ຊາວໜຸ່ມຮາກຖານ ພະແນກ ຮສສ ນວ ປະກາດ 4 ບຸກ ປະຈໍາປີ 2025

ຊາວໜຸ່ມຮາກຖານ ພະແນກ ຮສສ ນວ ປະກາດ 4 ບຸກ ປະຈໍາປີ 2025

ຊາວໜຸ່ມຮາກຖານ ພະແນກ ຮສສ ນວ ປະກາດ 4 ບຸກ ປະຈໍາປີ 2025
ຊາວໜຸ່ມຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນະຄອນຫຼວງວຽງຈັນ (ນວ) ຈັດພິທີປະກາດ 4 ບຸກ ປະຈໍາປີ 2025 ຂຶ້ນໃນວັນທີ 31 ກໍລະກົດຜ່ານມາ ທີ່ພະແນກດັ່ງກ່າວ ໂດຍມີທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກ ຮສສ ນວ, ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ນວ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ.
ຊາວໜມຮາກຖານ ພະແນກ ຮສສ ນວ ປະກາດ 4 ບກ ປະຈາປ 2025 - image 1
 

ທ່ານ ພັນມະນີ ເພັງພັກດີ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານພະແນກ ຮສສ ນວ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດ ແລະ ການປະເມີນກວດກາ 4 ບຸກ ໃນສົກປີ 2025 ຄະນະຊາວໜຸ່ມປະຊາຊົນ ປະຕິ ວັດລາວ ຮາກຖານພະແນກ ຮສສ ນວ ສາມາດສັງລວມດ້ານດີຕັ້ງໜ້າ ແລະ ຂໍ້ຄົງຄ້າງໄດ້ດັ່ງນີ້: ບຸກດ້ານແນວຄິດ ໂດຍຢຶດໝັ້ນທັດສະນະຊີ້ນຳຂອງພັກທີ່ວ່າ ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ບົນພື້ນຖານດັ່ງກ່າວ ໄດ້ສົມທົບກັບຄະນະພັກໃນຂັ້ນຂອງຕົນ, ອົງການຈັດຕັ້ງຕ່າງໆໂດຍນຳເອົາແນວທາງນະໂຍ ບາຍມະຕິຄຳສັ່ງຂອງພັກ, ຂໍ້ກຳນົດລະບຽບກົດໝາຍຂອງລັດ, ມູນເຊື້ອຂອງຊາດຂອງພັກ, ຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແນໃສ່ເຮັດໃຫ້ພະນັກງານ-ລັດຖະກອນ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອສ້າງໃຫ້ປະຊາຊົນລາວບັນດາເຜົ່າມີສະຕິຕໍ່ຊາດ ສະຕິເປັນເອກະພາບ ເປັນເຈົ້າຕົນເອງ ມີຈິດໃຈປະຢັດມັດຖະຢັດ ມີຄວາມດຸໝັ່ນ ຄົ້ນຄ້ວາຮໍ່າຮຽນ ດຸໝັ່ນໃນການອອກແຮງງານ ຍົກສູງສະຕິຕື່ນຕົວ ມີນ້ຳໃຈບຸກບືນ ແລະ ສ້າງໃຫ້ມີຕົວແບບທີ່ດີເດັ່ນກ້າວໜ້າ ຕິດພັນກັບຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມລາວ.

 ບຸກດ້ານການຝຶກຝົນຫຼໍ່ຫຼອມ ຮໍ່າຮຽນ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ຮາກຖານ ແລະ ໜ່ວຍຮາກຖານ ໄດ້ສ້າງເງື່ອນໄຂໃຫ້ສະມາຊິກຊາວໜຸ່ມໃນຄວາມຮັບຜິດຊອບຂອງຕົນ, ໄດ້ຄົ້ນຄ້ວາຮ່ຳ ຮຽນທິດສະດີ ແນວທາງຂອງພັກ ແນວຄິດໄກສອນ ພົມວິຫານ, ວິທະຍາສາດເຕັກນິກ, ເຕັກໂນໂລຊີທີ່ກ້າວໜ້າ ວິຊາສະເພາະ, ວິຊາຊີບ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດຢູ່ເລື້ອຍໆ ພ້ອມທັງຮ່ຳຮຽນມູນເຊື້ອປະຫວັດ ສາດຂອງຊາດ ຂອງພັກ ຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ. ບຸກດ້ານວຽກງານການຈັດຕັ້ງ ເອົາໃຈ ໃສ່ປັບປຸງການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ ໃນແຕ່ລະໜ່ວຍມີການເຄື່ອນໄຫວຕາມພາລະບົດບາດ ແລະ ໄດ້ເປີດກອງປະຊຸມໃຫຍ່ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ, ຮາກຖານພະແນກ ຮສສ ຄັ້ງທີ VIII ສໍາເລັດໃນເດືອນກໍລະກົດ 2024. ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ ເອົາໃຈໃສ່ສົ່ງເສີມໃຫ້ຄະນະຊາວໜຸ່ມ ສະມາ ຊິກຊາວໝຸ່ມຂອງພະແນກ ຮສສ ນວ ຈໍານວນໜຶ່ງ ນອກຈາກເຮັດວຽກປົກກະຕິມີລາຍໄດ້ນອກຈາກເງິນເດືອນແລ້ວ ຍັງໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ຊອກຫາວຽກເຮັດງານທຳເພີ່ມເພື່ອສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ ແລະ ມີລາຍໄດ້ເສີມເຊັ່ນ: ປູກຝັງ-ລ້ຽງສັດ ສອນເພີ່ມ ເປີດຮ້ານຕັດຫຍິບ ຮ້ານເສີມສວຍ ຮ້ານຕັດຜົມຊາຍ ຄ້າຂາຍ ແລະ ອື່ນໆ.

