ເອົາໃຈໃສ່ສ້າງນາຍທະຫານ ໃຫ້ກາຍເປັນພະນັກງານສືບທອດປ່ຽນແທນທີ່ມີຄຸນນະພາບ

ເອົາໃຈໃສ່ສ້າງນາຍທະຫານ ໃຫ້ກາຍເປັນພະນັກງານສືບທອດປ່ຽນແທນທີ່ມີຄຸນນະພາບ

ເອົາໃຈໃສ່ສ້າງນາຍທະຫານ ໃຫ້ກາຍເປັນພະນັກງານສືບທອດປ່ຽນແທນທີ່ມີຄຸນນະພາບ
ໂດຍ: ຄຳອ້າຍ ທອງວັນ ວິທະຍາຄານເຕັກນິກການທະຫານແມ່ນວິທະຍາຄານໜຶ່ງຂອງກອງທັບປະຊາຊົນລາວ ຊຶ່ງມີພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ຄະນະພັກກົມໃຫຍ່ເຕັກນິກກອງທັບ ໃນການອົບຮົມບຳລຸງກໍ່ສ້າງ, ບຳລຸງນັກວິຊາສະເພາະເຕັກນິກລົດ, ເຕັກນິກຍຸດໂທ ແລະ ບຳລຸງເສນາເຕັກນິກເພື່ອຕອບສະໜອງໃຫ້ກຳລັງຫຼວງ-ກຳລັງທ້ອງຖິ່ນທົ່ວກອງທັບປະຊາຊົນລາວ.
ເອາໃຈໃສສາງນາຍທະຫານ ໃຫກາຍເປນພະນກງານສບທອດປຽນແທນທມຄນນະພາບ - image 1
 

 

ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ຮອງອໍານວຍການ ຫົວໜ້າຫ້ອງອົບຮົມ ໄດ້ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາທຸກຂັ້ນໃນ ວິທະຍາຄານເຕັກນິກການທະຫານ ໄດ້ຖືສໍາຄັນໃນການສຶກສາອົບຮົມ ການເມືອງນໍາພາແນວຄິດໃຫ້ພະນັກງານ, ຄູ-ອາຈານ, ນັກສຶກສາແຕ່ລະເປົ້າໝາຍຢ່າງເປັນປົກກະຕິ ດ້ວຍຫຼາຍຮູບການ, ວິທີການທີ່ແຕກຕ່າງກັນ ໂດຍຖືເອົາໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຕົວຈິງ ຂອງແຕ່ລະອົງການແຕ່ລະເປົ້າໝາຍ ເປັນມາດຖານໃນການສຶກສາອົບຮົມ, ຫັນທຸກການເຄື່ອນໄຫວວຽກງານ, ການດໍາລົງຊີວິດ ແລະ ການຄົ້ນຄວ້າຮໍ່າຮຽນເຂົ້າສູ່ແບບແຜນ, ຄຸ້ມຄອງບໍລິຫານດ້ວຍຂໍ້ກຳນົດ ກົດລະບຽບຂອງກົມກອງ ແລະ 7 ລະບອບ 18ວຽກຂອງກອງທັບວາງອອກ.

