ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ
ສະຫາຍ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ໄດ້ປະກອບຄໍາເຫັນກ່ຽວກັບຫົວຂໍ້: “ການນໍາພາຂອງຄະນະພັກແຂວງ ໃນການປູກກາເຟເປັນສິນຄ້າຂອງຄອບຄົວຕົວແບບຢູ່ແຂວງເຊກອງ" ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ, ທີ່ຫໍປະຊຸມແຫ່ງຊາດວ່າ:

 ແຂວງເຊກອງ ເປັນແຂວງໜຶ່ງທີ່ເປັນເຂດພື້ນຖານການປະຕິວັດລາວໃຕ້ໃນສະໄໝຕໍ່ສູ້ກູ້ຊາດຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ແລະ ເປັນພື້ນທີ່ແຂວງຕາເວັນອອກວິລະຊົນ (ແຂວງເຊກອງ ປັດຈຸບັນ), ແຂວງເຊກອງມີ 4 ເມືອງ, ມີເນື້ອທີ່ທັງໝົດ 7,750 ກິໂລຕາແມັດ, ປະກອບມີ 203 ບ້ານ, ມີພົນ ລະເມືອງທັງໝົດ 140,051 ຄົນ ຍິງ 70,119 ຄົນ, ມີຄອບຄົວທຸກຍາກ 10,745 ຄອບຄົວ ກວມເອົາ 43.87%. ດ້ວຍແສງສະຫວ່າງອັນຖືກຕ້ອງຂອງມະຕິກອງປະຊຸມໃຫຍ່ຂອງພັກ, ອົງຄະນະພັກແຂວງເຊກອງໄດ້ເປັນເຈົ້າການນໍາພາ-ຊີ້ນໍາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ດັ່ງກ່າວລົງສູ່ທ້ອງຖິ່ນຮາກຖານປະຊາຊົນຕົວຈິງ, ຖືສໍາຄັນການແກ້ໄຂຄວາມທຸກຍາກ ຕິດພັນກັບການຈັດສັນອາຊີບຄົງທີ່ ໂດຍຫັນຈາກອາຊີບຖາງປ່າເຮັດໄຮ່ເລື່ອນລອຍສູ່ການປູກຝັງ-ລ້ຽງສັດຄົງທີ່ ແລະ ເປັນສິນຄ້າ ຊຶ່ງປະຊາຊົນບາງເຂດໄດ້ຫັນປ່ຽນດ້ານຈິນຕະນາການ-ມີຄວາມຕື່ນຕົວໃນການຫັນອາຊີບດັ່ງກ່າວ.

