ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ

ໄຊຍະບູລີ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ

ໄຊຍະບູລີ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ
ໃນວັນທີ 8 ມັງກອນນີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາແແຂວງໄຊຍະບູລີ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ພາຍໃຕ້ການເປັນປະທານ ຂອງທ່ານ ສໍາລານ ສຸວັນນະໂສດ

 ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວໄຊຍະບູລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າວແຂວງເຂົ້າຮ່ວມ.

ທ່ານ ໄພທອງ ຈັນດາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 18 ຂອງທ່ານເຈົ້າແຂວງໄຊຍະບູລີ ລົງວັນທີ 3 ມັງກອນ 2025 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ ໃໝ່. ເຈົ້າແຂວງໄຊຍະບູລີ ຕົກລົງຍົກຍ້າຍ ທ່ານ ຈັນທະວີ ວັນນະພາຜົນ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄຊຍະບູລີໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ແຕ່ງຕັ້ງ ທ່ານ ທອງພັນ ສິງແກ້ວ ຫົວໜ້າຂະແໜງບໍລິຫານ ແລະ ການເງີນ ພະແນກສຶກສາທິການ ແລະ ກິລາ ແຂວງ ຂຶ້ນເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ຜູ້ໃໝ່ ພ້ອມນີ້ຕ່າງໜ້າຄະນະຈັດຕັ້ງເມືອງໄຊຍະບູລີ ໄດ້ຂື້ນຜ່ານຂໍ້ຕົກ ເລກທີ 661 ຂອງທ່ານເຈົ້າເມືອງໄຊຍະບູລີ, ລົງວັນທີ 26 ທັນວາ 2024 ວ່າດ້ວຍການຍົກຍ້າຍຫົວໜ້າຄະນະຈັດຕັ້ງເມືອງໄຊຍະບູລີ, ເຈົ້າເມືອງໄຊຍະບູລີ ຕົກລົງຍົກຍ້າຍ ທ່ານ ຄໍາພຽນ ປັນຍາວົງ ຫົວໜ້າຄະນະຈັດຕັ້ງ ເມືອງໄຊຍະບູລີ ໄປຮັບໜ້າທີ່ໃໝ່ ເປັນປະທານຄະນະກວດກາພັກເມືອງໄຊຍະບູລີ, ຍົກຍ້ານທ່ານ ພອນພິລຸນ ປິ່ນທິບ ຫົວໜ້າຫ້ອງການຍຸຕິທໍາເມືອງໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຄະນະຈັດຕັ້ງເມືອງໄຊຍະບູລີ ແລະ ແຕ່ງຕັ້ງ ທ່ານ ວືລີ ຈົ່ງຈໍ່ລີ ເປັນຫົວໜ້າຫ້ອງການຍຸຕິທໍາເມືອງໄຊຍະບູລີ.

(ຂ່າວ-ພາບ: ຄໍາໝັ້ນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ລົດແກ້ວ ສ້າງຊື່ສຽງໃຫ້ປະເທດຊາດ ຍາດໄດ້ 2 ຫຼຽນຄຳ ແລ່ນ-ລານ ສິງກະໂປ ໂອເພັນ 2025

ລົດແກ້ວ ສ້າງຊື່ສຽງໃຫ້ປະເທດຊາດ ຍາດໄດ້ 2 ຫຼຽນຄຳ ແລ່ນ-ລານ ສິງກະໂປ ໂອເພັນ 2025

ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນ-ລານທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນເປັນກຽດສັກສີ ແລະ ຊື່ສຽງມາໃຫ້ປະເທດຊາດ ດ້ວຍການຍາດໄດ້2 ຫຼຽນຄຳ ຈາກລາຍການແລ່ນ 5,000 ແມັດຍິງ ແລະ ແລ່ນ 10,000 ແມັດຍິງ ໃນການແຂ່ງຂັນແລ່ນ-ລານ ສິງກະໂປ ໂອເພັນ 2025 ຄັ້ງທີ 85 (The 85th Singapore Open Track & Field Championships 2025)
ຄົ້ນຄວ້າ, ຄັດເລືອກນາຍ ແລະ ພົນທະຫານ ໄປຝຶກອົບຮົມວິຊາຄູ  ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ

ຄົ້ນຄວ້າ, ຄັດເລືອກນາຍ ແລະ ພົນທະຫານ ໄປຝຶກອົບຮົມວິຊາຄູ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ

ໃນວັນທີ 22 ເມສາຜ່ານມາ, ຄະນະຮັບຜິດຊອບເກັບຂໍ້ມູນໂຮງຮຽນທີ່ຂາດແຄນຄູສອນ, ຄົ້ນຄວ້າ, ຄັດເລືອກເອົານາຍ ແລະ ພົນທະຫານໄປຝຶກອົບຮົມວິຊາຄູ ເພື່ອໄປຊ່ວຍສອນຊັ້ນປະຖົມສຶກສາ ແລະ ເຂດຫ່າງໄກສອກຫຼີກ ແລະ ເກັບກຳສະຖິຕິຄູສອນອາສາສະໝັກເຂົ້າເປັນທະຫານ
ສະຖາບັນຂົງຈື ມຊເອົາໃຈໃສ່ກໍ່ສ້າງບຸກຄະລາກອນດ້ານພາສາຈີນຮັບໃຊ້ປະເທດຊາດ

