ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອໃຫ້ພະນັກງານ-ສະມາຊິກພັກ ຮັບຮູ້ເຊື່ອມຊຶມ ກຳແໜ້ນຢ່າງເລິກເຊິ່ງ ແລະ ນຳເອົາເນື້ອໃນຈິດໃຈຜົນຂອງກອງປະຊຸມໃຫຍ່ໄປເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ, ສະມາຊິກພັກພາຍໃນກົມກອງຂອງຕົນໃຫ້ມີຜົນສຳເລັດຕາມຄາດໝາຍທີ່ກອງປະຊຸມວາງອອກໃນທຸກດ້ານ.
ໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ແຜນພັດທະນາວຽກງານ ວທ (2026-2030); ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກກະຊວງ ວທ ສະໄໝທີ VI ສະບັບເລກທີ 921/ຄລສພ, ລົງວັນທີ 13/10/2025; ຜ່ານດໍາລັດສະບັບເລກທີ 700/ລບ, ລົງວັນທີ 7/11/2025 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ວທ; ຜ່ານມະຕິວ່າດ້ວຍການແບ່ງໜ້າທີ່ຮັບຜິດຊອບພາຍໃນຄະນະບໍລິຫານພັກກະຊວງ ສະບັບເລກທີ 285/ຄພ.ວທ, ລົງວັນທີ 12/12/2025 ຕື່ມອີກ. ຂ່າວ-ພາບ: ວັນເພັງ
ຄໍາເຫັນ