ວິທະຍຸໂທລະພາບສູນກາງຈີນ (CMG) ວ່າ: ໃນວັນທີ 29 ກໍລະກົດ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ອົງການຊັບສິນທາງປັນຍາແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ວຽກງານດ້ານຊັບສິນທາງປັນຍາຂອງຈີນໄດ້ສືບຕໍ່ເດີນໄປຕາມທ່າອຽງການພັດທະນາທີ່ມີຄຸນນະພາບສູງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ບັນລຸການພັດທະນາທີ່ມີຄວາມໝັ້ນທ່ຽງ ແລະ ການເລີ່ມຕົ້ນທີ່ດີຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15.
ເມື່ອສັງເກດຈາກຂໍ້ມູນສະຖິຕິເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ຈີນໄດ້ອະນຸມັດສິດທິບັດດ້ານການປະດິດສ້າງ 453,000 ສະບັບ, ອະນຸມັດໃຫ້ລົງທະບຽນກາໝາຍສິນຄ້າ 2,055,000 ສະບັບ, ອະນຸມັດໃຫ້ສ້າງສູນປົກປ້ອງຊັບສິນທາງປັນຍາລະດັບຊາດໃໝ່ 2 ແຫ່ງ ແລະ ສູນປົກປ້ອງສິດທິດ່ວນ 6 ແຫ່ງ ແລະ ອື່ນໆ ເຮັດໃຫ້ຖານະບົດບາດຂອງຈີນທີ່ເປັນປະເທດໃຫຍ່ດ້ານຊັບສິນທາງປັນຍາໄດ້ຮັບການປັບປຸງໃຫ້ດີຂຶ້ນຫຼາຍກວ່າເກົ່າ.
ຄໍາເຫັນ