ຊຽງ​ຂວາງເຜີຍແຜ່ເຊື່ອມຊຶມ ບັນດານິຕິກຳໃຫ້ພະນັກງານ-ພາກທຸ​ລະ​ກິດ

ຊຽງ​ຂວາງເຜີຍແຜ່ເຊື່ອມຊຶມ ບັນດານິຕິກຳໃຫ້ພະນັກງານ-ພາກທຸ​ລະ​ກິດ

ຊຽງ​ຂວາງເຜີຍແຜ່ເຊື່ອມຊຶມ ບັນດານິຕິກຳໃຫ້ພະນັກງານ-ພາກທຸ​ລະ​ກິດ
ແຂວງ​ຊຽງ​ຂວາງໄດ້ຈັດ​ພິ​ທີເຜີຍແຜ່ ເຊື່ອມຊຶມ ບັນດານິຕິກຳຂອງສູນກາງ ໃຫ້​ແກ່​ພະ​ນັກ​ງານ, ທະ​ຫານ, ຕຳຫຼວດ, ນັກ​ທຸ​ລະ​ກິດ, ຊາວ​ຄ້າ​ຂາຍແລະປະ​ຊາ​ຊົນໃນ​ວັນ​ທີ 27 ສິງ​ຫາ​ນີ້ ໂດຍການເປັນປະທານຂອງທ່ານພົນຈັດຕະວາ ສີວັນທາ ເພຍສະຂາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫົງບແຂວງ, ມີການນຳແຂວງ, ຫົວໜ້າ ຮອງຫົວໜ້າພະແນກການ, 2ກອງບັນຊາການ, ອົງການ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນຊາວຊຽງຂວາງເຂົ້າຮ່ວມ.
ຊຽງ​ຂວາງເຜຍແຜເຊອມຊມ ບນດານຕກຳໃຫພະນກງານ-ພາກທ​ລະ​ກດ - image 1
 

 

ທ່ານ ຄຳວຽນ ສີຫານາດ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານຄຳສັ່ງ ສະບັບເລກທີ06/ນຍ, ລົງວັນທີ7ມີນາ2026 ວ່າດ້ວຍການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາ ແຮ່ຄຳຕົກຂ້ອນ, ຫີນແລະ ຊາຍ ຕາມບັນດາສາຍນ້ຳ, ຮ່ອງຫ້ວຍ ແລະ ຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ; ຄຳສັ່ງ ສະບັບເລກທີ46/ນຍ, ລົງວັນທີ13ເມສາ2026 ວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນຳເຂົ້າ-ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃນຂອບເຂດທົ່ວປະເທດ; ຄຳສັ່ງສະບັບເລກທີ47/ນຍ, ລົງວັນທີ31ກໍລະກົດ2026 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງນ້ຳໜັກລົດບັນທຸກ ແລະ ມາດຕະການປັບໄໝ, ລົງວິໄນ, ລົງໂທດຕໍ່ຜູ້ລະເມີດບັນທຸກນ້ຳໜັກເກີນກຳນົດ; ຄຳສັ່ງສະບັບເລກທີ32/ນຍ, ລົງວັນທີ12ທັນວາ2025 ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ແກ້ໄຂອາດສະຍາກຳທາງດ້ານອິນເຕີເນັດ, ການພະນັນອອນລາຍ, ຄຳສັ່ງສະບັບເລກທີ2117/ປກສ, ລົງວັນທີ10ກໍລະກົດ2026 ວ່າດ້ວຍການຄຸ້ມຄອງ ການແກ້ໄຂບັນຫາສະແກມເມີ ແລະ ການຫຼີ້ນພະນັນອອນລາຍ, ຄຳສັ່ງສະບັບເລກທີ16/ປກສ, ລົງວັນທີ16ກໍລະກົດ2026 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ.

ໂອກາດນີ້ທ່ານພົນຈັດຕະວາ ສີວັນທາ ເພຍສະຂາ ໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ກ່າວວ່າ: ທຸກພາກສ່ວນຈົ່ງພ້ອມກັນຈັດຕັ້ງປະຕິບັດ ຕາມຄຳສັ່ງຂອງສູນກາງ ແລະ ຂອງແຂວງ ວາງອອກ ຢ່າງແຂງແຮງ, ມີສະຕິ ຕໍ່ມາດຕະການ ລະບຽບກົດໝາຍ, ເປັນເຈົ້າການ ກວດກາ ຕິດຕາມ ໃຫ້ຂໍ້ມູນແກ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອດຳເນີນມາດຕະການ ແລະ ແກ້ໄຂໃຫ້ທັນເວລາ, ຈົ່ງເຜີຍແຜ່ບັນດາຄຳສັ່ງດັ່ງກ່າວ ໃຫ້ຮັບຮູ້ທຸກທົ່ວໜ້າ ແລະ ພ້ອມກັນຈັດຕັ້ງປະຕິບັດ, ຢຸດຕິການລັກລອບຂຸດຄົ້ນແຮ່ ແລະ ບັນທຸກນ້ຳໜັກເກີນກຳນົດ, ມີສະຕິ ເປັນເຈົ້າການໃນການສະກັດກັ້ນ ຕ້ານອາດສະຍາກຳໄຊເບີ ແລະ ການຫຼີ້ນເກມ ພະນັນອອນລາຍ, ຈົ່ງໃຫ້ການຮ່ວມມືໃນການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ຊ່ວຍກັນປົກປັກຮັກສາຄວາມສະຫົງບໃຫ້ເຂັ້ມແຂງຂື້ນເລື້ອຍໆ.

ຂ່າວ: ບຸນມີ ແສງທຸມມີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