ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ
ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ)ເຊກອງ ລາຍງານໃນກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆ

ໃນການເປັນເຈົ້າພາບ ຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VIII, ປີ 2027, ຊຶ່ງການກະກຽມຄວາມພ້ອມຮອບດ້ານ ມາຮອດປັດຈຸບັນ, ມີບາງໜ້າວຽກ ສຳເລັດຕາມແຜນທີ່ກຳນົດໄວ້ ເປັນຕົ້ນ: ເຈົ້າແຂວງອອກຂໍ້ຕົກລົງ ສະບັບເລກທີ 366/ຊກ, ລົງວັນທີ 23 ຕຸລາ 2024 ວ່າດ້ວຍຮັບຮອງເອົາໄຟຟ້າພະລັງງານລົມ ຫຼື ກັງຫັນລົມ ເປັນສັນຍາລັກໂລໂກ້, ປາຫວ່າຄຳ ເປັນສັນຍາລັກສັດນຳໂຊກ ໃນການເປັນເຈົ້າພາບຈັດງານມະຫາກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດຄັ້ງທີ VIII. ພ້ອມນີ້ ຍັງໄດ້ຈັດກອງປະຊຸມຮ່ວມກັບກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຄັ້ງທີ 1 ໃນທ້າຍເດືອນ ກຸມພາ 2025 ໂດຍໄດ້ກຳນົດໜ້າວຽກທັງໝົດ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ 5 ຈຸດສຸມ ຄື: ຮັບຮອງເອົາຈໍານວນ 13 ປະເພດກິລາ, ຊິງກໍານົດເອົາ 456 ຫຼຽນ (135 ຫຼຽນຄໍາ, 135 ຫຼຽນເງິນ, 186 ຫຼຽນທອງ) ໃນຈໍານວນ 135 ລາຍການແຂ່ງຂັນ, ແຂວງໜຶ່ງສາມາດສົ່ງຄະນະນຳນັກກິລາ, ຄູຝຶກ ແລະ ນັກກິລາໄດ້ສູງສຸດ 394 ທ່ານ; ຈັດກອງປະຊຸມຮ່ວມກັບກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຄັ້ງທີ 2 ໃນທ້າຍເດືອນພຶດສະພາ 2025 ໂດຍໄດ້ກໍານົດໂຄງປະກອບບຸກຄະລາກອນ ຄະນະຮັບຜິດຊອບລະດັບຊາດ ແລະ ງົບປະມານຮັບໃຊ້ກຳມະການຝ່າຍຕ່າງໆ ຈຳນວນ 48 ຕື້ກວ່າກີບ, ງົບປະມານຈໍານວນດັ່ງກ່າວກະຊວງສຶກສາທິການ ແລະ ກິລາແມ່ນໄດ້ນຳສະເໜີໄປຍັງກະຊວງການເງິນແລ້ວ ລໍຖ້າການພິຈາລະນາອະນຸມັດຈາກສະພາແຫ່ງຊາດ ເພື່ອນຳໃຊ້ເຂົ້າໃນ 10 ກໍາມະການ.

