7 ເດືອນຕົ້ນປີ ການຄ້າກັບຕ່າງປະເທດຂອງຈີນເພີ່ມຂຶ້ນ 3.5%

7 ເດືອນຕົ້ນປີ ການຄ້າກັບຕ່າງປະເທດຂອງຈີນເພີ່ມຂຶ້ນ 3.5%

7 ເດືອນຕົ້ນປີ ການຄ້າກັບຕ່າງປະເທດຂອງຈີນເພີ່ມຂຶ້ນ 3.5%
ຂ່າວສານຊີອາໄອລາຍງານວ່າ, ໃນກອງປະຊຸມຂ່າວທີ່ຈັດຂຶ້ນວັນທີ 21 ສິງຫາ ຜ່ານມານີ້, ທ່ານ ເຮີຢົງຊຽນ ໂຄສົກກະຊວງການຄ້າຈີນ ກ່າວວ່າ: ນັບແຕ່ປີນີ້ເປັນຕົ້ນມາ, ຄວາມສ່ຽງທີ່ການພັດທະນາເສດຖະກິດການຄ້າສາກົນຕ້ອງຜະເຊີນເພີ່ມຫຼາຍຂຶ້ນຢ່າງຊັດເຈນ, ການຄ້າກັບຕ່າງປະເທດຂອງຈີນຮັກສາທ່າອ່ຽງໝັ້ນຄົງ ແລະ ກ້າວໜ້າ, ໃນ 7 ເດືອນຕົ້ນປີນີ້ ຈັງຫວະເຕີບໂຕແມ່ນ 3.5%.

 

ຂ່າວລະບຸວ່າ: ໃນ 7 ເດືອນຕົ້ນປີນີ້, ການຄ້າຂາເຂົ້າ-ຂາອອກ ຕໍ່ຕະຫຼາດຈະເລີນໃໝ່ ແລະ ອື່ນໆຂອງຈີນໄດ້ເພີ່ມຂຶ້ນ 5%, ກວມເອົາ 65.5%. ໃນນັ້ນການສົ່ງອອກສິນຄ້າຕໍ່ອາຊຽນ ແລະ ອາຟຣິກາ ໄດ້ເພີ່ມຂຶ້ນ 9.4% ແລະ 17.2% ຕາມລຳດັບ.

ໃນ 7 ເດືອນຕົ້ນປີນີ້, ການສົ່ງອອກຜະລິດຕະພັນກົນຈັກ ແລະ ເຄື່ອງໄຟຟ້າໄດ້ເພີ່ມຂຶ້ນ 9.3%, ກວມເອົາ 60%, ເພີ່ມຂຶ້ນ 1.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຜະລິດຕະພັນເຕັກໂນໂລຊີສູງ ທີ່ມີມູນຄ່າເພີ່ມສູງຕ່າງໆ ເຊັ່ນ: ເຄື່ອງໃຊ້ໃນເຮືອນແບບປັນຍາປະດິດ, ລົດພະລັງງານໄຟຟ້າ, ຫຸ່ນຍົນອຸດສາຫະກໍາ ແລະ ກໍ່າປັ່ນເປັນຕົ້ນໄດ້ຮັກສາຈັງຫວະການເຕີບໂຕຂອງການສົ່ງອອກອ່າວສູງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍອດຂາຍຍ່ອຍຂອງສິງກະໂປ ໃນເດືອນກໍລະກົດ ເພີ່ມຂຶ້ນ 1.5%

ຍອດຂາຍຍ່ອຍຂອງສິງກະໂປ ໃນເດືອນກໍລະກົດ ເພີ່ມຂຶ້ນ 1.5%

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນທີ 7 ກັນຍາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປ ເພີ່ມຂຶ້ນ 1.5% ໃນເດືອນກໍລະກົດ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ຊຶ່ງຊ້າລົງຈາກການເຕີບໂຕ 4% ໃນເດືອນມິຖຸນາ.
ເສດຖະກິດ ສ ເກົາຫຼີ ສືບຕໍ່ຟື້ນຕົວ

ເສດຖະກິດ ສ ເກົາຫຼີ ສືບຕໍ່ຟື້ນຕົວ

ຂ່າວຕ່າງປະເທດລາຍງານໃນວັນທີ 7 ກັນຍາ ຜ່ານມາວ່າ: ເສດຖະກິດຂອງ ສ ເກົາຫຼີ ຍັງສືບຕໍ່ຟື້ນຕົວ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກ ແລະ ການລົງທຶນທີ່ກ່ຽວຂ້ອງກັບພື້ນຖານໂຄງລ່າງປັນຍາປະດິດ (AI) ທັງພາຍໃນ ແລະ ຕ່າງປະເທດ, ເຖິງວ່າຈະມີຄວາມບໍ່ແນ່ນອນຈາກຂໍ້ຂັດແຍ່ງໃນຕາເວັນອອກກາງ.
ມາເລເຊຍ ຍົກເລີກສະຖານະການສຸກເສີນໃນລັດຊາຣາວັກ