ສຳລັບໃນສົກຮຽນປີ 2024-2025 ນີ້ ຈຳນວນນັກສຶກສາ 136 ສະຫາຍ, ຜ່ານການຄົ້ນຄວ້າຮໍ່າຮຽນ ສອບເສັງຈົບລາຍວິຊາ ສອບເສັງຈົບຊັ້ນ ແລະ ປ້ອງກັນບົດສາມາດສະຫຼຸບໄດ້ ວ່າ: ບັນດາສະຫາຍນັກສຶກສາ ໄດ້ມີຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ, ການທະຫານ ແລະ ກຳແໜ້ນດ້ານວິຊາສະເພາະ, ໄດ້ເສັງຈົບທຸກວິຊາ, ສຳເລັດການລົງຝຶກງານ ແລະ ກິດຈະກຳຕ່າງໆ ທີ່ໄດ້ກຳນົດໃນຫຼັກສູດຊຶ່ງຜົນໄດ້ຮັບຕົວຈິງສະແດງອອກ: ນັກສຶກສາປະລິນຍາຕີຄະແນນສະເລ່ຍຕະຫຼອດໄລຍະສຶກສາຮໍ່າຮຽນ 5 ປີ ແລະ ສອບເສັງຈົບຊັ້ນວິຊາການເມືອງ, ປ້ອງກັນບົດຈົບຊັ້ນຄື: ນັກສຶກສາປະລິນຍາຕີເຕັກນິກລົດໂອໂຕການທະຫານ ຈໍານວນພົນທັງໝົດ 24 ສະຫາຍ ລະດັບ B+: 6 ສະຫາຍ, ລະດັບ B: 17 ສະຫາຍ, ລະດັບ C: 1 ສະຫາຍ ກວມເອົາ 4%; ນັກສຶກສາປະລິນຍາຕີເຕັກນິກຍຸດໂທ ຈໍານວນພົນທັງໝົດ 25 ສະຫາຍ, ລະດັບ B+: 5 ສະຫາຍ, ລະດັບ B: 20 ສະຫາຍ; ປະລິນຍາຕີຕໍ່ເນື່ອງລົດໂອໂຕການທະຫານ ຄະແນນສະເລ່ຍຕະຫຼອດໄລຍະສຶກສາຮໍ່າຮຽນ 2 ປີ ແລະ ສອບເສັງຈົບຊັ້ນວິຊາການເມືອງ, ປ້ອງກັນບົດ ຈົບຊັ້ນຄື: ນັກສຶກສາປະລິນຍາຕິຕໍ່ເນື່ອງເຕັກນິກລົດໂອໂຕການທະຫານ ຈໍານວນພົນທັງໝົດ 20 ສະຫາຍ ລະດັບ B: 6 ສະຫາຍ, ລະດັບ B 14 ສະຫາຍ, ນັກສຶກສາເຕັກນິກຍຸດໂທຊັ້ນສູງຕໍ່ເນື່ອງ ຄະແນນສະເລ່ຍຕະຫຼອດໄລຍະການສຶກສາຮໍ່າຮຽນ 1 ປີ ແລະ ສອບເສັງຈົບຊັ້ນວິຊາການເມືອງ, ປ້ອງກັນບົດຈົບຊັ້ນຄື: ນັກສຶກສາຊັ້ນສູງຕໍ່ເນື່ອງເຕັກນິກຍຸດໂທຈໍານວນພົນທັງໝົດ 19 ສະຫາຍ ລະດັບ B: 10 ສະຫາຍ, ລະດັບ B: 9 ສະຫາຍ ກວມເອົາ 47%; ນັກສຶກສາຊັ້ນກາງ ຄະແນນສະເລ່ຍຕະຫຼອດໄລຍະສຶກສາຮໍ່າຮຽນ ແລະ ສອບເສັງຈົບຊັ້ນວິຊາການເມືອງ, ວິຊາສະເພາະຄື:ນັກສຶກສາເຕັກນິກລົດໂອໂຕ ຈໍານວນພົນທັງໝົດ 24 ສະຫາຍ ລະດັບ B: 1 ສະຫາຍ, ລະດັບ B 16 ສະຫາຍ, ລະດັບ C+7 ສະຫາຍ ກວມເອົາ 29%, ນັກສຶກສາເຕັກນິກຍຸດໂທ ຈໍານວນພົນທັງໝົດ 24 ສະຫາຍ, ລະດັບ B+ 4 ສະຫາຍ, ລະດັບ B 19 ສະຫາຍ, ລະດັບ C+ 1 ສະຫາຍ.

ສັງລວມແລ້ວ, ຕະຫຼອດໄລຍະຜ່ານມາ ຜ່ານການອົບຮົມບຳລຸງກໍ່ສ້າງ ສາມາດຮັບປະກັນໄດ້ທາງດ້ານເນື້ອໃນທິດສະດີ ແລະ ພາກປະຕິບັດຕົວຈິງ ຊຶ່ງມັນສະແດງອອກໃນເວລາທີ່ນັກສຶກສາ, ນັກຝຶກອົບຮົບແຕ່ລະຮຸ່ນທີ່ຈົບອອກໄປ ແມ່ນສາມາດນຳເອົາບົດຮຽນດັ່ງກ່າວໄປໝູນໃຊ້ຢູ່ພາຍໃນກົມກອງຂອງຕົນມີປະສິດທິພາບສູງ ເພື່ອປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