ໄຊສົມບູນ ສໍາເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານເຈົ້າແຂວງ

ໄຊສົມບູນ ສໍາເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານເຈົ້າແຂວງ

ໄຊສົມບູນ ສໍາເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານເຈົ້າແຂວງ
ແຂວງໄຊສົມບູນ ໄດ້ສຳເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານ ເຈົ້າແຂວງໄຊສົມບູນ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງ, ໄດ້ປິດລົງໃນວັນທີ 7 ກັນຍາຜ່ານມາ ທີ່ເດີ່ນກິລາ ຂອງແຂວງ ໂດຍມີການນໍາຂັ້ນແຂວງ ຕະຫຼອດຮອດພະນັກງານ, ທະຫານ-ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຊົມ.
ໄຊສມບນ ສາເລດການແຂງຂນກລາບານເຕະ ແລະ ກລາເປຕງ ຊງຂນທານເຈາແຂວງ - image 1
 

ການແຂ່ງຂັນກິລາຄັ້ງນີ້, ປະເພດກິລາບານເຕະ ມີທັງໝົດ 20 ທີມ ຄື: ລຸ້ນອາວຸໂສ ມີ 6 ທີມ, ລຸ້ນທົ່ວໄປ ມີ 14 ທີມ ແລະ ກິລາເປຕັງມີ ທັງໝົດ 62 ທີມ, ຍິງ 21 ທີມ. ໃນນີ້, ການແຂ່ງຂັນແມ່ນເລີ່ມແຕ່ ວັນທີ່ 22 ສິງຫາ-ວັນທີ 7 ກັນຍາ 2025. ຜ່ານການແຂ່ງຂັນ: ກິລາບານເຕະຫຸ່ນອາວຸໂສ ທີ່ 1 ທີມຂາແຂງເທດສະບານແຂວງ ໄດ້ຮັບເງິນ 3 ລ້ານກີບ ພ້ອມຂັນໜຶ່ງໜ່ວຍ, ທີ 2 ເມືອງທ່າໂທມ ໄດ້ຮັບເງິນ 2 ລ້ານກີບ, ທີ 3 ໄດ້ແກ່ທີມອາວຸໂສ ກອງບັນຊາການທະຫານແຂວງ ໄດ້ຮັບເງິນ 1 ລ້ານ 5 ແສນກີບ, ຊາວໜຸ່ມຫຸ່ນທົ່ວໄປ ທີ່ 1 ທີມ ກອງບັນຊາທະຫານແຂວງ ໄດ້ຮັບເງິນ 4 ລ້ານກີບ ພ້ອມຂັນໜຶ່ງໜ່ວຍ, ທີ 2 ທີມ ກອງພັນໃຫຍ່ 101 ໄດ້ຮັບເງິນ 3 ລ້ານກີບ, ທີ 3 ທີມຮ້ານສ້ອມແປງ ເອັມຊີ ໄດ້ຮັບເງິນ 2 ລ້ານກີບ. ສໍາລັບກິລາເປຕັງຍິງ: ທີ 1 ທີມກອງພັນໃຫຍ່ 101 ໄດ້ຮັບເງິນ 3 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ທີມກອງພັນໃຫຍ່ 101 ໄດ້ຮັບເງິນ 2 ລ້ານກີບ, ທີ 3 ທີມກອງບັນຊາການປ້ອງກັນຄວາມສະຫງົບ ໄດ້ຮັບເງິນ 1 ລ້ານ 5 ແສນກີບ. ເປຕັ່ງຊາຍ: ທີ 1 ທີມກອງພັນໃຫຍ່ 101 ໄດ້ຮັບເງິນ 3 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ທີມທະນາຄານສົ່ງເສີມກະສິກໍາ ໄດ້ຮັບເງິນ 2 ລ້ານກີບ, ທີ 3 ທີມກອງບັນຊາການທະຫານແຂວງ ໄດ້ຮັບເງິນ 1 ລ້ານ 5 ແສນກີບ. ໂດຍການຂຶ້ນມອບຂັນ ແລະ ເງິນລາງວັນຂອງ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ທ່ານ ຕົ່ງມົວ ຊົວໂກ້ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໄຊສົມບູນ, ທ່ານ ທອງວັນ ທໍາມະວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜັດປ່ຽນກັນມອບລາງວັນຕາມລໍາດັບ.