ມາເລເຊຍ ຍົກເລີກສະຖານະການສຸກເສີນໃນລັດຊາຣາວັກ

ຂ່າວຕ່າງປະເທດລາຍງານໃນວັນທີ 7 ກັນຍາ ຜ່ານມາວ່າ: ມາເລເຊຍ ໄດ້ຍົກເລີກສະຖານະການສຸກເສີນໃນເມືອງເຊຣຽນ ລັດຊາຣາວັກ ຫຼັງຈາກລະດັບມົນລະພິດທາງອາກາດຫຼຸດລົງຕໍ່າກວ່າລະດັບອັນຕະລາຍ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ເຕືອນວ່າສະຖານະການໝອກຄວັນຍັງບໍ່ທັນດີຂຶ້ນ ແລະ ຄຸນນະພາບອາກາດຍັງຄົງບໍ່ດີຕໍ່ສຸຂະພາບໃນຫຼາຍພື້ນທີ່.
ໄຟ​ຟ້າ​ແສງ​ຕາ​ເວັນ ​ກາຍ​ເປັນແຫຼ່ງ​ກຳ​ເນີດ​ພະ​ລັງ​ໄຟ​ຟ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ

ໄຟ​ຟ້າ​ແສງ​ຕາ​ເວັນ ​ກາຍ​ເປັນແຫຼ່ງ​ກຳ​ເນີດ​ພະ​ລັງ​ໄຟ​ຟ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຂໍ້​ມູນຫຼ້າ​ສຸດ​ຈາກກົມພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ນັບ​ມາ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ​ປີ​ນີ້ ກຳ​ລັງ​ຕິດ​ຕັ້ງ​ໄຟ​ຟ້າ​ແສງ​ຕາ​ເວັນ​​ໃນທົ່ວ​ປະ​ເທດ​ຈີນ​ບັນ​ລຸ​ເຖິງ 1,286 ຕື້​ກິ​ໂລ​ວັດ, ລື່ນ​ກາຍ​ໄຟ​ຟ້າ​ຖ່ານ​ຫີນ​ເປັນ​ຄັ້ງ​ທຳ​ອິດ, ກາຍ​ເປັນ​​ແຫຼ່ງ​ກຳ​ເນີດພະ​ລັງ​ໄຟ​ຟ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນຢ່າງ​ເປັນ​ທາງ​ການ. ໃນ​ກຳ​ລັງ​ຕິດ​ຕັ້ງ​ໄຟ​ຟ້າ​ທົ່ວ​ປະ​ເທດ, ໄຟ​ຟ້າ​ແສງ​ຕາ​ເວັນ​ກວມ​ເຖິງ 31.5%.
ນະຄອນໂຮ່ຈິມິນ ບັນລຸເປົ້າໝາຍດຶງດູດທຶນ FDI 10 ຕື້ກວ່າໂດລາ

ນະຄອນໂຮ່ຈິມິນ ບັນລຸເປົ້າໝາຍດຶງດູດທຶນ FDI 10 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 7 ກັນຍາ ຜ່ານມາວ່າ: ​ພະ​ແນກ​ການ​ເງິນ ນະ​ຄອນໂຮ່​ຈິ​ມິນ ລາຍງານວ່າ, ໃນ 8 ເດືອນຕົ້ນ​ປີ 2026 ນະ​ຄອນໂຮ່​ຈິ​ມິນ ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) 10 ຕື້​ກວ່າໂດລາ​, ເທົ່າ​ກັບ 91.5% ຂອງແຜນ​ການ​ໝົດ​ປີ​.
ຄົນເຈັບພະຍາດໝາກແດງ ໃນອາເມຣິກາ ເພີ່ມຂຶ້ນເປັນ 3,000 ກວ່າຄົນ

