![]() |
ກອງປະຊຸມຄັ້ງນີ້, ການນຳທັງສອງຝ່າຍໄດ້ແລກປ່ຽນບົດຮຽນ ແລະ ຕີລາສູງຕໍ່ບັນດາຜົນງານທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ - ສັງຄົມ ແລະ ບັນດາໝາກຜົນທີ່ບັນລຸໄດ້ໃນສັນຍາຮ່ວມມືໃນໄລຍະ 5 ປີ. ໄລຍະຜ່ານມາ ສອງແຂວງໄດ້ສົ່ງຄະນະຜູ້ແທນໄປແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເປັນປະຈຳໃນແຕ່ລະປີ, ເພື່ອເປັນການເພີ່ມທະວີຄວາມສາມັກຄີ, ສ້າງຄວາມສະດວກໃຫ້ແກ່ການປຶກສາຫາລືຢ່າງກົງໄປກົງມາ, ກຳນົດເນື້ອໃນການຮ່ວມມືທີ່ສອດຄ່ອງກັບຄວາມຮຽບຮ້ອງຕ້ອງການຕົວຈິງຂອງແຂວງໄຊສົມບູນ ໂດຍສະເພາະແມ່ນການຮ່ວມມືຮອບດ້ານກັບບັນດາພະແນກການ, ກົມກອງ, ບັນດາເມືອງ ຂອງສອງແຂວງໃຫ້ມີການຮ່ວມມືແຮກສ່ຽວ. ໃນນີ້, ມີ 6 ພາກສ່ວນທີ່ໄດ້ເຊັນບົດບັນທຶກຮ່ວມມືເເຮກສ່ຽວ. ຈາກນັ້ນ, ການນຳທັງສອງຝ່າຍໄດ້ຮັບຊົມວີດີໂອ ຜົນສຳເລັດການຮ່ວມມືລະຫວ່າງ ແຂວງໄຊສົມບູນ ແລະ ແຂວງບັ່ກນິງ ໃນໄລຍະ 5 ປີຜ່ານມາ ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ແກ່ 4 ກົມກອງ ແລະ 18 ບຸດຄົນ ທີ່ມີຜົນງານດີເດັ່ນໃນການປະສານງານ ແລະ ປະຕິບັດສັນຍາຮ່ວມມືໄລຍະ 2021-2025
![]() |
ຈາກທ່ານປະທານຄະນະກຳມະການປະຊາຊົນແຂວງ ບັ໋ກນິງ ແລະ ເພື່ອສຶບຕໍ່ຜັນຂະຫຍາຍສາຍສຳພັນມິດຕະພາບການຮ່ວມມືລະຫວ່າງ ແຂວງໄຊສົມບູນ ກັບ ແຂວງບັ໋ກນິງ ໃຫ້ມີຄວາມແໜ້ນແຟ້ນ ແລະ ເລິກເຊິ່ງ. ການນຳທັງສອງຝ່າຍຈຶ່ງເຫັນດີສຶບຕໍ່ລົງນາມໃນສັນຍາຮ່ວມມືໄລຍະ 2026-2030 ຝ່າຍແຂວງໄຊສົມບູນ ເຊັນໂດຍ ສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ຮອງປະທານຄະນະກໍາມະການອົງການປົກຄອງ ແລະ ຝ່າຍການນຳແຂວງບັ໋ກນິງ ເຊັນໂດຍ ສະຫາຍ ມາຍ ເຊີນ ຮອງປະທານຄະນະກຳມະການປະຊາຊົນແຂວງບັ໋ກນິງ ຜູ້ປະຈຳການ.
![]() |
(ນັກຂ່າວ: ເຢັ້ງເຊີເຊ່ຍມົວ ຈົ່ງວ່າຊົວໂກ້)



ຄໍາເຫັນ