ອັດ​ຕະ​ປືປາຖະກະຖາວັນສ້າງຕັ້ງສາຍພົວພັນການທູດ​ລາວ- ຈີນ​ພ້ອມມອບ​ທຶນ​ການ​ສຶກ​ສາໃຫ້ນັກ​ຮຽນ​ເກັ່ງ​

ອັດ​ຕະ​ປືປາຖະກະຖາວັນສ້າງຕັ້ງສາຍພົວພັນການທູດ​ລາວ- ຈີນ​ພ້ອມມອບ​ທຶນ​ການ​ສຶກ​ສາໃຫ້ນັກ​ຮຽນ​ເກັ່ງ​

ອັດ​ຕະ​ປືປາຖະກະຖາວັນສ້າງຕັ້ງສາຍພົວພັນການທູດ​ລາວ- ຈີນ​ພ້ອມມອບ​ທຶນ​ການ​ສຶກ​ສາໃຫ້ນັກ​ຮຽນ​ເກັ່ງ​
ແຂວງອັດຕະປືໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສາຍພົວ​ພັນການທູດລາວ-ຈີນ, ຄົບ​ຮອບ65ປີ (25​ເມສາ​1961-25ເມສາ​2026) ແລະມອບ-ຮັບເງິນສະໜັບສະໜູນການສຶກສາ​ຈາກສະຖານເອກອັກຄະລັດ​ຖະທູດ​ສປ​ຈີນປະຈໍາ​ສປປ​ລາວ, ໃນ​ວັນ​ທີ 29 ກໍ​ລະ​ກົດ​ຜ່ານ​ມາທີ່ ແຂວງ​ອັດ​ຕະ​ປືໂດຍການ​ເຂົ້າຮ່ວມຂອງທ່ານບຸນເຖິງດວງສະຫວັນກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອັດຕະປື, ມີທ່ານນາງຟາງຫົງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາ​ທາລະນະລັດປະຊາຊົນຈີນປະຈຳສປປລາວ, ມີຜູ້​ຕາງ​ໜ້າ​ຈາກຂະແໜງການສຶກສາຂັ້ນແຂວງ,​ ຂັ້ນເມືອງ​ພ້ອມດ້ວຍບັນດານ້ອງນັກຮຽນແລະຜູ້ປົກຄອງເຂົ້າຮ່ວມ.
ອດ​ຕະ​ປປາຖະກະຖາວນສາງຕງສາຍພວພນການທດ​ລາວ- ຈນ​ພອມມອບ​ທນ​ການ​ສກ​ສາໃຫນກ​ຮຽນ​ເກງ​ - image 1
 

ທ່ານອຸດົມສິນສີຊານົນກຳມະການພັກແຂວງຫົວໜ້າພະແນກສຶກສາທິການແລະກິລາແຂວງໄດ້ລາຍງານວ່າ: ໃນສົກຮຽນ2025 - 2026ແຂວງອັດຕະປືມີນັກຮຽນເກັ່ງໃນຂັ້ນມັດທະຍົມມ.4ແລະມ.7ຂັ້ນເມືອງ, ຂັ້ນແຂວງລວມທັງນັກຮຽນທີ່ເປັນຕົວແທນແຂວງອັດຕະປືທີ່ໄປເສັງລະດັບຊາດມີຈຳນວນ50ນ້ອງເຊິ່ງແມ່ນເປົ້າໝາຍທີ່ຈະຮັບທຶນສົ່ງເສີມການສຶກສາຈາກສະຖານທູດສປຈີນປະຈຳສປປລາວ. ໄລຍະຜ່ານມາແຂວງອັດຕະປືຍັງຂາດບຸກຄາລະກອນທີ່ມີຄວາມຮູ້ດ້ານພາສາຈີນ. ໃນຕໍ່ໜ້າເພື່ອເປັນການຊຸກຍູ້ສົ່ງເສີມນັກຮຽນຜູ້ທີ່ຮຽນເກັ່ງສືບຕໍ່ຮຽນວິຊາສະເພາະໃນລະດັບຕ່າງໆເພື່ອປະກອບສ່ວນເຂົ້າໃນການພັດທະນາໃນຕໍ່ໜ້າແຂວງອັດຕະປືແມ່ນມີຄວາມຕ້ອງການຢາກສົ່ງນັກຮຽນໄປຮຽນພາສາຈີນແລະວິຊາສະເພາະຢູ່ສປຈີນ, ເພາະໃນໄລຍະຜ່ານມາແຂວງອັດຕະປືຍັງບໍ່ເຄີຍໄດ້ຮັບທຶນຊ່ວຍເຫຼືອໃຫ້ນັກຮຽນໄປຮຽນພາສາຈີນແລະວິຊາສະເພາະຢູ່ສປຈີນເທື່ອ, ສະນັ້ນ, ຈຶ່ງຂໍສະເໜີຂັ້ນເທິງພິຈາລະນາແບ່ງປັນທຶນຊ່ວຍເຫຼືອຂອງລັດຖະບານຈີນກໍຄືບັນດາແຂວງ, ນະຄອນຂອງສປຈີນໃຫ້ແກ່ນັກຮຽນແຂວງອັດຕະປືດ້ວຍ.