ໃນເບື້ອງຕົ້ນການປູກກາເຟຂອງປະຊາຊົນ ແມ່ນພົບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນວ່າ: ຄວາມຮັບຮູ້ເຂົ້າໃຈ-ຄວາມກະຕືລືລົ້ນຂອງປະຊາຊົນຈໍານວນໜຶ່ງຍັງຈຳກັດ; ປະສົບການ-ເຕັກນິກການປູກກາເຟບໍ່ທັນຫຼາກຫຼາຍ ທຶນຮອນຈຳກັດ, ຜົນຜະລິດກາເຟບໍ່ທັນສົມຄູ່ກັບທ່າແຮງ ແລະ ການລົງທຶນ, ຜ່ານມາລາຄາກາເຟຕົກຕໍ່າບາງເຂດປະຊາຊົນຮື້ຖອນສວນກາເຟໄປປູກມັນຕົ້ນທົດແທນເພື່ອຈະໄດ້ລາຄາດີກວ່າ. ດ້ວຍເຫດນັ້ນ, ຄະນະພັກ-ອົງການປົກຄອງແຂວງຈຶ່ງໄດ້ຄົ້ນຄວ້າຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍສຸມໃສ່ຫັນພະນັກງານກະສິກຳເພື່ອນໍາພາ ແລະ ແນະນໍາເຕັກນິກກ່ຽວກັບການປູກຝັງ-ລ້ຽງສັດ ເປັນຕົ້ນການປູກກາເຟ-ການບົວລະບັດຮັກສາ ແລະ ການເກັບກູ້. ຫຼັງຈາກນັ້ນ, ບົດຮຽນດັ່ງກ່າວກໍໄດ້ຂະຫຍາຍແຜ່ກວ້າງຂວາງ ອອກໄປສູ່ເຂດບ້ານອື່ນໆ ຂອງເມືອງທ່າແຕງ ແລະ ເມືອງດາກຈຶງຢ່າງກວ້າງຂວາງ ແລະ ໄດ້ເຮັດໃຫ້ປະຊາຊົນ-ຄອບຄົວຈຳນວນໜຶ່ງຫັນໄປປູກກາເຟເປັນສິນຄ້າ, ຊຶ່ງເຫັນແຈ້ງວ່າໃນເມື່ອກ່ອນທົ່ວແຂວງມີເນື້ອທີ່ປູກກາເຟທັງໝົດ 4,256 ຮຕ, ຜົນຜະລິດ 1,932 ໂຕນ, ສະເລ່ຍ 400-500 Kg/ຮຕ, ແຕ່ໃນປັດຈຸບັນມີເນື້ອທີ່ກາເຟທັງໝົດ 11,187 ຮຕ ແລະ ຜົນຜະລິດໄດ້ 57,700 ໂຕນ, ສະເລ່ຍປະມານ 3,6 ໂຕນ/ຮຕ ເພີ່ມຂຶ້ນຫຼາຍເທົ່າຕົວ. ພ້ອມນີ້, ກໍມີຄອບຄົວ ແລະ ບ້ານປູກກາເຟເພີ່ມຂຶ້ນ ຊຶ່ງມີ 8,756 ຄອບຄົວ ແລະ 110 ບ້ານ. ໃນນັ້ນ, ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ. ຊຶ່ງໃນແຕ່ລະປີສ້າງລາຍຮັບເຂົ້າຄອບຄົວຫຼາຍຮ້ອຍລ້ານກີບ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວເຂົາເຈົ້າດີຂຶ້ນຢ່າງຈະແຈ້ງ.

