ໄຊຍະບູລີ ຈັດຕັ້ງປະຕິບັດກອງທຶນພັດທະນາກິລາ-ກາຍຍະກໍາ ປີ 2023 ມີຜົນສໍາເລັດຫຼາຍດ້ານ    

ໄຊຍະບູລີ ຈັດຕັ້ງປະຕິບັດກອງທຶນພັດທະນາກິລາ-ກາຍຍະກໍາ ປີ 2023 ມີຜົນສໍາເລັດຫຼາຍດ້ານ    
ກອງປະຊຸມສະຫຼູບການຈັດຕັ້ງປະຕິບັດກອງທຶນພັດທະນາກິລາ-ກາຍຍະກໍາແຂວງໄຊຍະບູລີ ປີ 2023 ແລະ ທິດທາງແຜນການ ປີ 2024 ແບບຊຶ່ງໜ້າ ແລະ ທາງໄກ ໄດ້ຈັດຂຶ້ນໃນວັນທີ 27 ມີນາຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ປະທານຄະນະກໍາມະການຄຸ້ມຄອງ ແລະ ຕິດຕາມກວດກາກອງທຶນພັດທະນາກິລາ-ກາຍຍະກໍາແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ເພັດພິໄຊ ສູນວິໄລ ໄດ້ໃຫ້ຮູ້ວ່າ: ກອງທຶນພັດທະນາກິລາ-ກາຍຍະກໍາແຂວງ ແມ່ນກອງທຶນຂອງອົງການຈັດຕັ້ງລັດ ສ້າງຕັ້ງຂຶ້ນເພື່ອປະກອບສ່ວນສົມທົບທຶນຈາກບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ນໍາໃຊ້ເຂົ້າໃນການພັດທະນາບຸກຄະລາກອນກິລາ-ກາຍຍະກໍາ, ການຈັດການແຂ່ງຂັນ, ປະຕິບັດນະໂຍບາຍດ້ານສະຫວັດດີການ, ໃຫ້ຂອງຂວັນລາງວັນ ແກ່ບັນດາຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມການແຂ່ງຂັນໃນລະດັບຊາດ, ພາກພື້ນ ແລະ ສາກົນ ໂດຍການຄຸ້ມຄອງ ແລະ ຮັບຜິດຊອບໂດຍກົງຂອງຄະນະກໍາມະການຄຸ້ມຄອງ ແລະ ຕິດຕາມກວດກາກອງທຶນພັດທະນາກິລາ-ກາຍຍະກໍາຂັ້ນແຂວງ.
 ກອງທຶນດັ່ງກ່າວ ແມ່ນສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1416/ຈຂ.ຊຍ, ລົງວັນທີ 25 ທັນວາ 2017 ແລະ ຖືກຈັດຕັ້ງປະຕິບັດເລີ່ມແຕ່ເດືອນ ມີນາ (ງວດ 1) ປີ 2018 ເປັນຕົ້ນມາ ດ້ວຍການປະກອບສ່ວນຂອງພະນັກງານລັດຖະກອນ, ກໍາລັງປະກອບອາວຸດ, ບໍລິສັດ, ລັດວິສາຫະກິດ, ຫ້າງ-ຮ້ານ, ເຮືອນພັກ, ໂຮງແຮມ ແລະ ສະຖາບັນການສຶກສາພາກເອກະຊົນ ຕາມການກໍານົດໃນຂໍ້ຕົກລົງ ເລກທີ 062/ຈຂ.ຊຍ, ລົງວັນທີ 16 ມັງກອນ 2018 ແລະ ສະບັບປ່ຽນແທນ ເລກທີ 887/ຈຂ.ຊຍ, ລົງວັນທີ 12 ສິງຫາ 2022 ໂດຍມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ສົມທົບກັບພະແນກການເງິນແຂວງ (ຄັງເງິນແຫ່ງຊາດປະຈໍາແຂວງ) ສັງລວມ ແລະ ເປີດບັນຊີເງິນກອງທຶນດັ່ງກ່າວ ໃນລະບົບຄັງເງິນ ແລະ ແຈ້ງບັນຊີໃຫ້ແຕ່ລະພາກສ່ວນເພື່ອຮັບຊາບ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ, ສົນທະນາ ພ້ອມທັງປະກອບຄໍາຄິດຄໍາເຫັນ ຕີລາຄາຕໍ່ການຈັດຕັ້ງປະຕິບັດວຽກງານກອງທຶນພັດທະນາກິລາ-ກາຍຍະກໍາແຂວງ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຢ່າງກົງໄປກົງມາ ດ້ວຍເຫດ ແລະ ຜົນ ພ້ອມທັງເປັນການຄົ້ນຄວ້າປຶກສາຫາລື ການກະກຽມແຜນງົບປະມານຮັບໃຊ້ໃນການເຂົ້າຮ່ວມງານມະຫາກໍາກິລານັກຮຽນ ຊັ້ນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VI ໃນເດືອນທັນວາ 2024 ທີ່ແຂວງສາລະວັນ ເປັນເຈົ້າພາບ ໃຫ້ທັນກັບເວລາ ແລະ ມີຜົນສໍາເລັດທີ່ດີ.                             