ອດ​ຕະ​ປປາຖະກະຖາວນສາງຕງສາຍພວພນການທດ​ລາວ- ຈນ​ພອມມອບ​ທນ​ການ​ສກ​ສາໃຫນກ​ຮຽນ​ເກງ​ - image 2
 

ໃນພິທີທ່ານນາງຟາງຫົງໄດ້ມີຄໍາເຫັນວ່າ: ການສຶກສາເປັນບ່ອນອີງຄວາມຫວັງໃນການພັດທະນາປະເທດຊາດແລະເປັນຄວາມຫວັງຂອງທຸກໆຄອບຄົວທີ່ມີຕໍ່ອະນາຄົດ. ມື້ນີ້ສະຖານເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປລາວໄດ້ມອບທຶນການສຶກສາໃຫ້ແກ່ນັກຮຽນດີ-ນັກຮຽນເກັ່ງ, ບໍ່ພຽງແຕ່ເປັນການຊຸກຍູ້ແລະໃຫ້ກຳລັງໃຈໃຫ້ທຸກຄົນຂະຫຍັນພຽນໃນການຮຽນແລະສູ້ຊົນກ້າວໜ້າເທົ່ານັ້ນ, ແຕ່ຍັງຫວັງວ່າຈະເປັນແຮງບັນດານໃຈໃຫ້ແກ່ເຍົາວະຊົນ- ຊາວໜຸ່ມໃນການກໍາເອົາຄວາມຮູ້, ເພີ່ມພູນຄວາມສາມາດ,ປ່ຽນແປງໂຊກຊະຕາດ້ວຍການສູ້ຊົນແລະປະກອບສ່ວນສະຕິປັນຍາແລະເຫື່ອແຮງຂອງຕົນເຂົ້າໃນການພັດທະນາແລະສ້າງສາປະເທດຊາດ.

ທ່ານນາງຟາງຫົງກ່າວອີກວ່າ: ຕະຫຼອດ65ປີຜ່ານມາ, ບໍ່ວ່າສະພາບການສາກົນ, ຈະມີການປ່ຽນແປງກໍຕາມ, ສອງປະເທດລາວແລະຈີນໄດ້ຮ່ວມສຸກຮ່ວມທຸກແລະຊ່ວຍເຫຼືອເຊິ່ງກັນແລະກັນມາໂດຍຕະຫຼອດ, ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫຍທີ່ດີແລະຄູ່ຮ່ວມມືທີ່ດີຢ່າງແທ້ຈິງ. ເປັນຫຍັງມິດຕະພາບລາວ-ຈີນຈຶ່ງສາມາດຜ່ານຜ່າບົດທົດສອບໃນຍຸກສະໄໝປະຕິວັດ, ຜ່ານການທົດສອບຂອງການພັດທະນາຕາມຍຸກສະໄໝແລ້ວຍັງໝັ້ນຄົງແລະເຂັ້ມແຂງກໍເພາະວ່າມິດຕະພາບນີ້ໄດ້ຖືກຊຶມເລິກຂຶ້ນໂດຍປະຊາຊົນສອງປະເທດທີ່ໄດ້ຫລັ່ງເຫື່ອສູບເລືອດແລະສູ້ຊົນຮ່ວມກັນ.

