ທ່ານ ທອງ ເມັງດາວິດ ຮອງຜູ້ອຳນວຍການສູນສຶກສາຈີນ-ອາຊຽນ ມະຫາວິທະຍາໄລເຕັກໂນໂລຊີ ແລະ ວິທະຍາສາດກຳປູເຈຍ ກ່າວວ່າ: ປະລິມານການຂຸດຄົ້ນຄໍາທີ່ເພີ່ມຂຶ້ນສະທ້ອນໃຫ້ເຫັນເຖິງການຫັນປ່ຽນຈາກການຂຸດຄົ້ນແບບບໍ່ເປັນທາງການໄປສູ່ເສດຖະກິດການຂຸດຄົ້ນບໍ່ແຮ່ແບບອຸດສາຫະກຳ. ເຖິງຢ່າງໃດກໍຕາມ, ລາຍຮັບຈາກຄຳຍັງບໍ່ໄດ້ປະກອບສ່ວນຫຼາຍຕໍ່ງົບປະມານຂອງລັດຖະບານເມື່ອທຽບກັບເສົາຄ້ຳອື່ນໆຂອງເສດຖະກິດເຊັ່ນ: ແຜ່ນແພ ແລະ ການທ່ອງທ່ຽວ.
ທ່ານ ເມັງດາວິດ ກ່າວຕື່ມວ່າ: ໂອກາດໃນອຸດສາຫະກຳຄຳຂອງກຳປູເຈຍໃນອະນາຄົດບໍ່ພຽງແຕ່ຂຶ້ນກັບປະລິມານຄຳທີ່ຂຸດຄົ້ນໄດ້ເທົ່ານັ້ນ ແຕ່ຍັງຂຶ້ນກັບການປົກປ້ອງສິ່ງແວດລ້ອມຢ່າງມີປະສິດທິພາບ ເພື່ອຮັບປະກັນວ່າບໍ່ມີຜົນກະທົບທາງລົບຕໍ່ຊຸມຊົນທ້ອງຖິ່ນ, ຄວາມຫຼາກຫຼາຍທາງຊີວະພາບ ແລະ ການມີສ່ວນຮ່ວມຂອງປະຊາຊົນ.
ຄໍາເຫັນ