ເຊກອງ ແລະ ອຸບົນຣາຊະທານີ ຮ່ວມມືການສົ່ງເສີມການຄ້າ, ການລົງທຶນການທ່ອງທ່ຽວ

ເຊກອງ ແລະ ອຸບົນຣາຊະທານີ ຮ່ວມມືການສົ່ງເສີມການຄ້າ, ການລົງທຶນການທ່ອງທ່ຽວ
ກອງປະຊຸມພົບປະແລກປ່ຽນກຽວກັບວຽກງານການສົ່ງເສີມການຄ້າ, ການລົງທຶນການທ່ອງທ່ຽວ, ການເຊື່ອມໂຍງ, ເຊື່ອມຈອດ ແລະ ພັດທະນາຊັບພະຍາກອນມະນຸດ ລະຫວ່າງແຂວງເຊກອງ ສປປ ລາວ ແລະ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ ຂຶ້ນໃນວັນທີ 1 ມີນາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ແຂວງເຊກອງ ຊຶ່ງແຂວງເຊກອງນ້ຳໂດຍ ທ່ານ ເຫຼັກໄຫຼ ສີວິໄລ ພ້ອມຄະນະ ແລະ ແຂວງອຸບົນຣາຊະທານີ ນຳໂດຍ ທ່ານ ສຸພາສິດ ກໍຈະເລີນຍົດ ຜູ້ວ່າຣາຊະການແຂວງອຸບົນຣາຊະທານີ ພ້ອມດ້ວຍຄະນະ.
            ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານສະພາບທີ່ຕັ້ງຈຸດພິເສດ, ທ່າແຮງບົ່ມຊ້ອນ ແລະ ການພັດທະນາເສດຖະກິດຂອງແຂວງ. ຊຶ່ງແຂວງເຊກອງ ມີເນື້ອທີ່ 7.750 ກິໂລຕາແມັດ, ມີພົນລະເມືອງ 1 ແສນກວ່າຄົນ ປະກອບດ້ວຍ 10 ຊົນເຜົ່າດໍາລົງຊີວິດຢູ່ຮ່ວມກັນ. ເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ແຮ່ທາດນາໆຊະນິດ; ຊັບພະຍາກອນປ່າໄມ້, ພື້ນທີ່ທໍາການຜະລິດ ແລະ ມີແຫຼ່ງທ່ອງທ່ຽວທາງປະຫວັດສາດ, ທຳມະຊາດ, ວັດທະນະທຳ ຊຶ່ງເປັນທ່າແຮງດຶງດູດນັກລົງທຶນເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ອັນພົ້ນເດັ່ນ ປັດຈຸບັນພວມເລັ່ງກໍ່ສ້າງໂຄງການພະລັງງານລົມທີ່ໃຫຍ່ທີ່ສຸດໃນອາຊຽນ ຕາມແຜນການແມ່ນໃຫ້ສຳເລັດ ແລະ ເປີດນຳໃຊ້ໃນປີ 2025.
ທ່ານ ສຸພາສິດ ກໍຈະເລີນຍົດ ໄດ້ກ່າວວ່າ: ໃນນາມຕ່າງໜ້າການນຳຂອງແຂວງອຸບົນຣາຊະທານີ ມີຄວາມປະຕິຍິນດີໃນການຮ່ວມມືກັບແຂວງເຊກອງຢ່າງສະໜິດແໜ້ນ ເຫັນດີນຳເອົາເນື້ອໃນຈິດໃຈ ຂໍ້ມູນການຮ່ວມມືຂອງກອງປະຊຸມດັ່ງກ່າວນີ້ ໄປພິຈາລະນາວາງແຜນຢ່າງລະອຽດຂຶ້ນຕື່ມ ເພື່ອຊຸກຍູ້ສົ່ງເສີມນັກລົງທຶນ, ປຸກລະດົມໂຄສະນາເຊີນຊວນນັກທ່ອງທ່ຽວເຂົ້າມາທ່ຽວແຂວງເຊກອງໃຫ້ຫຼາຍຂຶ້ນ.
    ໂອກາດນີ້, ຄະນະຜູ້ແທນທັງສອງຝາຍກໍໄດ້ຄົ້ນຄົ້ວປຶກສາຫາລື ແລະ ປະກອບຄຳເຫັນ ເພື່ອເປັນທິດທາງໃນການພົວພັນຮ່ວມມື ຂອງສອງແຂວງໃນຂົງເຂດວຽກງານຕ່າງໆ ໂດຍສະເພາະວຽກງານການຄ້າ, ການລົງທຶນ, ການຜະລິດກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ ທີ່ຕ່າງຝາຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
(ຂ່າວ: ອັດສະວິນ)

