົດ 12 ກິດຈະກໍາຄື: ກິດຈະກໍາລະດັບຊາດ ແມ່ນກໍານົດເອົາງານມະຫະກໍາບຸນຊ້າງ ປະຈໍາປີ 2024 ແລະ ເປັນພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງ. ກິດຈະກໍາລະດັບແຂວງ ແມ່ນກໍານົດເອົາເທດສະການບຸນກອງເຂົ້າໃຫຍ່ ເມືອງພຽງໃນວັນທີ 9-12 ມັງກອນ 2024, ເປີດແຫຼ່ງທ່ອງທ່ຽວສູນອະນຸລັກຊ້າງພູແຄນ ໃນເດືອນກຸມພາ 2024, ກິດຈະກຳລະດັບເມືອງມີ 10 ກິດຈະກໍາ. ສຳລັບການຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໃນປີ 2024 ນີ້ ຖືວ່າເປັນຄັ້ງທີ 17 ພວກເຮົາຈະໄດ້ຈັດເປັນງານໃຫຍ່ຊຶ່ງຈະປະກອບມີກິດຈະກຳຕ່າງໆ ດັ່ງນີ້: ກິດຈະກໍາຫຼັກ ມີຄື: ວັນທີ 12 ກຸມພາ 2024 ເປີດງານຕະຫຼາດນັດວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ, ໃນຕອນຄໍ່າຂອງວັນທີ 12-13 ກຸມພາ 2024 ຈະມີການສະແດງສິນລະປະວັນນະຄະດີ ມີ 12 ຄະນະ, 36 ລາຍການ (ຄືນລະ 18 ລາຍການ) ແລະ ຈັດການສະແດງຄອນເສີດຂອງວົງດົນຕີ-ນັກຮ້ອງທີ່ມີຊື່ສຽງ ທີ່ພວກເຮົາຈະໄດ້ເຊີນມາຈາກນະຄອນຫຼວງວຽງຈັນ, ວັນທີ 14-15 ກຸມພາ 2024 ຊ້ອມໃຫຍ່ຂະບວນແຫ່ກ້ອນສະແດງຕ່າງໆ ໃນພິທີເປີດງານ, ໃນຕອນຄໍ່າຂອງວັນທີ 14 ກຸມພາ 2024 ຈະມີການແຂ່ງຂັນປະກວດນັກຮ້ອງສຽງດີ ແລະ ດົນຕີພື້ນເມືອງ, ໃນຕອນຄໍ່າຂອງວັນທີ 15 ກຸມພາ 2024 ປະກວດນາງສາວງາມທິດາບຸນຊ້າງ, ວັນທີ 16 ກຸມພາ 2024 ພິທີຕັກບາດອຸທິດສ່ວນກຸສົນໃຫ້ຊ້າງ ແລະ ກວດກາຄວາມພ້ອມຮອບດ້ານ, ພ້ອມກັນນັ້ນ ໃນຕອນຄໍ່າຂອງວັນທີ 16 ກຸມພາ 2024 ພວກເຮົາກໍໄດ້ຈັດການແຂ່ງຂັນຕີກອງຫາງ, ວັນທີ 17 ກຸມພາ 2024 ເປີດງານມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊຍະບູລີ ຢ່າງເປັນທາງການ ແລະ ຊົມການສະແດງໂດດຈ້ອງ, ວັນທີ 18 ກຸມພາ 2024 ສືບຕໍ່ກິດຈະກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຂອງຊ້າງຄຳຮູ້, ການໃຫ້ອາຫານຊ້າງ, ການບໍລິການຂີ່ຊ້າງ, ການສະແດງສິລະປະວັນນະຄະດີ ແລະ ໃນຕອນຄໍ່າຂອງວັນທີ 18 ກຸມພາ 2024 ຈະໄດ້ຊົມການສະແດງກາຍຍະສິນ ຈາກກອງກາຍຍະສິນແຫ່ງຊາດ. ສໍາລັບກິດຈະກຳປິ່ນອ້ອມ ມີຄື: ກິດຈະກໍາທາງດ້ານກິລາ ວັນທີ 