ພິທີຕ້ອນຮັບ ເພື່ອສະແດງຄວາມຊົມເຊີຍ ຄະນະຜູ້ແທນທີ່ເດີນທາງກັບ

ຊົມເຊີຍ ຟ້ອນລຳວົງລາວ ຖືກຮັບຮອງເປັນ ມໍລະດົມໂລກ ທາງດ້ານວັດທະນະທຳ ນາມມະທຳ

ຊົມເຊີຍ ຟ້ອນລຳວົງລາວ ຖືກຮັບຮອງເປັນ ມໍລະດົມໂລກ ທາງດ້ານວັດທະນະທຳ ນາມມະທຳ
ໃນວັນທີ 10 ທັນວາ ນີ້, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີຕ້ອນຮັບ ເພື່ອສະແດງຄວາມຊົມເຊີຍ ຄະນະຜູ້ແທນທີ່ເດີນທາງກັບຈາກ ງານຮັບຮອງເອົາການຂຶ້ນທະບຽນ “ຟ້ອນລໍາວົງລາວ” ຖື ເປັນມໍຣະດົກໂລກ

ທາງດ້ານວັດທະນະທຳ ນາມມະທຳຂອງມວນມະນຸດ ຊຶ່ງງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ທັນວາ 2024 ຜ່ານມາ ທີ່ແຂວງອາຊັນຊົງ ປະເທດປາຣາໄກວ.

ໃນໂອກາດທີ່ ຟ້ອນລຳວົງລາວ ຖືກຮັບຮອງເປັນມໍຣະດົກໂລກຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ມີຄໍາເຫັນສະແດງຄວາມຍິນດີເປັນຢ່າງຍິ່ງ ຕໍ່ການປະກາດຮັບຮອງເອົາການຂຶ້ນທະບຽນ “ ຟ້ອນລໍາວົງລາວ ” ເປັນມໍລະດົກໂລກໃນຄັ້ງນີ້, ອັນໄດ້ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສັງຄົມລາວ ໄດ້ສືບທອດຢ່າງພາກພູມ ແລະ ມີກຽດ, ເປັນປັດໄຈສຳຄັນໃນການອະນຸລັກຮັກສາມໍລະດົກ ແລະ ຄວາມຫຼາກຫຼາຍທາງວັດທະນະທຳ ທີ່ພວມປະເຊີນໜ້າກັບການຈະເລີນເຕີບໂຕຂອງໂລກາພິວັດ ຢ່າງຕໍ່ເນື່ອງ, ທັງເປັນປັດໄຈຄໍ້າປະກັນການຍືນຍົງຄົງຕົວ ຂອງຊາດລາວຕະຫຼອດໄປ.

