ເຊກອງດໍາເນີນກອງປະຊຸມຄົບຄະນະພັກແຂວງເປີດກວ້າງຄັ້ງທີ9ສະໄໝທີX

ເຊກອງດໍາເນີນກອງປະຊຸມຄົບຄະນະພັກແຂວງເປີດກວ້າງຄັ້ງທີ9ສະໄໝທີX
ອົງຄະນະພັກແຂວງເຊກອງໄດ້ດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງຄັ້ງທີ9ສະໄໝທີX ໃນວັນທີ13ທັນວານີ້ທີ່ສະໂມສອນຫ້ອງວ່າການແຂວງພາຍໃຕ້ການເປັນປະທານຂອງສະຫາຍເຫຼັກໄຫຼສີວິໄລກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງເຊກອງ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາ-ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ເຈົ້າເມືອງ, ຫົວໜ້າ-ຮອງພະແນກ, ຫ້ອງການ, ອົງການລັດທຽບເທົ່າຂັ້ນແຂວງແລະຂະແໜງການກ່ຽວຂ້ອງ4ເມືອງເຂົ້າຮ່ວມ.
ສະຫາຍເຫຼັກໄຫຼສີວິໄລໄດ້ກ່າວເປີດກອງປະຊຸມວ່າ: ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີXI ກໍຄືປະຕິບັດແຜນດໍາເນີນງານຂອງຄະນະບໍລິຫານງານພັກແຂວງສະໄໝທີX. ກອງປະຊຸມໄດ້ເປີດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ,ທົ່ວລັດແລະທົ່ວປວງຊົນບັນດາເຜົ່າພວມຈັດຕັ້ງປະຕິບັດຜັນຂະຫຍາຍມະຕິXI ຂອງພັກ, ມະຕິX ຂອງອົງຄະນະພັກແຂວງໂດຍສະເພາະແມ່ນສຸມໃສ່ການເກັບກ່ຽວຜົນຜະລິດລະດູຝົນແລະຍູ້ແຮງການຜະລິດລະດູແລ້ງ, ການກະກຽມກອງປະຊຸມໃຫຍ່3ຂັ້ນຂອງພັກເພື່ອສ້າງຂະບວນການ-ສ້າງຜົນງານຂໍ່ານັບຮັບຕ້ອນສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ, ຂອງຊາດຄື: ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ75ປີ, ວັນເກີດປະທານໄກສອນພົມວິຫານຄົບຮອບ103ປີ, ວັນເກີດປະທານຄໍາໄຕສີພັນດອນຄົບຮອບ100ປີແລະວັນສ້າງຕັ້ງແຂວງເຊກອງຄົບຮອບ40ປີ; ກອງປະຊຸມຈະໄດ້ພ້ອມກັນຕີລາຄາການນໍາພາ-ຊີ້ນໍາຮອບດ້ານຂອງຄະນະບໍລິຫານງານພັກແຂວງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ2023ແລະທິດທາງແຜນການປີ2024, ການຈັດຕັ້ງປະຕິບັດ2ວາລະແຫ່ງຊາດ, ບົດລາຍງານຄວາມຄືບໜ້າຂອງການກະກຽມສ້າງຕັ້ງເມືອງໃໝ່ (ເມືອງຕາເວັນອອກ) ທັງວາງແຜນການແລະມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າເພື່ອແນໃສ່ເຮັດໃຫ້ການພັດທະນາແຂວງເຊກອງມີການຫັນປ່ຽນຢ່າງແຂງແຮງໃນເງື່ອນໄຂໃໝ່.
ໃນໂອກາດນີ້, ສະຫາຍເຫຼັກໄຫຼສີວິໄລຮຽກຮ້ອງບັນດາສະຫາຍຜູ້ແທນກອງປະຊຸມຈົ່ງເຊີດຊູຄວາມເປັນເຈົ້າການ, ຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາ, ປຶກສາຫາລື, ຄົ້ນຄວ້າແລະປະກອບຄໍາຄິດເຫັນຕໍ່ເນື້ອໃນຕ່າງໆທີ່ໄດ້ສະເໜີຕໍ່ກອງປະຊຸມໂດຍສະເພາະທິດທາງແຜນການແລະຕົວເລກຄາດໝາຍທາງດ້ານເສດຖະກິດ-ສັງຄົມບົນພື້ນຖານມີການວິເຄາະ-ວິໄຈຢ່າງເລິກເຊິ່ງ, ພາວະວິໄສແລະກ້າວໄປເຖິງຄວາມເປັນເອກະພາບເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນໍາ, ບັນຊາຈັດຕັ້ງປະຕິບັດເຂົ້າໃນໜ້າວຽກຕົວຈິງຂອງຂະແໜງການຕົນໃຫ້ມີຜົນສໍາເລັດເປັນຮູບປະທໍາຫຼາຍຂຶ້ນ.
(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