ຊີວະປະຫວັດ ພະນະທ່ານ ມິນ ອອງ ລາຍ

ຊີວະປະຫວັດ ພະນະທ່ານ ມິນ ອອງ ລາຍ

ຊີວະປະຫວັດ ພະນະທ່ານ ມິນ ອອງ ລາຍ
1. ຊື່: ພະນະທ່ານ ມິນ ອອງ ລາຍ(H.E. U Min Aung Hlaing) 2. ຕຳແໜ່ງປັດຈຸບັນ: ປະທານາທິບໍດີ 3. ສາສະໜາ: ພຸດ 4. ການສຶກສາທາງທະຫານ:

 

- ວິທະຍາຄານປ້ອງກັນຊາດກອງທັບ (Defence Services Academy) ລະດັບປະລິນຍາຕີວິທະຍາສາດການທະຫານ (B.Sc.)

- ວິທະຍາໄລບັນຊາ-ເສນາທິການກອງທັບ (Command and General Staff College)

- ວິທະຍາໄລປ້ອງກັນຊາດ (National Defence College) ລະດັບປະລິນຍາໂທ ສາຂາການສຶກສາດ້ານການປ້ອງກັນປະເທດ (M.A. Defence Studies)

5. ຕຳແໜ່ງທີ່ເຄີຍດຳລົງ

- ເຄີຍໄດ້ຖືກແຕ່ງຕັ້ງລົງຮັບໜ້າທີ່ຫຼາຍຕຳແໜ່ງໃນກົມກອງທະຫານຮາບ

- ອາຈານສອນ ຢູ່ ວິທະຍາໄລບັນຊາ-ເສນາທິການກອງທັບ

- ຜູ້ບັນຊາການກອງພົນທະຫານຮາບ

- ຜູ້ບັນຊາການໂຮງຮຽນນາຍຮ້ອຍກອງທັບ

- ປະທານສະພາສັນຕິພາບ ແລະ ພັດທະນາລັດຣາຄິນ (2004–2005) ຄວບຄູ່ກັບຕຳແໜ່ງຜູ້ບັນຊາການທະຫານພາກຕາເວັນຕົກ

- ປະທານສະພາສັນຕິພາບ ແລະ ພັດທະນາລັດຊານຕາເວັນອອກ (2005–2008) ຄວບຄູ່ກັບຕຳແໜ່ງຜູ້ບັນຊາການພາກສາມຫຼ່ຽມຄຳ

- ຜູ້ບັນຊາການສຳນັກງານກອງປະຕິບັດການພິເສດ

- ຫົວໜ້າເສນາທິການກອງທັບ (ກອງທັບບົກ, ກອງທັບເຮືອ ແລະ ກອງທັບອາກາດ)

- ຜູ້ບັນຊາການທະຫານສູງສຸດກອງທັບມຽນມາ (2011–2026)

- ປະທານສະພາບໍລິຫານແຫ່ງລັດ (State Administration Council) (2021–2025)

- ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດສະຫະພາບມຽນມາ (2021–2025)

- ປະທານຄະນະກຳມະການຄວາມໝັ້ນຄົງ ແລະ ສັນຕິພາບແຫ່ງລັດ (ກໍລະກົດ 2025 – ມີນາ 2026)

- ປະທານາທິບໍດີຮັກສາການ (ສິງຫາ 2025 – ມີນາ 2026)

- ປະທານາທິບໍດີ (10 ເມສາ 2026 – ປັດຈຸບັນ)

6. ຫຼຽນໄຊກຽດຕິຄຸນ ພາຍໃນປະເທດ

- ທິງກະຫະ (Thingaha) (2012)

- ທະເຣ ສີທູ (Thray Sithu) (2012)

- ມະຫາ ທະເຣ ສີທູ (Maha Thray Sithu) (2017)

- ທະໂດ ມະຫາ ທະເຣ ສີທູ (Thado Maha Thray Sithu) (2022)

- ທະໂດ ທິຣິ ທຸດດຳມະ (Thado Thiri Thudhamma) (2022)

- ອັກຄະ ມະຫາ ທິຣິ ທຸດດຳມະ (Agga Maha Thiri Thudhamma) (2026)

- ອັກຄະ ມະຫາ ທະເຣ ສີທູ (Agga Maha Thray Sithu) (2026)

