ຢູ-13 ດັບເບິນຢູໄອຈີ ນາຄາ ໄດ້ແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ

ຢູ-13 ດັບເບິນຢູໄອຈີ ນາຄາ ໄດ້ແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ

ຢູ-13 ດັບເບິນຢູໄອຈີ ນາຄາ ໄດ້ແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ
ທີມກິລາເຕະບານ ຢູ-13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນຈາກ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໃນຮອບຊີງຊະນະເລີດສາມາດເອົາຊະນະ ເອັບຊີ ໂອດ ເບເລເນັດ (CF osBelenenses) ທີມຈາກເຈົ້າພາບ ປະເທດປັອກຕຸຍການ 2-0 ປະຕູ, ໄດ້ປະຕູໄຊຈາກການຍິງຂອງ ທ. ແຊວ ແລະ ທ. ເອກະລາດ ວິໄລກຸນ ໄດ້ຄອງແຊັມການແຂ່ງຂັນເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຫຼື ຢູ-13 ລະດັບ 1 ຊຶ່ງເປັນລາຍການໃຫຍ່ ລະດັບສາກົນ ຫຼື IBER Cup 2025 ມາຄອງໄດ້ຢ່າງຍິ່ງໃຫຍ່ ສ້າງກຽດ ແລະ ຊື່ສຽງໃຫ້ກັບປະເທດຊາດ ໃນເວທີສາກົນ.
ຢ-13 ດບເບນຢໄອຈ ນາຄາ ໄດແຊມເຕະບານລະດບນານາຊາດ ທປອກຕຍການ - image 1
 

ການແຂ່ງຂັນໃນລາຍການນີ້ ມີສະໂມສອນຈາກທົ່ວໂລກເຂົ້າຮ່ວມ ໂດຍສະເພາະຈາກທະວີບເອີຣົບ, ອາຟຣິກາ, ອາຊີ, ອາເມຣິກາໃຕ້ ແລະ ຄອນຄາເຄັບ, ສ່ວນຕົວແທນຈາກອາຊີ ນອກຈາກ WIG NAGA ຊຶ່ງເປັນທີມທຳອິດຈາກ ສປປ ລາວ ໃນທະວີບອາຊຽນ ທີ່ເຂົ້າຮ່ວມ ພ້ອມນີ້ຍັງມີ ມາເລເຊຍ, ສປ ຈີນ, ສະຫະລັດ ອາຣັບເອມິເຣດ, ມາເກົາ ສປ ຈີນ, ເນປານ, ຕັວກເມນິດສະຖານ, ອູຊະເບກິດສະຖານ ແລະ ຟີລິບປິນ.

ສະເພາະ U13 ລາຍການນີ້ ມີ 48 ທີມ ຈາກ 15 ປະເທດເຂົ້າຮ່ວມຄື: ປັອກຕຸຍການເຈົ້າພາບ, ແອັດສະປາຍ, ໂຄຣອາຊີ, ເອັດໂຕນີ, ຣູມານີ, ເບຣຊິນ, ສະຫະລັດ ອາເມຣິກາ, ສປປ ລາວ, ສະຫະລັດ ອາຣັບ ເອມິເຣດ, ອາຟຣິກາໃຕ້, ເອຢິບ, ແທນຊານີ, ກາບົງ, ເບີມູດາ ແລະ ເກາະ ເຄແມນ.

ໃນຈຳນວນ 48 ທີມ ແບ່ງອອກເປັນ 12 ກຸ່ມ, ກຸ່ມລະ 4 ທີມ ແຂ່ງພົບກັນໝົດ ແລ້ວຄັດເອົາພຽງທີ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ Playoff Gold ຫຼື ລາຍການ ລະດັບສູງສຸດຂອງລາຍການ, ສ່ວນທີ 2 ຂອງກຸ່ມໄປແຂ່ງຂັນລະດັບ ດິວິຊັນ 2 ຫຼື ລາຍການ Playoff Silver ແລະ ທີ 3 ຂອງແຕ່ລະກຸ່ມໄປແຂ່ງຂັນລະດັບ ດິວິຊັນ 3 Playoff Bronze.

ຜ່ານການແຂ່ງຂັນ ຜົນປະກົດວ່າ ທີມເຍົາວະຊົນລາວ ດັບເບິນຢູໄອຈີ ນາຄາ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການເກັບໄຊຊະນະໃນແຕ່ລະນັດຕັ້ງແຕ່ນັດທຳອິດຈົນຮອດຮອບ 4 ທີມສຸດທ້າຍ ເຮັດໃຫ້ສາມາດຜ່ານເຂົ້າສູ່ຮອບຊີງຊະນະເລີດໄດ້ສຳເລັດໄປພົບກັບ ສະໂມສອນ ເອັບຊີ ໂອດ ເບເລເນັດ (CF osBelenenses) ທີມຈາກເຈົ້າພາບ ປະເທດປັອກຕຸຍການ ໃນຕອນບ່າຍວັນທີ 6 ກໍລະກົດ 2025 ຊຶ່ງຜ່ານການແຂ່ງຂັນກໍຖືວ່າເປັນໄປຕາມເປົ້າໝາຍ ຢູ-13 ດັບເບິນຢູໄອຈີ ນາຄາ ສາມາດເອົາຊະນະ ທີມເຈົ້າພາບ ໄປໄດ້ 2-0 ປະຕູ ໂດຍໄດ້ຈາກການຍິງຂອງ ທ. ແຊວ ແລະ ທ. ເອກະລາດ ວິໄລກຸນ ຄອງແຊັມ (ທີ1) ລາຍການນີ້ມາຄອງຢ່າງຍິ່ງໃຫຍ່ ສ້າງກຽດ ແລະ ຊື່ສຽງໃຫ້ກັບປະເທດຊາດ ໃນເວທີສາກົນ. 

ຢ-13 ດບເບນຢໄອຈ ນາຄາ ໄດແຊມເຕະບານລະດບນານາຊາດ ທປອກຕຍການ - image 2
 

(ຂ່າວ: ສົງການ ພັນແພງດີ - ພາບ: WIG NAGA)

ຄໍາເຫັນ

ຂ່າວສືກສາ-ກິລາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ

ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ

ວັນທີ 15 ທັນວານີ້, ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດຫຼັກ 16 ໄດ້ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ, ເປັນກຽດເຂົ້າຮ່ວມຂອງທ່ານ ພອນວິໄລ ຫຼວງຄໍາຫານ ຮອງປະທານສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