ຊາວໜຸ່ມແມ່ນກຳລັງປະຈັນບານ ເປັນເຈົ້າການໃນການຫັນເປັນດີຈີຕອນ

ຊາວໜຸ່ມແມ່ນກຳລັງປະຈັນບານ ເປັນເຈົ້າການໃນການຫັນເປັນດີຈີຕອນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ (26/3/1931 – 26/3/2024), ໃນວັນທີ 26 ມີນາ ຜ່ານມາທີ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມພົບປະໂອ້ລົມສົນທະນາກັບຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ. ໂດຍມີຫົວຂໍ້: “ເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມໃນການຫັນເປັນດີຈີຕອນແຫ່ງຊາດ”.
        ໃນການໂອ້ລົມສົນທະນາ, ທ່ານ ຟ້າມມິງຈິງ ແລະ ການນຳບັນດາກະຊວງ, ຂະແໜງການ ໄດ້ປຶກສາຫາລືກັບຄະນະຊາວໜຸ່ມກ່ຽວຂ້ອງເຖິງບັນດາບັນຫາຄື: ປົກປ້ອງແຫຼ່ງຂໍ້ມູນ ແລະ ຄວາມໝັ້ນຄົງທາງອິນເຕີເນັດ; ວຽກເຮັດງານທຳຕໍ່ໜ້າການພັດທະນາຂອງປັນຍາປະດິດ (AI). ທ່ານ ຟ້າມມິງຈິງ ສະເໜີໃຫ້ຊາວໜຸ່ມສຸມໃສ່ປະຕິບັດ 3 ຂະບວນການ, ໃນນັ້ນມີການຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ຮຽນພາສາຕ່າງປະເທດ. ທ່ານ ຟ້າມມິງຈິງ ຍັງໃຫ້ຮູ້ວ່າ: ລັດຖະບານຈະມີມາດຕະການຫັນປ່ຽນ, ຫັນຕະຫຼາດແຮງງານເປັນຫຼາຍຮູບຫຼາຍແບບ, ສ້າງການແກ່ງແຍ້ງ, ໃນນັ້ນຍົກສູງລະດັບ, ກຳລັງຄວາມສາມາດ, ທັກສະກ່ຽວກັບການຫັນປ່ຽນດີຈີຕອນໃຫ້ຊາວໜຸ່ມຊົນນະບົດ, ມີນະໂຍບາຍພັດທະນາຫັນເປັນດີຈີຕອນຢູ່ເຂດຊົນນະບົດ.
ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິງ ກໍໄດ້ມອບປຶ້ມຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ທີ່ຫາກໍໄດ້ພິມຈຳໜ່າຍເມື່ອບໍ່ດົນມານີ້ ໃຫ້ກັບບັນດາຄະນະສະມາຊິກຊາວໜຸ່ມ, ນຳໄປເຜີຍແຜ່ແນະນຳໃຫ້ກັບໄວໜຸ່ມໃນທົ່ວປະເທດ.

ຄໍາເຫັນ

ຂ່າວຕ່າງປະເທດ

ຜູ້ຜະລິດກະແລັມ ກວ່າ 90% ກຽມຍົກເລີກການໃຊ້ສີປະສົມອາຫານສັງເຄາະ

ຜູ້ຜະລິດກະແລັມ ກວ່າ 90% ກຽມຍົກເລີກການໃຊ້ສີປະສົມອາຫານສັງເຄາະ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ກໍລະກົດ ຜ່ານມາວ່າ: ສະມາຄົມອາຫານ ​ແລະ ຜະລິດຕະພັນນົມ​ສາກົນ (IDFA) ​ແລະ ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສະຫະລັດ ອາເມຣິກາ ​ປະກາດຫວ່າງມໍ່ໆມານີ້ວ່າ: ຜູ້ຜະລິດ​ກະແລັມ 40 ກວ່າແຫ່ງ ​ຊຶ່ງກວມອັດຕາສ່ວນຫຼາຍກວ່າ 90% ຂອງຕະຫຼາດ ຈະ​ຍົກ​ເລີກການໃຊ້ສີປະສົມ​ອາຫານສັງເຄາະ ໃນຜະລິດຕະພັນພາຍໃນ​ປີ 2028, ຍົກ​ເວັ້ນ​ຜະລິດ​ຕະພັນ​ທີ່​ບໍ່​ມີ​ນົມ.
ທະນາຄານກາງອົສຕຣາລີ ສະເໜີຍົກເລີກເກັບຄ່າທຳນຽມການຊຳລະເງິນຜ່ານບັດ

