ງານກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ໄຊສົມບູນ ຖອດຖອນບົດຮຽນການເຂົ້າຮ່ວມງານກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ໄຊສົມບູນ ຖອດຖອນບົດຮຽນການເຂົ້າຮ່ວມງານກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ
ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການເຂົ້າຮ່ວມງານກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງສາລະວັນເປັນເຈົ້າພາບ ຂຶ້ນໃນຕອນເຊົ້າຂອງວັນທີ 9 ມັງກອນ 2025ນີ້

 ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ປະທານສະມາຄົມກິລາ-ກາຍຍະກຳ ແຂວງ ພ້ອມດ້ວຍຄະນະຊີ້ນຳລວມ, ຄູຝຶກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໃຫ້ຮູ້ວ່າ: ການແຂ່ງຂັນກິລານັກຮຽນມັດທະຍົມສຶກສາຄັ້ງນີ້, ແຂວງໄຊສົມບູນ ໄດ້ນໍາສົ່ງທິມນັກກິລາເຂົ້າຮ່ວມແຂ່ງຂັນມີ 7 ປະເພດນັກກິລາ ຄື: ກິລາແລ່ນລານ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້, ກິລາເປຕັງ, ກິລາໜ້າເກັກ ແລະ ກິລາໝາກເສິກ. ຜ່ານການແຂ່ງຂັນຕົວຈິງ ທິມນັກກິລາ ແຂວງໄຊສົມບູນ ສາມາດຍາດໄດ້ 1 ຫຼຽນທອງ ຈາກປະເພດກິລາໝາກເສິກ ໃນຈຳນວນ 7 ປະເພດກິລາ ທີ່ສົ່ງເຂົ້າຮ່ວມແຂ່ງຂັນ. ຈາກນັ້ນ ຕາງໜ້າແຕ່ລະສະມາຄົມນັກກິລາ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ຜັດປ່ຽນກັນລາຍງານຜົນຂອງການແຂ່ງຂັນ ໃນທິິມນັກກິລາທີ່ຕົນຮັບຜິດຊອບ ພ້ອມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ພົບພໍ້ໃນການແຂ່ງຂັນຕົວຈິງ. ຂະນະດຽວກັນ ກໍໄດ້ປະກອບຄຳຄິດ-ຄຳເຫັນຫຼາຍບັນຫາ ດ້ວຍບັນຍາກາດຄຶກຂຶມ ແລະ ສ້າງສັນ ບົນພື້ນຖານຄວາມເປັນເອກະພາບ ທັງນີ້ກໍເພື່ອພ້ອມກັນຕີລາຄາຜົນຈາກການແຂ່ງຂັນ ແນໃສ່ສະຫຼຸບຖອດຖອນບົດຮຽນ ພ້ອມທັງນຳມາເປັນປະສົບການ ເພື່ອນຳໄປປັບປຸງແກ້ໄຂໃນຈຸດທີ່ຍັງເຫັນວ່າ ຍັງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ ເພື່ອເຮັດໃຫ້ການແຂ່ງຂັນໃນຕໍ່ໜ້າ ມີເຕັກນິກທີ່ຄ່ອງແຄ້ວດີຂຶ້ນກວ່າເກົ່າ.

ໂອກາດດັ່ງກ່າວ, ທ່ານ ຕົ່ງມົວ ຊົວໂກ້ ໄດ້ເນັ້ນໜັກໃຫ້ທຸກສະມາຄົມນັກກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງນຳເອົາບົດຮຽນ ກໍຄືປະສົບການຈາກການແຂ່ງຂັນ ທີ່ແຂວງສາລະວັນເທື່ອນີ້ ມາປັບປຸງແກ້ໄຂແຕ່ລະທິມນັກກິລາ ຂອງແຂວງໄຊສົມບູນ ໃຫ້ໄດ້ຮັບການພັດທະນາດີຂຶ້ນຕາມລຳດັບ ເພື່ອຮັບປະກັນໃຫ້ແກ່ການນຳສົ່ງນັກກິລາ ໄປແຂ່ງຂັນໃນຄັ້ງຕໍ່ໄປ ໃຫ້ມີຄວາມກຽມພ້ອມຢ່າງຮອບດ້ານ ແລະ ນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີປະສິດທິພາບ.

