ຊາວອິນເດຍ ກັກຕຸນແກ໊ສປຸງແຕ່ງອາຫານ ຫຼັງຈາກການສະໜອງຂາດແຄນ

ຊາວອິນເດຍ ກັກຕຸນແກ໊ສປຸງແຕ່ງອາຫານ ຫຼັງຈາກການສະໜອງຂາດແຄນ

ຊາວອິນເດຍ ກັກຕຸນແກ໊ສປຸງແຕ່ງອາຫານ ຫຼັງຈາກການສະໜອງຂາດແຄນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ມີນາ ຜ່ານມາວ່າ: ປະຊາຊົນຈຳນວນຫຼາຍໄດ້ມີການຕໍ່ຄິວຍາວຢູ່ຕໍ່ໜ້າບໍລິສັດຈຳໜ່າຍແກ໊ສປຸງແຕ່ງອາຫານ (LPG) ຂອງເອກະຊົນໃນຫຼາຍພື້ນທີ່ທົ່ວປະເທດອິນເດຍ ໃນວັນທີ 13 ມີນາຜ່ານມາ, ລວມທັງໃນນະຄອນຫຼວງນິວເດລີ, ໂດຍມີການລາຍງານບັນຫາການຈອງການເຕີມແກ໊ສປຸງແຕ່ງອາຫານໃນຄົວເຮືອນຜ່ານລະບົບອອນລາຍ ທ່າມກາງຄວາມຂັດແຍ້ງທີ່ຍັງດຳເນີນຢູ່ໃນຕາເວັນອອກກາງ.

 

ໃນບາງເມືອງຂອງອິນເດຍ, ມີການຈຳໜ່າຍແກ໊ສ (LPG) ສຳລັບໃຊ້ໃນຄົວເຮືອນໃນລາຄາທີ່ສູງກວ່າລາຄາຂາຍຍ່ອຍ ຊຶ່ງກຳນົດໄວ້ 913 ຮູປີອິນເດຍຕໍ່ຖັງ. ໃນຂະນະທີ່ຮ້ານອາຫານ ແລະ ໂຮງແຮມຫຼາຍແຫ່ງ, ໂດຍສະເພາະໃນມຸມໄບ ປະສົບກັບບັນຫາແກ໊ສ LPG ເຊັ່ນດຽວກັນ.

ທ່ານ ນາເຣນດາ ໂມດີ ນາຍົກລັດຖະມົນຕີອິນເດຍ ກ່າວວ່າ: ລັດຖະບານກຳລັງເຮັດວຽກຢ່າງຮີບດ່ວນເພື່ອຮັບປະກັນວ່າຈະບໍ່ມີການຊື້-ຂາຍໃນຕະຫຼາດມືດ ຫຼື ການກັກຕຸນແກ໊ສ LPG ທ່າມກາງຄວາມບໍ່ແນ່ນອນກ່ຽວກັບບັນຫາການຂາດແຄນແກ໊ສ LPG.

ທ່ານ ສຸຈາຕາ ຊາຣມາ ເຈົ້າໜ້າທີ່ລັດຖະບານອິນເດຍ ກ່າວວ່າ: ປັດຈຸບັນ, ຍັງບໍ່ມີລາຍງານກ່ຽວກັບການຂາດແຄນແກ໊ສຈາກຜູ້ຈຳໜ່າຍທັງ 25,000 ແຫ່ງ ແລະ ຂໍໃຫ້ປະຊາຊົນຢ່າເຊື່ອຂ່າວລື ແລະ ຫຼີກລ່ຽງການຊື້ກັກຕຸນດ້ວຍຄວາມຕື່ນຕົກໃຈ. ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຫັນມາໃຊ້ແກ໊ສ PNG ແທນ LPG, ໂດຍປັດຈຸບັນມີຄົວເຮືອນ 6 ລ້ານຫຼັງທົ່ວປະເທດອິນເດຍສາມາດປ່ຽນໄປໃຊ້ PNG ໄດ້ຢ່າງງ່າຍດາຍ.

