ໃນການສຶກສາອາຫານບຳລຸງສະໝອງທີ່ຍາວນານທີ່ສຸດເທົ່າທີ່ເຄີຍມີ ຊຶ່ງຈັດພິມເຜີຍແຜ່ໃນວາລະສານ Clinical Nutrition, ນັກຄົ້ນຄວ້າໄດ້ຕິດຕາມກຸ່ມຕົວຢ່າງເກືອບ 300 ຄົນ ເປັນເວລາ 18 ເດືອນ ໂດຍໃຊ້ການສະແກນສະໝອງ ແລະ ການກວດເລືອດ. ຜູ້ເຂົ້າຮ່ວມໄດ້ຖືກແບ່ງອອກເປັນ 3 ກຸ່ມຕາມອາຫານທີ່ກິນ, ລວມທັງອາຫານກຣີນ - ເມດິເຕີເຣນຽນ ທີ່ອຸດົມສົມບູນດ້ວຍຊາ, ວອລນັດ ແລະ ພືດຊະນິດພິເສດທີ່ເອີ້ນວ່າ Mankai ຫຼື ໄຂ່ຜໍາ.
ທັງນີ້, ສະໝອງອາດເຖົ້າໄວກວ່າຮ່າງກາຍ, ໂດຍສະເພາະໃນຜູ້ທີ່ເປັນໂຣກເບົາຫວານ, ຄວາມດັນເລືອດສູງ ຫຼື ມີອາການອັກເສບ ຊຶ່ງມີຄວາມເຊື່ອມໂຍງກັບບັນຫາ ແລະ ພະຍາດຄວາມຈຳຕ່າງໆເຊັ່ນ: ອັລໄຊເມີ.
ການສຶກສາພົບວ່າ: ຜູ້ທີ່ກິນອາຫານກຣີນ - ເມດິເຕີເຣນຽນ ຈະມີອາການສະໝອງເຊື່ອມຕາມອາຍຸຊ້າລົງ, ສະ ໝອງເສື່ອມໜ້ອຍລົງ ແລະ ມີລະດັບໂປຣຕີນທີ່ກ່ຽວຂ້ອງກັບການອັກເສບທີ່ເຊື່ອມໂຍງກັບການສູນເສຍຄວາມຈໍາຫຼຸດລົງ.
ນັກຄົ້ນຄວ້າກ່າວວ່າ: ການຄົ້ນພົບເຫຼົ່ານີ້ສາມາດນໍາໄປສູ່ການກວດເລືອດແບບງ່າຍດາຍ ເພື່ອຕິດຕາມສຸຂະພາບຂອງສະໝອງ ແລະ ສະແດງໃຫ້ເຫັນວ່າ ການກິນອາຫານທີ່ດີຕໍ່ສຸຂະພາບສາມາດຊ່ວຍປ້ອງກັນໂຣກສະໝອງເສື່ອມທີ່ກ່ຽວຂ້ອງກັບອາຍຸ ໄດ້.
ຄໍາເຫັນ