7. ນາມມະຍົດທາງສາສະໜາ

- ໄດ້ຮັບນາມມະຍົດ “ມະຫາ ມິງກະລາ ທຳມະ ໂຊຕິກະ ທາຊະ” ຈາກສະມາຄົມພຸດທະສາສະນິກະຊົນຊາຍໜຸ່ມ (YMBA) (2019)

- ໄດ້ຮັບນາມມະຍົດ “ທະໂດ ທິຣິ ອັກຄະ ມະຫາ ມິງກະລາ ໂຊຕິກະ” ຈາກ YMBA (2020)

- ໄດ້ຮັບສົມນາມ “ອັກຄະ ມະຫາ ມິງກະລາ ທຳມະ ໂຊຕິກະທາຊະ” ຈາກ YMBA (2020)

8. ຫຼຽນ, ລາງວັນ, ນາມມະຍົດທີ່ໄດ້ຮັບ

- ເຄື່ອງ ຣາຊະອິດຊະຣິຍາພອນ ປຣະຖະມາພອນມົງກຸດໄທ ໃນປີ 2013

- ລາງວັນກຽດຕິຄຸນຄວາມກ້າຫານ ຊັ້ນໜຶ່ງ ຂອງ ກອງທັບມາເລເຊຍ ໃນປີ 2013

- ເຄື່ອງ ຣາຊະອິດຊະຣິຍາພອນ ປຣະຖະມາພອນຊ້າງເຜືອກ ໃນປີ 2018

- ປະລິນຍາດຸດສະດີກິດຕິມະສັກ (Honoris Causa) ຈາກສະຖາບັນສຶກສາຕາເວັນອອກ ສັງກັດສະຖາບັນວິທະຍາສາດຣັດເຊຍ (2020)

- ສາດສະດາຈານກິດຕິມະສັກ ວິທະຍາໄລການທະຫານຣັດເຊຍ (2021)

- ຫຼຽນໄຊ Alexander Nevsky ຂອງສະຫະພັນຣັດເຊຍ (2023)

- ປະລິນຍາດຸດສະດີກິດຕິມະສັກ ປະລິນຍາເອກສາຂາບໍລິຫານລັດ (Doctor of Public Administration, Honoris Causa) ຈາກມະຫາວິທະຍາໄລຢ່າງກຸ້ງ (2026)

9. ສະຖານະຄອບຄົວ

- ແຕ່ງງານແລ້ວ

10. ຖານະລູກ

- ມີລູກຊາຍ 1 ຄົນ ແລະ ລູກສາວ 1 ຄົນ

11. ກິດຈະກຳຍາມຫວ່າງ

- ອ່ານປຶ້ມ, ຫຼິ້ນກິລາກ໊ອບ ແລະ ຍ່າງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ໃຫ້ການຕ້ອນຮັບ ທ່ານ ອາມານາທາ ຄຣິສຕຽນ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດ ສ ອິນໂດເນເຊຍ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ພະຈິກ ນີ້.
ສຳຜັດສະເໜ່ສະໜາມຫຼວງເກົ່າ ທີ່ບັນຈຸປະຫວັດສາດກວ່າ 100 ປີ ຂອງເມືອງຕ້າຫຼຽນ

