ເຊກອງ ຈະເປີດປີທ່ອງທ່ຽວລາວ 2024 ໃນທ້າຍເດືອນມັງກອນນີ້

ເຊກອງ ຈະເປີດປີທ່ອງທ່ຽວລາວ 2024 ໃນທ້າຍເດືອນມັງກອນນີ້
ທ່ານ ບຸນທົງ ຖິ່ນດອນໂຂງ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມເປີດປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ໃນວັນທີ 3 ມັງກອນ 2024 ວ່າ: ພິທີເປີດປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງ ແມ່ນຈະຈັດຂຶ້ນໃນທ້າຍເດືອນມັງກອນນີ້ ຕິດພັນກັບການຈັດງານບຸນປະເພນີ 10 ເຜົ່າ ເສົາຫຼັກເມືອງ ຊຶ່ງໄດ້ກະກຽມຄວາມພ້ອມ ໂດຍໄດ້ແຕ່ງຕັ້ງຄະນະຊີ້ນໍາ ແລະ ອະນຸກໍາມະການຕ່າງໆເຄື່ອນໄຫວຕິດຕາມ ກວດກາ ຊຸກຍູ້ ແລະ ຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ເປັນຕົ້ນ ຈັດງານປະກວດສິລະປະ-ວັນນະຄະດີ; ເຄື່ອນໄຫວເກັບກໍາ-ຂໍ້ມູນຂຶ້ນບັນຊີແຫຼງທ່ອງທ່ຽວ; ຊຸກຍູ້ການໂຄສະນາທ່າແຮງການທ່ອງທ່ຽວ; ຜະລິດປະຕິທິນງານບຸນປະເພນີບັນດາເຜົ່າ; ປັບປຸງຍົກລະດັບທາງການບໍລິການໃຫ້ແກ່ຫົວໜ່ວຍທຸລະກິດ, ຜູ້ປະກອບການສະຖານທີ່ພັກແຮມ, ຮ້ານອາຫານ ແລະ ຮ້ານກິນດື່ມ-ບັນເທີງ.
ທ່ານ ບຸນທົງ ຖິ່ນດອນໂຂງ ຍັງໃຫ້ຮູ້ຕື່ມວ່າ: ສໍາລັບປີທ່ອງທ່ຽວລາວ 2024 ຊຶ່ງນອກຈາກ ງານບຸນປະເພນີ 10 ເຜົ່າ ເສົາຫຼັກເມືອງແລ້ວ, ທາງແຂວງຍັງໄດ້ກຳນົດເອົາບັນດາກິດຈະກໍາຕ່າງໆໃນການຕ້ອນຮັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ເປັນຕົ້ນ ແມ່ນງານບຸນຊ່ວງເຮືອເມືອງລະມາມ; ບຸນສະຫຼອງຜົນສໍາເລັດຂອງເຜົ່າກະຕູບ້ານກັນດອນໃໝ່ເມືອງທ່າແຕງ; ບຸນຊ່ວງເຮືອ-ແພເມືອງດາກຈຶງ; ບຸນພາເຂົ້າໂດຍສານບ້ານຈະແຣະເມືອງກະລຶມ ແລະ ງານສະເຫຼີມສະຫຼອງວັນສ້າງ ຕັ້ງແຂວງເຊກອງ ຄົບຮອບ 40 ປີ ຊຶ່ງຄາດວ່າ ຈະມີນັກທ່ອງທ່ຽວເຂົ້າມາທ່ຽວຊົມໃນປີ 2024 ຈໍານວນ 50 ພັນຄົນ.
ປັດຈຸບັນທົ່ວແຂວງມີແຫຼງທ່ອງທ່ຽວທັງໝົດ 42 ແຫ່ງ. ໃນນີ້, ແຫຼ່ງທ່ອງທ່ຽວທໍາມະຊາດ 22 ແຫ່ງ, ວັດທະນະທໍາ 7 ແຫ່ງ, ປະຫວັດສາດ 9 ແຫ່ງ ແລະ ແຫຼ່ງທ່ອງທ່ຽວກະສິກໍາ 4ແຫ່ງ; ພ້ອມນີ້, ກໍຍັງມີສຖານທີ່ບໍລິການ ຄື: ໂຮງແຮມ 8 ແຫ່ງ, ເຮືອນພັກ 33 ແຫ່ງ, ຮ້ານອາຫານ 19 ແຫ່ງ ແລະ ຮ້ານບັນເທີງ 2 ແຫ່ງ; ຊຶ່ງນັບແຕ່ເດືອນມັງກອນ ຫາ ເດືອນພະຈິກ 2023 ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງທັງໝົດ 48.379 ຄົນ. ໃນນີ້, ນັກທ່ອງທ່ຽວພາຍໃນ 29.534 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 18.845 ຄົນ, ສາມາດສ້າງລາຍຮັບໄດ້ເກືອບ 3 ລ້ານໂດລາ.ຂ່າວ: ສັນຍາພາບ: ບູ້ສຸວັນ

