ເຊີນທ່ອງທ່ຽວສະຫວັນນະເຂດ ດ້ວຍ 3 ໄຫວ້ 4 ເບິ່ງ ແລະ 5 ຊົມ

ເຊີນທ່ອງທ່ຽວສະຫວັນນະເຂດ ດ້ວຍ 3 ໄຫວ້ 4 ເບິ່ງ ແລະ 5 ຊົມ

ເພື່ອເຮັດໃຫ້ງານເປີດປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ແລະ ສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຊຶ່ງແຂວງສະຫວັນນະເຂດ ຈະໄດ້ງານເປີດປີທ່ອງທ່ຽວລາວ 2024 ຂຶ້ນຢ່າງຍິ່ງໃຫຍ່ ແລະ ຈະຈັດໃຫ້ມີຫຼາກຫຼາຍກິດຈະກຳ ບໍ່ວ່າຈະເປັນການວາງສະແດງຈຳໜ່າຍສິນຄ້າ, ການຄົບງັນດ້ວຍແສງ ສີ ສຽງທີ່ອະລັງການ ຕື່ນຕາຕື່ນໃຈ, ການສະແດງສິລະປະວັນນະຄະດີ ທີ່ບົ່ງບອກເຖິງເອກະລັກ ແລະ ວິຖີການດຳລົງຊີວິດຂອງຊາວແຂວງສະຫວັນນະເຂດ. 
ໃນວັນທີ 27 ກຸມພາຜ່ານມາ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖະແຫຼ່ງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ແຂວງ ຈຶ່ງໄດ້ເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວພາຍໃນແຂວງສະຫວັນນະເຂດ ເພື່ອມາສຳຜັດກັບແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະວັດທະນະທຳ ເນື່ອງໃນໂອກາດ ແຂວງສະຫວັນນະເຂດ ຈະເປີດປີທ່ອງທ່ຽວທີ່ຕິດພັນກັບເທສະການສະຫວັນສຸກສັນຫັນສາໃນລະຫວ່າງວັນທີ 10-17 ມີນາ 2024 ທີ່ຈະມາເຖິງນີ້ ພາຍໃຕ້ຄໍາຂວັນ “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ” ໂດຍຕອບສະໜອງຕາມນະໂຍບາຍຂອງລັດຖະບານ ແຂວງສະຫວັນນະເຂດກໍໄດ້ຖືເອົາໂອກາດນີ້ຈັດງານເປີດປີທ່ອງທ່ຽວລາວ 2024 ແລະ ໄດ້ກຳນົດສັນຍາລັກ ທາດອີງຮັງ, ໄດໂນເສົາ, ແຄນ, ປີ້ງໄກ່ ແລະ ດອກຈານ ເປັນເຄື່ອງໝາຍ ປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ເພື່ອເປັນການຕ້ອນຮັບນັກທ່ອງທ່ຽວທີ່ຈະມາທ່ຽວແຂວງສະຫວັນນະເຂດ. ພະແນກ ຖວທ ແຂວງສະຫວັນນະເຂດ ໄດ້ມີແຜນການກະກຽມຕ້ອນຮັບນັກທ່ອງທ່ຽວ ໂດຍພວກເຮົາໄດ້ມີການປັບປຸງບັນດາແຫຼ່ງທ່ອງທ່ຽວຕ່າງໆໃຫ້ມີຄວາມພ້ອມທຸກດ້ານໂດຍຮ່ວມກັບປະຊາຊົນຊາວແຂວງສະຫວັນນະເຂດເປັນເຈົ້າພາບທີ່ດີເພື່ອຕ້ອນຮັບແຂກທີ່ຈະມາທ່ຽວຊົມ ຊຶ່ງພວກເຮົາໄດ້ຈັດແບ່ງບັນດາການທ່ອງທ່ຽວອອກເປັນ 3 ປະເພດເຊັ່ນ: ທ່ອງທ່ຽວທຳມະຊາດ,ປະຫວັດສາດ ແລະ ວັດທະນະທໍາ ລວມມີ 116 ແຫ່ງ. ນອກຈາກນັ້ນ ຍັງມີເທສະການຕ່າງໆເຊັ່ນ: ເທສະການສະຫວັນສຸກສັນຫັນສາ, ເທສະການໃຫ້ອາຫານລີງ, ເທສະການປະກວດອາຫານ, ເທສະການຜົນຜະລິດກະສິກໍາ ແລະ ອື່ນໆ. 
ສ່ວນທາງດ້ານທີ່ພັກກໍ່ສາມາດຕ້ອນຮັບນັກທ່ອງທ່ຽວໄດ້ ມີທັງໂຮງແຮມທີ່ໄດ້ມາດຕະຖານສາກົນ ຫຼື ນັກທ່ອງທ່ຽວຕ້ອງການພັກແບບໂຮມສະເຕກໍມີໄວ້ຮອງຮັບ. ການມາທ່ຽວສະຫວັນນະເຂດຕ້ອງໄດ້ໄປ 3 ໄຫວ້ 4 ເບິ່ງ 5 ຊົມ ໃຫ້ທ່ານເລືອກພິຈະລະນາວ່າຈະໄປໃສ?. 3 ໄຫວ້: ປະກອບມີກາບໄຫວ້ພະທາດອີງຮັງ, ໄຫວ້ພະທາດໂຜ່ນ ແລະ ກາບໄຫວ້ຫໍພະໄຕຣປິດົກ. 4 ເບິ່ງ: ມີເບິ່ງຫໍພິພິທະພັນແຂວງ, ເບິ່ງຫໍພິພິທະພັນໄດໂນເສົາ, ເບິ່ງຫໍພິພິທະພັນຮ່ວມສຳພັນສູ້ຮົບລາວ-ຫວຽດນາມ, ເບິ່ງມໍລະດົກສະຖານໜອງເຮືອທອງ ແລະ 5 ຊົມ: ຊົມຕົວເມືອງເກົ່າປະຫວັດສາດ-ໜອງຫຼົ່ມປ່າສະຫງວນດົງນາຕາດ ນະຄອນໄກສອນພົມວິຫານ, ຊົມລີງ-ປາຝາ-ຝາຍສູຍ ຈຳພອນ, ທ່ຽວຊົມໂອງມັ່ງ-ນົກຍາງຂາວ-ແຫຼ່ງຂຸດຄົ້ນກະດູກໄດໂນເສົາຊົນນະບູລີ, ຊົມໂນນຫີນດ້າງ-ໂພນຊ້າງສານ-ສີສະເກດສວນຕານ-ຜາສາດຫີນໄຊພູທອງ ແລະ ທ່ຽວຊົມພະທາດນາງລາວ-ພະເຈົ້າອົງແສນ-ຫີນສາມເສົ້າ-ນໍ້າເກົ້າແຄວ ວິລະບູລີ. 
ພ້ອມນີ້ ທ່ານ ໂພສີສ້ອຍ ກຸທິລາດ ຍັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ນັກທຸລະກິດ ຜູ້ປະກອບການດ້ານຕ່າງໆຮ່ວມກັນເປັນເຈົ້າພາບທີ່ດີເພື່ອຕ້ອນຮັບແຂກບ້ານແຂກເມືອງດ້ວຍໄມຕີຈິດມິດຕະພາບອັນດູດດື່ມເຮັດແນວໃດໃຫ້ນັກທ່ອງທ່ຽວປະທັບໃຈມາແລ້ວຢາກມາອີກ.
(ຂ່າວ: ສະຫວັນ) 

ຄໍາເຫັນ

ຂ່າວທ່ອງທ່ຽວ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມໂດດເດັ່ນແຫ່ງໜຶ່ງຂອງ ສປປ ລາວ ທີ່ມີເອກະລັກສະເພາະ ເປັນໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອະນຸພາກພື້ນ ແລະ ສາກົນ.
ເພີ່ມເຕີມ