(ຂ່າວ: ນາງ ສີສຸດາ ແສນວິໄລ)

ຄໍາເຫັນ

ຂ່າວສືກສາ-ກິລາ

ລົດແກ້ວ ອິນທະກຸມມານ ສ້າງຜົນງານເດັ່ນໄດ້ແຊັມແລ່ນມາຣາທອນລາຍການຊຸບເປີສະປອດ ໄລຍະທາງ 16 ກິໂລແມັດ ຢູ່ປະເທດໄທ

ລົດແກ້ວ ອິນທະກຸມມານ ສ້າງຜົນງານເດັ່ນໄດ້ແຊັມແລ່ນມາຣາທອນລາຍການຊຸບເປີສະປອດ ໄລຍະທາງ 16 ກິໂລແມັດ ຢູ່ປະເທດໄທ

ວົງການກິລາແລ່ນ-ລານຂອງ ສປປ ລາວ ສ້າງຊື່ສຽງໃນເວທີສາກົນອີກຄັ້ງ ເມື່ອນັກແລ່ນສາວທີມຊາດລາວ "ນາງ ລົດແກ້ວ ອິນທະກຸມມານ" ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນອີກຄັ້ງ ດ້ວຍການເຂົ້າເສັ້ນໄຊອັນດັບທີ 1 ໃນການແຂ່ງຂັນແລ່ນມາຣາທອນລາຍການໃຫຍ່ລະດັບພາກພື້ນ ລາຍການ “SuperSports 10 Mile Marathon” ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 17 ພຶດສະພາ ຜ່ານມາ.
ງານກິລາ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ,

ງານກິລາ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ,

ງານກິລາ "Coke ສາມັກຄີ 4 ໂຮງຮຽນ" ຄັ້ງທີ III ປະຈຳປີ 2026 ໄດ້ປະສົບຜົນເລັດຢ່າງຈົບງາມ, ດ້ວຍຮອຍຍິ້ມ, ຄວາມມ່ວນຊື່ນ ແລະ ມິດຕະພາບອັນແໜ້ນແຟ້ນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13 - 15 ພຶດສະພາ 2026, ທີ່ສະໝາມກິລາລ້ານຊ້າງສະເຕດ້ຽມ, ຊຶ່ງປີນີ້ເປັນຄັ້ງທີ III ທີ່ໄດ້ສ້າງເວທີແຫ່ງຄວາມຝັນແລະ ເປີດໂອກາດໃຫ້ນັກຮຽນໄດ້ສະແດງຄວາມສາມາດດ້ານກິລາຢ່າງເຕັມສ່ວນ. ໂດຍມີທ່ານ ຄຳແກ້ວ ມະຫາໄຊ ຮອງປະທານຄະນະກຳມະການ ປົກຄອງເມືອງ ຫາດຊາຍຟອງ,ທ່ານ ສົມສີ ຫຼວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ , ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ ,ທ່ານ ພະສິນ ປັນດີ ຜູ້ຈັດການ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິ້ງ ຈຳກັດ ພ້ອມດ້ວຍນັກຮຽນ ແລະ ນັກກິລາເຂົ້າຮ່ວມ.
ອະດີດນັກຮຽນມັດທະຍົມຫຼວງພະບາງ ສ້າງກິດຈະກໍາອະນາໄມຕົວເມືອງ

ອະດີດນັກຮຽນມັດທະຍົມຫຼວງພະບາງ ສ້າງກິດຈະກໍາອະນາໄມຕົວເມືອງ

ໃນວັນທີ 17 ພຶດສະພາຜ່ານມາ, ອະດີດນັກຮຽນມັດທະຍົມຫຼວງພະບາງຮຸ່ນປີ 1995-1996 ທີ່ສຶກສາຮໍ່າຮຽນຢູ່ໂຮງຮຽນມັດທະຍົມສົມບູນສັນຕິພາບ ແລະ ໂຮງຮຽນອຸດົມຫຼວງພະບາງເລກ 1 ໄດ້ພ້ອມກັນສ້າງກິດຈະກຳອະນາໄມຕົວເມືອງຫຼວງພະບາງ ໂດຍມີທ່ານ ສຸລິວົງ ແກ້ວປະທຸມ ອະດີດຄູສອນເປັນຜູ້ນຳພາ.
ມຊ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 180 ລ້ານກີບ

ມຊ ໄດ້ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 180 ລ້ານກີບ

ອະດີດນັກສຶກສາ ແລະ ຜູ້ປະກອບການທຸລະກິດ ໄດ້ມອບອຸປະກອນການສຶກສາປະເພດຊຸດໂຕະຕັ່ງ ມູນຄ່າ 180,000,000 ກີບ ໃຫ້ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອມອບຕໍ່ໃຫ້ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 11 ພຶດສະພາຜ່ານມາ, ໂດຍການໃຫ້ກຽດກ່າວມອບຂອງທ່ານ ນາງ ນິວັນນາ ປະທານບໍລິສັດສຽວເຊິ້ງເຄຫະສະຖານ ແລະ ສຳຫຼວດຂຸດຄົ້ນບໍ່ແຮ່ຈຳກັດຜູ້ດຽວ ແລະ ໃຫ້ກຽດກ່າວຮັບໂດຍທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເລຂາພັກແຂວງຄໍາມ່ວນ ມອບເງິນຊຸກຍູ້ໃຫ້ນ້ອງນັກຮຽນ ທີ່ໄດ້ຮັບລາງວັນ ໃນການເຂົ້າຮ່ວມແຂ່ງຂັນລະດັບຊາດ