ຄໍາເຫັນ

ຂ່າວທ່ອງທ່ຽວ

ກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ກອງປະຊຸມລະດັບລັດຖະມົນຕີຂອງການສົນທະນາລະຫວ່າງອະລິຍະທຳທົ່ວໂລກລົງເລິກຄົ້ນຄວ້າປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ “ຮັກສາຄວາມຫຼາກຫຼາຍຂອງອະລິຍະທຳມະນຸດຮ່ວມກັນຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ”, ຂ່າວດີຈາກຫຼວງພະບາງທີ່ເປັນເມືອງມໍລະດົກໂລກຂອງປະເທດລາວ ໄດ້ສ່ອງແສງໃຫ້ເຫັນຫົວຂໍ້ດັ່ງກ່າວຄື: ໃນຫົກເດືອນຕົ້ນປີນີ້, ນະຄອນ-ຫຼວງພະບາງ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 1.9 ລ້ານເທື່ອຄົນ, ເພີ່ມຂຶ້ນ 109.75% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຈີນ, ໄທ, ຝຣັ່ງ, ສເກົາຫຼີ ແລະ ຍີ່ປຸ່ນ ກາຍເປັນແຫຼ່ງນັກທ່ອງທ່ຽວສາກົນທີ່ສຳຄັນ. ກະແສຄວາມນິຍົມດ້ານການທ່ອງທ່ຽວດັ່ງກ່າວບໍ່ແມ່ນການເຕີບໂຕພຽງໂຕເລກເທົ່ານັ້ນ, ຍິ່ງໄດ້ສ່ອງແສງໃຫ້ເຫັນເຖິງກຳລັງແຮງພິເສດຂອງການທ່ອງທ່ຽວໃນການຊຸກຍູ້ການແລກປ່ຽນ ແລະ ການເຊື່ອມໂຍງທາງອະລິຍະທຳ.
ເມືອງໂຂງ 6 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເພີ່ມຂຶ້ນ 77,783 ຄົນ

ເມືອງໂຂງ 6 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເພີ່ມຂຶ້ນ 77,783 ຄົນ

ເມືອງໂຂງ ແຂວງຈຳປາສັກ ໄດ້ກາຍເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວທີ່ໂດດເດັ່ນໃນພາກໃຕ້ຂອງ ສປປ ລາວ, ທ່ານ ໄພວັນ ສໍຄົງສິນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ວັນທີ 14 ກໍລະກົດນີ້, ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນມີນັກທ່ອງທ່ຽວເຂົ້າມາທ້ອງທ່ຽວທັງໝົດ 77,783 ຄົນ, ນີ້ແມ່ນສະແດງໃຫ້ເຫັນເຖິງການເຕີບໂຕຢ່າງໜ້າປະທັບໃຈໃນ 6 ເດືອນຕົ້ນປີ 2025 ນີ້.
ອ່າງຫຼວງ​ ສະ​ຖານ​ທີ່ທ່ອງທ່ຽວ​ທຳ​ມະ​ຊາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ

ອ່າງຫຼວງ​ ສະ​ຖານ​ທີ່ທ່ອງທ່ຽວ​ທຳ​ມະ​ຊາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ

ສະຖານ​ທີ່ທ່ອງທ່ຽວອ່າງຫຼວງ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽງຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຮອດຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວ, ຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ການພັດທະນາວຽກງານທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນປີ 2025

ການພັດທະນາວຽກງານທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນປີ 2025

ໂດຍ: ວັນໄຊ ຕະວິນຍານ ເພື່ອຈັດຕັ້ງຜັນຂະຫຍາຍແຜນການພັດທະນາ ແລະ ສົ່ງເສີມວຽກງານທ່ອງທ່ຽວຂອງແຂວງຄໍາມ່ວນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແຂວງນັບມື້ນັບຫຼາຍຂຶ້ນ. ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງ ຈຶ່ງໄດ້ເອົາໃຈໃສ່ຊຸກຍູ້ຜູ້ປະກອບການທັງພາກລັດ ແລະ ພາກເອກະຊົນ ລົງທຶນພັດທະນາແຫຼ່ງທ່ອງທ່ຽວ, ພ້ອມທັງຈັດກິດຈະກໍາວົງຈອນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ.
ຄຳມ່ວນ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຄຳມ່ວນ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຊຸດຝຶກອົບຮົມຄວາມຮູ້ດ້ານການບໍລິການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໃຫ້ແກ່ຜູ້ປະກອບການທຸລະກິດຂະໜາດນ້ອຍ-ຂະໜາດກາງພາຍໃນແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 30 ມີຖຸນາຜ່ານມາ ທີ່ໂຮງແຮມພອນປະດິດ, ໂດຍການເປັນປະທານຮ່ວມຂອງທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ນາງ ຈຸນລະຈັນ ແພງດີ ຜູ້ອຳນວຍການສູນພັດທະນາທັກສະການທ່ອງທ່ຽວ ແລະ ການໂຮງແຮມ ດີມິດທ໌ບາຍ ປະທານບໍລິສັດ ດີຟິກທ໌ ທັງເປັນຜູ້ຕາງໜ້າໂຄງການລາວ/336.
ອຸດົມໄຊ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ອຸດົມໄຊ ຍົກລະດັບຄວາມຮູ້ດ້ານການບໍລິການ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ

ຊຸດຝຶກອົບຮົມຄວາມຮູ້ດ້ານການບໍລິການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໃຫ້ແກ່ຜູ້ປະການທຸລະກິດການທ່ອງທ່ຽວ ພາຍໃນແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 23 ມີຖຸນາຜ່ານມາ ທີ່ຫ້ອງປະຊຸມ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ເປີດນຳໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກ

ໃນວັນທີ 8 ພຶດສະພາຜ່ານມາ, ເມືອງຈໍາປາສັກ ແຂວງຈໍາປາສັກ ຈັດພິທີເປີດນໍາໃຊ້ຄິວລົດທ່ອງທ່ຽວເມືອງຈຳປາສັກຂຶ້ນ ເພື່ອຮອງຮັບນັກທ້ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວເມືອງຈຳປາສັກ ເມືອງມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພູ ສີພົມມາ ຮອງເລຂາພັກເມືອງຈຳປາສັກ.
ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບສຳລັບປີ 2025-2035 ຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຊຸດທີ 32 ຂຶ້ນໃນລະຫວ່າງວັນທີ 5 ພຶດສະພາ ຫາ ວັນທີ 22 ກໍລະກົດ 2025 ໂດຍມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ,
ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກທີ່ລີ້ຊ້ອນໄວ້ໃນດົງ​ສະຫງວນ ຢູ່ເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້, ມີ​ປ່າ, ໝາກ​ໄມ້, ​ສັດປ່າ​ນາໆ​ຊະນິດ​ທີ່​ຄວນ​ຮຽນ​ຮູ້.
ເພີ່ມເຕີມ