(ຂ່າວ: ມະໄລວັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 5 ພະຈິກນີ້, ທີ່ ມຊ. ທ່ານ ບຸນທ່ຽງ ລັດຕະນະວົງ ອະດີດນັກສຶກສາຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ ມຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຕົນເອງ ເປັນຜູ້ໜຶ່ງທີ່ໄດ້ສຶກສາຮໍ່າຮຽນຢູ່ໃນຮົ້ວ ມຊ ແຫ່ງນີ້ ແລະ ຮູ້ສຶກດີໃຈ ແລະ ປະທັບໃຈທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ແລະ ໄດ້ແບ່ງປັນບົດຮຽນຈາກການສຶກສາ ແລະ ປະສົບການສ້າງທຸລະກິດຂອງຕົນເອງ ໂດຍຊີ້ໃຫ້ເຫັນວ່າອົງຄວາມຮູ້ທີ່ໄດ້ຮັບຈາກການສຶກສາຮໍ່າຮຽນ ສາມາດນຳໄປໝູນໃຊ້, ປະຕິບັດຕົວຈິງຢ່າງມີປະສິດທິຜົນ ຈາກພະນັກງານກິນເງິນເດືອນ ກາຍມາເປັນຜູ້ປະກອບການສ້າງວຽກເຮັດງານທຳໃຫ້ແຮງງານລາວຫຼາຍຮ້ອຍຄົນ.
ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ. ມຊ ໄດ້ຈັດກອງປະຊຸມວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ ໃນວັນທີ 4 ພະຈິກນີ້, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີທ່ານ ນາງ ວັນແສງ ຈຸນລະມະນີ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ມີນັກຄົ້ນ ຄ້ວາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກເທັນນິດດາວຮຸ່ງເຍົາວະຊົນລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດ ດ້ວຍການຄວ້າແຊັມໃນການແຂ່ງຂັນເທັນນິດເຍົາວະຊົນ ລາຍການ Junior Tennis Championship 2026 ຮຸ່ນອາຍຸບໍ່ເກີນ 14 ປີ (U-14) ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນລະຫວ່າງວັນທີ 31 ຕຸລາ ຫາ 1 ພະຈິກ ຜ່ານມາ.
ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ທ້າວ ສຸພົນສາ ນິຍົມ ແລະ ທ້າວ ເພັດນະຄອນ ພາມີສິດ ສອງໜຸ່ມນັກກິລາແມ້ນປືນໄອພີເອັດຊີ ທີມຊາດລາວ ນັກແມ້ນປືນລະດັບຕົ້ນຂອງປະເທດລາວ ຄວ້າແຊັມການແຂ່ງຂັນກິລາຍິງປືນ IPSC ຊີງແຊັມປະເທດລາວ ປະຈຳປີ 2026 ໄປຄອງ ຂະນະທີ່ ແຊັມປະເພດປືນໂປຣດັກຊັນຍິງເປັນຂອງນາງ ກົງຄຳ ບົວແສງພະຈັນ.
ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດການນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ 5 ປີ ຄັ້ງທີ V ໃນວັນທີ 3 ພະຈິກຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຊູຮຸນ ຄິມ ຜູ້ອຳນວຍການພາກພື້ນຂອງອົງການ UNESCO ບາງກອກ ແລະ ທ່ານ ນາງ ເບັນນິຕ້າ ຊຳເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ, ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກົມ ແລະ ພະແນກການ, ຄູ່ຮ່ວມພັດທະນາ, ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ມີບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນ ເຂົ້າຮ່ວມ.
U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

ຫຼານນ້ອຍສະໂມສອນບານເຕະ ເບ ສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສ້າງຜົນງານຄ້ວາແຊັມບານເຕະນາໆຊາດ ລາຍການ Singa Cup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີດເມືອງນອນດ້ວຍຄວາມສະຫວັດດີພາບແລ້ວ ໃນຕອນແລງວັນທີ 3 ພະຈິກຜ່ານມາ, ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັຟຊີ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະ ທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.
ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ສນຊ) ປີ 2026 ພາຍໃຕ້ຫົວຂໍ້: ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ພະຈິກຜ່ານມານີ້, ທີ່ເດີ່ນກິລາບານເຕະລ້ານຊ້າງສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາ, ຄູຝຶກ, ກຳມະການ ແລະ ຊາວໜຸ່ມ-ເຍົາວະຊົນ, ມວນຊົນ, ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ເພີ່ມເຕີມ