ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ

ອັດຕະປືມີແຜນຈະພັດທະນາຖ້ຳອະນຸລັກໃຫ້ເປັນແຫຼ່ງທ່ອງທ່ຽວ ຢູ່ເມືອງຊານໄຊ
ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກທີ່ລີ້ຊ້ອນໄວ້ໃນດົງ​ສະຫງວນ ຢູ່ເມືອງຊານໄຊ ແຂວງອັດຕະປື ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້, ມີ​ປ່າ, ໝາກ​ໄມ້, ​ສັດປ່າ​ນາໆ​ຊະນິດ​ທີ່​ຄວນ​ຮຽນ​ຮູ້.

ໃນ ວັນທີ 22 ເມສານີ້, ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງຊານໄຊ ສົມທົບກັບບໍລິສັດຜູ້ພັດທະນາອະນຸລັກປ່າແຫ່ງນີ້ໂດຍພາຍໃຕ້ການນຳພາ ຂອງ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ລົງເຄື່ອນໄຫວສຳຫຼວດຕົວຈິງ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ, ປັດຈຸບັນ ດົງສະຫງວນແຫຼ່ງທ່ອງທ່ຽວແຫ່ງນີ້ແມ່ນໄດ້ຖືກພັດທະນາ ແລະ ອະນຸລັກໃຫ້ເປັນເເຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ປະຫວັດສາດໂດຍແມ່ນບໍລິສັດຄູນຊັບຈະເລີນກໍ່ສ້າງສ້ອມແປງຂົວທາງ ແລະ ຊົນລະປະທານຈຳກັດຜູ້ດຽວໄດ້ເລີ່ມລົງມືໃນການສໍາຫຼວດ ແລະ ບຸກເບີກເສັ້ນທາງເຂົ້າສູ່ສະຖານທີ່ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວໄດ້ໂດຍພື້ນຖານ ເພື່ອສ້າງເງື່ອນໄຂໃນການເຄື່ອນໄຫວສໍາຫຼວດໃນຄັ້ງນີ້ ໃຫ້ສະດວກສະບາຍ ແລະ ໄດ້ລິເລີມພັດທະນາອະນຸລັກແຫຼ່ງທ່ອງທ່ຽວປິ່ນອ້ອມສຳເລັດໂດຍພື້ນຖານອີກຈຳນວນໜຶ່ງ.

ທ່ານ ພິມສາ ຄຳມະນິວົງ ຮອງນາຍບ້ານດາກຮຽດໃຫ້ຮູ້ວ່າ: ຖ້ຳອະນຸລັກແຫ່ງນີ້ແມ່ນຢູ່ໃນເຂດດົງຫງວນພູແດງ, ຫ່າງຈາກເສັ້ນທາງໂຮຈີມີນ 1.1 ກິໂລເເມັດ ມີຊື່ເອີ້ນດັ້ງເດີມແມ່ນຖໍ້າຫ້ວຍໂປພູແດງ, ຢູ່ຈຸດດຽວກັນກັບຊາກລົດຕັງສະໄໝສົງຄາມ.

ສຳລັບການລົງເຄື່ອນໄຫວສຳຫຼວດຖ້ຳອະນຸລັກແມ່ນເຫັນໄດ້ເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະ ອັດສະຈັນໃຈ, ເປັນສະຖານທີ່ທ່ອງທ່ຽວທີ່ມີການສ້າງທໍາມະຊາດທີ່ສວຍງາມ ແລະ ມີບັນຍາກາດສະຫງົບເໝາະສົມສໍາລັບການພັກຜ່ອນ ແລະ ສໍາຜັດກັບຄວາມງາມຂອງທໍາມະຊາດ, ພາຍໃນຖໍ້າມີຫີນງອກ ແລະ ຫີນປູນທີ່ເປັ່ງປະກາຍ, ສ້າງຄວາມຮູ້ສຶກທີ່ໜ້າຕື່ນເຕັ້ນ. ນອກຈາກນີ້, ຍັງມີການທ່ອງທ່ຽວຖໍ້າ ແລະ ການສຶກສາທໍາມະຊາດ.