ສໍາລັບນັກຮຽນ-ນັກສຶກສາ, ຈະມີໂອກາດໃນການສຶກສາແລະເຕີບໃຫຍ່ຂຶ້ນຕື່ມ; ປະມຸກລັດຂອງສອງປະເທດໄດ້ຮ່ວມກັນຕົກລົງຈັດຕັ້ງປະຕິບັດ" ໂຄງການ10,000ຄົນ" ການຮ່ວມມືດ້ານຊັບພະຍາກອນມະນຸດລາວ-ຈີນ. ໃນຊຸມປີຕໍ່ໜ້ານີ້, ຝ່າຍຈີນຈະຝຶກອົບຮົມບຸກຄະລາກອນຄຸ້ມຄອງແລະເຕັກນິກວິຊາການຈໍານວນ3,000ຄົນໃຫ້ແກ່ລາວແລະແຕ່ລະປີຈະໃຫ້ມີນັກຮຽນລາວ10,000ຄົນເດີນທາງໄປສຶກສາຢູ່ຈີນໃຫ້ບັນລຸໃນປີ2028, ເພື່ອໃຫ້ເຍົາວະຊົນ-ຊາວໜຸ່ມລາວຈໍານວນຫຼາຍຂຶ້ນມີໂອກາດປ່ຽນແປງໂຊກຊະຕາດ້ວຍການສຶກສາ, ໃຊ້ຄວາມຮູ້ເພື່ອສ້າງອະນາຄົດ.

ທ່ານນາງຟາງຫົງກ່າວອີກວ່າ: ບັນດານັກຮຽນ-ນັກສຶກສາ,ຊາວໜຸ່ມແມ່ນອະນາຄົດຂອງປະເທດຊາດແລະກໍແມ່ນອະນາຄົດຂອງມິດຕະພາບລາວ-ຈີນເຊັ່ນກັນ. ຫວັງວ່າຈະຈົດຈໍາມິດຕະພາບມູນເຊື້ອທີ່ການນໍາຮຸ່ນກ່ອນຂອງສອງປະເທດໄດ້ຮ່ວມກັນສ້າງຂຶ້ນ, ຈົດຈໍາວິລະຊົນຢູ່ສຸສານວິລະຊົນຈີນ, ຈົດຈໍາການສູ້ຊົນຮ່ວມກັນຢູ່ "ຖໍ້າຈີນ", ຈົດຈໍາເມັດພັນມິດຕະພາບທີ່ໄດ້ຫວ່ານໄວ້ຢູ່ໂຮງຮຽນ67ເພື່ອພະຍາຍາມກາຍເປັນຜູ້ສືບທອດ, ຜູ້ສ້າງສາແລະຜູ້ເຜີຍແຜ່ມິດຕະພາບລາວ- ຈີນ, ເຮັດໃຫ້ຕົ້ນໄມ້ມິດຕະພາບລາວ-ຈີນຢັ່ງຮາກເລິກ, ໃບດົກໜາແລະໝັ້ນຄົງຕະຫຼອດກາລະນານ.

ໃນພິທີທ່ານບຸນເຖິງດວງສະຫວັນແລະທ່ານນາງຟາງຫົງໄດ້ມອບເງິນສະໝັບສະໜູນທຶນການສຶກໃຫ້ແກ່ນ້ອງນັກຮຽນເກັ່ງຈໍານວນ50ຄົນ, ໃນນີ້ມ.4ຈໍານວນ24ຄົນແລະມ.7ຈໍານວນ26ຄົນ.

ຂ່າວ: ນາງວົງສະໄໝຂ.ອັດຕະປື

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