ທະນາຄານກາງອົສຕຣາລີ ສະເໜີຍົກເລີກເກັບຄ່າທຳນຽມການຊຳລະເງິນຜ່ານບັດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ກໍລະກົດ ຜ່ານມາວ່າ: ທະນາຄານກາງອົສຕຣາລີ (RBA) ໄດ້ສະເໜີໃຫ້ຍົກເລີກການເກັບຄ່າທຳນຽມການຊຳລະເງິນຜ່ານບັດ ຊຶ່ງຖ້າຫາກຖືກຈັດຕັ້ງປະຕິບັດ ກໍຈະຊ່ວຍປະຢັດເງິນໄດ້ຫຼາຍກວ່າໜຶ່ງຕື້ໂດລາຕໍ່ປີ.
ການສົ່ງອອກຂອງອິນເດຍໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 23.53%

ການສົ່ງອອກຂອງອິນເດຍໄປ ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 23.53%

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກໍລະກົດນີ້ວ່າ: ກະຊວງ​ການ​ຄ້າ​ ແລະ ​ອຸດສາຫະກຳ​ອິນ​ເດຍ​ ເປີດເຜີຍ ວ່າ, ການ​ສົ່ງ​ອອກ​ໄປ​ ສະຫະລັດ ອາ​ເມ​ຣິ​ກາ ​ໄດ້​ເພີ່ມ​ຂຶ້ນ 23.53% ​ເປັນ 8.3 ຕື້​ໂດ​ລາ ​​ໃນ​ເດືອນ​ມິຖຸນາ ຜ່ານມາ, ​ໃນ​ຂະນະ​ທີ່​ການ​ນຳ​ເຂົ້າ​ຫຼຸດ​ລົງ 10.61% ​ເປັນ​ປະມານ 4 ຕື້​ໂດ​ລາ.
ອິນໂດເນເຊຍ ຈະນຳເຂົ້າງົວນົມ 1 ລ້ານໂຕ ໃນ 5 ປີຂ້າງໜ້າ

ອິນໂດເນເຊຍ ຈະນຳເຂົ້າງົວນົມ 1 ລ້ານໂຕ ໃນ 5 ປີຂ້າງໜ້າ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ຜ່ານມາ, ທ່ານ ອາກຸງ ຊູກັນດາ ຜູ້ອໍານວຍການໃຫຍ່ອົງການລ້ຽງສັດ ແລະ ສຸຂະພາບສັດ ຂອງກະຊວງກະສິກໍາອິນໂດເນເຊຍ ກ່າວວ່າ: ລັດຖະບານມີເປົ້າໝາຍທີ່ຈະເພິ່ງຕົນເອງທາງດ້ານການຜະລິດນົມ ໃນປີ 2029 ແລະ ວາງແຜນທີ່ຈະນໍາເຂົ້າງົວນົມ 1 ລ້ານໂຕໃນ 5 ປີຂ້າງໜ້າ.
ອຸທິຍານ ຂອງມາເລຊາຍ ໄດ້ຮັບຮອງເຂົ້າເປັນມໍລະດົກໂລກ

ອຸທິຍານ ຂອງມາເລຊາຍ ໄດ້ຮັບຮອງເຂົ້າເປັນມໍລະດົກໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ກໍລະກົດ ຜ່ານມາ; ກະຊວງ​ການ​ທ່ອງ​ທ່ຽວ, ສິລະ​ປະ​ ແລະ​ວັດທະນະທຳ​ ຂອງ​ມາ​ເລ​ເຊຍ ລາຍງານ​ວ່າ: ອຸທິຍານຂອງສະຖາບັນວິໄຈປ່າໄມ້​ມາ​ເລ​ເຊຍ (FRIM) ໃນລັດ Selangor ​ໄດ້​ຮັບ​ການ​ຮັບຮອງ​ເຂົ້າ​ເປັນ​ມໍລະດົກ​ໂລກ ​ຂອງ UNESCO, ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 47 ຂອງ​ຄະນະ​ກຳມະການ​ມໍລະດົກ​ໂລກ ​ທີ່ດຳເນີນໃນ​ວັນ​ທີ 6-16 ກໍລະກົດ ຜ່ານມາ ​ຢູ່​ນະຄອນຫຼວງ​ປາຣີ ປະ​ເທດ​ຝຣັ່ງ.
ມູນ​ຄ່າຜະ​ລິດຕະ​ພັນ​ພາຍ​ໃນ​ ຈີນ​ 6 ເດືອນ​ຕົ້ນ​ປີ​ນີ້​ບັນ​ລຸ 66,053.6 ຕື້ຢວນ

ມູນ​ຄ່າຜະ​ລິດຕະ​ພັນ​ພາຍ​ໃນ​ ຈີນ​ 6 ເດືອນ​ຕົ້ນ​ປີ​ນີ້​ບັນ​ລຸ 66,053.6 ຕື້ຢວນ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 15 ກໍ​ລະ​ກົດ​ ຜ່ານມາ, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ປະ​ກາດ​ໂຕ​ເລກ​ສ​ະ​ຖິ​ຕິ​ກ່ຽວ​ກັບ​ເສດ​ຖະ​ກິດ​ຈີນໃນ ​6 ເດືອນ​ຕົ້ນ​ປີ​ນີ້.
ຫວຽດນາມ ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​