ເຈົ້າແຂວງ ອອກຂໍ້ຕົກລົງ ວ່າດ້ວຍ ແຕ່ງຕັ້ງຄະນະຮັບຜິດຊອບສຳຫຼວດ, ອອກແບບ, ປັບປຸງ, ກໍ່ສ້າງພື້ນຖານໂຄງລ່າງ ສະໜາມກິລາ ແລະ ສະຖານທີ່ພັກ; ມາຮອດປັດຈຸບັນ ວຽກທີ່ໄດ້ລົງມືກໍ່ສ້າງ ແລະ ປັບປຸງສະໜາມແລ່ນລານ (ຮ່ອງແລ່ນ) ນັບແຕ່ເດືອນ ສິງຫາ 2025, ຜ່ານການກວດກາປະເມີນຜົນບັນດາໜ້າວຽກທີ່ສໍາເລັດ ແມ່ນວຽກປູເບຕົງ ປະຕິບັດໄດ້ 70% ຂອງໜ້າວຽກທັງໝົດ, ສ່ວນວຽກທີ່ຍັງບໍ່ທັນສໍາເລັດ ແມ່ນວຽກລົງຢາງ, ທາສີສັງເຄາະ ໃສ່ສະໜາມແລ່ນ-ລານ ຊຶ່ງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ພ້ອມທັງໄລ່ລຽງລາຄາຄືນໃໝ່ໃຫ້ແທດເໝາະກັບສະພາບຕົວຈິງ; ໃນວັນທີ 23 ມີນາ 2026, ຄະນະຮັບຜິດຊອບ ແລະ ກອງເລຂາ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລືຄືນໃໝ່ ໂດຍເຫັນດີຕັດບາງກິດຈະກຳ ແລະ ໄລ່ລຽງຄືນດ້ານງົບປະມານ ຈາກ 21 ກິດຈະກໍາ ຍັງເຫຼືອ 19 ກິດຈະກໍາ ສ່ວນການຄິດໄລ່ມູນຄ່າລາຄາ ທາງວິຊາການທີ່ກ່ຽວຂ້ອງສືບຕໍ່ຄິດໄລ່ຄາດຄະເນຈະສຳເລັດ ໃນເດືອນມີນາ 2026ນີ້; ນອກຈາກນີ້, ໄດ້ສໍາເລັດການກຳນົດຈຸດ ຈັດການແຂ່ງຂັນກິລາແຕ່ລະປະເພດມີ 8 ຈຸດ; ດ້ານພື້ນຖານໂຄງລ່າງ ສະໜາມກິລາເຫັນວ່າ ມີຄວາມພ້ອມ ໃນຂັ້ນພື້ນຖານ. ນອກຈາກສະໜາມທີ່ໄດ້ກຳນົດໄວ້, ຍັງມີບັນດາສະໜາມກາງແຈ້ງ ແລະ ໃນຮົ່ມ ທີ່ມີຄວາມພ້ອມ ຢູ່ຕາມສະຖານການສຶກສາ, ສຳນັກງານພະແນກການ, ກົມກອງ ພາຍໃນເທສະບານແຂວງ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກກິລາຕ່າງແຂວງ ໄດ້ເຂົ້າຮ່ວມການຝຶກຊ້ອມ ຕາມແຜນຄວາມຕ້ອງການ; ກຳນົດເປົ້າໝາຍສູນພັກນັກກິລາ ບັນດາແຂວງເຂົ້າຮ່ວມການແຂ່ງຂັນ ມີ 17 ສູນ, ມີອາຄານຮຽນ 46 ຫຼັງ, ຫໍພັກ 6 ຫຼັງ, ຫ້ອງຮຽນ 335 ຫ້ອງ, ຫ້ອງນໍ້າ 247 ຫ້ອງ, ບ່ອນອາບນໍ້າ 20 ຈຸດ ສາມາດຮອງຮັບຄູຝຶກ, ນັກກິລາໄດ້ທັງໝົດ 4,262 ທ່ານ, ສະຖານທີ່ພັກແຕ່ລະຈຸດຕ້ອງໄດ້ປັບປຸງຄືນເຊັ່ນ: ອາຄານ, ໄຟຟ້າ, ນ້ຳປະປາ, ຫ້ອງນ້ຳ, ບ່ອນອາບນ້ຳ; ສະຖານທີ່ຮອງຮັບໃຫ້ແກ່ການນຳ, ແຂກ ແລະ ບັນດາມວນຊົນທົ່ວໄປ ຢູ່ພາຍໃນເມືອງລະມາມ ທີ່ເປັນເມືອງເທສະບານແຂວງ ແມ່ນມີ ໂຮງແຮມ 6 ແຫ່ງ ມີ 148 ຫ້ອງ, ເຮືອນພັກ 20 ແຫ່ງ ມີ 244 ຫ້ອງ, ສວນອາຫານ 5 ແຫ່ງ, ຮ້ານອາຫານ 22 ແຫ່ງ, ຮ້ານກິນດື່ມ 24 ແຫ່ງ, ຮ້ານບັນເທີງ 1 ແຫ່ງ, ຮ້ານຄາຣາໂອເກະ 3 ແຫ່ງ. ນອກຈາກນີ້, ມີບັນດາຜູ້ປະກອບການໄດ້ລົງທຶນໃນການກໍ່ສ້າງໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມເກີດຂຶ້ນໄໝ່ຈຳນວນຫຼາຍແຫ່ງ.

ທ່ານ ຄໍາໄພ ສິມມາວັດ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນນີ້ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ປະສານສົມທົບກັບ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເປັນປົກກະຕິ ໃນການກະກຽມວຽກງານຮອບດ້ານ ເພື່ອໃຫ້ທັນຕາມກໍານົດເວລາ ໂດຍແຜນການໃນຕໍ່ໜ້າ ແມ່ນຈະຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ 1 ເພື່ອເຜີຍແຜ່ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ, ຄົ້ນຄວ້າ ແລະ ປະກອບບຸກຄະລາກອນເຂົ້າໃນໂຄງປະກອບ 35 ອະນຸກໍາມະການຝ່າຍຕ່າງໆ ພາຍຫຼັງໄດ້ຮັບການແຕ່ງຕັ້ງ 10 ກຳມະການ; ຈັດກອງປະຊຸມຄົບຄະນະກຳມະການ ເພື່ອກຳນົດແຜນງານ, ແຜນຄົນ ແລະ ແຜນງົບປະມານຂອງແຕ່ລະກຳມະການຢ່າງລະອຽດ; ປະສານສົມທົບກັບກົມງົບປະມານ ກະຊວງການເງິນ ໃນການສະເໜີອະນຸມັດງົບປະມານ; ຮ່າງ ແລະ ຄົ້ນຄວ້າກົດລະບຽບ, ກະຕິກາການຈັດການແຂ່ງຂັນຮອບດ້ານ ຂອງກິລາ 13 ປະເພດ; ສືບຕໍ່ຕິດຕາມການກໍ່ສ້າງສະໜາມແລ່ນ-ລານ, ສະໜາມພິທີເປີດ-ປິດ, ການປັບປຸງສະໜາມຮັບໃຊ້ໃນການຝຶກຊ້ອມ ແລະ ແຂ່ງຂັນກິລາທຸກປະເພດ ແລະ ສະຖານທີ່ພັກເຊົາຂອງຄະນະຮັບຜິດຊອບ, ຄູຝຶກ, ນັກກິລາ; ກະກຽມຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ເພື່ອຮັບຮອງໜ້າວຽກຕ່າງໆ, ທັງນີ້ ກໍເພື່ອແນໃສ່ເຮັດການຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VIII ປະສົບຜົນສຳເລັດຢ່າງມີປະສິດທິພາບ.

(ຂ່າວ: ພຸດທະສອນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