ເຊກອງປະຕິບັດ 5 ວຽກຈຸດສຸມແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ເຊກອງປະຕິບັດ 5 ວຽກຈຸດສຸມແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
ແຂວງເຊກອງເອົາໃຈໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະ5 ວຽກຈຸດສຸມຄື: ສົ່ງເສີມການຜະລິດກະສິກຳເປັນສິນຄ້າສົ່ງອອກ ເພື່ອທົດແທນການນຳເຂົ້າ ແລະ ບໍລິການດ້ານການທ່ອງທ່ຽວ; ສ້າງຄວາມເຂັ້ມແຂງໃຫ້ການຈັດເກັບລາຍຮັບເຂົ້າງົບປະມານ; ສົ່ງເສີມການປະຢັດ, ຕ້ານການຟູມເຟືອຍ, ຍົກສູງປະສິດທິພາບການລົງທຶນ, ແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ; ເອົາໃຈໃສ່ສ້າງສະຖຽນລະພາບດ້ານເງິນຕາ; ຍົກສູງປະສິດທິພາບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ.
    ທ່ານ ຄຳປະກອນ ອຸເທນທະປັນຍາ ກ່າວວ່າ: ນັບແຕ່ປີ 2021 ຫາ 2023 ແຂວງໄດ້ນໍາເຂົ້າ-ສົ່ງອອກສິນຄ້າມີມູນຄ່າທັງໝົດ 421,25 ລ້ານໂດລາ. ໃນນີ້, ມູນຄ່າສົ່ງອອກບັນລຸ 274,34 ລ້ານໂດລາ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ລື່ນແຜນ 40,14% (ແຜນ 5 ປີ 195,75 ລ້ານໂດລາ) ແລະ ຄຸ້ມຄອງການນໍາເຂົ້າຢູ່ໃນລະດັບ 146,91 ລ້ານໂດລາ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 97,86%; ເກັບລາຍຮັບເຂົ້າງົບປະມານ (2021 ຫາເດືອນ 10/2023) ໄດ້ 489,4 ຕື້ກີບ; ຜະລິດເຂົ້າໄດ້ 89.721 ໂຕນ; ພືດສະບຽງອາຫານ 77.364 ໂຕນ; ຜະລິດເປັນສິນຄ້າໄດ້ 728.923 ໂຕນ; ອອກໃບຕາດິນໄດ້ 9.478 ຕອນ; ຂຶ້ນສໍາໂນທີ່ດິນໄດ້ 3.921 ຕອນສັງລວມລົດລັດບໍລິຫານທົ່ວແຂວງ (ປະຕິບັດຕາມດໍາລັດ 599/ນຍ) ທັງໝົດຈໍານວນ 1.560 ຄັນ ພ້ອມທັງເອົາໃຈໃສ່ຕິດຕາມ, ກວດກາ, ຊຸກຍູ້ບັນດາໂຄງການດ້ານພະລັງງານ ແລະ ບໍ່ແຮ່ໃຫ້ດຳເນີນໄປຕາມລະບຽບກົດໝາຍ, ມີບາງໂຄງການດໍາເນີນການກໍ່ສ້າງ ແລະ ບາງໂຄງການສໍາເລັດສາມາດຜະລິດ-ສົ່ງອອກ; ຫັນການເກັບລາຍຮັບໄປສູ່ລະບົບທັນສະໄໝ, ດໍາເນີນມາດຕະການເພີ່ມລາຍຮັບ, ຄຸ້ມຄອງ-ຈໍາກັດລາຍຈ່າຍ, ສໍາຫຼວດຖານລາຍຮັບໃໝ່, ຊຸກຍູ້ຜັກດັນໃຫ້ຜູ້ປະກອບການ, ຫົວໜ່ວຍວິສາຫະກິດທຸກປະເພດຫັນມາຖືບັນຊີຖືກຕ້ອງ ເພື່ອກ້າວສູ່ການກວດສອບທີ່ໂປ່ງໃສ; ຫຼຸດຜ່ອນລາຍຈ່າຍທີ່ບໍ່ຈໍາເປັນ ຕາມນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍຂອງລັດຖະບານ; ສ້າງສະຖຽນລະພາບດ້ານເງິນຕາ, ຫັນການເບີກຈ່າຍຊໍາລະສະສາງເງິນຕາ ຜ່ານລະບົບທະນາຄານ, ນໍາໃຊ້ສະກຸນເງິນກີບ ແລະ ຈໍາກັດລະບົບການແລກປ່ຽນເງິນຕາແບບຊະຊາຍຜິດກົດໝາຍ; ສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ, ຊຸກຍູ້ບັນດາພະແນກການ, ຫ້ອງການ ແລະ ອົງການທຽບເທົ່າປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ-ສອດຄ່ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.