ຊາວໜມຮາກຖານ ພະແນກ ຮສສ ນວ ປະກາດ 4 ບກ ປະຈາປ 2025 - image 2
 

 ສໍາລັບທິດທາງໃນຕໍ່ໜ້າ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງຄະນະຊາວໜຸ່ມຮາກຖານ ສະມາ ຊິກຊາວໜຸ່ມຢ່າງໜັກແໜ້ນ ພາຍໃຕ້ການຊີ້ນໍາ-ນຳພາຂອງພັກ ເສີມຂະຫຍາຍບົດບາດ, ສິດ, ໜ້າທີ່ຂອງຊາວໜຸ່ມໃນຂັ້ນໜ່ວຍຂອງຕົນ, ປັບປຸງກົງຈັກການຈັດຕັ້ງຊາວໜຸ່ມ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານສອດຄ່ອງກັບສະພາບຕົວຈິງຂອງສັງຄົມ ຮັບປະກັນໃຫ້ມີຄວາມສາມັກຄີ ແລະ ຄວາມສະຫງົບພາຍໃນຢ່າງມີປະສິດທິພາບ, ສ້າງໃຫ້ຊາວໜຸ່ມມີຄວາມເຂັ້ມແຂງໃນການປະກອບອາຊີບ ໂດຍຕິດພັນກັບການພັດທະນາຊັບ ພະຍາກອນມະນຸດ ໂດຍແນໃສ່ແກ້ໄຂຄວາມທຸກຍາກຂອງຊາວໜຸ່ມ ແລະ ສ້າງຄອບຄົວຕົວແບບໃນດ້ານຕ່າງໆ.

ໃນພິທີໄດ້ມອບໃບຢັ້ງຢືນ 4 ບຸກໃຫ້ຄະນະຊາວໜຸ່ມຮາກຖານຈໍານວນ 1 ໃບ, ໜ່ວຍຊາວໜຸ່ມຂຶ້ນກັບຈໍານວນ 3 ໜ່ວຍ ແລະ ມອບໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມດີເດັ່ນຈໍານວນ 32 ທ່ານ.

 ໂອກາດນີ້, ທ່ານ ຫຸມແພງ ສີສົມບັດ ຮຽກຮ້ອງມາຍັງຖັນແຖວຊາວໜຸ່ມ ຕ້ອງເພີ່ມທະວີຄວາມເປັນປຶກແຜ່ນແໜ້ນໜາອ້ອມຂ້າງພັກ-ລັດ ຈົ່ງເຊີດຊູນໍາໃຈຮັກຊາດ ຮັກຄວາມເປັນເອກະລາດ ເປັນເຈົ້າຕົນເອງເທື່ອລະກ້າວຢ່າງໜັກແໜ້ນ, ມອບໃຫ້ຄະນະຊາວໜຸ່ມຮາກຖານພະແນກ ຮສສ ນວ ຄົ້ນຄວ້າຜັນຂະຫຍາຍເນື້ອໃນຕ່າງໆ ເຫຼົ່ານັ້ນ ໃຫັເປັນໂຄງການ ແຜນງານອັນລະອຽດໃນການຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະ ມີຜົນສໍາເລັດທີ່ຍິ່ງໃຫຍ່ ແລະ ສູງຂຶ້ນກວ່າເກົ່າ ໃຫ້ສົມກັບຄໍາເວົ້າຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ.

ແຫຼ່ງຂ່າວ: ວຽງຈັນໃໝ່

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