![]() |
ທ່ານ ພູນສະຫວັນ ແຈ້ງສະຫວ່າງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເພື່ອໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ມີສ່ວນຮ່ວມ ໃນການປົກປັກຮັກສາສິ່ງແວດລ້ອມ, ສ້າງເມືອງ ເປັນເມືອງສີຂຽວ ສະອາດ ງາມຕາ ໂດຍລວມແລ້ວວຽກງານ ຂຽວສະອາດງາມຕາ ເປັນວຽກງານໜຶ່ງທີ່ສໍາຄັນ ໃນລະດັບພາກພື້ນ ແລະ ສາກົນ ພ້ອມດຽວກັນນັ້ນ ພັກ-ລັດຖະບານ ຍັງໄດ້ໃຫ້ຄວາມສໍາຄັນຕະຫຼອດມາ. ເພື່ອຜັນຂະຫຍາຍວິໄສທັດຮອດປີ 2030 ແລະ ຍຸດທະສາດ 10 ປີ (2016-2025) ຂອງຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ຄື: ສ້າງປະເທດລາວເປັນປະເທດ ສີຂຽວ ສະອາດ ງາມຕາ ມີຄວາມສົມບູນທາງດ້ານຊັບພະຍາກອນທໍາມະຊາດ ບົນພື້ນຖານການພັດທະນາເສດຖະກິດສີຂຽວ ເພື່ອບັນລຸການພັດທະນາແບບຍືນຍົງ ແລະ ກ້າວໄປເປັນປະເທດອຸດສາຫະກໍາທີ່ທັນສະໄໝ ພ້ອມທັງຮັບປະກັນຄວາມສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທໍາມະຊາດ.
ທ່ານຫົວໜ້າຂະແໜງສິ່ງແວດລ້ອມ ຍັງໄດ້ກ່າວຕື່ມວ່າ: ອີງໃສ່ແຜນພັດທະນາດ້ານເສດຖະກິດ-ສັງຄົມ 5 ປີ (2021-2025) ຂອງແຂວງໄດ້ວາງຄາດໝາຍ ສ້າງບ້ານ ສີຂຽວ ສະອາດ ງາມຕາ ຈໍານວນ 130 ບ້ານ ເທົ່າກັບ 30% ຂອງຈໍານວນບ້ານໃນທົ່ວແຂວງ ໂດຍເນັ້ນໃສ່ ບັນດາບ້ານເທດສະບານ ຂອງແຕ່ລະເມືອງ ແລະ ບ້ານທີ່ຕັ້ງຢູ່ຕາມແລວທາງສາຍຫຼັກ ຂອງແຂວງ, ຂອງເມືອງ. ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມາເຖິງປັດຈຸບັນ ເຫັນວ່າແຂວງໄຊຍະບູລີ ສາມາດຍາດໄດ້ຜົນສໍາເລັດ ແລະ ປະກາດຮັບຮອງຕົວແບບສີຂຽວ ສະອາດ ງາມຕາ ໄດ້ 83 ບ້ານ, 51 ໂຮງຮຽນ, 60 ສໍານັກງານຫ້ອງການ ຖ້າທຽບໃສ່ແຜນ 5 ປີ ຍັງບໍ່ທັນບັນລຸ. ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນລຸຕາມລະດັບຄາດໝາຍນັ້ນ, ຄູ-ອາຈານ ແລະ ນ້ອງນັກຮຽນ ຈະຕ້ອງໄດ້ຮຽນຮູ້ວຽກງານສີຂຽວ ສະອາດ ງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອ ຊຶ່ງບົດຮຽນທີ່ນໍາມາສະເໜີ ໃນຄັ້ງນີ້, ມີການສ້າງບ້ານ, ໂຮງຮຽນຕົວແບບ ຂຽວສະອາດ ງາມຕາ, ການຄຸ້ມຄອງສິ່ງເສດເຫຼືອ (ຂີ້ເຫຍື້ອ), ການປົກປັກຮັກສາສິ່ງແວດລ້ອມ ແລະ ຍັງມີກິດຈະກໍາຖາມ-ຕອບ ກ່ຽວກັບສິ່ງແວດລ້ອມ.
(ຂ່າວ: ແກ່ນທ້າວ)

ຄໍາເຫັນ