ທ່ານ ເຈົ້າແຂວງອັດຕະປື ໄດ້ໃຫ້ການຊີ້ນຳໃນຫຼາຍຢ່າງທີ່ໜ້າສົນໃຈ ເພື່ອໃຫ້ພາກລັດ ແລະ ບໍລິສັດຜູ້ພັດທະນາຢູ່ໃນເຂດດັ່ງກ່າວ ໃຫ້ນັກທ່ອງທ່ຽວໄດ້ເດີນທາງຍ່າງປ່າໃຫ້ມີຄວາມປອດໄພ ແລະ ສະດວກແກ່ຜູ້ເດີນທາງ ເຊັ່ນ: ເສັ້ນທາງຍ່າງປ່າສຶກສາທໍາມະຊາດ, ຈັດຕັ້ງກິດຈະກໍາການອະນຸລັກທໍາມະຊາດເຊັ່ນ: ການປູກຕົ້ນໄມ້, ທໍາຄວາມສະອາດປ່າໄມ້ ແລະ ອື່ນໆ, ສະໜອງຂໍ້ມູນການທ່ອງທ່ຽວ: ສ້າງຈຸດຂໍ້ມູນຂ່າວສານເພື່ອສຶກສາກ່ຽວກັບຊີວະນາໆພັນ ແລະ ສິ່ງທີ່ນັກທ່ອງທ່ຽວຈະພົບເຫັນໃນການທ່ຽວຊົມ, ສ້າງຕັ້ງຮ້ານຂາຍອາຫານ ແລະ ເຄື່ອງທີ່ລະນຶກ: ສະໜັບສະໜູນທຸລະກິດທ້ອງຖິ່ນໂດຍການຕັ້ງບູດຂາຍອາຫານ ແລະ ເຄື່ອງທີ່ລະນຶກທີ່ຕິດພັນກັບວັດທະນະທຳທ້ອງຖິ່ນ, ຈັດການເດີນທາງສຶກສາທໍາມະຊາດ, ເຮັດວຽກກັບນັກຄົ້ນຄວ້າ ຫຼື ຜູ້ຊ່ຽວຊານໃນການຈັດການເດີນທາງ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ກ່ຽວກັບພືດ ແລະ ສັດໃນພື້ນທີ່... ນັກທ່ອງທ່ຽວ, ຜູ້ໃຫ້ບໍລິການ, ນັກສຳຫຼວດ, ນັກພັດທະນາ ແລະ ນັກຮຽນຮູ້ ຕ້ອງຄຳນຶງເຖິງການຮ່ວມມື ຮ່ວມໃຈກັນຕໍ່ກັບການສະໜັບສະໜຸນຄວາມພະຍາຍາມ ໃນການອະນຸລັກ, ການສົ່ງເສີມການທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດລ້ອມໃຫ້ຍືນຍົງສືບຕໍ່ເມືອໜ້າ ແລະ ປະກອບສ່ວນເຂົ້າໃນການອະນຸລັກທໍາມະຊາດໃນໄລຍະຍາວ

(ຂ່າວ: ໄພບູນ)

ຄໍາເຫັນ

ຂ່າວທ່ອງທ່ຽວ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມໂດດເດັ່ນແຫ່ງໜຶ່ງຂອງ ສປປ ລາວ ທີ່ມີເອກະລັກສະເພາະ ເປັນໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອະນຸພາກພື້ນ ແລະ ສາກົນ.
ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ບົນພື້ນຖານຜົນສໍາເລັດຢ່າງໜ້າເພິ່ງພໍໃຈຂອງການພັດທະນາອຸດສາຫະກໍາການທ່ອງ ທ່ຽວ ສົມທົບກັບທ່າແຮງຊັບພະຍາກອນທໍາມະຊາດທີ່ມີຄວາມອຸດົມສົມບູນ ແລະ ຄວາມຮັ່ງມີດ້ານວັດທະນະທໍາທີ່ຫຼາກຫຼາຍຂອງປະຊາຊົນບັນດາເຜົ່າຢູ່ປະເທດລາວເຮົາ. ພາຍໃຕ້ເງື່ອນໄຂ ແລະ ທ່າອ່ຽງຂອງການທ່ອງທ່ຽວໂລກ ແລະ ພາກພື້ນ ພວມມີການຂະຫຍາຍຕົວຢ່າງແຂງແຮງ, ອັນໄດ້ສ້າງກາລະໂອກາດໃຫ້ແກ່ການພັດທະນາການທ່ອງທ່ຽວຢູ່ປະເທດເຮົາໃນຕໍ່ໜ້າ.
ເພີ່ມເຕີມ