ນອກຈາກນັ້ນ, ລັດຖະບານຍັງພະຍາຍາມທີ່ຈະນຳເອົານ້ຳມັນກາດ ແລະ ຖ່ານຫີນກັບຄືນມາເປັນເຊື້ອເພີງທາງເລືອກສຳລັບການປຸງແຕ່ງອາຫານໃນກໍລະນີສຸກເສີນ, ເພື່ອເປັນແຜນສຳຮອງໃນກໍລະນີທີ່ຂາດແຄນ LPG ຮ້າຍແຮງ. ຂະນະທີ່ການຜະລິດພາຍໃນປະເທດໄດ້ເພີ່ມຂຶ້ນ 30% ເມື່ອທຽບກັບອາທິດທີ່ຜ່ານມາ.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກຄົ້ນຄວ້າອົສຕຣາລີ ພັດທະນາລະບົບບໍາບັດນໍ້າຝົນອັດສະລິຍະ

ນັກຄົ້ນຄວ້າອົສຕຣາລີ ພັດທະນາລະບົບບໍາບັດນໍ້າຝົນອັດສະລິຍະ

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ທີມນັກຄົ້ນຄວ້າໃນອົສຕຣາລີໄດ້ພັດທະນາລະບົບບຳບັດນ້ຳຝົນທີ່ສາມາດປັບຕົວເຂົ້າກັບສະພາບອາກາດທີ່ປ່ຽນແປງໄດ້ໂດຍອັດຕະໂນມັດ, ຊ່ວຍປັບປຸງຄວາມສາມາດໃນການກຳຈັດມົນລະພິດທີ່ເປັນອັນຕະລາຍກ່ອນທີ່ພວກມັນຈະຖືກປ່ອຍອອກສູ່ທຳມະຊາດຢ່າງຫຼວງຫຼາຍ.
ມຽນມາ ຫຼຸດຄ່າໄຟຟ້າຕອນກາງຄືນໃຫ້ອຸດສາຫະກຳຂະໜາດໃຫຍ່

ມຽນມາ ຫຼຸດຄ່າໄຟຟ້າຕອນກາງຄືນໃຫ້ອຸດສາຫະກຳຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາຜ່ານມາວ່າ: ກະຊວງໄຟຟ້າ ແລະ ພະລັງງານ ຂອງມຽນມາໄດ້ປະກາດມາດຕະການຫຼຸດອັດຕາຄ່າໄຟຟ້າໃນຕອນກາງຄືນສຳລັບອຸດສາຫະກຳຂະໜາດໃຫຍ່ທີ່ຕ້ອງການການໃຊ້ໄຟຟ້າຢ່າງຫຼວງຫຼາຍ.
ຈຳນວນຜູ້ຕິດພະຍາດອີໂບລາ ໃນກົງໂກ ເກີນ 5,000 ຄົນ

ຈຳນວນຜູ້ຕິດພະຍາດອີໂບລາ ໃນກົງໂກ ເກີນ 5,000 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ສິງຫາຜ່ານມາວ່າ: ເຈົ້າໜ້າທີ່ສາທາລະນະສຸກຂອງ ສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ລາຍງານວ່າ, ຈຳນວນຜູ້ຕິດພະຍາດອີໂບລາທີ່ໄດ້ຮັບການຢືນຢັນແລ້ວໄດ້ເກີນ 5,000 ຄົນ ຊຶ່ງລວມທັງຜູ້ເສຍຊີວິດຫຼາຍກວ່າ 2,320 ຄົນ, ໃນ 6 ແຂວງຄື: ອີຕູຣີ, ກີວູເໜືອ, ກີວູໃຕ້, ຮາວ - ອູເອເລ, ບາສ-ຮູເອເລ ແລະ ໂຊໂປ.
ຈີນ ສຳເລັດການກູ້ຄືນຈະຫຼວດຢູ່ພາກພື້ນດິນເປັນເທື່ອທຳອິດ

ຈີນ ສຳເລັດການກູ້ຄືນຈະຫຼວດຢູ່ພາກພື້ນດິນເປັນເທື່ອທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວລາ 7 ໂມງ 35 ນາທີຂອງວັນທີ 19 ສິງຫາ ຜ່ານມາ ຕາມເວລາປັກກິ່ງ, ຈະຫຼວດສົ່ງຍານຈູ່ເຊ້-3-Y2 ໄດ້ຖືກຍິງສົ່ງຂຶ້ນສູ່ອະວະກາດຢູ່ເຂດທົດລອງປະດິດສ້າງການບິນອະວະກາດການຄ້າຕົ່ງເຟີ່ງ, ການບິນທັງໝົດຂອງຈະຫຼວດແມ່ນເປັນປົກກະຕິ.
ຫວຽດນາມ ມີວິສາຫະກິດຄູ່ຮ່ວມມືທົ່ວໂລກຂອງ OpenAI ເພີ່ມຂຶ້ນ 1 ແຫ່ງ