    ທ່ານ ຄໍາປະກອນ ອຸເທນທະປັນຍາ ກ່າວຕື່ມອີກວ່າ: ເພື່ອສືບຕໍ່ແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ມີຜົນສໍາເລັດ, ມີປະສິດທິພາບ ແລະ ປະສິດທິຜົນນັ້ນ, ແຂວງຕ້ອງສືບຕໍ່ສົ່ງເສີມການສ້າງຖານການຜະລິດ-ທຸລະກິດ, ການບໍລິການ ແລະ ສ້າງຄວາມເຂັ້ມແຂງໃຫ້ຖານລາຍຮັບ ໂດຍເລີ່ມຈາກການກວດກາ ແລະ ຈັດຕັ້ງການຜະລິດດ້ວຍຫຼາຍຮູບແບບ, ຫຼາຍລະດັບແຕ່ຮາກຖານຂຶ້ນມາ; ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການຄ້າ, ການລົງທຶນເພື່ອຍູ້ແຮງການຜະລິດ ຕາມທິດສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນ, ເພີ່ມການສົ່ງອອກໃຫ້ຫຼາຍຂຶ້ນ; ປັບປຸງກົນໄກສົ່ງເສີມດ້ວຍການຈັດລຽງບຸລິມະສິດ ແລະ ກຳນົດລາຍການສິນຄ້າທີ່ເປັນທ່າແຮງ ແລະ ເຂດທີ່ຈະຜະລິດຢ່າງລະອຽດ; ດຳເນີນມາດຕະການສົ່ງເສີມ ແລະ ປົກປ້ອງຜູ້ຜະລິດພາຍໃນຈາກຖານຜະລິດສູ່ຕະຫຼາດຊົມໃຊ້; ປະຕິບັດນະໂຍບາຍສົ່ງເສີມ ແລະ ພັດທະນາ SMEs ໃຫ້ເປັນຮູບປະທຳ; ຫັນການຄຸ້ມຄອງເສດຖະກິດໃຫ້ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ, ຫັນໄປສູ່ສັງຄົມການຜະລິດ, ສັງຄົນນໍາໃຊ້ເງິນກີບ; ແກ້ໄຂການຮົ່ວໄຫຼຂອງການຈັດເກັບງົບປະມານ, ດຳເນີນມາດຕະການເພີ່ມລາຍຮັບງົບປະມານເຂົ້າລັດໃຫ້ສູງຂຶ້ນ, ດຳເນີນມາດຕະການ, ວິທີການຊຸກຍູ້ ແລະ ສົ່ງເສີມໃຫ້ວິສາຫະກິດທຸກປະເພດ ຫັນມາຖືບັນຊີທີ່ຖືກຕ້ອງ ເພື່ອກ້າວສູ່ການກວດສອບທີ່ໂປ່ງໃສ; ສ້າງກົນໄກ ແລະ ປະຕິບັດມາດຕະການເດັດຂາດ, ເຂັ້ມງວດຕໍ່ພະນັກງານລັດ, ຜູ້ປະກອບການທີ່ເຮັດຜິດກົດໝາຍ ແລະ ລະບຽບວິໃນດ້ານແຜນການ-ການເງິນ; ເລັ່ງແກ້ໄຂບັນຫາໜີ້ສິນ ແລະ ດຳເນີນການກວດສອບ, ກວດກາ, ປະເມີນຜົນບັນດາໂຄງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດທີ່ບໍ່ມີປະສິດທິພາບ-ປະສິດທິຜົນ; ແກ້ໄຂບັນຫາເງິນຕາດ້ວຍການຄວບຄຸມການຊື້-ຂາຍເງິນຕາ ແລະ ການຊຳລະສະສາງຜ່ານລະບົບທະນາຄານ, ມີມາດຕະການໃຫ້ບໍລິສັດ ແລະ ຜູ້ປະກອບການ ຕ້ອງຊຳລະຊະສາງເປັນສະກຸນເງິນກີບ, ເງິນຕາ, ຜ່ານທະນາຄານພາຍໃນ; ແກ້ໄຂໜີ້ສິນສາທາລະນະດ້ວຍການບໍລິຫານຈັດການຢ່າງເປັນລະບົບ ແລະ ມີປະສິດທິພາບ.
ຂ່າວ-ພາບ: ສັນຍາ

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