ເມື່ອບໍ່ດົນມານີ້, ທ່ານ ອາລອຍ ແຄັດສະເລີ ອະດີດປະທານສະມາຄົມການສຶກສາ-ກິລາເພື່ອສຸຂະພາບລາວ-ສະວິດເຊີແລນພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ແຂວງສາລະວັນ, ໃນໂອກາດດຽວກັນນີ້ທ່ານໄດ້ໄປຢ້ຽມຢາມກອງວິຊາການວັດທະນະທຳພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ແຂວງ ເປັນກຽດຕ້ອນຮັບຂອງທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການມາຢ້ຽມຢາມຄັ້ງນີ້,ທ່ານ ອາລອຍ ແຄັດສະເລີ ໄດ້ຊົມການສະແດງເສບດົນຕີພື້ນເມືອງລາວຈາກນັກຮຽນພາຍໃນກອງວັດທະນະທຳ ຊຶ່ງປະກອບມີ 6 ລາຍການສະແດງເຊັ່ນ: ສຽງແຄນແດນສາລະວັນ, ຈຳປາເມືອງລາວ, ລຳສາລະວັນ, ສຽງແຄນລາວ, ລຳສີພັນດອນ ແລະລຳວາລະວັນ ສ່ອງແສງໃຫ້ເຫັນເຖິງມູນເຊື້ອທີ່ເປັນມູນມໍລະດົກທາງດ້ານວັດທະນະທຳຂອງຊາດລາວ.ຈາກນັ້ນທ່ານໄດ້ມອບເຄື່ອງດົນຕີພື້ນເມືອງຂອງສະວິດເຊີແລນ ແລະມອບເງິນຈຳນວນ 3.000 ກ່ວາໂດລາເພື່ອຈັດຊື້ເຄື່ອງສຽງ ແລະອຸປະກອນດົນຕີທີ່ຈຳເປັນເພື່ອສືບຕໍ່ພັດທະນາກອງວິຊາການວັດທະນະທຳພະແນກ ຖວທ ແຂວງ ກ່າວຮັບໂດຍທ່ານ ມະໄລວອນ ສີປະເສີດ.
ຂ່າວ-ພາບ: ລັດຕະນາ ແສງສຸວັນ
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ
ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຄໍາເຫັນ