ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ
ວັນທີ 4 ສິງຫາ ຜ່ານມານີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກສຶກສາທິການ ແລະ ກິລາ ຮ່ວມກັບຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວແຂວງຫຼວງພະບາງ ໄດ້ຕິດຕາມ ແລະຊຸກຍູ້ການເຮັດວຽກຂອງຊາວໜຸ່ມອາສາສະໝັກຕະລຸມບອນ ທີ່ລົງສິດສອນ ໄລຍະພັກພາກຮຽນ ຢູ່ໂຮງຮຽນປະຖົມສົມບູນ 4 ແຫ່ງ ຂອງເມືອງປາກອູ, ມີ ທ່ານ ມີນາ ຈັນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ສົມໝາຍ ຂຸນດາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍເລຂາຄະນະຊາວໜຸ່ມຮາກຖານ ພະແນກສຶກສາທິການ ແລະ ກິລາ ແຂວງ, ເລຂາໜ່ວຍຊາວໜຸ່ມຮາກຖານ ໂຮງຮຽນມັດທະຍົມສົມບູນສັນຕິພາບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ຊາວໜມອາສາສະໝກ ສບຕພາລະກດສາງອານາຄດ ນານອງຄນສໂຮງຮຽນ - image 1
 

ທ່ານ ບຸນເລີດ ຫັດສະດີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງປາກອູ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 2 ອາທິດ ຜ່ານມາໃນການດຳເນີນວຽກງານຂອງໂຄງການ "ນໍານ້ອງຄືນສູ່ໂຮງຮຽນ" ໃນໄລຍະພັກພາກຮຽນ ປະຈຳສົກຮຽນ 2025-2026 ໄດ້ຮັບການຮ່ວມມືຈາກພໍ່ແມ່-ຜູ້ປົກຄອງ ສ່ວນໃຫ່ຍ ໄດ້ເຫັນເຖິງຄວາມສໍາຄັນຂອງການໃຫ້ລູກຫຼານໄດ້ທົບທວນຄວາມຮູ້ ແລະເສີມສ້າງທັກສະ ຜ່ານກິດຈະກຳການຮຽນຮູ້ທີ່ຫຼາກຫຼາຍ, ແຕ່ຍັງມີບາງຄອບຄົວ ພົບຄວາມຫຍຸ້ງຍາກ ເນື່ອງຈາກເປັນລະດູການຜະລິດ ແລະລະດູຝົນ ຈຶ່ງຈຳເປັນຕ້ອງໃຫ້ລູກຫຼານຊ່ວຍວຽກຄອບຄົວ ສົ່ງຜົນໃຫ້ການຮຽນບໍ່ຕໍ່ເນື່ອງ, ພ້ອມນັ້ນ ນັກຮຽນບາງຈຳນວນໃນຂັ້ນ ປ4 ແລະ ປ5 ຍັງອ່ານ ແລະຂຽນໜັງສືບໍ່ໄດ້ ເຊິ່ງເປັນບັນຫາທີ່ທຸກພາກສ່ວນຈະຕ້ອງຮ່ວມກັນແກ້ໄຂ ໃນຕໍ່ໜ້າ.

ໂອກາດນີ້ ທ່ານ ມີນາ ຈັນມະນີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະນຳຫ້ອງການສຶກສາທິການ ແລະ ກິລາ ເມືອງປາກອູ, ຄະນະອໍານວຍການໂຮງຮຽນ, ຄູສອນ ແລະຊາວໜຸ່ມອາສາສະໝັກຕະລຸມບອນທຸກຄົນ, ທີ່ໄດ້ສະຫຼະເວລາໃນໄລຍະພັກພາກຮຽນ ເພື່ອມາຮ່ວມສ້າງໂອກາດ ໃນການຮຽນຮູ້ໃຫ້ແກ່ເດັກນ້ອຍ ອັນເປັນພາລະກິດແຫ່ງການເສຍສະຫຼະ ແລະຮັບໃຊ້ສັງຄົມ. ໂອກາດດຽວກັນນັ້ນ ຄະນະຊາວໜຸ່ມພະແນກສຶກສາທິການ ແລະ ກິລາ ແລະຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການຮຽນ ແລະອຸປະກອນກິລາ ຈຳນວນໜຶ່ງມອບໃຫ້ຄະນະອໍານວຍການໂຮງຮຽນ ແລະອາສາສະໝັກປະຈໍາແຕ່ລະໂຮງຮຽນ ເພື່ອສະໜັບສະໜູນການດຳ ເນີນວຽກງານໃຫ້ເກີດຜົນດີຍິ່ງຂື້ນ.ຂ່າວ: ເທວາ ວ່າງ, ກວດແກ້: ປານີ ວິໄລຈິດ

ຄໍາເຫັນ

ຂ່າວສືກສາ-ກິລາ

ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ນຳໂດຍທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມ ແລະ ກວດກາສະພາບຕົວຈິງຂອງອາຄານຮຽນໃນວັນທີ 18 ກັນຍາຜ່ານມາ, ທີ່ໂຮງຮຽນປະຖົມໂທນນ້ອຍ ເພື່ອສືບຕໍ່ປັບປຸງອາຄານຮຽນທີ່ເກົ່າແກ່ຊຸດໂຊມ ໃຫ້ສາມາດດຳເນີນການຮຽນ-ການສອນໄດ້ຕາມປົກກະຕິ ໂດຍມີຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 3 ຂອງການແຂ່ງຂັນ ຊຶ່ງໃນວັນທີ 22 ກັນຍານີິ້, ມີຊີງໄຊກັນ 25 ຫຼຽນຄຳ ໃນ 10 ປະເພດກິລາຄື: ລອຍນໍ້າ 6 ຫຼຽນ, ສິລະປະການຕໍ່ສູ້ 6 ຫຼຽນ, ຄາຣາເຕ້ 4 ຫຼຽນ, ຟັນດາບ 2 ຫຼຽນ, ວູຊູ 2 ຫຼຽນ, ຄຣິກເກັດ 1 ຫຼຽນ, ລົດຖີບ 1 ຫຼຽນ, ຍິມນາສຕິກ 1 ຫຼຽນ, ບານສົ່ງຍິງ 1 ຫຼຽນ ແລະ ຍິງປືນ 1 ຫຼຽນ.
ກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງນາໂກຢ່າ

ກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19 ກັນຍາ ຜ່ານມາ ທີ່ໄອຈິ ນາໂກຢ່າ ປະເທດຍີ່ປຸ່ນ ໂດຍການຊີງໄຊກັນ 43 ຊະນິດກິລາ 71 ປະເພດ ຊຶ່ງຈະມີການຊີງຫຼຽນຄຳ 469 ຫຼຽນ ລະຫວ່າງການແຂ່ງຂັນ 19 ກັນຍາ ຫາ ວັນທີ 4 ຕຸລາ 2026.
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 16 ກັນຍາ 2026 ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ມີຮອງຫົວໜ້າພະແນກ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຫົວໜ້າພະແນກ- ຮອງພະແນກການ, ຜູ້ບໍລິຫານການສຶກສາ ແລະ ກິລາເມືອງ 8 ເມືອງ, ຄະນະສຶກສາສົງ, ຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ນັກຮຽນ ທີ່ຂາດເຂີນແຕ່ມີຜົນການຮຽນດີ ຢູ່ເມືອງຜາອຸດົມ 30ຄົນໄດ້ຮັບລົດຖີບ