ເລຂາພັກແຂວງຄໍາມ່ວນ ມອບເງິນຊຸກຍູ້ໃຫ້ນ້ອງນັກຮຽນ ທີ່ໄດ້ຮັບລາງວັນ ໃນການເຂົ້າຮ່ວມແຂ່ງຂັນລະດັບຊາດ

ເພື່ອຍ້ອງຍໍຊົມເຊີຍ ແລະ ເປັນການຊຸກຍູ້ແກ່ນ້ອງນັກຮຽນທີ່ມີຄວາມຫ້າວຫັນປະກອບສ່ວນໃນການຮໍ່າຮຽນ, ໃນວັນທີ 5 ພຶດສະພາຜ່ານມານີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ປະທານສະພາປະຊາຊົນຄໍາມ່ວນ ໄດ້ມອບເງິນ ໃຫ້ນັກຮຽນ ທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2025-2026.
ສິດເກົ່າອຸດົມໂຂງ ມອບທຶນ 100 ລ້ານກວ່າກີບ ບູລະນະສະໂມສອນໂຮງຮຽນ

ສິດເກົ່າອຸດົມໂຂງ ມອບທຶນ 100 ລ້ານກວ່າກີບ ບູລະນະສະໂມສອນໂຮງຮຽນ

ວັນທີ 5 ພຶດສະພານີ້, ທີ່ໂຮງຮຽນ ມສ ໂຂງ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີມອບ--ຮັບທຶນປະກອບສ່ວນສ້ອມແປງສະໂມສອນ ແລະ ອຸປະກອນການສຶກສາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ບຸນອ່ຽງ ພັນວົງສາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ອະດີດຮອງເລຂາພັກແຂວງ ແລະ ທ່ານ ນາງ ຄຳພູ ລິດທິສັກ ອະດີດເຈົ້າເມືອງໆໂຂງ ໃນນາມຕົວແທນສິດເກົ່າອຸດົມໂຂງ. ໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມ ມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ທອງສະລິດ ມັງໜໍ່ເມກ ໂອ້ລົມນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ

ທ່ານ ທອງສະລິດ ມັງໜໍ່ເມກ ໂອ້ລົມນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ

ວັນທີ 22 ເມສາ 2026 ທີ່ຫ້ອງປະຊຸມ ສະຖາບັນພັດທະນາການບໍລິຫານການສຶກສາ, ທ່ານ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ພົບປະໂອ້ລົມ ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ.
ບໍລິສັດ ຝຸ່ນໂປຕາສ ມອບອຸປະກອນການສຶກສາໃຫ້ໂຮງຮຽນປະຖົມສົມບູນບ້ານກະວະ

ບໍລິສັດ ຝຸ່ນໂປຕາສ ມອບອຸປະກອນການສຶກສາໃຫ້ໂຮງຮຽນປະຖົມສົມບູນບ້ານກະວະ

ໃນວັນທີ 22 ເມສາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ໄດ້ນໍາເອົາອຸປະກອນການສຶກສາ ແລະ ກິລາ ມາມອບໃຫ້ແກ່ໂຮງຮຽນ ປະຖົມສົມບູນ ບ້ານກະວະ ເມືອງມະຫາໄຊ ແຂວງຄໍາມ່ວນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ, ກ່າວມອບໂດຍ ທ່ານ ຢາງສົວ ຜູ້ອໍານວຍການ ບໍລິສັດ ຝຸ່ນໂປຕາສ ອາຊີໂປຕາສ ສາກົນ (ລາວ) ຈໍາກັດ, ຮັບໂດຍອໍານວຍການໂຮງຮຽນ ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງ, ພະນັກງານຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ພາກພູມໃຈ ໄດ້ຮັບທຶນການສຶກສາຈາກ ບໍລີສັດຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ

ພາກພູມໃຈ ໄດ້ຮັບທຶນການສຶກສາຈາກ ບໍລີສັດຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ

ໃນໂອກາດພິທີເຊັນສັນຍາການຮ່ວມມືລະຫວ່າງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ບໍລີສັດ ຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ ທີ່ຈັດໃນຂຶ້ນວັນທີ 21 ເມສາ ຜ່ານມາ ທີ່ ສຂຈ.
ພາກພູມໃຈ ໄດ້ຮັບທຶນການສຶກສາຈາກ ບໍລີສັດຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ

ພາກພູມໃຈ ໄດ້ຮັບທຶນການສຶກສາຈາກ ບໍລີສັດຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ

ໃນໂອກາດພິທີເຊັນສັນຍາການຮ່ວມມືລະຫວ່າງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ບໍລີສັດ ຊີໂນທຣາມ-ພີແອວຈີລາວ ໂລຈິສຕິກ ຈໍາກັດ ທີ່ຈັດໃນຂຶ້ນວັນທີ 21 ເມສາ ຜ່ານມາ ທີ່ ສຂຈ.
ເພີ່ມເຕີມ