(ພາບ-ຂ່າວ: ຟອງ ນໍນິນທາ)

ຄໍາເຫັນ

ຂ່າວສືກສາ-ກິລາ

ປະກາດໂຮງຮຽນປະຖົມສົມບູນຫຼວງພະບາງ ເປັນໂຮງຮຽນຕົວແບບ

ປະກາດໂຮງຮຽນປະຖົມສົມບູນຫຼວງພະບາງ ເປັນໂຮງຮຽນຕົວແບບ

ພິທີປະກາດໂຮງຮຽນປະຖົມສົມບູນ ຫຼວງພະບາງ ເປັນໂຮງຮຽນຕົວແບບ ຈັດຂຶ້ນໃນວັນທີ 22 ພຶດສະພາຜ່ານມາ, ມີທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ພ້ອມດ້ວຍແຂກຖຶກເຊີນ, ຄູສອນ ແລະ ນັກຮຽນເຂົ້າຮ່ວມ.
ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ແຂວງ ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ (AFC Grassroots Football Day) ປະຈຳປີ 2026 ໄດ້ຈັດຂຶ້ນ ໃນວັນທີ 23 ພຶດສະພາ 2026 ນີ້ ທີ່ສະຫນາມກິລາແຂວງອຸດົມໄຊ ເພື່ອເປັນການສ້າງພື້ນຖານ ແລະ ຄັດເລືອກນັກກິລາເຕະບານລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ.
ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ

ແຂວງ ອຸດົມໄຊ ຈັດກິດຈະກຳວັນເຕະບານ ຮາກຖານເຍົາວະຊົນ (AFC Grassroots Football Day) ປະຈຳປີ 2026 ໄດ້ຈັດຂຶ້ນ ໃນວັນທີ 23 ພຶດສະພາ 2026 ນີ້ ທີ່ສະຫນາມກິລາແຂວງອຸດົມໄຊ ເພື່ອເປັນການສ້າງພື້ນຖານ ແລະ ຄັດເລືອກນັກກິລາເຕະບານລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ.
ຍົກລະດັບຄຸນນະພາບຄູ ເສີມສ້າງການສຶກສາລາວ

ຍົກລະດັບຄຸນນະພາບຄູ ເສີມສ້າງການສຶກສາລາວ

ໃນວັນທີ 18 ພຶດສະພາຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຝຶກອົບຮົມ “ສ້າງຄວາມເຂັ້ມແຂງໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນໂມດູນ 1 ເພື່ອຍົກສູງຄວາມສາມາດຂອງບຸກຄະລາກອນດ້ານການສຶກສາ ແລະ ເສີມສ້າງຄຸນນະພາບການຮຽນ-ການສອນໃນໂຮງ ຮຽນໃຫ້ດີຂຶ້ນ ໂດຍເປັນກຽດຂອງທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນມີ ແກ້ວສະຫວັດ ຮັກສາການ ຜູ້ອໍານວຍການວິທະຍາໄລຄູຫຼວງພະບາງ, ທ່ານ ນາງ ຈັນສະໝຸດ ສຸກກະເສີມ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວ ໄດ້ລາງວັນທີ 3 ການແຂ່ງຂັນຮ້ອງເພງ ຢູ່ມະຫາວິທະຍາໄລວິງ ສສ ຫວຽດນາມ

ນັກສຶກສາລາວທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລວິງ (Vinh University) ສສ ຫວຽດນາມ ໄດ້ສ້າງຜົນງານອັນດີເດັ່ນ ແລະ ນຳເອົາຄວາມພາກພູມໃຈມາໃຫ້ປະເທດຊາດ ດ້ວຍການໄດ້ລາງວັນອັນດັບທີ 3 ໃນງານແຂ່ງຂັນ “ຮ້ອງເພງນັກສຶກສາ” ສົກຮຽນ 2025-2026.
ສສກ ສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ສສກ ສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມຝຶກອົບຮົມໂຄງການສົ່ງເສີມແມ່ຍິງ ໃນການເປັນຜູ້ນຳຢູ່ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນລະຫວ່າງວັນທີ 18-20 ພຶດສະພານີ້, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ; ມີທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ສສກ ແລະ ທ່ານ ນາງ ເບຄໍາ ສະເຫຼີມສຸກ ຜູ້ຮັບຜິດຊອບວຽກງານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມແຜນງານບີຄວາ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ລົດແກ້ວ ອິນທະກຸມມານ ສ້າງຜົນງານເດັ່ນໄດ້ແຊັມແລ່ນມາຣາທອນລາຍການຊຸບເປີສະປອດ ໄລຍະທາງ 16 ກິໂລແມັດ ຢູ່ປະເທດໄທ