ນັກຮຽນ ທີ່ຂາດເຂີນແຕ່ມີຜົນການຮຽນດີ ຢູ່ເມືອງຜາອຸດົມ 30ຄົນໄດ້ຮັບລົດຖີບ

ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມອບລົດຖີບຈຳນວນ 30 ຄັນ ໃຫ້ນັກຮຽນທີ່ຂາດເຂີນດ້ານງົບປະມານໃນການຈັດຊື້ອຸປະກອນພາຫະນະ ແຕ່ມີຄວາມດຸໝັ່ນ, ຜົນການຮຽນດີ ໃນບັນດາໂຮງຮຽນເປົ້າໝາຍ ພາຍໃນເມືອງຜາອຸດົມ ໃນວັນທີ 16 ກັນຍາ 2026 ຕາງໜ້າມອບໂດຍທ່ານ ນາງ ຄຳພັນ ຄຳປ໋ອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ແລະ ຕາງໜ້າຮັບໂດຍນັກຮຽນຜູ້ທີ່ມີລາຍຊື້ຮັບຈຳນວນ 30ຄົນ, ຍິງ 18ຄົນ, ມີຄູ-ອາຈານ ເຂົ້າຮ່ວມເພື່ອເປັນສັກຂີພິຍານ.
ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ເມື່ອບໍ່ດົນມານີ້, ສະຫະພັນກຳມະບານ ແຂວງອຸດົມໄຊ ນຳພາໂດຍ ທ່ານ ນາງ ທຸມມາ ປັນຍາສິດ ປະທານສະຫະພັນກຳມະບານ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນຳພາສະມາຊິກກຳມະບານ ຈາກບັນດາຮາກຖານອ້ອມຂ້າງແຂວງ ສ້າງຂະບວນການອອກແຮງງານລວມ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ໂຮງຮຽນປະຖົມ ບ້ານນາງິ້ວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ.
ເມືອງສາມັກຄີໄຊ ບັນລຸແຜນພັດທະນາການສຶກສາ 9 ຄາດໝາຍ

ເມືອງສາມັກຄີໄຊ ບັນລຸແຜນພັດທະນາການສຶກສາ 9 ຄາດໝາຍ

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວເມືອງສາມັກຄີໄຊ, ແຂວງອັດຕະປື ປະຈຳສົກຮຽນ 2025-2026 ແລະ ຜ່ານທິດທາງແຜນການປະຈຳສົກຮຽນ 2026-2027 ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2026 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງ, ໂດຍການເປັນປະທານຂອງ ທ່ານ ຄູນສະຫວັນ ເວັນມະສອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິ ການ ແລະ ກິລາແຂວງ, ມີຄະນະຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສສຍລ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I

ສສຍລ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I

ສູນກາງສະພັນແມ່ຍິງລາວ (ສສຍລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປິດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ ຄັ້ງທີ I ຂຶ້ນໃນວັນທີ 14 ກັນຍາ ນີ້ ທີ່ ສສຍລ (ຕຶກບຶງຂະຫຍອງ) ໂດຍການເປັນປະທານ ຂອງທ່ານ ນາງ ທໍາມາ ເພັດວິໄຊ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານຄະນະບໍລິຫານງານ ສສຍລ ຊຶ່ງມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ, ມີຜູ້ຕາງໜ້າຈາກສູນກາງສະພັນແມ່ຍິງລາວ, ຫົວໜ້າກົມ, ຮອງກົມ ແລະ ຕາງໜ້າຈາກ ຄອສພ, ພ້ອມດ້ວຍວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມ.
ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບວຽກງານກິລາ-ກາຍຍະກຳ, ປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງຊຸດໃໝ່, ປຶກສາຫາລືປະເພດກິລາ ເຂົ້າຮ່ວມງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ວັນທີ 15 ກັນຍາ 2026 ນີ້ ທີ່ສະໂມສອນຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງ ແຂວງ, ປະທານຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງໄຊສົມບູນ, ມີ ທ່ານ ພຸດລຳໄພ ທຽມພຣະສອນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ຮອງປະທານຄະນະບໍລິຫານງານສະມາຄົມກິລາ-ກາຍະກຳແຂວງ, ມີບັນດາປະທານສະຫະພັນກິລາ, ຜູ້ຕາງໜ້າສະຫະພັນກິລາປະເພດຕ່າງໆ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງພຽງ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2025-2026

ເມືອງພຽງ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2025-2026

ໃນວັນທີ 15 ກັນຍາ 2026 ນີ້ ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2025-2026 ຂຶ້ນ. ກອງປະຊຸມຄັ້ງນີ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ,ມີທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ), ມີບັນດາຄະນະພັດທະນາການສຶກສາຂັ້ນເມືອງ, ຜູ້ບໍລິຫານການສຶກສາ, ພະນັກງານວິຊາການ ແລະ ຜູ້ອໍານວຍການໂຮງຮຽນເຂົ້າຮ່ວມ.
ເພີ່ມເຕີມ