ຄົນເຈັບພະຍາດໝາກແດງ ໃນອາເມຣິກາ ເພີ່ມຂຶ້ນເປັນ 3,000 ກວ່າຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ, ໃນວັນທີ 3 ກັນຍາ ຜ່ານມາ ສະຫະລັດ ອາເມຣິກາ ໄດ້ກວດພົບພະຍາດ ໝາກແດງ 3,134 ກໍລະນີໃນປີ 2026. ໂຕເລກນີ້ເກີນກວ່າກໍລະນີທີ່ຢືນຢັນທັງໝົດຂອງປີ 2025 (2,289) ແລະ ເປັນຈຳນວນສູງສຸດປະຈຳປີນັບຕັ້ງແຕ່ປີ 1991. ໂດຍຄົນເຈັບທົ່ວປະເທດຍັງສືບຕໍ່ເພີ່ມຂຶ້ນທ່າມກາງອັດຕາການສັກວັກຊິນທີ່ຫຼຸດລົງໃນບັນດາເດັກນ້ອຍ.
ເນປານ ຊ່ວຍຊີວິດແມ່ຍິງອາຍຸ 64 ປີ ຫຼັງຈາກເກີດດິນເຈື່ອນ 10 ມື້

ເນປານ ຊ່ວຍຊີວິດແມ່ຍິງອາຍຸ 64 ປີ ຫຼັງຈາກເກີດດິນເຈື່ອນ 10 ມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສື່ມວນຊົນເນປານລາຍງານວ່າ, ທີມກູ້ໄພໄດ້ຊ່ວຍຊີວິດແມ່ຍິງເນປານອາຍຸ 64 ປີຄົນໜຶ່ງທີ່ຍັງມີຊີວິດຢູ່ໃນເມືອງນູວາໂກ ຫຼັງຈາກເກີດເຫດດິນເຈື່ອນຮຸນແຮງໃນວັນທີ 26 ສິງຫາ ຜ່ານມາ ແລະ ຖືກນຳສົ່ງໄປຮັບການປິ່ນປົວຢູ່ນະຄອນຫຼວງກາດມານດູ.
ອິນໂດເນເຊຍ ທຳລາຍເຄືອຂ່າຍການພະນັນອອນລາຍ

ອິນໂດເນເຊຍ ທຳລາຍເຄືອຂ່າຍການພະນັນອອນລາຍ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ຕຳຫຼວດອິນໂດເນເຊຍໄດ້ລາຍງານການທຳລາຍເຄືອຂ່າຍການພະນັນອອນລາຍທີ່ດຳເນີນງານຜ່ານເວັບໄຊທີ່ຄວບຄຸມຈາກຕ່າງປະເທດ 3 ແຫ່ງ ຊຶ່ງສ້າງລາຍຮັບໄດ້ເຖິງ 1 ພັນຕື້ຣູເປຍ (ສະກຸນເງິນອິນໂດເນເຊຍ) ຕໍ່ປີ ແລະ ຈັບກຸມຜູ້ຕ້ອງສົງໄສ 5 ຄົນ.
ມູນ​ຄ່າ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​​ທັນ​ຍາ​ຫານຈີນ​ ບັນ​ລຸ​ຫຼາຍກວ່າ 4 ພັນ​ຕື້ຢວນ​ຕໍ່​ປີ

ມູນ​ຄ່າ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​​ທັນ​ຍາ​ຫານຈີນ​ ບັນ​ລຸ​ຫຼາຍກວ່າ 4 ພັນ​ຕື້ຢວນ​ຕໍ່​ປີ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ຈາກ​ຂໍ້​ມູນ​ໃນກອງ​ປະ​ຊຸມ​ການ​ຄ້າ​ທັນ​ຍາ​ຫານ​ຈີນ​ ຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​​ວັນ​ທີ 5 ກັນ​ຍາ ຜ່ານມາ ຢູ່​ນະ​ຄອນ​ຊາງ​ຊ່າ ​ແຂວງ​ຫູ​ໜານ​ ​​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ທັນ​ຍາ​ຫານ​ຂອງ​ຈີນ​ມີເຖິງ 24,000 ແຫ່ງ, ບັນ​ລຸ​ຍອດ​ມູນ​ຄ່າ​ອຸດ​ສາ​ຫະ​ກຳ​ຫຼາຍກວ່າ 4 ພັນ​ຕື້ຢວນຕໍ່​ປີ, ມີ​ເຂດ ​ແລະ​ ແຂວງຫຼາຍກວ່າ 1 ສ່ວນ 3 ມີ​ມູນ​ຄ່າ​ຜົນ​ຜະ​ລິດບັນ​ລຸ​ຫຼາຍກວ່າ 1 ຮ້ອຍ​ຕື້ຢວນ.
ຫວຽດນາມ - ມຽນມາ ເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດ

ຫວຽດນາມ - ມຽນມາ ເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ກັນຍາ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດ​ນາມ ຢ່າງເປັນທາງການ, ທ່ານ ມິນອອງລາຍ ປະທານາທິບໍດີ ມຽນມາ ແລະ ທ່ານ ຫງວຽນ​ວັນ​ທັງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ມຽນມາ-ຫວຽດນາມ.
ເພີ່ມເຕີມ