![]() |
ຝ່າຍລາວນໍາໂດຍ ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ມຽນມາ; ພ້ອມດ້ວຍ ປະທານ, ຮອງປະທານ, ເລຂາທິການ ສະມາຄົມມິດຕະພາບ ລາວ-ມຽນມາ, ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນກາງພັກ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພະແນກການ-ອົງການທີ່ກ່ຽວຂ້ອງຂອງແຂວງ ແລະ ນັກກິລາຊາວໜຸ່ມແຂວງບໍ່ແກ້ວ ເຊິ່ງເປັນຕົວແທນໃຫ້ແກ່ຊາວໜຸ່ມລາວ.
![]() |
ຝ່າຍມຽນມາ ນໍາໂດຍ ທ່ານ ພົນຕີ ວິນມ໋ອງ ປະທານສະມາຄົມມິດຕະພາບ ມຽນມາ-ລາວ, ພ້ອມດ້ວຍຄະນະນໍາທຸກຂັ້ນ, ນັກກິລາ ແລະ ມວນຊົນຊາວມຽນມາ ເຂົ້າຮ່ວມຢ່າງພ້ອມພຽງ.
![]() |
ການແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ມີຈຸດປະສົງສໍາຄັນເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ມຽນມາ ເວົ້າລວມ,
![]() |
ເວົ້າສະເພາະກໍຄື ການຮ່ວມມື ແລະ ຄວາມສາມັກຄີຮັກແພງ ລະຫວ່າງ ແຂວງບໍ່ແກ້ວ ແຫ່ງ ສປປ ລາວ ກັບ ແຂວງທ່າຂີ້ເຫຼັກ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ, ໝັ້ນຄົງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ.
![]() |
ພາບ - ຂ່າວ: ສົມຫວັງ ພອນວິໄລ ຄຊປປລ ແຂວງບໍ່ແກ້ວ





ຄໍາເຫັນ