ທ່ານ ພູວັນ ເທບພະລັກສາ ໃຫ້ຮູ້ຕື່ມວ່າ: ປັດຈຸບັນໄດ້ອອກເລກປະຈໍາຕົວຜູ້ເສຍອາກອນ (TIN) ໃຫ້ຜູ້ດຳເນີນທຸລະກິດລວມທັງແຂວງ, ເມືອງ ແລະ ອົງການຈັດຕັ້ງພາກລັດຈຳນວນ 1,883 ເລກໝາຍ (ລວມທັງບັນ ດາສາຂາອົງການຈັດຕັ້ງ 358 ເລກໝາຍ) ແລະ ບຸກຄົນ 2,146 ເລກໝາຍ; ອອກໃບຢັ້ງຢືນການມອບອາກອນ 466 ຫົວໜ່ວຍ, ໃນນັ້ນ: ຫົວໜ່ວຍເກີດໃໝ່ 54 ຫົວໜ່ວຍ, ຕໍ່ 412 ຫົວໜ່ວຍ ເທົ່າກັບ 38,07 % ຂອງຖານຂໍ້ມູນທັງໝົດທີ່ແຂວງຄຸ້ມຄອງ, ຄ້າງຕໍ່ 884 ຫົວໜ່ວຍ, ຜ່ານມາໄດ້ມີການຈັດຊຸດປະຖົມນິເທດກັບທີ່ໃຫ້ຜູ້ປະກອບການ ແລະ ບັນດາຂະແໜງການພາກລັດ ພ້ອມທັງຊຸກຍູ້, ຕິດຕາມ, ກວດກາ, ສົ່ງເສີມໃຫ້ເຂົາເຈົ້າແຈ້ງ-ມອບພັນທະອາກອນຜ່ານລະບົບ TaxRIS ແລະ ຊໍາລະອາກອນຜ່ານລະບົບທະນາຄານ (Easy Tax) ເພື່ອຫຼີກເວັ້ນມາດຕະການປັບໃໝຕ່າງໆ ໃຫ້ຖືກຕ້ອງ, ສອດຄ່ອງຕາມລະບຽບກົດໝາຍ; ຫົວໜ່ວຍທີ່ມີຢູເຊີແຈ້ງອອນລາຍສະ ເພາະແຂວງຄຸ້ມຄອງທັງໝົດ 233 ຫົວໜ່ວຍ (ລວມອົງການຈັດຕັ້ງ 48 ພື້ນຖານ) ເທົ່າກັບ 56,41% ຂອງຖານຂໍ້ມູນທີ່ແຂວງຄຸ້ມຄອງ, ວິສາຫະກິດແຈ້ງປົກກະຕິ 32 ຫົວໜ່ວຍ, ບໍ່ມາແຈ້ງ 135 ຫົວໜ່ວຍ, ແຈ້ງສູນ (0) ມີ 66 ຫົວໜ່ວຍ, ວິສາຫະກິດບໍ່ທັນມີຢູເຊີ 180 ຫົວໜ່ວຍ; ນອກຈາກນີ້, ໄດ້ປະສານສົມທົບ, ເຂົ້າຮ່ວມກອງປະຊຸມວິຊາການປຶກສາຫາລື ປະກອບຄຳຄິດເຫັນກັບພະແນກອຸດສາຫະກຳ-ການຄ້າ (ຂະແໜງຄຸ້ມຄອງວິສາຫະກິດ) ຕໍ່ກັບບັນຫາຕ່າງໆ ທີ່ຕິດພັນກັບ 2 ຂະແໜງການເຊັ່ນ: ການຂຶ້ນທະບຽນວິສາຫະກິດໃໝ່, ການເພີ່ມທຶນ, ການດັດແກ້ປ່ຽນຜູ້ອຳນວຍການ ຫຼືເພີ່ມກິດຈະການເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ, ສຳລັບຫົວໜ່ວຍທີ່ຍັງຄ້າງໃບຢັ້ງຢືນການຈົດທະບຽນວິສາຫະກິດ (ERC) 90 ວັນພາຍຫຼັງອອກທະບຽນວິສາຫະກິດ ຜູ້ປະກອບການບໍ່ເຂົ້າມາອອກໃບຢັ້ງຢືນການມອບອາກອນ ຫຼືຢືນຢັນຕົວຕົນ ນໍາຂະແໜງສ່ວຍສາອາກອນເພື່ອຮັບຮູ້ການແນະນຳກ່ຽວກັບສິດ ແລະ ໜ້າທີ່ຜູ້ປະກອບການໃນການແຈ້ງ-ມອບພັນທະອາກອນຕາມລະບຽບກົດໝາຍ ຊຶ່ງໃນ 6 ເດືອນຕົ້ນປີ ຫົວໜ່ວຍຄ້າງຢືນຢັນ ERC ທັງໝົດ 346 ຫົວ ໜ່ວຍ, ໄດ້ຈັດຕັ້ງປະຕິບັດສັງລວມລາຍງານໃຫ້ພະແນກອຸດສາຫະກຳ-ການຄ້າ ຕາມແຈ້ງການຂອງຫົວໜ້າກົມສ່ວຍສາອາກອນ ສະບັບເລກທີ 0075/ກສອ, ລົງວັນທີ 8 ມັງກອນ 2026, ໃນນັ້ນ: ແຂວງເຊກອງ ມີຫົວໜ່ວຍຄ້າງ ERC ຕາມແຈ້ງການດັ່ງກ່າວ 168 ຫົວໜ່ວຍ, ມີຫົວໜ່ວຍທີ່ເຂົ້າມາສົມທົບສ່ວຍສາອາກອນແລ້ວ 10 ຫົວໜ່ວຍ, ສ່ວນຫົວໜ່ວຍທີ່ຍັງຄ້າງ 346 ຫົວໜ່ວຍ (ລວມທັງ 168 ຫົວໜ່ວຍ ) ຈະສືບຕໍ່ສັງລວມລາຍງານຂະ ແໜງການທີ່ກ່ຽວຂ້ອງຕາມລະບຽບການ. ຂ່າວ: ພຸດທະສອນ
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ
ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ຄໍາເຫັນ