ສຳຜັດສະເໜ່ສະໜາມຫຼວງເກົ່າ ທີ່ບັນຈຸປະຫວັດສາດກວ່າ 100 ປີ ຂອງເມືອງຕ້າຫຼຽນ

ຈາກລານກວ້າງໃຈກາງເມືອງ ສູ່ພິພິທະພັນປະຫວັດສາດກາງແຈ້ງ ທີ່ບອກເລົ່າເຖິງຮ່ອງຮອຍໃນອະດີດ ຜ່ານອາຄານເກົ່າແກ່ ແລະ ຖະໜົນທີ່ແຜ່ກະຈາຍອອກໄປຄືລັດສະໝີຂອງດວງຕາເວັນ.
ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດສຸຂະພາບຂອງນູແວນເຊລັງສະລັບຫຼ້າສຸດທີ່ເຜີຍແຜ່ໃນວັນທີ 18 ພະຈິກ ຜ່ານມາ ຊີ້ໃຫ້ເຫັນວ່າ: ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງເຫຼືອ 5.9% ໃນປີ 2025/2026 ຊຶ່ງເປັນຄັ້ງທຳອິດທີ່ຫຼຸດລົງຕໍ່າກວ່າ 6%.
ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ຫວ່າງມໍ່ໆມານີ້, ​ໜັງ​ສື​ພິມ China Daily ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ ທ່ານ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່​ລະ​ບຸ​ວ່າ, ເສດ​ຖະ​ກິດ​ອາ​ຊຽນ​ແລະ​ຈີນ​ພວມ​ຢູ່​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ, ຕະ​ຫຼາດ​ດີຈີ​ຕອນ​ໄດ້​ກາຍ​ເປັນ​ຫົວ​ຈັກ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ.
ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ສິງກະໂປໄດ້ເຜີຍແຜ່ບົດລາຍງານພາບລວມຄອບຄົວໃນອາຊຽນ ປີ 2026 ສະບັບທໍາອິດ, ໂດຍອີງໃສ່ຂໍ້ມູນຈາກອົງການຂອງພາກລັດ ແລະ ຜົນການສຳຫຼວດໃນ 10 ຕົວເມືອງອາຊຽນພົບວ່າ, ປະຊາຊົນໃນບັນດາປະເທດສະມາຊິກອາຊຽນມີທ່າອ່ຽງເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ. ໃນຂະນະທີ່ຄົວເຮືອນທີ່ໄດ້ຮັບການສຳຫຼວດສ່ວນໃຫຍ່ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ທີ່ດີ ໃນລະດັບປານກາງຫາສູງ, ມີຄຸນນະພາບຊີວິດທີ່ດີ ແລະ ມີສາຍພົວພັນໃນຄອບຄົວທີ່ແໜ້ນແຟ້ນ.
ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ໃນວັນ​ທີ 19 ພະ​ຈິກ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ແລະ ທ່ານ​ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງກວາງ​ຕຸ້ງ​ຈີນ. ຜູ້​ນຳ​ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ຈີນ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​​ຄັ້ງ​​ປະ​ຫວັດ​ສາດນີ້. ປະ​ມຸກ​ລັດ​ 3 ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ທັງມຸ່ງໝັ້ນທີ່ຈະຮັກ​ສາ​ສະ​ຖຽນ​ລະ​ພາບທາງ​ຍຸ​ດ​ທະ​ສາດ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ.
ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ ຜ່ານມາຢູ່​ນະ​ຄອນເຊິນ​ເຈິນ ປະ​ເທດຈີນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ​ຂອງເວ​ທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) ​ຄັ້ງ​ທີ 33, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ​ຍ່ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດປະ​ທານ APEC2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານສີຈິນ​ຜິ້ງ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ​​ສຳ​ຄັນ ແລະ ເປີດ​ສາກປີ​ APEC ຫວຽດ​ນາມ2027 ຢ່າງ​ເປັນ​ທາງ​ການ.
ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ-ອຸດສາຫະກໍາ ແລະ ກະຊວງພັດທະນາດີຈີຕອນ-ຂໍ້ມູນຂ່າວສານສິງກະໂປໄດ້ເປີດເຜີຍວ່າ, ສິງກະໂປກໍາລັງສຶກສາຜົນກະທົບທີ່ອາດເກີດຂຶ້ນຈາກມາດຕະການຄວບຄຸມການສົ່ງອອກເຊມິຄອນດັກເຕີຂັ້ນສູງສະບັບໃໝ່ ຂອງສະຫະລັດ ອາເມຣິກາ. ໂດຍຢູ່ໃນລະຫວ່າງການປຶກສາຫາລືກັບບໍລິສັດທີ່ໄດ້ຮັບຜົນກະທົບ ແລະ ປຶກສາຫາລືກັບອົງການທີ່ກ່ຽວຂ້ອງ ຂອງສະຫະລັດ ອາເມຣິກາ ກ່ຽວກັບຂອບເຂດ ແລະ ການບັງຄັບໃຊ້ມາດຕະການດັ່ງກ່າວ.
ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ທະນາຄານກາງອິນໂດເນເຊຍ (BI) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍ 0.25% ເປັນ 6% ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍ ທ່າມກາງຄວາມບໍ່ແນ່ນອນທົ່ວໂລກທີ່ເພີ່ມຂຶ້ນ ແລະ ເພື່ອຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ.
ເພີ່ມເຕີມ