ຟ້ອນລຳວົງລາວ ກາຍເປັນໜຶ່ງໃນການສະແດງອອກເຖິງ ວິຖີຊີວິດຂອງປະຊາຊົນບັນດາເຜົ່າ ຊາວຜູ້ອອກແຮງງານ ທີ່ໄດ້ສະສົມເປັນເອກະລັກໄປຕາມແຕ່ລະທ້ອງຖິ່ນ, ໄດ້ຮັບການຖ່າຍທອດຈາກບັນພະບູລຸດ ແລະ ສືບທອດຈາກຮຸ່ນຄົນໜຶ່ງສູ່ຮຸ່ນຄົນໜຶ່ງຢ່າງຕໍ່ເນື່ອງ ແລະ ໄດ້ຮັບການປະດິດແຕ່ງ, ປັບປຸງ ແລະ ດັດປັບໃຫ້ເຂົ້າກັບສະພາບແວດລ້ອມສັງຄົມອັນໃໝ່, ມີສາຍກ່ຽວພັນກັບທໍາມະຊາດອ້ອມຂ້າງ ແລະ ບົນພື້ນຖານປະຫວັດສາດຂອງຊຸມຊົນເຊື້ອຊາດລາວ ຈຶ່ງເຮັດໃຫ້ຊຸມຊົນເຫຼົ່ານີ້ຮັບຮູ້ ແລະ ສືບທອດເອກະລັກວັດທະນະທໍາຂອງຕົນ ເຮັດໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ມີຄຸນຄ່າທາງດ້ານຈິດໃຈ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ວັນທີ 4 ມິຖຸນາຜ່ານມານີ້, ອົງການກາແດງແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຸກລະດົມຂົນຂວາຍບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ວາງແຜນຮັບບໍລິຈາກເລືອດ ຮ່ວມກັບພາກສ່ວນກຳລັງ ປກຊ-ປກສ ຂຶ້ນທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຜູ້ຊີ້ນຳວຽກອົງການກາແດງແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈໍາກັດຜູ້ດຽວ ຈະເລີ່ມສຶກສາ-ສໍາຫຼວດ ຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການ ກະສິກຳ (ປູກໄມ້ໃຫ້ໝາກ) ເປັນສິນຄ້າ ເພື່ອຈໍາໜ່າຍ ຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ຢູ່ທີ່ບ້ານຄໍາເຕີຍ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ໃນເນື້ອທີ່ຕາມການສຶກສາເບື້ອງຕົ້ນ 1,500 ເຮັກຕາ, ປະກອບມີໝາກໄມ້ 10 ຊະນິດຄື: ໜາກເງາະ, ຖົ່ວລຽນ, ນໍ້ານົມ, ມັງຄຸດ, ໝາກມ່ວງ, ໝາກກ້ຽງໃຫຍ່, ໜາກກ້ຽງ, ອະໂວຄາໂດ້, ໝາກມີ້ ແລະ ໝາກຂຽບ. ບໍລິສັດ ດາດມີ ຟາມມິ້ງ ມີຊ່ຽວຊານຈາກພາຍໃນ ແລະ ຕ່າງປະເທດ ໃນການພັດທະນາໂຄງການກະສິກໍາດ້ານການປູກຝັງ, ຮັບປະກັນດ້ານຕະຫຼາດ ແລະ ມີຄວາມຮັບຜິດຊອບການລົງທຶນດ້ວຍຕົນເອງ, ສ່ວນການສຶກສາຄວາມເປັນໄປໄດ້ ແມ່ນຕ້ອງໄດ້ມາດຕະຖານເຕັກນິກທີ່ຂະແໜງການກ່ຽວຂ້ອງຂອງລັດວາງອອກ, ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະເມີນຜົນກະທົບຕໍ່ສັງຄົມ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍສິ່ງແວດລ້ອມ ຂອງ ສປປ ລາວ, ປົກປັກຮັກສາສິ່ງແວດລ້ອມ ແລະ ຈ່າຍຄ່າເສຍຫາຍໃນກໍລະນີຫາກໄດ້ກໍຄວາມເສຍຫາຍໃຫ້ແກ່ສິ່ງແວດລ້ອມ, ຜົນລະປູກ ແລະ ຊັບສິນຂອງປະຊາຊົນ, ໃຫ້ການປະກອບສ່ວນຊ່ວຍເຫຼືອແກ່ທ້ອງຖິ່ນຕາມຄວາມເໝາະສົມ, ປະຕິບັດຕາມກົດໝາຍແຮງງານ ແລະ ພັນທະອື່ນໆຕາມລະບຽບກົດໝາຍ.
ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2

ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2

ໃນຕອນເຊົ້າຂອງວັນທີ 5 ມິຖຸນານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາຂຶ້ນພາຍໃຕ້ຫົວຂໍ້: “ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2”. ກອງປະຊຸມສໍາມະນາໃນຄັ້ງນີ້ມີຈຸດປະສົງເພື່ອເປັນການສືບຕໍ່ຜັນຂະຫຍາຍແຜນການຮ່ວມມື
ກອງພັນໃຫຍ່ 11 ສຳເລັດການປະຕິບັດຍິງລູກປືນແທ້

ກອງພັນໃຫຍ່ 11 ສຳເລັດການປະຕິບັດຍິງລູກປືນແທ້

ກອງພັນໃຫຍ່ 11 ໄດ້ປະຕິບັດການຍິງລູກປືນແທ້ປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 27 ພຶດສະພາ ຫາ ວັນທີ 4 ມິຖຸນາ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11, ມີສະຫາຍ ພັນເອກ ຄຳສາຍ ມົນດວງສີງ ຫົວໜ້າການເມືອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງເຊກອງ ມອບເງິນ 144 ລ້ານກີບ ຊ່ວຍເຫຼືອປະຊາຊົນບ້ານຕະລຸຍ