ຄໍາເຫັນ

ຂ່າວທ່ອງທ່ຽວ

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ພ້ອມຮອງຮັບນັກທ່ອງທ່ຽວ ໄລຍະບຸນປີໃໜ່ລາວ

ແຫຼ່ງທ່ອງທ່ຽວຕາດແຝກ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານດ່ານ ເມືອງລະມາມ ແຂວງເຊກອງ, ຫ່າງຈາກເທສະບານເມືອງລະມາມ ປະມານ 15 ກິໂລແມັດກວ່າ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ
ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເຊັນສັນຍາຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວ ຖໍ້າເກົາເຫຼົາ

ເມື່ອບໍ່ດົນມານີ້ ທີ່ໂຮງແຮມດອກຈຳປາ ແຂວງຫຼວງນໍ້າທາ ໄດ້ເຊັນສັນຍາຄວາມເຂົ້າໃຈ (MOU) ວ່າດ້ວຍການເກັບກໍາຂໍ້ມູນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວຖໍ້າເກົາເຫຼົາ
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງ ຖວທ ສືບຕໍ່ສ້າງແຜນຍຸດທະສາດໃນການພັດທະນາການທ່ອງທ່ຽວ

ເພື່ອເປັນທິດທາງໃນການພັດທະນາວຽກງານທ່ອງທ່ຽວໃນຕໍ່ໜ້າ, ທ່ານ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວປະທານຄະນະກໍາມະການຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024
ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ຖວທ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ
ພູຜາມ່ານແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍງາມ ມີຫຼາຍກິດຈະກໍາທີ່ໜ້າສົນໃຈ

ພູຜາມ່ານແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍງາມ ມີຫຼາຍກິດຈະກໍາທີ່ໜ້າສົນໃຈ

ໂດຍ: ວັນເພັງ ພູຜາມ່ານ (The rock viewpoint)ເປັນໜຶ່ງສະຖານທີ່ທ່ອງທ່ຽວທໍາມະຊາດພູຫີນປູນທີ່ສວຍສົດງົດງາມ ແລະ ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດຊີວະນາໆພັນທັງເປັນແຫຼ່ງທ່ອງທ່ຽວທີ່ເໝາະສໍາລັບນັກທ່ອງທ່ຽວທີ່ມັກຮັກໃນການພະຈົນໄພ,
ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ໄດ້ຮັບລາງວັນມາດຕະຖານອາຊຽນ

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ໄດ້ຮັບລາງວັນມາດຕະຖານອາຊຽນ

ແຂວງຫຼວງນໍ້າທາ ມີຄວາມພາກພູມໃຈ ທີ່ໄດ້ຮັບ 2 ລາງວັນມາດຕະຖານອາຊຽນ, ນອກຈາກຫ້ອງນໍ້າສາທາລະນະສະອາດ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ
3 ພາກສ່ວນລົງນາມຮ່ວມກັນສ້າງຄວາມເຂັ້ມແຂງໃນຂະແໜງການທ່ອງທ່ຽວ

3 ພາກສ່ວນລົງນາມຮ່ວມກັນສ້າງຄວາມເຂັ້ມແຂງໃນຂະແໜງການທ່ອງທ່ຽວ

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການຝຶກອົບຮົມການທ່ອງທ່ຽວລະຫວ່າງສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ບໍລິສັດພັດທະນາເສດຖະກິດສາກົນແພນ-ແມ່ນໍ້າຂອງ (ລາວ)
ເພີ່ມເຕີມ