12 ກຸມພາ 2024 ກິດຈະກໍາຍ່າງເພື່ອການກຸສົນ ຈາກເດີ່ນກິລາຮົມຂອງແຂວງ ຫາ ເດີ່ນສະໜາມຫຼວງ ຫາ ສະຖານທີ່ຈັດງານຕະຫຼາດນັດ (ໃນມື້ເປີດງານຕະຫຼາດນັດ), ວັນທີ 14 ກຸມພາ 2024 ກິດຈະກໍາແຂ່ງຂັນຟຸດຊໍ. ກິດຈະກໍາດ້ານການທ່ອງທ່ຽວ ມີຄື: ກາບໄຫວ້ບູຊາວັດສີບຸນເຮືອງ (ບ້ານໃຫຍ່), ຫໍຫຼັກເມືອງ ແລະ ວັດພູທອກ, ທ່ຽວຊົມສູນອະນຸລັກຊ້າງລາວ (ອ່າງນ້ຳຕຽນ), ສູນອະນຸລັກ ແລະ ຂະຫຍາຍພັນຊ້າງອາຊີ (ຢູ່ພູແຄນ) ແລະ ມູນນິທິອະນຸລັກສັດ ແລະ ສິ່ງແວດລ້ອມລາວ (ບ້ານນາຕໍໃຫຍ່), ຢ້ຽມຊົມຫໍສະໝຸດຊ້າງ ແລະ ກິດຈະກຳອະນຸລັກຊ້າງຢູ່ສູນອະນຸລັກຊ້າງນໍ້າຕຽນ, ນອກຈາກນີ້ຍັງມີກິດຈະກໍາແຂ່ງຂັນແຕ້ມຮູບ ແລະ ພັດກ໋ອບເພື່ອສ້າງທັກສະ ແລະ ສ້າງຈິດສໍານຶກກ່ຽວກັບຊ້າງ ໃຫ້ເຍົາວະຊົນ, ຊາວໜຸ່ມ ຢູ່ສະໜາມຊ້າງນ້ອຍກ໋ອບ. ພ້ອມກັນນີ້ ໄດ້ມີຄວາມພ້ອມບໍລິການເຕັ້ນນອນຢູ່ແຄມນໍ້າຮຸ່ງສໍາລັບນັກທ່ອງທ່ຽວ, ຂີ່ເຮືອຊົມວິວນ້ຳຂອງ (ບ້ານທ່າເດື່ອ). ຄຽງຄູ່ກັນນັ້ນ ແຂວງໄຊຍະບູລີຂອງພວກເຮົາ ກໍໄດ້ຈັດຝຶກອົບຮົມດ້ານການບໍລິການຮ້ານອາຫານ, ບ່ອນພັກເຊົາ ແລະ ສະຖານທີ່ບໍລິການຕ່າງໆ ໃຫ້ມີຄວາມສະອາດປອດໄພ, ໄດ້ຄວບຄຸມລາຄາສິນຄ້າທີ່ສົມເຫດສົມຜົນ ເພື່ອຕອບສະໜອງໃຫ້ແກ່ແຂກ ແລະ ນັກທ່ອງທ່ຽວທີ່ໄດ້ມາທ່ຽວມາຊົມງານມະຫະກໍາບຸນຊ້າງໃນຄັ້ງນີ້ ໃຫ້ມີຄວາມປະທັບໃຈ. ບັນດາທ່ານຈະໄດ້ຮັບຂໍ້ມູນຂ່າວສານຂອງງານດັ່ງກ່າວ ຜ່ານທາງເຟສບຸກ, ເພຈລາວສະຕາ, ເພຈໂທລະໂຄ່ງ, ເພຈຂ່າວສົດ, ເພຈປະເທດລາວ, ເພຈ Media Laos ແລະ ເພຈ News.xbl.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ຕາງໜ້າອົງການປົກຄອງ ແຂວງໄຊຍະບູລີ ແລະ ໃນນາມປະທານຄະນະຮັບຜິດຊອບຈັດງານມະຫະກຳບຸນຊ້າງ ແລະ ການເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ, ຂ້າພະເຈົ້າ ຖືໂອກາດນີ້ ຂໍເຊີນຊວນບັນດາທ່ານແຂກທີ່ມີກຽດ ທ່ານຍິງ, ທ່ານຊາຍ, ນັກທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວມາຊົມງານມະຫະກຳບຸນຊ້າງຢູ່ ແຂວງໄຊຍະບູລີ ຕາມກຳນົດເວລາດັ່ງກ່າວ.
ຂ່າວ-ພາບ: ມະໄລວັນ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