ລົດແກ້ວ ອິນທະກຸມມານ ສ້າງຜົນງານເດັ່ນໄດ້ແຊັມແລ່ນມາຣາທອນລາຍການຊຸບເປີສະປອດ ໄລຍະທາງ 16 ກິໂລແມັດ ຢູ່ປະເທດໄທ

ວົງການກິລາແລ່ນ-ລານຂອງ ສປປ ລາວ ສ້າງຊື່ສຽງໃນເວທີສາກົນອີກຄັ້ງ ເມື່ອນັກແລ່ນສາວທີມຊາດລາວ "ນາງ ລົດແກ້ວ ອິນທະກຸມມານ" ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນອີກຄັ້ງ ດ້ວຍການເຂົ້າເສັ້ນໄຊອັນດັບທີ 1 ໃນການແຂ່ງຂັນແລ່ນມາຣາທອນລາຍການໃຫຍ່ລະດັບພາກພື້ນ ລາຍການ “SuperSports 10 Mile Marathon” ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 17 ພຶດສະພາ ຜ່ານມາ.
ງານກິລາ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ,

ງານກິລາ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ,

ງານກິລາ "Coke ສາມັກຄີ 4 ໂຮງຮຽນ" ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ, ດ້ວຍຮອຍຍິ້ມ, ຄວາມມ່ວນຊື່ນ ແລະ ມິດຕະພາບອັນແໜ້ນແຟ້ນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13 - 15 ພຶດສະພາ 2026, ທີ່ສະໝາມກິລາລ້ານຊ້າງສະເຕດ້ຽມ, ຊຶ່ງປີນີ້ເປັນຄັ້ງທີ III ທີ່ໄດ້ສ້າງເວທີແຫ່ງຄວາມຝັນແລະ ເປີດໂອກາດໃຫ້ນັກຮຽນໄດ້ສະແດງຄວາມສາມາດດ້ານກິລາຢ່າງເຕັມສ່ວນ. ໂດຍມີທ່ານ ຄຳແກ້ວ ມະຫາໄຊ ຮອງປະທານຄະນະກຳມະການ ປົກຄອງເມືອງ ຫາດຊາຍຟອງ,ທ່ານ ສົມສີ ຫຼວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ , ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ ,ທ່ານ ພະສິນ ປັນດີ ຜູ້ຈັດການ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິ້ງ ຈຳກັດ ພ້ອມດ້ວຍນັກຮຽນ ແລະ ນັກກິລາເຂົ້າຮ່ວມ.
ອະດີດນັກຮຽນມັດທະຍົມຫຼວງພະບາງ ສ້າງກິດຈະກໍາອະນາໄມຕົວເມືອງ

ອະດີດນັກຮຽນມັດທະຍົມຫຼວງພະບາງ ສ້າງກິດຈະກໍາອະນາໄມຕົວເມືອງ

ໃນວັນທີ 17 ພຶດສະພາຜ່ານມາ, ອະດີດນັກຮຽນມັດທະຍົມຫຼວງພະບາງຮຸ່ນປີ 1995-1996 ທີ່ສຶກສາຮໍ່າຮຽນຢູ່ໂຮງຮຽນມັດທະຍົມສົມບູນສັນຕິພາບ ແລະ ໂຮງຮຽນອຸດົມຫຼວງພະບາງເລກ 1 ໄດ້ພ້ອມກັນສ້າງກິດຈະກຳອະນາໄມຕົວເມືອງຫຼວງພະບາງ ໂດຍມີທ່ານ ສຸລິວົງ ແກ້ວປະທຸມ ອະດີດຄູສອນເປັນຜູ້ນຳພາ.
ມຊ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 180 ລ້ານກີບ

ມຊ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 180 ລ້ານກີບ

ອະດີດນັກສຶກສາ ແລະ ຜູ້ປະກອບການທຸລະກິດ ໄດ້ມອບອຸປະກອນການສຶກສາປະເພດຊຸດໂຕະຕັ່ງ ມູນຄ່າ 180,000,000 ກີບ ໃຫ້ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອມອບຕໍ່ໃຫ້ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 11 ພຶດສະພາຜ່ານມາ, ໂດຍການໃຫ້ກຽດກ່າວມອບຂອງທ່ານ ນາງ ນິວັນນາ ປະທານບໍລິສັດສຽວເຊິ້ງເຄຫະສະຖານ ແລະ ສຳຫຼວດຂຸດຄົ້ນບໍ່ແຮ່ຈຳກັດຜູ້ດຽວ ແລະ ໃຫ້ກຽດກ່າວຮັບໂດຍທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