ຫວຽດນາມ ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເວທີປາໄສວິທະຍາສາດດ້ວຍຫົວຂໍ້ “ກຳນົດຮູບແບບການເຕີບໂຕໃໝ່ ໃຫ້ແກ່ ຫວຽດນາມ ໄລຍະ 2026 – 2030, ກຳນົດທິດຮອດປີ 2045” ໂດຍສະຖາບັນເສດຖະກິດ ຫວຽດນາມ ແລະ ໂລກ (ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ) ຈັດຂຶ້ນໃນວັນທີ 15 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ. ເວທີປາໄສ ໄດ້ດຳເນີນເພື່ອແນໃສ່ຊອກຫາ, ກຳນົດຮູບແບບການເຕີບໂຕໃໝ່ເໝາະສົມກັບເງື່ອນໄຂພັດທະນາຂອງ ຫວຽດນາມ, ມີຄວາມສາມາດປັບຕົວກັບບັນດາການຜັນແປຂອງສະພາບການສາກົນຢ່າງມີໄຫວພິບ; ພ້ອມທັງຮັບປະກັນການພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ກວມລວມ.
ນູແວນເຊລັງ ຈະຂະຫຍາຍຕະຫຼາດການສຶກສາ 2 ເທົ່າພາຍໃນ 10 ປີ

ນູແວນເຊລັງ ຈະຂະຫຍາຍຕະຫຼາດການສຶກສາ 2 ເທົ່າພາຍໃນ 10 ປີ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 14 ກໍລະກົດ ຜ່ານມາ, ທ່ານນາງ ເອຣິກາ ສະແຕນຟອຣດ ລັດຖະມົນຕີກະຊວງສຶກສາ ຂອງນູແວນເຊລັງ ກ່າວໃນຖະແຫຼງການວ່າ: ດ້ວຍຈໍານວນນັກສຶກສາຕ່າງປະເທດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 2023, "ລັດຖະບານຈຶ່ງຕ້ອງການເລັ່ງການເຕີບໂຕດັ່ງກ່າວ”.
ອາຊຽນ ຊຸກຍູ້ການຄ້າພາຍໃນພາກພື້ນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືທີ່ເປັນມິດ

ອາຊຽນ ຊຸກຍູ້ການຄ້າພາຍໃນພາກພື້ນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືທີ່ເປັນມິດ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ຖະ​ແຫຼ​ງການ​ຮ່ວມ​ຈາກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 58 ທີ່​ນຳອອກມາເຜີຍ​ແຜ່ຫວ່າງມໍ່ໆມານີ້​ວ່າ: ການ​ຊຸກຍູ້​ການ​ຄ້າ​ພາຍ​ໃນ​ພາກ​ພື້ນ, ການ​ຮ່ວມ​ມື​ກັບບັນດາ​ຄູ່​ຮ່ວມ​ມືທີ່ມິດ ແລະ ຍາດແຍ່ງເອົາຄວາມໄດ້ປຽບຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໃນລະດັບສູງສຸດເປັນ​ຍຸດ​ທະ​ສາດ​ທີ່​ບັນດາ​ປະ​ເທດ​ອາ​ຊຽນຈະ​ປະຕິບັດ​ ເພື່ອ​ຮັບມືກັບ​ຜົນ​ກະທົບ​ທາງ​ລົບ​ຈາກ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ.
ເສດຖະກິດສິງກະໂປ ເຕີບໂຕ 4.3% ໃນໄຕມາດທີສອງ

ເສດຖະກິດສິງກະໂປ ເຕີບໂຕ 4.3% ໃນໄຕມາດທີສອງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ກໍລະກົດ ຜ່ານມາວ່າ: ກະຊວງ​ການ​ຄ້າ ​ແລະ​ ອຸດສາຫະກຳ ຂອງ​ສິງກະ​ໂປ ລາຍງານ​ການ​ຄາດ​ຄະ​ເນໂຕເລກ​ເບື້ອງ​ຕົ້ນ​ວ່າ, ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ໃນໄຕມາດທີສອງ (ເມສາ - ມິຖຸນາ) ຂອງປີ 2025, ​ເພີ່ມ​ຂຶ້ນ 4,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ຊຶ່ງສູງ​ກວ່າ​ການ​ເຕີບ​ໂຕ 4.1% ​ໃນ​ໄຕ​ມາດ​ທຳ​ອິດ.
ເພີ່ມເຕີມ