ເຈົ້າແຂວງເຊກອງ ມອບເງິນ 144 ລ້ານກີບ ຊ່ວຍເຫຼືອປະຊາຊົນບ້ານຕະລຸຍ

ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ນໍາເອົາເງິນຈໍານວນ 144 ລ້ານກີບ ທີ່ໄດ້ຈາກການຊ່ວຍເຫຼືອ ຂອງຄະນະພັກ-ອົງການປົກຄອງແຂວງກວາງນາມ ສສ ຫວຽດນາມ ມອບໃຫ້ການນໍາເມືອງກະລຶມ ເພື່ອມອບຕໍ່ໃຫ້ປະຊາຊົນບ້ານຕະລຸຍ ທີ່ປະສົບອັກຄີໄພ (ໄຟໄໝ້ເຮືອນ) ໃນວັນທີ 3 ເມສາ 2025 ຜ່ານມາ, ກ່າວຮັບໂດຍທ່ານ ສາຍຄໍາ ແກ້ວບຸນປານ ເລຂາຄະນະບໍລິຫານງາຍພັກເມືອງກະລຶມ.
ປີນີ້, ເມືອງປາກກະດິງຈະປູກໄມ້ໃຫ້ໄດ້ 774,4 ເຮັກຕາ

ປີນີ້, ເມືອງປາກກະດິງຈະປູກໄມ້ໃຫ້ໄດ້ 774,4 ເຮັກຕາ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ຄົບຮອບ 45 ປີ, ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນເມື່ອບໍ່ດົນຜ່ານມາ, ທີ່ວັດປ່າບ້ານທົ່ງນ້ອຍ. ພາຍໄຕ້ການເປັນປະທານຂອງທ່ານ ແກ້ວວົງທອງ ກົມມະແສງ ຮັກສາການເຈົ້າເມືອງປາກກະດິງ.
ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ 5 ເດືອນເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15.75%

ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ 5 ເດືອນເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15.75%

ປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ໄດ້ຮັບມອບໝາຍຕົວເລກລາຍຮັບຈາກພາສີປະຈຳແຂວງສະຫວັນນະເຂດຈໍານວນ 1,778 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໃນໄລຍະ 5 ເດືອນຕົ້ນປີ 2025 ສາມາດເກັບລາຍໄດ້ທັງໝົດ 772.04 ຕື້ກີບ ເທົ່າກັບ 43.42% ຂອງແຜນການປີ, ທຽບໃສໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15.75% ຄິດເປັນເງິນຈໍານວນ 105.07 ຕື້ກີບ.
ມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ

ມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ

ພິທີມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ສສ ຫວຽດນາມ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 3 ມິຖຸນາຜ່ານມາ, ຢູ່ທີ່ບ້ານປ່າຄາ ເມືອງລອງ ໂດຍມີທ່ານ ນາງ ບົວວັນ ພົມມະລິດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີທ່ານ ສາຍທອງ ບຸນວິໄລ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີຕາງໜ້າຄະນະຄຸ້ມຄອງຊາວຫວຽດນາມ, ອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.
ກອງພັນທີ 2 ສ້າງກິດຈະກຳປູກຕົ້ນໄມ້

ກອງພັນທີ 2 ສ້າງກິດຈະກຳປູກຕົ້ນໄມ້

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ໃນວັນທີ 2 ມິຖຸນາຜ່ານມາ, ກອງພັນທີ 2 ຂຶ້ນກັບກອງພັນໃຫຍ່ 202 ກອງພົນທີ 2,
ຫຼວງນໍ້າທາ ຈັດພີທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ຫຼວງນໍ້າທາ ຈັດພີທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ໃນວັນທີ 2 ມິຖຸນານີ້ ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (ວັນທີ 1 ມີຖຸນາ 1980-ວັນທີ 1 ມີຖຸນາ 2025) ແລະ ວັນເດັກນ້ອຍສາກົນຄົບຮອບ 100 ປີ (ວັນທີ 1 ມີຖຸນາ 1925-ວັນທີ 1 ມີຖຸນາ 2025) ໂດຍການເຂົ້າຮ່ວມຂອງທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ, ມີທ່ານ ພິມແກ້ວ ທໍາລະສິນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