ສະຖາບັນຂົງຈື ມຊເອົາໃຈໃສ່ກໍ່ສ້າງບຸກຄະລາກອນດ້ານພາສາຈີນຮັບໃຊ້ປະເທດຊາດ

ທ່ານ ຄຳຮຸ່ງ ຈັນທະວົງ ເລຂາພັກຮາກຖານ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ (ມຊ) ກ່າວລາຍງານໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ມຊ ຄັ້ງທີ VI ວ່າ: ໂດຍພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກມຊ ສະຖາບັນຂົງຈືສາມາດສ້າງຜົນງານອັນພົ້ນເດັ່ນຫຼາຍດ້ານເຊັ່ນ: ດ້ານການເມືອງ-ແນວຄິດ, ວິຊາການ, ການແລກປ່ຽນວັດທະນະທໍາ,
ແຂວງວຽງຈັນ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V

ແຂວງວຽງຈັນ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V

ໃນວັນທີ 22 ເມສານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງວຽງຈັນ,
ສະຫຼຸບການຈັດຕັ້ງປະຕິບັດໂຄງການສະໜັບສະໜູນການສຶກສາສໍາລັບເດັກນ້ອຍຢູ່ 4 ແຂວງ

ສະຫຼຸບການຈັດຕັ້ງປະຕິບັດໂຄງການສະໜັບສະໜູນການສຶກສາສໍາລັບເດັກນ້ອຍຢູ່ 4 ແຂວງ

ກອງທຶນການສຶກສາສາເພື່ອການພັດທະນາ (EDF-Lao) ໄດ້ດໍາເນີນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາສໍາລັບເດັກນ້ອຍຢູ່ 4 ແຂວງຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງເຊກອງ ໄລຍະ 3 ນັບແຕ່ປີ 2020 - 2024
ມຊ ມີຜົນງານພົ້ນເດັ່ນຫຼາຍດ້ານໃນການພັດທະນາການສຶກສາ

ມຊ ມີຜົນງານພົ້ນເດັ່ນຫຼາຍດ້ານໃນການພັດທະນາການສຶກສາ

ໂດຍ: ພູວັນ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກມະຫາວິທະຍາໄລແຫ່ງຊາດ (ມຊ) ຄັ້ງທີ VI ຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານ ພູເພັດ ກ້ຽວພິລາວົງຄະນະປະຈໍາພັກ ຮອງອະທິການບໍດີ ມຊ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາໄລຍະ 5 ປີ (2021-2025)

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ໃນສົກຮຽນ 2023-2024 ຜ່ານມາ ນະຄອນຫຼວງວຽງຈັນ (ນວ) ສາມາດຍາດໄດ້ຫຼຽນຄຳໃນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດເຖິງ 6 ຫຼຽນຄຳ ແລະ 1 ຫຼຽນເງິນລວມ 7 ຫຼຽນ ແລະ ໃນສົກຮຽນ 2024-2025 ນວ ຍັງຄົງສາມາດສືບຕໍ່ຮັກສາມູນເຊື້ອໄວ້ຢ່າງໜຽວໝັ້ນ ພ້ອມທະລຸເປົ້າໝາຍເຖິງ 11 ຫຼຽນ ໃນນັ້ນໄດ້ຫຼຽນຄຳເຖິງ 7 ຫຼຽນໃນຈຳນວນ 8 ຫຼຽນຄຳທົ່ວປະເທດ.
ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ໂຮງຮຽນ ມສ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ ປະຈໍາສົກ 2024-2025 ຂຶ້ນໃນວັນທີ 8 ເດືອນ ເມສາຜ່ານມາ, ທີ່ໂຮງຮຽນ ມສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ຫອມກິ່ນແກ້ວ ປະທານສະມາຄົມພໍ່ແມ່ນັກຮຽນ, ມີທ່ານ ນາງ ຝາລິບວອນ ລໍວັນໂຫຼຍ ຮອງອໍານວຍການໂຮງຮຽນ ມສ ເມືອງລອງ.
ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ການສອບເສັງນັກຮຽນເກັ່ງຂັ້ນມັດທະຍົມສຶກສາປະຈຳສົກຮຽນ 2024-2025 ຊຶ່ງມີຕົວແທນນັກຮຽນເກັ່ງທົ່ວປະເທດເຂົ້າຮ່ວມສອບເສັງແຂ່ງຂັນທັງໝົດ 288 ຄົນ ຍິງ 162 ຄົນ ປີນີ້ໄດ້ຄັດເລືອກຕົວແທນນັກຮຽນເກັ່ງອັນດັບທີ 1 ແລະ 2 ຂອງແຕ່ລະວິຊາຂັ້ນ ມ4, ມ7 ທົ່ວປະເທດເຂົ້າຮ່ວມການສອບເສັງຄັ້ງນີ້.
ເພີ່ມເຕີມ