ບັນດາປັດໄຈພື້ນຖານທີ່ເຮັດໃຫ້ການສ້າງເສດຖະກິດຄອບຄົວດ້ວຍການປູກກາເຟຂອງປະຊາຊົນແຂວງເຊກອງມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ດີຂຶ້ນນັ້ນ ສາມາດຖອດໄດ້ບາງບົດຮຽນຄື: ການນໍາພາຂອງພັກໃນການປະຕິບັດນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າ ແມ່ນປັດໄຈຕັດສິນຜົນສໍາເລັດໃນການປູກກາເຟເປັນສິນຄ້າ. ຜ່ານມາ, ຄະນະພັກແຂວງໄດ້ມີນະໂຍບາຍ, ມີໂຄງການສົ່ງເສີມການຜະລິດເປັນສິນຄ້າ, ມີວິຊາການນໍາພາ-ຊີ້ນໍາດ້ານເຕັກນິກຂັ້ນແຂວງ-ຂັ້ນເມືອງ, ມີນະໂຍບາຍໃຫ້ກູ້ຢືມທຶນຮອນ, ມີການປິ່ນອ້ອມຂອງບັນດາຂະແໜງ ການກ່ຽວຂ້ອງເພື່ອຊ່ວຍເຫຼືອປະຊາຊົນຜະລິດກະສິກຳ ແລະ ຊ່ວຍເຫຼືອດ້ານຕະຫຼາດ ຈຶ່ງເຮັດໃຫ້ປະຊາຊົນປະສົບຜົນສໍາເລັດ; ຄວາມຕື່ນຕົວຫັນປ່ຽນດ້ານຈິນຕະນາການ-ແນວຄິດແບບໃໝ່ ໃນການຜະລິດກາເຟເປັນສິນຄ້ານັ້ນແມ່ນບັນຫາທໍາອິດທີ່ນໍາໄປສູ່ສໍາເລັດ, ບວກກັບມູນເຊື້ອດຸໝັ່ນຂະຫຍັນພຽນຂອງປະຊາຊົນສາມັກຄີກັນ, ກ້າຫານ ແລະ ມີຄວາມສາມາດຫັນປ່ຽນການຜະລິດແບບດັ້ງເດີມໄປສູ່ການຜະລິດເປັນສິນຄ້າ, ບໍ່ໃຊ້ຈ່າຍຟູມເຟືອຍຮູ້ປະ ຢັດມັດທະຍັດ, ນໍາໃຊ້ເງິນ-ທຶນຮອນຂອງຕົນຖືກເປົ້າໝາຍ ແລະ ນໍາເອົາຜົນກຳໄລໃຫ້ຄອບຄົວ ຈຶ່ງເຮັດໃຫ້ການຜະລິດຂອງປະຊາຊົນດີຂຶ້ນເປັນກ້າວໆ; ການປະຕິບັດຕາມເຕັກນິກການປູກກາເຟເປັນສິນຄ້າ, ການປະຕິບັດຕາມການແນະນໍາຂອງວິຊາການແມ່ນເນື້ອໃນສໍາຄັນ ເປັນຕົ້ນການປັບດິນ, ໃສ່ຝຸ່ນ, ຫົດນໍ້າ ແລະ ເອົາໃຈໃສ່ປົກປັກຮັກ ສາຜົນຜະລິດເປັນປະຈໍາ ຈຶ່ງເຮັດໃຫ້ການລົງທຶນບັນລຸຜົນສໍາເລັດ. ແຕ່ລະຄອບຄົວໄດ້ຍົກສູງສະຕິເປັນເຈົ້າຕົນເອງ, ກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບວກກັບການເອົາໃຈໃສ່ປຸກລະດົມຊຸກຍູ້ຂອງຄະນະພັກແຕ່ລະຂັ້ນ ແລະ ການຊ່ວຍເຫຼືອທຶນຮອນ, ເຕັກນິກ, ວິຊາການຂອງພາກລັດ ກໍຄືອົງການປົກຄອງຂັ້ນຕ່າງໆ ຢ່າງແຂງແຮງກວ່າເກົ່າ ຈຶ່ງຈະສາມາດເຮັດໃຫ້ການສ້າງເສດຖະກິດຄອບຄົວ ເຂັ້ມແຂງມີຫຼາຍຄອບຄົວຕົວແບບທີ່ປະສົບຜົນສໍາເລັດ.

ສະຫາຍ ບຸນຫຼາຍ ບຸດທິ ກ່າວຕື່ມວ່າ: ສໍາລັບທິດທາງແຜນການໃນຕໍ່ໜ້າ, ແຂວງເຊກອງຈະສຸມໃສ່ສືບ ຕໍ່ນໍາພາ-ຊີ້ນໍາຊາວກະສິກອນໃນທົ່ວແຂວງ ເອົາໃຈໃສ່ສືບຕໍ່ຫັນພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ແຂງແຮງ ແລະ ຕົວຈິງຂຶ້ນກວ່າເກົ່າ; ສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແນວທາງຂອງພັກ ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ເປັນຮູບປະທໍາຕົວຈິງຫຼາຍຂຶ້ນ; ສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍເນື້ອທີ່ປູກກາເຟຢູ່ເຂດທີ່ມີເງື່ອນໄຂໃຫ້ເພີ່ມຂຶ້ນ; ປັບປຸງແບບແຜນວິທີການຜະລິດຂອງປະຊາຊົນໃຫ້ຖືກ ຕ້ອງຕາມເຕັກນິກ, ນໍາໃຊ້ແນວພັນທີ່ໄດ້ຮັບຜົນຜະລິດສູງ.

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