ຫວຽດນາມ ມີວິສາຫະກິດຄູ່ຮ່ວມມືທົ່ວໂລກຂອງ OpenAI ເພີ່ມຂຶ້ນ 1 ແຫ່ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 18 ສິງ​ຫາ​ ຜ່ານມາ, ຕະ​ຫຼາດ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້​ຮັບ​ຮູ້​ຂີດ​ໝາຍ​ໃໝ່​, ເມື່ອ startup ເຕັກ​ໂນ​ໂລ​ຊີ Viet EON Tech ກາຍ​ເປັນ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ແຫ່ງ​ທີ​ສອງ ທີ່ບັນ​ລຸ​ມາດ​ຖານ​ຄູ່​ຮ່ວມ​ມື​ທົ່ວ​ໂລກ​ຂອງ​ອົງ​ການ​ພັດ​ທະ​ນາ ChatGPT (OpenAI).
ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%

ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ກະຊວງການຄ້າ ຂອງກຳປູເຈຍລາຍງານວ່າ, ມູນຄ່າການຄ້າລະຫວ່າງກຳປູເຈຍ ແລະ ບັນດາປະເທດສະມາຊິກອາຊຽນ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2026 ມີມູນຄ່າທັງໝົດ 11.6 ຕື້ໂດລາ, ເພີ່ມຂຶ້ນ 20.7% ເມື່ອທຽບໃສ່ປີກ່ອນ.
ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໃນໄລຍະ 2026 – 2030, ນະຄອນຫຼວງຮ່າໂນ້ຍ ວາງເປົ້າໝາຍບັນລຸລະດັບເຕີບໂຕຍອດຜະລິດຕະພັນໃນບໍລິເວນ (GRDP) ສະເລ່ຍຕໍ່ຫົວຄົນກວ່າ 11%/ປີ, GRDP ບັນລຸ 113 ຕື້ກວ່າໂດລາ, GRDP ສະເລ່ຍຕໍ່ຫົວຄົນຕ່ຳສຸດ 12,000ໂດລາ; ເສດຖະກິດດີຈີຕອນກວມເອົາຢ່າງໜ້ອຍສຸດ 40% GRDP, ອຸດສາຫະກຳວັດທະນະທຳ ປະມານ 9% GRDP.
ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ແຫຼ່ງຂ່າວຈາກດ່ານພາສີເຂດນິຄົມອຸດສາຫະກຳຊູ່ໂຈ່ວໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ໃນ 7 ເດືອນຕົ້ນປີນີ້ ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ຊຶ່ງເປັນເຂດພັດທະນາການຮ່ວມມືລະຫວ່າງຈີນກັບຕ່າງປະເທດແຫ່ງທຳອິດຂອງຈີນ ບັນລຸຫຼາຍກວ່າ 1,000 ຕື້ຢວນເປັນຄັ້ງທຳອິດ, ເພີ່ມຂຶ້ນ 126.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ມີຫຼາຍກວ່າຍອດມູນຄ່າການນຳເຂົ້າ-ສົ່ງອອກໃນໝົດປີ 2025.
ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ສີກິດ ປູຈີ ຊານໂຕຊາ ຫົວໜ້າຝ່າຍເຕັກໂນໂລຊີຂອງ ກອງທຶນຄວາມຮັ່ງມີແຫ່ງຊາດຂອງອິນໂດເນເຊຍ (Danantara) ໄດ້ເປີດເຜີຍວ່າ, ອິນໂດເນເຊຍວາງແຜນທີ່ຈະຜະລິດແມ່ເຫຼັກຖາວອນຈາກແຮ່ທາດ rare earth ຫຼື ແຮ່ທາດທຫາຍາກພາຍໃນປີ 2028, ເພື່ອສ້າງລະບົບຕ່ອງໂສ້ການສະໜອງພາຍໃນປະເທດ ຕັ້ງແຕ່ການປຸງແຕ່ງແຮ່ທາດຈົນເຖິງການຜະລິດລົດໄຟຟ້າ (EV).
ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໂລກພວມປະເຊີນກັບການຜັນແປດ້ານພູມສາດຢ່າງແຮງໃນໄລຍະຜ່ານມາ. ໃນລະຫວ່າງວັນທີ 7 – 14 ສິງຫາ ຜ່ານມາ, ທົ່ວໂລກໄດ້ຮັບຮູ້ເຫດແຜ່ນດິນໄຫວ 98 ຄັ້ງທີ່ມີຄວາມແຮງ ແຕ່ 4.5 ຣິກເຕີຂຶ້ນໄປ, ໃນນັ້ນ 2 ຄັ້ງມີຄວາມແຮງ 7 ກວ່າຣິກເຕີ ເກີດຂຶ້ນໃນສອງປະເທດຢູ່ມະຫາສະໝຸດປາຊີຟິກ.
ເພີ່ມເຕີມ